ການປະຊຸມ ASEAN ປະຈໍາປີທີ່ປະເທດລາວ.

The ten member nations flags of the ASEAN

ທຸງຂອງປະເທດສະມາຊິກ ຂອງ Association of South East Asian Nations (ASEAN) ທີ່ປະດັບທີ່ ວຽງຈັນ, ປະເທດລາວ. Source: EPA / ALC

ລາຍງານການປະຊຸມ ASEAN ປະຈໍາປີທີ່ປະເທດລາວ ໂດຍທີມງານຂ່າວ SBS.


ການປະຊຸມ ASEAN ປະຈໍາປີທີ່ປະເທດລາວ.

ຜູ້ນໍາຊົ່ວຄາວ ຂອງບັງຄະລາເທດ, ທ່ານ Muhammad Yunus ຜູ້ໄດ້ຮັບລາງວັນ Nobel Prize ກ່າວວ່າ ເພິ່ນໄດ້ຂໍຮ້ອງໂດຍກົງ ຕໍ່ນາຍົກຣັຖມົນຕີ ມາເລເຊັຍ, ທ່ານ Anwar Ibrahim, ໃນລະຫວ່າງການຢ້ຽມຢາມ ເມືອງ Dhaka, ເມືອງຫຼວງ ຂອງປະເທດບັງຄະລາເທດ.

"ພວກເຮົາ ໄດ້ສົນທະນາ ກ່ຽວກັບບັນຫາເລື່ອງການສົ່ງກັບຄືນປະເທດ ຊາວມຽນມາ ທີ່ຖືກບັງຄັບໃຫ້ພັດຖິ່ນ ໃຫ້ກັບໄປປະເທດມຽນມາ ຢ່າງປອດພັຍ. ພວກເຮົາ ໄດ້ຂໍຮ້ອງໃຫ້ນາຍົກຣັຖມົນຕີ ໂນ້ມນ້າວບັນຫາເລື່ອງການສົ່ງກັບຄືນປະເທດ ຂອງຊາວໂຣຮິງຢາ ໃນກອງປະຊຸມ ASEAN ເພື່ອວ່າວິກິດ ທີ່ຍາວນານນີ້ ຈະໄດ້ຮັບການແກ້ໄຂ ໂດຍໄວທີ່ສຸດ."

ນາຍົກຣັຖມົນຕີ ຈະເດີນທາງໄປເມືອງຫລວງ Vientiane ໃນວັນພຸດເພື່ອຮ່ວມກອງປະຊຸມຜູ້ນໍາຂອງ ASEAN ໃນອາທິດນີ້, ນອກເຫນືອຈາກກອງປະຊຸມ ອາຊີຕາເວັນອອກ (East Asia Summit) ຕໍ່ຈາກການປະຊຸມASEAN

ນາຍົກຣັຖມົນຕີ Anthony Albanese ໄດ້ມາຮອດປະເທດລາວ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ເປັນເວລາສອງມື້ ແລະຄາດວ່າ

ຈະຍົກເລື້ອງການຂວ້ຳບາດ ທາງການຄ້າ ຂອງ Beijing ຕໍ່ການສົ່ງອອກຂອງ ເມື່ອລາວຫາລືກັບນາຍົກຣັຖມົນຕີ Li Qiang ຂອງຈີນໃນປະເທດລາວ.

ຂໍ້ພິພາດດ້ານເຂດແດນ ໃນທະເລຈີນໃຕ້, ການພັດທະນາ ເສດຖະກິດແລະສົງຄາມກາງເມືອງ ທີ່ກຳລັງດໍາເນີນຢູ່ ຂອງປະເທດມຽນມາ ຈະຖືກຍົກຂຶ້ນມາສົນທະນາ.

Mr Albanese ໄດ້ບອກກັບ Sky ວ່າການສົນທະນາ ກັບນາຍົກຣັຖມົນຕີ Li ຈະສືບຕໍ່ສ້າງຄວາມສໍາພັນ ທີ່ຫມັ້ນຄົງ ຂອງອອສເຕຣເລັຍ ກັບປະເທດຈີນ.

"ການສ້ອມແປງ ຄວາມສໍາພັນ ນັ້ນຫມາຍຄວາມວ່າ ການສົ່ງອອກຂອງພວກເຮົາ ທີ່ມູນຄ່າຫລາຍກວ່າ 20 ພັນລ້ານໂດລາ ໃນເວລານີ້ກຳລັງຈະໄປຫາຄູ່ຄ້າ ທີ່ໃຫຍ່ທີ່ສຸດ ຂອງພວກເຮົາ. ມັນເປັນຄວາມສໍາພັນທີ່ສໍາຄັນ, ແຕ່ມັນກໍເປັນຄວາມສໍາພັນທີ່ສໍາຄັນ ຄືກັນ ທີ່ເຮົາສາມາດສື່ສານກັນໄດ້."

Anthony Albanese ໄດ້ກ່າວຕໍ່ສະພາ ກ່ອນການອອກເດີນທາງ ໄປຮ່ວມກອງປະຊຸມວ່າ ການປະຊຸມສອງຝ່າຍຫລາຍເທື່ອ ໄດ້ຖືກກໍານົດໄວ້ ນອກເໜືອຈາກການປະຊຸມສຸດຍອດ, ຮວມເຖິງການປະຊຸມກັບນາຍົກຣັຖມົນຕີ Li Qiang ຂອງຈີນ.

ມັນເປັນທີ່ເຂົ້າໃຈວ່າ ນອກເຫນືອໄປຈາກການເຈຣະຈາ ເລື້ອງການປິດກັ້ນທາງການຄ້າ ທີ່ເປັນບັນຫາສໍາຄັນແລ້ວ, ຂໍ້ພິພາດເລື່ອງເຂດແດນໃນທະເລຈີນໃຕ້, ການພັດທະນາເສດຖະກິດ ແລະສົງຄາມກາງເມືອງ ທີ່ກຳລັງດຳເນີນຢູ່ ຂອງປະເທດມຽນມາ ກໍຈະຖືກພິຈາຣະນາໃນກອງປະຊຸມສຸດຍອດນໍາອີກ.

ນາຍົກຣັຖມົນຕີລາວ, ທ່ານ ສອນໄຊ ສີພັນດອນ ກ່າວວ່າ ເຂົາເຈົ້າຫວັງວ່າຈະມີການສົນທະນາ ທີ່ມີປະສິດທິຜົນ.

"ອາຊຽນ (ASEAN) ຈະສືບຕໍ່ຂຍາຍເສັ້ນທາງ ໄປສູ່ເອກະສານອາຊຽນ2025 (ASEAN 2025 Document) ທີ່ຈະສນັບສນູນ ການສ້າງວິສັຍທັດ ຂອງປະຊາຄົມ ອາຊຽນ 2045 (ASEAN Community Vision 2045) ເພື່ອສ້າງຊຸມຊົນທີ່ເຂັ້ມແຂງ ແລະຍືດຍຸ່ນ ເພື່ອເສດຖະກິດທີ່ເຂັ້ມແຂງ ແລະເພີ່ມຄວາມເຊື່ອມໂຍງກັນແລະກັນ. ມັນຍັງຈະເຮັດໃຫ້ເຮົາເຂັ້ມແຂງ ແລະມີຄວາມສາມາດຫລາຍຂຶ້ນ ທີ່ຈະຮັບມື ກັບການທ້າທາຍຕ່າງໆ (ໃນອະນາຄົດ) ທ່າມກາງພູມີສາດການເມືອງ ແລະພູມີສາດເສດຖະກິດ ທີ່ປ່ຽນແປງ ແລະຊັບຊ້ອນ."

ລາຍງານໂດຍ ທີມຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service