ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ມີການປິດໂຮງຮຽນຍ້ອນການປົນເປື້ອນຂອງ Asbestos.
ການເອີ້ນຄືນດິນຊາຍຫລິ້ນສີທີ່ນຳເຂົ້າ (Imported coloured play sand) ທົ່ວປະເທດ ທີ່ປົນເປື້ອນດ້ວຍ Asbestos ໄດ້ຂຍາຍຜົນກະທົບຂອງມັນກວ້າງຂຶ້ນ.
ບັດນີ້ ມີການປິດໂຮງຮຽນ ແລະຄວາມພຍາຍາມໃນການແກ້ໄຂທົ່ວSouth Australia, ACT ແລະ Tasmania ເພາະຄວາມເປັນຫ່ວງກ່ຽວກັບການປົນເປື້ອນ.
ຜູ້ຊ່ຽວຊານແນະນໍາວ່າ ຄວາມເປັນໄປໄດ້ຂອງອັນຕະຣາຍ ໃນໄລຍະຍາວ ແມ່ນຂຶ້ນຢູ່ກັບຊະນິດສະເພາະຂອງ Asbestos ທີ່ພົບ ແລະວ່າດິນຊາຍນັ້ນໄຫຼໄດ້ເອງຢ່າງອິດສຣະ ພໍທີ່ຈະສູດດົມໄດ້ຫຼືບໍ່.
Briana Charles ລາຍງານ.
ມີການລະບຸດິນຊາຍຫລິ້ນສີ ທີ່ປົນເປື້ອນດ້ວຍ Asbestos ໃນຫລາຍກວ່າ 100 ສະຖານທີ່ໃນ South Australia.
ນັ້ນເປັນເຂດທີສາມ ໃນອອສເຕຣເລັຍ ທີ່ໄດ້ຮັບຜົນກະທົບ ຈາກການແຈ້ງບອກເລື່ອງການເອີ້ນຄືນ ໂດຍ Australian Competition and Consumer Commission (ACCC).* (ລິ້ງຂອງການເອີ້ນຄືນຂອງ ACCC)
ການປະກາດດັ່ງກ່າວ ອອກເມື່ອອາທິດຜ່ານມານີ້ ສໍາລັບຜລິດຕະພັນດິນຊາຍທີ່ນຳເຂົ້າ ຊຶ່ງໄດ້ຖືກທົດສອບ ແລະພົບວ່າມີຮ່ອງຮອຍຂອງ Asbestos.
ໂຮງຮຽນ Catholic ບາງແຫ່ງໃນ Tasmania ແລະ South Australia ຈະປິດຫລືປິດບາງສ່ວນໃນມື້ນີ້.
ກະຊວງສຶກສາຂອງ South Australia ກ່າວວ່າ ມັນກໍາລັງຊ່ອຍຈັດການ ເລື່ອງການກໍາຈັດສິ່ງຂອງເຫຼົ່ານີ້, ໂດຍກ່າວຕື່ມວ່າ ບໍ່ມີໂຮງຮຽນໃດ ຖືກປິດ, ແຕ່ໄດ້ຮັບການແຈ້ງເຕືອນອັນຕະຣາຍ ໄປຍັງໂຮງຮຽນ ແລະໂຮງຮຽນອະນຸບານທຸກແຫ່ງ.
Blair Boyer ຣັດຖະມົນຕີກະຊວງສຶກສາຂອງ South Australia ກ່າວວ່າ ຜລິດຕະພັນດິນຊາຍສີ ບໍ່ໄດ້ເປີດທັງ ຫມົດ.
"ສ່ວນໃຫຍ່, ຂ້າພະເຈົ້າຄິດວ່າ ມັນມີປະມານ94 ບ່ອນ ທີ່ຜລິດຕະພັນຍັງບໍ່ຖືກເປີດເທື່ອ, ປະມານ 24 ບ່ອນທີ່ຜລິດຕະພັນໄດ້ເປີດແລ້ວ, ປະມານແປດບ່ອນ ທີ່ມີດິນຊາຍຊະນິດຫນຶ່ງ, ຊຶ່ງບໍ່ໄດ້ຢູ່ໃນລາຍຊື່ຂອງການເອີ້ນຄືນ."
ໂຮງຮຽນຣັດຊາວຫ້າແຫ່ງ ໃນ Canberra ຍັງປິດຢູ່ໃນວັນອັງຄານ ເພາະດິນຊາຍຫຼິ້ນທີ່ປົນເປື້ອນ, ໃນຂນະທີ່ ຫລາຍສິບແຫ່ງຈະເປີດອີກ ຫລືເປີດບາງສ່ວນ.
ຣັດຖະບານ ACT ໄດ້ປິດໂຮງຮຽນຂອງຣັດ 70 ແຫ່ງໃນວັນຈັນ ຫລັງຈາກການປະກາດເອີ້ນຄືນຈາກ ACCC.
ຣັຖະບານໄດ້ເຕືອນພໍ່ແມ່ ວ່າຕ້ອງໃຊ້ເວລາຫລາຍມື້ ສໍາລັບໂຮງຮຽນທັງຫມົດ ທີ່ຈະທໍາຄວາມສະອາດ Asbestos ໂດຍຜູ້ຮັບເໝົາທີ່ມີໃບອະນຸຍາດ ແລະໃຫ້ນັກຮຽນ ແລະຄູສອນໄດ້ຮັບອະນຸຍາດ ໃຫ້ກັບຄືນເຂົ້າໄປໃນຫ້ອງຮຽນ.
ໃນ ACT, Yvette Berry, ຣັດຖະມົນຕີກະຊວງ Education and Early Childhood ກ່າວວ່າ ຂັ້ນຕອນການແກ້ໄຂກໍາລັງດໍາເນີນຢູ່.
"ຂ້າພະເຈົ້າເຂົ້າໃຈວ່າ ສິ່ງນີ້ຈະມີຜົນກະທົບຢ່າງຫລາຍຕໍ່ຄອບຄົວ ແລະບ່ອນທໍາງານ ໃນລະບົບໂຮງຮຽນຣັດຂອງເຮົາ. ເຖິງຢ່າງໃດກໍຕາມ, ນີ້ເປັນການປະຕິບັດທີ່ດີທີ່ສຸດ ໃນການຈັດການກັບວັດຖຸທີ່ເປັນອັນຕະຣາຍ. ແລະຂ້າພະເຈົ້າ ມຸ່ງໝັ້ນທີ່ຈະໃຫ້ແນ່ໃຈວ່າ ພວກເຮົາໃຫ້ຄວາມສຳຄັນ ກັບປອດພັຍຂອງພະນັກງານ ແລະນັກຮຽນຂອງພວກເຮົາເປັນສິ່ງທໍາອິດ."
ມີ Asbestos ຫົກຊະນິດທີ່ແຕກຕ່າງກັນ.
ສິ່ງທີ່ພົບແທ້ແມ່ນຫຍັງ?
ການເອີ້ນຄືນຂອງ ACCC ກ່າວວ່າຜລິດຕະພັນ "ອາດມີ Tremolite Asbestos."
WorkSafe Qld ກ່າວວ່າມັນມີ Tremolite ແລະ/ຫລື Chrysotile Asbestosໃນລະດັບຕ່ຳ.
WorkSafe ACT ກ່າວວ່າການທົດສອບ Kandink Sand ແລະພົບວ່າມັນມີ Chrysotile.
ຜູ້ຊ່ວຍສາດສະດາຈານ Dino L. Pisaniello ບອກກັບ SBS ວ່າສັກກະຍະພາບໃນການເກີດອັນຕະຣາຍໃນໄລຍະຍາວ ແມ່ນຂຶ້ນຢູ່ກັບປະເພດຂອງສຳຜັດໂດຍສະເພາະ.
"ຮູບແບບ Chrysotile ຂອງ Asbestos ເປັນເສັ້ນໃຍ. ມັນເປັນເສັ້ນໃຍຍາວແລະບາງ. ໃນຂນະທີ່ Tremolite ສາມາດເປັນເສັ້ນໃຍ ຫຼືອາດບໍ່ເປັນເສັ້ນໃຍກໍໄດ້. ສະນັ້ນ ຄົນສ່ວນຫລາຍທີ່ຄິດວ່າ Tremolite ເປັນອັນຕະຣາຍ ແລະເປັນຄວາມສ່ຽງ ແລະຄິດວ່າມັນຕ່ຳກວ່າ Chrysotile, ແລະແນ່ນອນວ່າ ຕ່ຳກວ່າ Asbestos ສີຟ້າ ຫລືສີນ້ຳຕານ, ເພາະກ່ອນຄວາມເປັນພິດຈະເກີດຂຶ້ນໃນປອດ, ມັນຈໍາເປັນຕ້ອງນ້ອຍ ຫລືຍາວແລະບາງຫຼາຍ. ແລະ Tremolite ບໍ່ໄດ້ເປັນແບບນັ້ນ, ເຖິງແມ່ນວ່າມັນຈະເປັນແນວນັ້ນກໍຕາມ. ໂດຍທົ່ວໄປແລ້ວ, Tremolite ມີຄວາມສ່ຽງຫນ້ອຍກວ່າ, ຢ່າງຫນ້ອຍຕາມທີ່ເຮົາຮູ້."
ຊະນິດທີ່ເປັນອັນຕະຣາຍທີ່ສຸດ ແມ່ນ Crocidolite Asbestos ຫຼື Asbestos "ສີຟ້າ (blue)".
ຈົນເຖິງເວລານີ້, ສິ່ງນີ້ຍັງບໍ່ໄດ້ຖືກລາຍງານວ່າ ເປັນສານປົນເປື້ອນ.
Mr Pisanielloໃຫ້ເຫດຜົນວ່າຊະນິດຂອງດິນຊາຍທີ່ຖືກໃຊ້ກໍເປັນປັດຈັຍທີ່ກໍານົດວ່າ Asbestos ຈະສາມາດເຂົ້າໃນປອດໂດຍການຫັນໃຈໄດ້ຫລືບໍ່.
ລາວແບ່ງແຍກລະຫວ່າງ ດິນຊາຍ kinetic ແລະດິນຊາຍທີ່ໄຫຼໄດ້ຢ່າງອິດສຣະ.
"ຊາຍດິນຫນຽວນັ້ນມີຫຼາຍປະເພດ, ດິນຊາຍໜຽວ ແລະດິນຊາຍທີ່ໄຫຼຢ່າງອິດສຣະ, ໃນຄວາມເຫັນຂອງຂ້າພະເຈົ້າ, ມັນເປັນບັນຫາຫຼາຍກວ່າ ເພາະເຖິງແມ່ນວ່າ ມັນບໍ່ໄດ້ຢູ່ໃນຂນາດທີ່ເຮັດໃຫ້ເກີດບັນຫາໃນການສູດດົມ, ແຕ່ມັນກໍຍັງເປັນໄປໄດ້ ທີ່ຈະສລາຍໂຕອອກ ແລະກາຍເປັນຝຸ່ນນ້ອຍໆທີ່ສາມາດສູດດົມໄດ້."
ຜລິດຕະພັນດິນຊາຍທີ່ຜລິດໃນປະເທດຈີນ ແລະຂາຍໂດຍຮ້ານຂາຍຍ່ອຍ ໃນອອສເຕຣເລັຍຫລາຍບ່ອນ, ຮວມເຖິງ Officeworks ແລະ Woolworths.
Mr Pisaniello ໃຫ້ເຫດຜົນວ່າ ສ່ວນຫນຶ່ງຂອງການກໍານົດຄວາມສ່ຽງນີ້ ທີ່ກ່ຽວຂ້ອງກັບຜລິດຕະພັນດິນຊາຍສີ ຄືການກໍານົດສັດສ່ວນວ່າ ອັນໃດເປັນດິນຊາຍ ແລະອັນໃດຫີນມຸ່ນ.
ລາວເວົ້າວ່າ ຜູ້ຂາຍຍ່ອຍຈະເຮັດໃຫ້ຄວາມແຕກຕ່າງນີ້ຊັດແຈ້ງຫລືບໍ່ ອາດຂຶ້ນຢູ່ກັບວ່າ ຜລິດຕະພັນນັ້ນມາຈາກໃສ.
"ຜູ້ຜລິດຈະບໍ່ບອກລາຍລະອຽດເລັກໆນ້ອຍໆ ກ່ຽວກັບສິ່ງທີ່ຢູ່ໃນຜລິດຕະພັນຂອງເຂົາເຈົ້າ ເພາະມັນມີຈຸດປະສົງທີ່ຈະແຂ່ງຂັນ. ຜູ້ຜລິດຈີນຈະນໍາເຂົ້າ. ເຂົາເຈົ້າຈະໃຊ້ຜະລິດຕະພັນທ້ອງຖິ່ນ, ແລະສະນັ້ນເອກະສານເລື່ອງຄວາມປອດພັຍ ຈຶ່ງມີຂໍ້ມູນບໍ່ຫຼາຍ. ດ້ວຍຫີນທີ່ມາຈາກການຜລິດ, ພວກເຮົາໄດ້ພົບວ່າ ສິ່ງເຫລົ່ານີ້ບໍ່ໄດ້ບອກທ່ານທຸກຢ່າງທີ່ຢູ່ໃນນັ້ນ. ແລະນັ້ນຈຶ່ງເປັນບັນຫາຫນ້ອຍຫນຶ່ງ."
Mr Pisaniello ກ່າວວ່າການຢຸດ Asbestos ຈາກການເຂົ້າໄປໃນຜລິດຕະພັນຂອງອອສເຕຣເລັຍ ເປັນເລື່ອງທີ່ກ່ຽວກັບກົດລະບຽບສາຍໂສ້ supply.
"ເມື່ອເຂົາເຈົ້າ ຈໍາແນກສິ່ງເຫຼົ່ານີ້ເພື່ອການສົ່ງອອກ, ເພາະເຂົາເຈົ້າຈະສົ່ງອອກຈາກປະເທດຈີນ ໄປອອສເຕຣເລັຍ ແລະປະເທດອື່ນໆ, ເຂົາເຈົ້າຈະມີລະຫັດ, ເຂົາເຈົ້າຈະມີລະຫັດການຈໍາແນກປະເພດ ສໍາລັບຜລິດຕະພັນ. ແຕ່ອີງຕາມລະຫັດການຈໍາແນກນັ້ນ, ຫນ່ວຍສຸນລະກາກອນ ສາມາດສະກັດກັ້ນການຂົນສົ່ງບາງຢ່າງ ແລະຕັດສິນໃຈວ່າ ພວກເຮົາຈະເຮັດການທົດສອບບາງຢ່າງຫຼືບໍ່."
*ລິ້ງຂອງການເອີ້ນຄືນຂອງ ACCC https://www.accc.gov.au/media-release/customers-warned-of-recalled-children%E2%80%99s-sand-due-to-Asbestos -risks ]]
ລາຍງານໂດຍ Briana Charles ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao





