ຄວາມສຳພັນທີ່ສຳຄັນລະຫວ່າງ ຂົນໃນງວງຊ້າງ ແລະ ຫຸ່ນຍົນ.

epaselect NNEPAL TRADITION

ເດັກນ້ອຍຊາວເນປານກຳລັງຢືນຢູ່ໃຕ້ງວງຊ້າງ. Credit: HEMANTA SHRESTHA/EPA

ນັກຄົ້ນຄວ້າໄດ້ພົບວ່າ ຫນວດຊ້າງຄ້າຍຄືກັບໜວດແມວ ເຊິ່ງແຕກຕ່າງຈາກຂົນທີ່ແຂງກະດ້າງຂອງໜູ. ຫນວດຊ້າງ ມີຖານແຂງ ທີ່ຄ່ອຍໆປ່ຽນໄປເປັນປາຍອ່ອນໆ ເຊິ່ງເຮັດໃຫ້ພວກມັນ ຖູຜ່ານວັດຖຸໄດ້ງ່າຍ ໂດຍບໍ່ເຮັດໃຫ້ຫນວດຫັກ. ພວກມັນ ຍັງສາມາດຊອກຫາ ແລະກິນອາຫານຫຼາຍຮ້ອຍກິໂລ ໃນແຕ່ລະມື້ ໂດຍບໍ່ທໍາລາຍຂົນທີ່ມີຄ່າເຫຼົ່ານີ້, ຊຶ່ງຈະບໍ່ງອກຄືນອີກ ຖ້າມັນຫັກ. ການຄົ້ນພົບນີ້ ອາດນຳໄປສູ່ການສ້າງ ຫຸ່ນຍົນ ທີ່ມີສະມັດຖະພາບທີ່ສູງກວ່າ, ຕາມຄວາມເຫັນຂອງນັກວິດທະຍາສາດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຄວາມສຳພັນທີ່ສຳຄັນລະຫວ່າງ ຂົນໃນງວງຊ້າງ ແລະ ຫຸ່ນຍົນ.

ເຖິງແມ່ນວ່າ ອາດເປັນທີ່ຮູ້ຈັກກັນດີວ່າ ຫນວດຂອງແມວ ອາດຊ່ວຍພວກມັນໃນການຊົງໂຕ ແລະສັງເກດສະພາບແວດລ້ອມ ແຕ່ນັກວິທະຍາສາດ ໄດ້ຄົ້ນພົບວ່າ ຊ້າງກໍມີຫນວດທີ່ວິເສດແບບນັ້ນຄືກັນ.

ຊ້າງ ມີຫນວດປະມານ 1,000 ເສັ້ນທີ່ປົກຄຸມງວງຂອງມັນ, ເຮັດໃຫ້ມັນຮູ້ສຶກ ເຖິງການສໍາຜັດ ທີ່ຊົດເຊີຍຜິວຫນັງທີ່ຫນາ ແລະສາຍຕາທີ່ບໍ່ດີ.

ນັກຄົ້ນຄວ້າໃນ Germany ກຳລັງເຮັດວຽກ ເພື່ອແປການສຳຜັດທີ່ຮູ້ສຶກໄວຂອງຊ້າງ ໃຫ້ເປັນວິທະຍາສາດຫຸ່ນຍົນ.

Angelica Waite ລາຍງານ.

Dr Michael Brecht ທີ່ສວນສັດ Berlin, ສັງເກດເບິ່ງຊ້າງກຸ່ມຫນຶ່ງ ໃນຂນະທີ່ພວກມັນ ໃຊ້ງວງເພື່ອເກັບເອົາອາຫານເມັດນ້ອຍໆ.

ລາວເປັນນັກວິທະຍາສາດທາງປະສາດ (Neuroscientist) ທີ່ມະຫາວິທະຍາລັຍ Humboldt ໃນເມືອງ Berlin, ແລະກໍາລັງສຶກສາ ຄວາມຊໍານານທີ່ອ່ອນໂຍນ ຂອງສັດໃຫຍ່ເຫລົ່ານີ້.

"ພວກມັນ ເປັນສັດທີ່ຊົງພະລັງຫຼາຍ. ແຕ່ໃນອີກດ້ານຫນຶ່ງ, ການຄວບຄຸມລະອຽດອ່ອນທີ່ດີ ກໍສໍາຄັນຫລາຍ ສໍາລັບພວກມັນຄືກັນ. ພວກມັນ ສາມາດເຮັດ ສິ່ງທີ່ລະອຽດອ່ອນໄດ້. ພວກເຮົາຫາກໍໄດ້ເຫັນສິ່ງນັ້ນ, ມັນເກັບເອົາເມັດອາຫານນ້ອຍໆ. ມັນບໍ່ງ່າຍເລີຍສໍາລັບສັດໃຫຍ່ ທີ່ຈະຈັດການກັບສິ່ງຂອງນ້ອຍໆເຊັ່ນນັ້ນ ຢ່າງມີປະສິດທິພາບ."

Dr Brecht ກໍາລັງທໍາງານກັບນັກຄົ້ນຄວ້າ ຢູ່ທີ່ສະຖາບັນ Max Planck Institute for Intelligent Systems ເພື່ອຕື່ມຊ່ອງວ່າງ ໃນຄວາມຮູ້ກ່ຽວກັບວິທີທີ່ຊ້າງ ຮັບຮູ້ສິ່ງຮອບຂ້າງຂອງມັນ.

ເຂົາເຈົ້າ ໄດ້ຈັດພິມການຄົ້ນຄວ້າໃຫມ່, ຊຶ່ງນໍາໂດຍຜແນກ Haptic Intelligence ຂອງສະຖາບັນ, ຊຶ່ງເຜີຍໃຫ້ເຫັນວ່າ ຊ້າງມີປະສາດສຳຜັດ ທີ່ຊັບຊ້ອນ ຊຶ່ງທົດແທນຜິວຫນັງທີ່ຫນາ ແລະສາຍຕາບໍ່ດີ.

ງວງຂອງຊ້າງ ມີຫນວດປະມານ 1,000 ເສັ້ນ ແລະຫນວດເຫຼົ່ານີ້ ມີປາຍອ່ອນໆ ເຊິ່ງເຮັດໃຫ້ພວກມັນ ສຳຜັດເຖິງວັດຖຸຢ່າງຖືກຕ້ອງ ແລະຮູ້ຈັກວ່າຈຸດ ສຳຜັດນັ້ນ ຢູ່ບ່ອນໃດ.

Dr Andrew Schulz ຈາກສະຖາບັນ Max Planck ກ່າວວ່າ ການຄົ້ນຄວ້ານີ້ ພິຈາຣະນາ ວິທີທີ່ຄວາມຮູ້ນີ້ ສາມາດຖືກນໍາໃຊ້ໃນການສ້າງຫຸ່ນຍົນ (Robotics) ໄດ້ແນວໃດ.

"ຊ້າງ ສາມາດກິນຕົ້ນຄຣິດສະມັສ ໄດ້ໃນສອງຄຳ ແລະແລ້ວຈັບເອົາບາງສິ່ງທີ່ລະອຽດອ່ອນເຊັ່ນ Tortilla chips ໄດ້ແນວໃດ. ນີ້ຄືສິ່ງຫນຶ່ງ ທີ່ເລີ່ມເຮັດໃຫ້ນັກຫຸ່ນຍົນຫລາຍຄົນ ອັດສະຈັນໃຈ. ໃນຫລາຍສິ່ງ ທີ່ມະນຸດສ້າງຂຶ້ນ ກໍມີການແລກປ່ຽນເຫລົ່ານີ້. ຖ້າຫາກທ່ານມີບາງສິ່ງທີ່ແຂງແທ້ໆ, ມັນອາດຈະແຂງຫລາຍ, ແຕ່ມັນບໍ່ລະອຽດອ່ອນ. ແລະແລ້ວ ຖ້າຫາກທ່ານມີບາງສິ່ງທີ່ອ່ອນໂຍນແທ້ໆ, ມັນອາດອ່ອນແອຫລາຍ, ແຕ່ມັນບໍ່ແຂງແຮງພໍ."

ນັກຄົ້ນຄວ້າໄດ້ພົບວ່າ ຫນວດຊ້າງຄ້າຍຄືກັບໜວດແມວ ເຊິ່ງແຕກຕ່າງຈາກຂົນທີ່ແຂງກະດ້າງຂອງໜູ.

ຫນວດຊ້າງ ມີຖານແຂງ ທີ່ຄ່ອຍໆປ່ຽນໄປເປັນປາຍອ່ອນໆ ເຊິ່ງເຮັດໃຫ້ພວກມັນ ຖູຜ່ານວັດຖຸໄດ້ງ່າຍ ໂດຍບໍ່ເຮັດໃຫ້ຫນວດຫັກ.

ພວກມັນ ຍັງສາມາດຊອກຫາ ແລະກິນອາຫານຫຼາຍຮ້ອຍກິໂລ ໃນແຕ່ລະມື້ ໂດຍບໍ່ທໍາລາຍຂົນທີ່ມີຄ່າເຫຼົ່ານີ້, ຊຶ່ງຈະບໍ່ງອກຄືນອີກ ຖ້າມັນຫັກ.

Dr Schulz ກ່າວວ່າ ຊີວະວິທະຍາຂອງຊ້າງ ເປັນແບບຢ່າງສໍາລັບການສໍາຜັດທີ່ແຂງ ແລະລະອຽດອ່ອນ ໃນເວລາດຽວກັນ.

"ຊີວະວິທະຍາ ໄດ້ຄົ້ນພົບວິທີ ທີ່ຈະສາມາດເຮັດທັງສອງຢ່າງນີ້ ໃນເວລາດຽວກັນ. ແລະຖ້າຫາກເຮົາເບິ່ງບາງສິ່ງ ເຊັ່ນງວງຊ້າງ ກໍມີຄວາມຊັບຊ້ອນຫລາຍ."

ນັກຄົ້ນຄວ້າໄດ້ພັດທະນາ 'Whisker Wand' ທີ່ພິມ 3 ມິຕິ ເພື່ອສຳຜັດດ້ວຍຕົວເອງ ຄືກັບຊ້າງຮູ້ສຶກແນວໃດ ຜ່ານງວງຂອງມັນ.

Dr Schulz ກ່າວວ່າ ເຂົາເຈົ້າຫວັງວ່າ ການຄົ້ນພົບຂອງເຂົາເຈົ້າ ຈະເປີດທາງທີ່ຈະພັດທະນາ Sensor ທີ່ສາມາດໃຫ້ຂໍ້ມູນທີ່ແນ່ນອນຫຼາຍຂຶ້ນ ແກ່ຫຸ່ນຍົນ.

"ຂ້າພະເຈົ້າຄິດວ່າ ການນໍາໃຊ້ຫລາຍຢ່າງໃນຫຸນຍົນ (Robotics) ກໍາລັງເບິ່ງວິທີ ທີ່ເຮົາຈະສາມາດປະສົມຄຸນສົມບັດບາງຢ່າງ ຂອງປະຕິກິຣິຍາ ແບບອ່ອນໂຍນໄດ້ແນວໃດ. ສະນັ້ນ, ການສໍາພັດວັດຖຸຢ່າງຄ່ອຍໆ ປະກອບດ້ວຍພື້ນຖານທີ່ແຂງແກ່ນ ຊຶ່ງຈະຮັກສາຂໍ້ມູນທີ່ສໍາຄັນຫລາຍ ແລະຄືກັນກັບການສັ່ນສະເທືອນ ຈາກປະຕິກິຣິຍານັ້ນ. ແລະຂ້າພະເຈົ້າຄິດວ່າ ມັນມີການນໍາໃຊ້ຢ່າງຫລວງຫລາຍ ໃນວິດທະຍາການຫຸ່ນຍົນ (Robotics)."

ລາວເວົ້າວ່າ ການສ່ອງເບິ່ງຫນວດຊ້າງ ດ້ວຍກ້ອງຈຸລະທັດ (Microscope) ໄດ້ໃຫ້ຂໍ້ມູນທີ່ມີຄ່າຫລາຍ ສໍາລັບການຄົ້ນຄວ້າໃນອະນາຄົດ.

"ວິທະຍາສາດຫລາຍຢ່າງ ທີ່ພວກເຮົາສາມາດເວົ້າເຖິງໃນທຸກມື້ນີ້ ແມ່ນການໃຊ້ຄວາມຮູ້ສຶກ ຂອງການສໍາຜັດຂອງພວກເຮົາ ເປັນວິທີຄົ້ນພົບ. ແລະຂ້າພະເຈົ້າຄິດວ່າ ນີ້ເປັນສິ່ງທີ່ບໍ່ໄດ້ເຮັດຫລາຍ ແລະຂ້າພະເຈົ້າຫວັງວ່າ ງານນີ້ ແລະງານອື່ນໆ ທີ່ມາຈາກມັນ ຈະສາມາດຊ່ວຍເຮົາ ໃຫ້ຄົ້ນຄວ້າຫາໂຄງຮ່າງທີ່ແຕກຕ່າງກັນ ໂດຍໃຊ້ປະສາດສໍາຜັດໄດ້."

Dr Brecht ກ່າວວ່າ ເມື່ອລາວຄົ້ນພົບຫລາຍຂຶ້ນເທົ່າໃດ, ລາວຍິ່ງປະຫລາດໃຈ ກັບຄວາມຊັບຊ້ອນ ແລະຄວາມຮູ້ສຶກໄວ ຂອງການສໍາຜັດຂອງຊ້າງຫຼາຍຂຶ້ນເທົ່ານັ້ນ.

"ແລະຂ້າພະເຈົ້າເຊື່ອວ່າ ວິດທະຍາການຫຸ່ນຍົນ (Robotics) ສາມາດຮຽນຮູ້ຫລາຍຢ່າງ ຈາກອາໄວຍະວະການຈັບ ທີ່ມີພະລັງເຊັ່ນນັ້ນ. ງວງຊ້າງ ບໍ່ແມ່ນພຽງແຕ່ ອະໄວຍະວະທີ່ໃຊ້ຈັບເທົ່ານັ້ນ; ມັນເປັນສິ່ງທີ່ດີທີ່ສຸດ ທີ່ທັມມະຊາດ ໄດ້ພັດທະນາຂຶ້ນ."

ລາຍງານໂດຍ Angelica Waite ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now