ການທົບທວນສົນທິສັນຍາ AUKUS

Britain US Australia

Richard Marles ຣັຖມົນຕີ ກະຊວງປ້ອງກັນປະເທດອອສເຕຣເລັຍ ໃນກອງປະຊຸມທີ່ Old Royal Naval College, Greenwich, London, ໃນວັນພະຫັດ ວັນທີ 26 ມີຖຸນາ, 2024. Credit: Kin Cheung/AP

ອາເມຣິກາ ກຳລັງທົບທວນຂໍ້ຕົກລົງ ທາງທະຫານ AUKUS, ຊຶ່ງອາດສົ່ງຜົນກະທົບ ຕໍ່ການເຂົ້າເຖິງເຮືອມຸດນ້ຳນິວເຄລັຍ ຂອງອອສເຕຣເລັຍ. ຜູ້ຊ່ຽວຊານຫຼາຍຄົນກໍກ່າວວ່າ ອອສເຕຣເລັຍຄວນ ປ່ຽນແນວຄິດກ່ຽວກັບສັນຍານີ້ຄືກັນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການທົບທວນສົນທິສັນຍາ AUKUS

ສະຫະຣັດອາເມຣິກາ ໄດ້ປະກາດວ່າ ສົນທິສັນຍາທາງທະຫານ AUKUS ກັບອອສເຕຣເລັຍ ແລະປະເທດອັງກິດ ຢູ່ພາຍໃຕ້ການທົບທວນ.

ຣັຖບານອອສເຕຣເລັຍ ກໍາລັງຄາດການ ດ້ວຍຄວາມໝັ້ນໃຈວ່າ ສະຫະຣັດອາເມຣິກາ ຈະຮັກສາຂໍ້ຕົກລົງ, ຊຶ່ງຈະຈັດຫາ ເຮືອມຸດນ້ຳນິວເຄລັຍ ໃຫ້ແກ່ອອສເຕຣເລັຍ ພາຍໃນປີ 2032.

ນັກວິຈານໂຕ້ຖຽງວ່າ ຣັຖບານ Trump ໄດ້ໃຫ້ໂອກາດທີ່ຈະອອກຈາກຂໍ້ຕົກລົງ ມູນຄ່າ $368 ພັນລ້ານ ທີ່ກຳລັງເປັນທີ່ຖົກຖຽງກັນ.

Tee Mitchell ລາຍງານ.

Richard Marles ຣັຖມົນຕີ ກະຊວງປ້ອງກັນປະເທດອອສເຕຣເລັຍ ກໍາລັງປະຕິເສດ ຄວາມເປັນຫ່ວງ ກ່ຽວກັບຂ່າວທີ່ວ່າ ຣັຖບານຂອງສະຫະຣັດອາເມຣິກາ ໄດ້ທົບທວນຂໍ້ຕົກລົງ ທາງທະຫານ AUKUS, ຊຶ່ງອາດສົ່ງຜົນກະທົບ ຕໍ່ການເຂົ້າເຖິງເຮືອມຸດນ້ຳນິວເຄລັຍ ຂອງອອສເຕຣເລັຍ.

"ພວກເຮົາ ຮູ້ກ່ຽວກັບການທົບທວນມາດົນແລ້ວ. ພວກເຮົາຍິນດີຕ້ອນຮັບ."

ລາວກໍາລັງໃຫ້ສໍາພາດ ທີ່ Sky News.

"ຂ້າພະເຈົ້າ ມີຄວາມຫມັ້ນໃຈ ກ່ຽວກັບວິທີທີ່ AUKUS ກໍາລັງດໍາເນີນຢູ່ ພາຍໃຕ້ຣັຖບານຂອງ Trump, ແລະວ່າພວກເຮົາ ຈະພົບກັບເສັ້ນທາງ ທີ່ພວກເຮົາໄດ້ສັນຍາ ແລະພວກເຮົາໄດ້ສັນຍາໃນຂໍ້ຕົກລົງ ລະຫວ່າງສາມປະເທດຂອງພວກເຮົາ, ແຕ່ໃນກໍຣະນີນັ້ນ ຂ້າພະເຈົ້າຄິດວ່າ ມັນເປັນທີ່ເຂົ້າໃຈໄດ້ວ່າ ຣັຖບານໃຫມ່ ກໍຈະຢາກດໍາເນີນການທົບທວນ."

ກຸ່ມທີສາມ ຂອງ AUKUS ແມ່ນປະເທດອັງກິດ-ແລະເຂົາເຈົ້າ ກໍກໍາລັງທົບທວນ ສົນທິສັນຍາດ້ານການທະຫານ ມູນຄ່າ $368 ພັນລ້ານນໍາອີກ.

ແຕ່ມັນເປັນການທົບທວນ ຂອງສະຫະຣັດອາເມຣິກາ ຊຶ່ງກ່ຽວກັບການຕົກລົງຂນາດໃຫຍ່ ຂອງເຮືອມຸດນ້ຳນີ້ ທີ່ເຮັດໃຫ້ບາງຄົນເປັນຫ່ວງ.

ມັນຕົກຢູ່ໃນຄວາມສົງສັຍ ກ່ຽວກັບຈຸດຢືນຂອງ Donald Trump.

ນັກຂ່າວ: "ທ່ານຈະຫາລືກ່ຽວກັບ AUKUS ກັບນາຍົກຣັຖມົນຕີ ຫຼື ບໍ່?"

TRUMP: "ນັ້ນຫມາຍຄວາມວ່າແນວໃດ?"

ນັກຂ່າວ: "AUKUS, ພັນທະມິດປ້ອງກັນປະເທດລະຫວ່າງອອສເຕຣເລັຍ-ສະຫະຣັດອາເມຣິກາ."

ການສຳພາດນັ້ນ ໄດ້ເກີດຂຶ້ນໃນເດືອນກຸມພາ, ແລະເຖິງແມ່ນວ່າຕໍ່ມາTrump ໄດ້ບອກຢ່າງແຈ່ມແຈ້ງວ່າ ລາວຮູ້ວ່າ AUKUS ແມ່ນຫຍັງ, ແຕ່ມັນຍັງມີຄໍາຖາມ ທີ່ຍັງເຫລືອຢູ່ວ່າ ມັນຖືກເຫັນວ່າເປັນລໍາດັບຄວາມສໍາຄັນຫລືບໍ່.

ຈຸດປະສົງ ຂອງການທົບທວນ ຂອງສະຫະຣັດອາເມຣິກາ ແມ່ນເພື່ອປະເມີນວ່າ ຂໍ້ຕົກລົງນັ້ນ ສອດຄ່ອງກັບແຜນການ 'ອາເມຣິກາມາກ່ອນ(America first)' ຂອງຣັຖບານ Trump ຫລືບໍ່.

ອອສເຕຣເລັຍ ໄດ້ລົງທຶນໄປແລ້ວ 800 ລ້ານໂດລາ ຊຶ່ງເປັນເງິນມັດຈຳ ເພື່ອຊອກຫາ ເຮືອມຸດນ້ຳນິວເຄລັຍ ສາມລໍາ ພາຍໃນປີ 2032.

ເຈົ້າຫນ້າທີ່ ປ້ອງກັນປະເທດ ຂອງສະຫະຣັດອາເມຣິກາທີ່ ດໍາເນີນການທົບທວນ, ອີງຕາມການລາຍງານ ຈາກວາຣະສານ Financial Times, ແມ່ນ Elbridge Colby.

ລາວເຄີຍສະແດງຄວາມສົງສັຍ ກ່ຽວກັບ AUKUS ມາກ່ອນ.

"ຖ້າຫາກເຮົາສາມາດຜລິດເຮືອມຸດນ້ຳ ໄດ້ໃນຈໍານວນ ແລະຄວາມໄວທີ່ພຽງພໍ, ແລ້ວກໍເປັນການດີ ແຕ່ຖ້າຫາກເຮົາ ບໍ່ສາມາດເຮັດໄດ້ ມັນຈະກາຍເປັນບັນຫາທີ່ຫຍຸ້ງຍາກ ເພາະເຮົາບໍ່ຢາກໃຫ້ທະຫານຂອງເຮົາ ຕົກຢູ່ໃນຕໍາແຫນ່ງທີ່ອ່ອນແອຫລາຍກວ່າເກົ່າ."

ໂຄງການສ້າງເຮືອມຸດນ້ຳ ຂອງສະຫະຣັດອາເມຣິກາ ກໍາລັງຊັກຊ້າກວ່າກຳໜົດຫລາຍປີ, ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງວ່າ ເຮືອມຸດນ້ຳ ຂອງອອສເຕຣເລັຍ ອາດຖືກຊັກຊ້າ ຫລືບໍ່ຖືກສົ່ງມອບເລີຍ.

ເມື່ອກ່າວກັບ Sky, Richard Marles ຍອມຮັບວ່າ, ໃນດ້ານນີ້, ຍັງມີວຽກງານທີ່ຕ້ອງເຮັດ.

"ມີຄວາມທ້າທາຍອັນໃຫຍ່ຫລວງ ໃນການເຮັດໃຫ້ອັດຕາ ແລະການ ຜລິດເຫລົ່ານັ້ນສູງຂຶ້ນ. ພວກເຮົາຮູ້ວ່າ ເມື່ອພວກເຮົາໄດ້ເຊັນສັນຍາ, ເມື່ອພວກເຮົາໄດ້ບັນລຸຂໍ້ຕົກລົງ ໃນເດືອນມິນາປີ 2023."

ຂ່າວກ່ຽວກັບການທົບທວນ ໄດ້ມາເຖິງ ໃນຂນະທີ່ຣັຖບານ Trump ກົດດັນອອສເຕຣເລັຍ ໃຫ້ຍົກລະດັບການໃຊ້ຈ່າຍ ດ້ານທະຫານເປັນ 3.5ເປີເຊັນ ຂອງ GDP, ໂດຍທີ່ຣັຖມົນຕີ ປ້ອງກັນປະເທດ ຂອງສະຫະຣັດອາເມຣິກາ, Pete Hegseth, ໄດ້ເນັ້ນຫນັກ ເຖິງສິ່ງທີ່ລາວເອີ້ນວ່າ "ການຄຸກຄາມທີ່ແທ້ຈິງ ແລະອາດຈະເກີດຂຶ້ນ" ຈາກປະເທດຈີນ.

ໃນຕົ້ນເດືອນນີ້, ນາຍົກຣັຖມົນຕີ Anthony Albanese ໄດ້ຕໍ່ຕ້ານຄວາມກົດດັນນັ້ນ.

"ບໍ່, ສິ່ງທີ່ພວກເຮົາຈະເຮັດ ຄືພວກເຮົາຈະກໍານົດນະໂຍບາຍ ດ້ານທະຫານຂອງພວກເຮົາ, ແລະພວກເຮົາ ໄດ້ລົງທຶນຕື່ມອີກ ສິບພັນລ້ານໂດລາ ໃນການປ້ອງກັນປະເທດ. ສິ່ງທີ່ພວກເຮົາຈະເຮັດສືບຕໍ່ ກໍຄືການລົງທຶນ ໃນຄວາມສາມາດຂອງພວກເຮົາຕໍ່ໄປ, ແຕ່ລົງທຶນ ໃນຄວາມສໍາພັນຂອງພວກເຮົາ ໃນເຂດພູມີພາກນໍາອີກ."

ປະຈຸບັນນີ້ ອອສເຕຣເລັຍ ໃຊ້ຈ່າຍເງິນປະມານ 2 ເປີເຊັນຂອງ GDP ໃນການປ້ອງກັນປະເທດ, ພ້ອມດ້ວຍເປົ້າຫມາຍ ທີ່ຈະເພີ່ມເປັນ 2.3ເປີເຊັນ ພາຍໃນສິບປີ.

The Coalition ໄດ້ຊຸກຍູ້ ໃຫ້ມີເປົ້າຫມາຍສູງຂຶ້ນທີ່ 2.5 ເປີເຊັນ ພາຍໃນ 5ປີ, ແລະ 3 ເປີເຊັນ ພາຍໃນສິບປີຕໍ່ໄປ.

ໂຄສົກກະຊວງປ້ອງກັນປະເທດ, Angus Taylor ໄດ້ພະຍາຍາມ ເນັ້ນຫນັກ ເຖິງຄວາມແຕກຕ່າງນີ້ ຕາມຂ່າວມື້ນີ້.

"ພວກເຮົາຕ້ອງຮູ້ວ່າ ການທົບທວນນັ້ນ ຖືກກະຕຸ້ນໂດຍຄວາມລົ້ມເຫລວຂອງ Labor ທີ່ຈະໃຫ້ງົບປະມານ ແກ່ການປ້ອງກັນປະເທດ ນັ້ນຫຼາຍປານໃດ"

The Coalition ຍັງຕິຕຽນ ການຕັດສິນໃຈ ຂອງອອສເຕຣເລັຍ ທີ່ຈະຂວ້ຳບາດ ຣັຖມົນຕີຂວາຈັດສອງຄົນ ຂອງອິດສະຣາເອລ ໃນອາທິດນີ້ ທີ່ຍຸຍົງໃຫ້ເກີດຄວາມຮຸນແຮງ ຕໍ່ຊາວ Palestinians ຢູ່ແຄມຝັ່ງຕາເວັນຕົກ ທີ່ຖືກຍຶດຄອງຢູ່.

ອີກສ່ວນໜຶ່ງ ຂອງພັນທະມິດ AUKUS ຂອງອອສເຕຣເລັຍ, ປະເທດອັງກິດ, ໄດ້ນໍາໃຊ້ການຂວ້ຳບາດແບບດຽວກັນ, ພ້ອມທັງ Canada, New Zealand ແລະ Norway.

ແຕ່ສະຫະຣັດອາເມຣິກາ, ພັນທະມິດທີ່ໃກ້ຊິດ ແລະເປັນຜູ້ຈັດຫາອາວຸດໃຫ້ແກ່ Israel, ກ່າວວ່າ ການຂວ້ຳບາດນັ້ນ ທໍາລາຍຄວາມພະຍາຍາມຂອງຕົນ ໃນການຢຸດຍິງໃນ Gaza.

Mr Taylor ຍັງສົງສັຍວ່າ ການຕັດສິນໃຈທີ່ຈະຂວ້ຳບາດ Israel ເປັນສາເຫດ ຂອງການທົບທວນ ຂອງສະຫະຣັດອາເມຣິກາຫລືບໍ່.

ໃນຂນະດຽວກັນ, ບາງຄົນກໍແນະນໍາວ່າ ການທົບທວນ ຂອງສະຫະຣັດອາເມຣິກາ ຊີ້ບອກເຖິງຄວາມຈໍາເປັນ ທີ່ອອສເຕຣເລັຍ ຈະດໍາເນີນການຂອງຕົນເອງ.

"ມີການປະຕິເສດຄວາມເປັນຈິງແທ້ໆໃນ Canberra. ຂ້າພະເຈົ້າ ບໍ່ຄິດວ່າ ພວກເຮົາຈະໄດ້ຮັບເຮືອມຸດນ້ຳ ຈາກອາເມຣິກາ."

ນັ້ນຄື ອະດີດນາຍົກຣັຖມົນຕີ Malcolm Turnbull ທີ່ກ່າວ ໃນເຊົ້າຂອງ ວັນທີ 12 ເດືອນມິຖຸນາ ຕໍ່ ABC.

Paul Keating, ອະດີດນາຍົກຣັຖມົນຕີອີກຄົນຫນຶ່ງ ໄດ້ກ່າວໃນຖແລງການວ່າ ນີ້ "ອາດເປັນເວລາທີ່ Washington ຊ່ວຍອອສເຕຣເລັຍ ໃຫ້ພົ້ນຈາກຕົວເອງ".

ພັກ Greens ກໍໄດ້ວິຈານ ຂໍ້ຕົກລົງຂອງ AUKUS ຄືກັນ.

ນີ້ຄື Senator David Shoebridge ໂຄສົກຝ່າຍປ້ອງກັນປະເທດ,

"ຖ້າຫາກທ່ານຢາກປມາດ ກັບການປ້ອງກັນປະເທດ ຂອງອອສເຕຣເລັຍ, ທ່ານຈະດໍາເນີນຕໍ່ໄປໃນເສັ້ນທາງ AUKUS. ແຕ່ນັ້ນ ຄືສິ່ງທີ່ Laborແລະ the Coalition ກໍາລັງສເນີໃຫ້ເຮັດ, ໂດຍບໍ່ມີການກວດສອບໃດໆ. ຕອນນີ້, ເຮົາຕ້ອງການ ການທົບທວນຢ່າງຮີບດ່ວນ ຂອງຣັຖສະພາກ່ຽວກັບ AUKUS, ຊຶ່ງບໍ່ສາມາດ ມີພຽງແຕ່ຄົນທີ່ພ້ອມຈະຍົກມືໃຫ້ ຂອງLabor ແລະ The Coalition ເທົ່ານັ້ນ, ແຕ່ຕ້ອງມີນັກວິຈານ AUKUS ໃນການທົບທວນ ຂອງຣັຖສະພາ. ຢ່າງນ້ອຍ ສາທາຣະນະຊົນ ຂອງອອສເຕຣເລັຍ ສົມຄວນທີ່ຈະໄດ້ຮັບສິ່ງນັ້ນ."

Richard Marles ໄດ້ປະຕິເສດ ການຮຽກຮ້ອງໃຫ້ປະຖິ້ມ AUKUS ຫລືພັດທະນາແຜນ B, ໂດຍກ່າວວ່າ ຈະບໍ່ມີການປ່ຽນແປງອີກຕໍ່ໄປ ຫລັງຈາກຫລາຍປີ ຂອງນະໂຍບາຍ ທີ່ບໍ່ເດັດຂາດເລື່ອງການຊື້ເຄື່ອງມື ທາງທະຫານ.

ບັດນີ້ ທຸກຄົນກໍເບິ່ງໄປທີ່ ນາຍົກຣັຖມົນຕີ Anthony Albanese ຊຶ່ງຄາດວ່າຈະພົບກັບ Donald Trump ຢູ່ນອກກອງປະຊຸມ G-7 ໃນອາທິດຫນ້າ.

ເນື້ອເລື່ອງໂດຍ  Tee Mitchell ແລະ Naveen Razik    ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service