ຜູ້ເຄີຍມີສ່ວນກ່ຽວຂ້ອງກັບ IS ຖືກສົ່ງໂຕກັບ Syria.

Syria IS Camp

ຮູບຂອງຜູ້ຍິງແລະເດັກນ້ອຍຍ່າງຢູ່ໃນຄ້າຍ al-Roj ທິດຕາເວັນອອກສ່ຽງເໜືອຂອງ Syria. Source: AP / Baderkhan Ahmad/AP

ຜູ້ຍິງ ແລະເດັກນ້ອຍ ຊາວອອສເຕຣເລັຍ ກຸ່ມສຸດທ້າຍ ທີ່ມີຄວາມກ່ຽວຂ້ອງກັບກຸ່ມ I-S ໄດ້ຖືກສົ່ງກັບຄືນໄປຫາຄ້າຍ Syria ຫລັງຈາກໄດ້ພະຍາຍາມກັບຄືນບ້ານ. ກຸ່ມນີ້ ໄດ້ອອກຈາກ al-Roj ຢູ່ພາກຕາເວັນອອກສ່ຽງເຫນືອ ຂອງປະເທດໃນຄືນນັ້ນ-ແຕ່ບັນຫາເລື່ອງການສື່ສານກັບ Damascus ໄດ້ເຮັດໃຫ້ເຂົາເຈົ້າ ຕ້ອງກັບຄືນໄປທີ່ຄ້າຍ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຜູ້ເຄີຍມີສ່ວນກ່ຽວຂ້ອງກັບ IS ຖືກສົ່ງໂຕກັບ Syria.

ຜູ້ຍິງ ແລະເດັກນ້ອຍ ຊາວອອສເຕຣເລັຍ ກຸ່ມສຸດທ້າຍ ທີ່ມີຄວາມກ່ຽວຂ້ອງກັບກຸ່ມ I-S ໄດ້ຖືກສົ່ງກັບຄືນໄປຫາຄ້າຍ Syria ຫລັງຈາກໄດ້ພະຍາຍາມກັບຄືນບ້ານ.

ກຸ່ມ 34 ຄົນໄດ້ອອກຈາກ al-Roj ຢູ່ພາກຕາເວັນອອກສ່ຽງເຫນືອ ຂອງປະເທດໃນຄືນນັ້ນ-ແຕ່ບັນຫາເລື່ອງການສື່ສານກັບ Damascus ໄດ້ເຮັດໃຫ້ເຂົາເຈົ້າ ຕ້ອງກັບຄືນໄປທີ່ຄ້າຍ.

Tee Mitchell, Rayane Tamer ລາຍງານ.

ກຸ່ມສຸດທ້າຍ ຂອງຜູ້ຍິງແລະເດັກນ້ອຍ ຊາວອອສເຕຣເລັຍ ທີ່ມີຄວາມກ່ຽວຂ້ອງກັບກຸ່ມ I-S ໄດ້ຖືກສົ່ງກັບຄືນໄປຫາຄ້າຍຂອງ Syria ຫລັງຈາກໄດ້ພະຍາຍາມກັບຄືນບ້ານ.

ກຸ່ມນີ້ ໄດ້ຢູ່ທີ່ al-Roj, ທາງພາກຕາເວັນອອກສ່ຽງເຫນືອຂອງປະເທດ, ຊຶ່ງເປັນຫນຶ່ງ ໃນບໍ່ເທົ່າເຂດ ທີ່ຍັງຄວບຄຸມໂດຍກຸ່ມ Syrian Democratic Forces ທີ່ນໍາໂດຍຊາວ Kurd.

Hakmiyeh Ibrahim ຜູ້ອໍານວຍການຄ້າຍກ່າວວ່າ ກຸ່ມນັ້ນໄດ້ອອກເດີນທາງໄປໃນຄືນກ່ອນນັ້ນ.

"ພວກເຮົາ ໄດ້ສົ່ງມອບ 11 ຄອບຄົວ - 34 ຄົນ ສັນຊາດອອສເຕຣເລັຍ- ໃຫ້ແກ່ຄອບຄົວຂອງເຂົາເຈົ້າ. ພວກເຮົາສາມາດເວົ້າໄດ້ວ່າ ນີ້ເປັນການເນຣະເທດເທື່ອທໍາອິດ ທີ່ພວກເຮົາໄດ້ເຮັດໃນປີ 2026."

ແຕ່ບັນຫາເລື່ອງການສື່ສານກັບ Damascus ໄດ້ບັງຄັບໃຫ້ເຂົາເຈົ້າ ຕ້ອງກັບຄືນ.

ຣັດຖະບານກາງ ໄດ້ຢືນຢັນວ່າ ມັນຈະບໍ່ຊ່ອຍເຫລືອກຸ່ມນັ້ນ ໃນການກັບຄືນບ້ານ.

ນາຍົກຣັດຖະມົນຕີ, Anthony Albanese, ໄດ້ກ່າວກັບ ABC News Breakfast.

“ແມ່ຂອງຂ້າພະເຈົ້າຈະເວົ້າວ່າ, ຖ້າຫາກເຈົ້າຈັດຕຽງນອນ, ເຈົ້າກໍນອນຢູ່ໃນນັ້ນ. ຄົນເຫຼົ່ານີ້ ຄືຜູ້ທີ່ໄປຕ່າງປະເທດ ເພື່ອສນັບສນູນ Islamic State, ແລະໄດ້ໄປທີ່ນັ້ນ ເພື່ອໃຫ້ຄວາມຊ່ອຍເຫລືອ ແກ່ຜູ້ຄົນທີ່ຕ້ອງການ Caliphate, ແລະທ່ານກໍຮູ້ ວ່າມັນເປັນແນວນັ້ນ.”

ນັກຂ່າວຖາມ: “ເປັນຫນ້າເສັຍໃຈ ສໍາລັບເດັກນ້ອຍທີ່ຕົກຢູ່ໃນເລື່ອງນັ້ນ, ບໍ່່ແມ່ນບໍ່?"

ALBANESE ຕອບວ່າ: “ແມ່ນແລ້ວ, ແຕ່ພວກເຮົາມີຄວາມຄິດເຫັນຢ່າງຫນັກແຫນ້ນວ່າ ພວກເຮົາຈະບໍ່ໃຫ້ຄວາມຊ່ອຍເຫລືອ, ຫລືເອົາກັບຄືນບ້ານ."

ຝ່າຍຄ້ານເຊື່ອວ່າ ເຂົາເຈົ້າບໍ່ຄວນກ້າວຕີນກັບຄືນບ້ານ-ດັ່ງທີ່ ຜູ້ນໍາພັກ Liberal, Angus Taylor, ໄດ້ບອກຢ່າງຊັດເຈນ ກ່ອນຈະປະກາດຄນະຣັດຖະມົນຕີເງົາ (Shadow Cabinet) ໃຫມ່.

"ການປ່ອຍໃຫ້ເລື່ອງນີ້ ຢູ່ໃນສະຖານະການທີ່ວຸ້ນວາຍໃນຕ່າງປະເທດ ເປັນທີ່ຍອມຮັບບໍ່ໄດ້."

Jonno Duniam ຣັດຖະມົນຕີ ກະຊວງພາຍໃນ ຂອງຝ່າຍຄ້ານ ກໍາລັງຮຽກຮ້ອງ ໃຫ້ມີການແກ້ໄຂ ຢ່າງກະຕືລືລົ້ນຫຼາຍຂຶ້ນ.

"ພວກເຮົາຄວນເຮັດທຸກຢ່າງ ເພື່ອປ້ອງກັນບໍ່ໃຫ້ກັບຄືນມາ ແລະສ້າງຄວາມສ່ຽງຕໍ່ແກ່ສັງຄົມ."

"ກ່ຽວກັບບັນຫາເລື່ອງຄວາມໝັ້ນຄົງແຫ່ງຊາດ, ເຮົາຈັດການກັບມັນຢ່າງເຫມາະສົມ ຕາມຄໍາແນະນໍາ."

Michael Zekulin ເປັນອາຈານສອນ ເລື່ອງການຕໍ່ຕ້ານ ການກໍ່ການຮ້າຍ ຢູ່ທີ່ມະຫາວິທະຍາລັຍແຫ່ງຊາດ ອອສເຕຣເລັຍ (the Australian National University).

"ຄໍາສັ່ງຫ້າມຊົ່ວຄາວ ເປັນຈຸດສໍາຄັນໃນທີ່ນີ້, ຊຶ່ງຫມາຍຄວາມວ່າ ທ່ານບໍ່ສາມາດເຮັດສິ່ງນີ້ ຢ່າງຖາວອນໄດ້, ໃນຈຸດໃດຈຸດຫນຶ່ງ ທ່ານຈະຕ້ອງຕັດສິນໃຈ, ແລະຊອກຫາວິທີອື່ນ ເພື່ອປ້ອງກັນບໍ່ໃຫ້ເຂົາເຈົ້າກັບຄືນມາ, ຫລືຕ້ອງຍອມຮັບ."

ຊາວອອສເຕຣເລັຍຫລາຍຄົນ ໄດ້ຖືກສົ່ງກັບປະເທດແລ້ວ, ຮວມເຖິງເດັກກໍາພ້າແປດຄົນ ທີ່ຖືກນໍາກັບຄືນມາໂດຍ the Coalition ໃນປີ 2019.

ໃນປີ 2022, ຣັດຖະບານ Albanese ໄດ້ຊ່ອຍເຫລືອຜູ້ຍິງ 4 ຄົນ ແລະເດັກນ້ອຍ 13 ຄົນກັບຄືນມາ; ແລ້ວປີກາຍນີ້, ຜູ້ຍິງສອງຄົນ ແລະເດັກນ້ອຍ 4 ຄົນໄດ້ກັບບ້ານ ໂດຍບໍ່ໄດ້ຮັບການສນັບສນູນ ຈາກຣັດຖະບານ.

34 ຄົນທີ່ພະຍາຍາມກັບຄືນອອສເຕຣເລັຍ ບັດນີ້ ໄດ້ຮັບຫນັງສືຜ່ານແດນຂອງອອສເຕຣເລັຍ ດ້ວຍຕົນເອງ-ແລະອັຍຍະການສູງສຸດ, Michelle Rowland, ກ່າວວ່າ ຣັດຖະບານໃຫ້ຄວາມສຳຄັນ ຕໍ່ຄວາມສ່ຽງ ເລື່ອງຄວາມໝັ້ນຄົງ ທີ່ອາດເກີດຂຶ້ນຢ່າງຈິງຈັງ.

"ຄົນເຫລົ່ານີ້ ແມ່ນຜູ້ທີ່ ເຖິງແມ່ນວ່າໄດ້ຮັບການເຕືອນທັງຫມົດ ແລ້ວ ກໍຍັງເລືອກທີ່ຈະໄປເຂດນີ້."

ການເດີນທາງຂອງກຸ່ມນີ້ ເຊື່ອວ່າ ໄດ້ຮັບຄວາມຊ່ອຍເຫລືອຈາກ Jamal Rifi ບຸກຄົນສຳຄັນຂອງຊຸມຊົນ Lebanese.

ລາວໄດ້ນໍາພາ ການຣົນນະຣົງ ເພື່ອຊ່ອຍເຫລືອໃນການຊນະການເລືອກຕັ້ງຄືນໃຫມ່ ຣັດຖະມົນຕີກະຊວງພາຍໃນ, Tony Burke ໃນການເລືອກຕັ້ງຄັ້ງສຸດທ້າຍ, ແລະຍັງມີຄວາມສຳພັນຢ່າງໃກ້ຊິດ ກັບອະດີດນາຍົກຣັດຖະມົນຕີ ພັກ Liberal, Scott Morrison, ນໍາອີກ.

Michael Zekulin ກ່າວວ່າ ມັນເປັນບັນຫາທີ່ຫຍຸ້ງຍາກ ສໍາລັບຣັດຖະບານ.

"ແຕ່ຄວາມເປັນຈິງກໍຄືວ່າ ຜູ້ຄົນເຫລົ່ານີ້ ມີໂອກາດປະສົບຄວາມສໍາເລັດຫລາຍຂຶ້ນ ໃນການເປັນພັຍຄຸກຄາມຫນ້ອຍລົງ ຖ້າຫາກທ່ານນໍາເຂົາເຈົ້າກັບມາ ແລະໃຫ້ຄວາມຊ່ອຍເຫລືອແກ່ເຂົາເຈົ້າ."

ສໍາລັບ ຜູ້ທີ່ຍັງຢູ່ໃນ Syria, ຄໍາຖາມກໍຍັງມີຢູ່.

ໜຶ່ງໃນນັ້ນ ແມ່ນ Yusuf Zahab.

ລາວຖືກພາໄປ Syria ໂດຍຄອບຄົວຂອງລາວ ໃນປີ 2015, ແລ້ວໄດ້ແຍກຈາກກັນ, ຫລັງຈາກໄດ້ຖືກສົ່ງໄປຄຸກຜູ້ໃຫຍ່ ທີ່ຄວບຄຸມໂດຍຊາວ Kurd.

ມີຄວາມຢ້ານ ວ່າລາວຕາຍແລ້ວ, ຈົນກວ່າ SBS Dateline ໄດ້ພົບລາວໃນປີ 2024.

ໃນຂນະນັ້ນ, ຫົວຫນ້າຂອງ ASIO, Mike Burgess ໄດ້ອອກຖແລງການຕໍ່ SBS.

ເຫັນໄດ້ຢ່າງຊັດແຈ້ງວ່າ ບໍ່ແມ່ນທຸກຄົນ ທີ່ຕິດຢູ່ໃນປະເທດ Syria ເປັນພັຍຕໍ່ຄວາມໝັ້ນຄົງ. ມັນເປັນສະຖານະການທີ່ຫນ້າເສັຍໃຈ. ບາງເທື່ອກໍເປັນເຊັ່ນນັ້ນ ແລະເຮົາຕ້ອງລະມັດລະວັງກ່ຽວກັບເລື່ອງນີ້.

ບັດນີ້ ບໍ່ສາມາດພົບ Yusuf ໄດ້ອີກແລ້ວ.

SBS News ເຂົ້າໃຈຈາກຜູ້ທີ່ໃກ້ຊິດ ກັບຄວາມພະຍາຍາມ ໃນການກັບຄືນບ້ານວ່າ ມີຄວາມຮີບດ່ວນຫລາຍຂຶ້ນ ທີ່ຈະໃຫ້ກຸ່ມນີ້ອອກໄປໃນເວລານີ້.

ສອງຄົນໃນນັ້ນ ເປັນເດັກນ້ອຍຜູ້ຊາຍ ອາຍຸເກືອບ 12 ປີ, ແລະມີຄວາມຢ້ານກົວວ່າ ອີກບໍ່ດົນ ເຂົາເຈົ້າຈະຖືກສົ່ງໄປຄຸກຜູ້ໃຫຍ່, ເຊັ່ນດຽວກັບ Yusuf Zahab.

ການດໍາເນີນການ ທີ່ຊັບຊ້ອນຫລາຍກວ່ານັ້ນ ສໍາລັບຜູ້ທີ່ຢາກພາເຂົາເຈົ້າກັບບ້ານ.

ລາຍງານໂດຍ  Rayane Tamer ແລະ Tee Mitchell ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now