ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ກອງປະຊຸມຄວາມໝັ້ນຄົງທາງທະຫານ.
ຄວາມເປັນຫ່ວງທີ່ເພີ່ມຂຶ້ນ ກ່ຽວກັບທ່າທີທາງທະຫານ ແລະຄວາມທະເຍີທະຍານດ້ານ ນິວເຄລັຍຂອງຈີນ ໄດ້ເປັນຫົວຂໍ້ສຳຄັນ ຂອງການສົນທະນາ Shangri-La (Shangri-La Dialogue) ໃນ Singapore, ບ່ອນທີ່ຜູ້ນໍາດ້ານປ້ອງກັນປະເທດ ຈາກອອສເຕຣເລັຍ, ສະຫະຣັດອາເມຣິກາ ແລະຝຣັ່ງ ໄດ້ເນັ້ນຫນັກ ເຖິງຄວາມຈໍາເປັນ ໃນການເປັນພັນທະມິດ ທີ່ເຂັ້ມແຂງຂຶ້ນ, ປັບປຸງລະບົບການຄວບຄຸມອາວຸດໃຫມ່ ແລະການປະສານງານ ໃນການຢັບຢັ້ງ ຄວາມຮຸນແຮງໃນພູມີພາກ.
Essam Al-Ghalib ລາຍງານ.
ໃນ Singapore, ຄວາມເຄັ່ງຕຶງ ແລະພັນທະມິດ ໄດ້ຖືກສະແດງໃຫ້ເຫັນຢ່າງເຕັມທີ່ ໃນການປະຊຸມ Shangri-La Dialogue, ເປັນກອງປະຊຸມຄວາມໝັ້ນຄົງ ຊຶ່ງໄດ້ກາຍເປັນເວທີປ້ອງກັນປະເທດ ທີ່ສໍາຄັນທີ່ສຸດໃນອາຊີ-ປາຊີຟິກ.
ຈຸດສໍາຄັນແມ່ນຫຍັງ?
ມີຫ່ວງຫລາຍຂຶ້ນ ກ່ຽວກັບທ່າທີທາງທະຫານ ທີ່ຂຍາຍກວ້າງອອກຂອງຈີນ ແລະຄວາມທະເຍີທະຍານດ້ານ ນິວເຄລັຍຂອງມັນ.
ຄໍາເຕືອນທີ່ເຂັ້ມແຂງທີ່ສຸດ ແມ່ນມາຈາກຣັດຖະມົນຕີ ປ້ອງກັນປະເທດ ອອສເຕຣເລັຍ, Richard Marles, ຜູ້ກ່າວວ່າ ການຂຍາຍຕົວດ້ານນິວເຄລັຍ ແລະການເສີມກອງທັບຢ່າງໄວຂອງຈີນ ກໍາລັງປ່ຽນແປງສະພາບຄວາມປອດພັຍ ຂອງພູມີພາກ.
"ພວກເຮົາ ລົງທຶນໃນການນຳໜົດສະພາບແວດລ້ອມ ທາງດ້ານພູມີຍຸດທະສາດ. ການຕັດສິນໃຈຂອງຈີນ ທີ່ຈະດຳເນີນການ ແລະຂຍາຍນິວເຄລັຍ ໃຫ້ທັນສມັຍຢ່າງວ່ອງໄວ, ຊຶ່ງບາງສ່ວນ ມີຈຸດປະສົງ ທີ່ຈະໃຫ້ມີເທົ່າທຽມ ຫລືເກີນກວ່າ ສະຫະຣັດອາເມຣິກາ, ກໍເປັນເຫດຜົນອີກຢ່າງຫນຶ່ງ ທີ່ອະນາຄົດ ຂອງການຄວບຄຸມອາວຸດ ທາງຍຸດທະສາດ ຕ້ອງຖືກຟື້ນຟູໃຫມ່."
ລາວຍັງໄດ້ເຕືອນ ເຖິງອັນຕະຣາຍ ຂອງອາວຸດທີ່ມີການທໍາລາຍສູງ, ໂດຍກ່າວວ່າ ລະບົບການຄວບຄຸມອາວຸດ ຈໍາເປັນຕ້ອງເພີ່ມຄວາມເຂັ້ມແຂງຂຶ້ນ ເພື່ອໃຫ້ທັນກັບຄວາມສ່ຽງ ແລະຄວາມກ້າວຫນ້າ ຂອງເທັກໂນໂລຈີ ທົ່ວເຂດປາຊີຟິກ ແລະບ່ອນອື່ນໆ.
"ການຕັດສິນໃຈຂອງຈີນ ທີ່ຈະດຳເນີນການປັບປຸງ ແລະແລະຂຍາຍນິວເຄລັຍຢ່າງໄວ, ຊຶ່ງບາງສ່ວນ ມີຈຸດປະສົງ ທີ່ຈະບັນລຸຄວາມເທົ່າທຽມ ຫລືເກີນກວ່າສະຫະຣັດອາເມຣິກາ, ເປັນເຫດຜົນອີກຢ່າງຫນຶ່ງ ທີ່ອະນາຄົດ ຂອງການຄວບຄຸມອາວຸດທາງຍຸດທະສາດ ຕ້ອງຖືກຟື້ນຟູຄືນໃຫມ່. ເຮົາຍັງ ຕ້ອງຕອບໂຕ້ ກັບຄວາມເປັນໄປໄດ້ ທີ່ ຫນ້າຢ້ານກົວ ຂອງການແຜ່ຂຍາຍ ດ້ານນິວເຄລັຍທົ່ວໂລກ ໃນຂນະທີ່ ຫຼາຍປະເທດ ສແວງຫາ ຄວາມໝັ້ນຄົງໃນຍຸກໃຫມ່ ຂອງຄວາມທະເຍີທະຍານ ຂອງຈັກກະພັດ."
ຄໍາກ່າວນັ້ນ ໄດ້ມີຂຶ້ນ ຫລັງຈາກ Pete Hegseth ຣັຖມົນຕີປ້ອງກັນປະເທດ ຂອງສະຫະຣັດອາເມຣິກາ ໄດ້ຢືນຢັນຄໍາຫມັ້ນສັນຍາ ຂອງສະຫະຣັດອາເມຣິກາ ຕໍ່ອິນໂດ-ປາຊີຟິກ, ໂດຍອະທິບາຍວ່າ ມັນເປັນລໍາດັບຄວາມສໍາຄັນ ທາງຍຸດທະສາດ.
ລາວໄດ້ໃຫ້ຄໍາເຕືອນຢ່າງຊັດແຈ້ງນີ້.
"ທຸກຄົນ ຕ້ອງເຫັນໄດ້ຢ່າງຊັດແຈ້ງວ່າ Beijing ກໍາລັງຕຽມພ້ອມ ທີ່ຈະໃຊ້ກໍາລັງທະຫານ ເພື່ອປ່ຽນຄວາມສົມດຸນ ຂອງອໍານາດ ໃນອິນໂດ-ປາຊີຟິກ. ພວກເຮົາຮູ້. ມັນເປັນທີ່ຮູ້ຈັກກັນທົ່ວໄປວ່າ (ປະທານປະເທດຈີນ) Xi (Jinping) ໄດ້ສັ່ງໃຫ້ກອງທັບຂອງຈີນ ສາມາດໂຈມຕີ Taiwan ໄດ້ພາຍໃນປີ 2027. ກອງທັບປົດປ່ອຍປະຊາຊົນ (PLA) ກໍາລັງສ້າງກອງທັບທີ່ຈໍາເປັນ ເພື່ອເຮັດສິ່ງນັ້ນ, ມີການຝຶກຊ້ອມທຸກວັນ ແລະຝຶກຊ້ອມສໍາລັບການຕໍ່ສູ້ຈິງ.... ຄວາມພະຍາຍາມໃດໆ ຂອງຈີນຄອມູນິສຕ໌ ທີ່ຈະເອົາ ຊນະໄຕ້ຫວັນດ້ວຍກໍາລັງ ຈະກໍ່ໃຫ້ເກີດຜົນກະທົບ ອັນຮ້າຍແຮງ ຕໍ່ອິນໂດ-ປາຊີຟິກ ແລະໂລກ."
ໃນກອງປະຊຸມດຽວກັນ, Mr Hegseth ໄດ້ຮຽກຮ້ອງ ໃຫ້ປະເທດຕ່າງໆທົ່ວພູມີພາກ ໃຫ້ເພີ່ມງົບປະມານ ດ້ານການປ້ອງກັນປະເທດ, ໂດຍສເນີ ໃຫ້ມີເກນ ຫ້າເປີເຊັນ ຂອງ GDP, ຊຶ່ງສອດຄ່ອງ ກັບຄໍາຫມັ້ນສັນຍາຂອງ NATO ເມື່ອບໍ່ດົນມານີ້.
ໃນການຕອບໂຕ້, Mr Marles ຍອມຮັບບົດບາດທີ່ສຳຄັນ ຂອງສະຫະຣັດອາເມຣິກາ, ແຕ່ໄດ້ເນັ້ນຫນັກວ່າ
ຫນ້າທີ່ຮັບຜິດຊອບ ບໍ່ສາມາດຂຶ້ນຢູ່ກັບ Washington ພຽງຝ່າຍດຽວ.
"ຄໍາຫມັ້ນສັນຍາ ທີ່ທ່ານ Hegseth, ຣັຖມົນຕີ ປ້ອງກັນປະເທດ ຂອງສະຫະຣັດອາເມຣິກາ ໄດ້ເນັ້ນຫນັກໃນມື້ນີ້, ວ່າອິນໂດ-ປາຊີຟິກ ເປັນລໍາດັບຄວາມສໍາຄັນ ທາງຍຸດທະສາດ ຂອງສະຫະຣັດອາເມຣິກາ ເປັນທີ່ຍິນດີຢ່າງຍິ່ງ. ຄວາມເປັນຈິງກໍຄືວ່າ ບໍ່ມີຄວາມສົມດຸນຂອງອໍານາດ ທີ່ມີປະສິດທິພາບໃນເຂດນີ້, ຫາກບໍ່ມີສະຫະຣັດອາເມຣິກາ. ແຕ່ເຮົາບໍ່ສາມາດ ປ່ອຍໃຫ້ມັນເປັນເລື້ອງ ຂອງສະຫະຣັດອາເມຣິກາຝ່າຍດຽວ.ປະເທດອື່ນໆ ກໍຕ້ອງມີສ່ວນຮ່ວມ ໃນຄວາມສົມດຸນນີ້ຄືກັນ ແລະນັ້ນ ຮວມທັງອອສເຕຣເລັຍດ້ວຍ."
ຄໍາຫມັ້ນສັນຍານັ້ນ ໄດ້ຖືກສນັບສນູນ ໃນກອງປະຊຸມສາມຝ່າຍ ລະຫວ່າງ ຜູ້ນຳດ້ານປ້ອງກັນປະເທດ ຈາກສະຫະຣັດອາເມຣິກາ, ອອສເຕຣເລັຍ ແລະຍີ່ປຸ່ນ.
ການປະຊຸມດັ່ງກ່າວ ໄດ້ຖືກຈັດຂຶ້ນ ນອກກອງປະຊຸມສຸດຍອດ ໂດຍພັນທະມິດທັງສາມຝ່າຍ ຕົກລົງທີ່ຈະຂຍາຍ ການຝຶກຊ້ອມທາງທະຫານຮ່ວມກັນ ແລະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ການຮ່ວມມື ໃນເລື່ອງເທັກໂນໂລຈີ ດ້ານການປ້ອງກັນປະເທດ.
"ວຽກງານສາມຝ່າຍນີ້ ເປັນສິ່ງສໍາຄັນຢ່າງຍິ່ງ ໃນການຢັບຢັ້ງຈີນ ແລະຮັກສາຄວາມສງົບ ແລະຄວາມເຂັ້ມແຂງໃນອິນໂດ-ປາຊີຟິກ. ພັນທະມິດ ຂອງອາເມຣິກາ ກັບຍີ່ປຸ່ນ ແລະອອສເຕຣເລັຍ ຖືກສ້າງຂຶ້ນເທິງຫລັກການທີ່ຄ້າຍຄືກັນ, ຜົນປໂຍດຮ່ວມກັນ, ແລະຄວາມຮູ້ສຶກທີ່ຄ້າຍຄືກັນ.... ພວກເຮົາ ຍັງປັບປຸງ ການຫມູນວຽນ ທາງທະຫານໃນອອສເຕຣເລັຍ ແລະຍີ່ປຸ່ນ ໃນຂນະທີ່ ເພີ່ມການວາງແຜນ ດ້ານຍຸດທະສາດ ຮ່ວມກັນຂອງພວກເຮົາ."
ແຕ່ບໍ່ແມ່ນທຸກຄົນ ໃນກອງປະຊຸມ ທີ່ຍິນດີຕ້ອນຮັບຄໍາເວົ້ານັ້ນ.
ຜູ້ຕ່າງຫນ້າຂອງ Beijing, Rear Admiral, Hu Gangfeng, ໄດ້ໂຈມຕີ ຄວາມຮ່ວມມື ທີ່ເພີ່ມຂຶ້ນ ລະຫວ່າງອໍານາດຕາເວັນຕົກ ແລະພູມີພາກ,ໂດຍກ່າວຫາວ່າ ເຂົາເຈົ້າສ້າງຄວາມຢ້ານກົວ ແລະການບິດເບືອນຄວາມຈິງ.
"ເຮົາບໍ່ຍອມຮັບຂໍ້ກ່າວຫາ ທີ່ບໍ່ມີຫລັກຖານ ຕໍ່ປະເທດຈີນ. ຄຳກ່າວອ້າງບາງຢ່າງ ແມ່ນຖືກສ້າງຂຶ້ນທັງໝົດ, ບາງຢ່າງກໍບິດເບືອນຄວາມຈິງ, ແລະໃນບາງກໍຣະນີ ກໍຄ້າຍກັບຂໂມຍຮ້ອງວ່າ 'ຢຸດຂໂມຍ.' ການກະທໍາເຫລົ່ານີ້ ບໍ່ໄດ້ເປັນພຽງແຕ່ ຄວາມພະຍາຍາມ ທີ່ຈະກໍ່ໃຫ້ເກີດປັນຫາເທົ່ານັ້ນ, ຍັງຍຸຍົງໃຫ້ເກີດຄວາມແຕກແຍກ, ແລະປຸກປັ່ນ ການປະເຊີນຫນ້າ ເພື່ອເຮັດໃຫ້ພາກພື້ນອາຊີ-ປາຊີຟິກ ຂາດຄວາມໝັ້ນຄົງ. ສິ່ງນີ້ກົງກັນຂ້າມ ກັບແນວໂນ້ມຂອງຄວາມເປັນຈິງ, ຂາດການສນັບສນູນ ຈາກປະຊາຊົນ ແລະແນ່ນອນວ່າຈະລົ້ມເຫລວ."
ຣັດຖະມົນຕີ ກະຊວງປ້ອງກັນປະເທດຈີນ, Dong Jun, ບໍ່ໄດ້ເຂົ້າຮ່ວມກອງປະຊຸມໃນປີນີ້, ໃນສິ່ງທີ່ເຫັນວ່າ ເປັນການດູຖູກທາງການທູດ ທ່າມກາງຄວາມເຄັ່ງຕຶງ ທີ່ເພີ່ມຂຶ້ນ ກ່ຽວກັບພາສີ ຂອງສະຫະຣັດອາເມຣິກາ ແລະຄວາມສໍາພັນ ດ້ານການປ້ອງກັນປະເທດ ລະຫວ່າງ ວໍຊິງຕັນ, ແຄນເບຣາ ແລະໂຕກຽວ.
ປະເທດຝຣັ່ງ ກໍມີຄວາມຄິດເຫັນຄືກັນ.
ປະທານາທິບໍດີ Emmanuel Macron ກ່າວຢ່າງຊັດແຈ້ງວ່າ ເຖິງແມ່ນວ່າ ປະເທດຝຣັ່ງ ສນັບສນູນຄວາມເປັນອິດສຣະທາງຍຸດທະສາດ, ແຕ່ມັນບໍ່ສາມາດສັນຍາວ່າ ປະເທດຝຣັ່ງ ຈະມີສ່ວນຮ່ວມ ໃນການຂັດແຍ້ງໃດໆ ທີ່ອາດເກີດຂຶ້ນກັບປະເທດຈີນ ໃນເຂດປາຊີຟິກ.
"ບົດບາດຂອງເຮົາ ບໍ່ແມ່ນການທົດແທນຜູ້ໃດ, ແຕ່ບົດບາດຂອງເຮົາ ແມ່ນຈະທໍາງານເພື່ອຕົວເຮົາເອງ ເພື່ອພັດທະນາ ຄວາມເປັນອິດສຣະທາງຍຸດທະສາດຂອງເຮົາ, ຫມາຍເຖິງ ຄວາມສາມາດຂອງເຮົາ ທີ່ຈະປົກປ້ອງຕົນເອງ, ແຕ່ດ້ວຍການຮ່ວມໄມ້ຮ່ວມມື ເຮົາຕ້ອງຊ່ອຍເຫລືອປະເທດ ASEAN ໃນການເຮັດເຊັ່ນດຽວກັນ ເພື່ອຕົນເອງ, ແລະເພື່ອຫລຸດຜ່ອນ ການເພິ່ງພາອາສັຍກັນ ຂອງເຮົາທັງສອງຝ່າຍ. ແລະເຮົາຕ້ອງເຮັດ ໃນເວລາທີ່ມີພັຍຄຸກຄາມ ແລະຄວາມສ່ຽງທາງຍຸດທະສາດ ທີ່ເພີ່ມຂຶ້ນ."
Mr Macron ຍັງໄດ້ໃຊ້ຄໍາປາສັຍຂອງລາວ ເພື່ອຮຽກຮ້ອງ ໃຫ້ມີການຢຸດຍິງ ໃນ Gaza ແລະຮັບຮູ້ຊຶ່ງກັນແລະກັນ ຂອງຣັດປາເລສສະຕິນ (Palestinian State).
ເນື້ອເລື່ອງໂດຍ Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao