ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການປະຊຸມ AUKUS ທີ່ Pentagon.
ຣັດຖະມົນຕີປ້ອງກັນປະເທດຂອງ ອອສເຕຣເລັຍ ແລະອັງກິດ ໄດ້ພົບກັນຢູ່ທີ່ Pentagon ເພື່ອປະຊຸມເທື່ອທໍາອິດ ຂອງ AUKUS ກັບຣັດຖະມົນຕີປ້ອງກັນປະເທດ Pete Hegseth.
Hegseth ໄດ້ຕ້ອນຮັບ ຣັດຖະມົນຕີປ້ອງກັນປະເທດຂອງອອສເຕຣເລັຍ, Richard Marles, ແລະຣັດຖະມົນຕີປ້ອງກັນປະເທດ ຂອງປະເທດອັງກິດ, John Healey.
Peggy Giakoumelos ລາຍງານ.
"ເຖິງເວລາສົ່ງມອບແລ້ວ. ແລະເມື່ອເຮົາກ່າວເຖິງການສົ່ງມອບ, ເຮົາຈະເວົ້າເຖິງເຮືອມຸດນ້ຳໂຈມຕີ ທີ່ຊົງພະລັງ ແລະຫນ້າຢ້ານກົວທີ່ສຸດ ທີ່ໂລກເຄີຍເຫັນ. ນັກລ່າສຸດຍອດຂອງທະເລ."
ນັ້ນແມ່ນ John Healey ຣັດຖະມົນຕີປ້ອງກັນປະເທດອັງກິດ, ທີ່ກ່າວໃນກອງປະຊຸມ ລະດັບຣັດຖະມົນຕີທີ່ Pentagon ໃນສະຫະຣັດອາເມຣິກາ.
ມີຜູ້ເຂົ້າຮ່ວມຄື້ Richard Marles ຣັດຖະມົນຕີ ກະຊວງປ້ອງກັນປະເທດ ອອສເຕຣເລັຍ ແລະຣັດຖະມົນຕີ ກະຊວງປ້ອງກັນປະເທດ ສະຫະຣັດອາເມຣິກາ Pete Hegseth.
ຫົວຂໍ້ການປະຊຸມ-ສົນທິສັນຍາ ການປ້ອງກັນປະເທດ AUKUS.
ນິວເຄລັຍ ກໍາລັງສະແດງຄວາມເປັນຫ່ວງ ວ່າອອສເຕຣເລັຍ ອາດເປັນເຈົ້າພາບ ອາວຸດນິວເຄລັຍ ທີ່ບັນທຸກໃນຊັບສິນທາງທະຫານ ຈາກສະຫະຣັດອາເມຣິກາ ຊຶ່ງເປັນສ່ວນຫນຶ່ງ ຂອງຂໍ້ຕົກລົງຂອງ AUKUS. ອາທິດແລ້ວນີ້, ເຈົ້າຫນ້າທີ່ອາວຸໂສ ຂອງກະຊວງປ້ອງກັນປະເທດ ໄດ້ບອກສະພາສູງ ວ່າອອສເຕຣເລັຍ ຈະບໍ່ຂໍໃຫ້ສະຫະຣັດອາເມຣິກາ ປະກາດການມີອາວຸດນິວເຄລັຍ ເມື່ອໃຊ້ຖານທັບຂອງອອສເຕຣເລັຍ. ອາວຸດນິວເຄລັຍ (the International Campaign for the Abolition of Nuclear Weapons), ຊຶ່ງໄດ້ຮັບລາງວັນ Nobel ສາຂາສັນຕິພາບເມື່ອເຈັດປີກ່ອນ. ກຸ່ມຣົນນະຣົງ ເພື່ອສນັບສນູນສົນທິສັນຍາ ວ່າດ້ວຍການສັ່ງຫ້າມອາວຸດນິວເຄລັຍ, ຊຶ່ງ Mr Sweeney ກ່າວວ່າ ຣັດຖະບານຄວນລົງນາມ. "ນັ້ນຍັງອະນຸຍາດໃຫ້ມີເຮືອທີ່ໃຊ້ພະລັງງານນິວເຄລັຍ, ມັນຈະບໍ່ອະນຸຍາດ ໃຫ້ມີອາວຸດນິວເຄລັຍ. ນັ້ນຄືສິ່ງທີ່ພວກເຮົາໄດ້ຍິນ, ໃນຖານະທີ່ເປັນຄົນອອສເຕຣເລັຍ, AUKUS ແມ່ນກ່ຽວກັບເລື່ອງນີ້, ແລະຣັດຖະບານ ຕ້ອງລົງນາມ ເພາະພວກເຮົາກໍາລັງເຫັນ ສິ່ງທີ່ເບິ່ງຄືວ່າເປັນອັນຕະລາຍຫລາຍ ແລະການເຊາະເຈື່ອນ ໄປສູ່ການເຮັດໃຫ້ອາວຸດແຫ່ງການທໍາລາຍຢ່າງຫລວງຫລາຍ ແລະບໍ່ເລືອກຫນ້າ ກາຍເປັນເລື້ອງປົກກະຕິ." ໂຄສົກຣັດຖະບານ ໄດ້ບອກກັບ SBS ວ່າສະຫະຣັດອາເມຣິກາ ບໍ່ໄດ້ມີອາວຸດນິວເຄລັຍ ຢູ່ໃນອອສເຕຣເລັຍ, ຊຶ່ງຈະເປັນການລະເມີດສົນທິສັນ ຍາ ເຂດປອດນິວເຄລັຍ ໃນປາຊີຟິກໃຕ້ (the South Pacific Nuclear Free Zone Treaty). ຢ່າງໃດກໍຕາມ, ເຂົາເຈົ້າເວົ້າວ່າ ຣັດຖະບານເຄົາຣົບນະໂຍບາຍ ຂອງສະຫະຣັດອາເມຣິກາ ທີ່ບໍ່ຢືນຢັນ ຫລືປະຕິເສດ ການມີອາວຸດນິວເຄລັຍ ຢູ່ໃນຍົນ ແລະເຮືອທີ່ມາຢ້ຽມຢາມ. ສຳນັກງານເຮືອມຸດນ້ຳ ຂອງອອສເຕຣເລັຍກ່າວວ່າ ອອສເຕຣເລັຍຈະເລີ່ມສ້າງເຮືອມຸດນ້ຳ SSN-AUKUS ລໍາທໍາອິດ ຊຶ່ງຈະຮວມເອົາເທັກໂນໂລຈີ ຂອງສະຫະຣັດອາເມຣິກາ ໃນທ້າຍທົດສະວັດນີ້. ລາຍງານໂດຍ Peggy Giakoumelos ຂ່າວ SBS News, ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ. ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





