ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
'ເພດານໄມ້ໄຜ່ (Bamboo Ceiling)' ແມ່ນຫຍັງ?
ຜົນງານຂອງ ຊາວເອເຊັຍ-ອອສເຕຣເລັຍ ໃນທຸກລະດັບຂອງສັງຄົມ ໄດ້ຖືກຮັບຮູ້ ໃນລາງວັນຜູ້ນໍາ ຊາວເອເຊັຍ-ອອສເຕຣເລັຍ (Asian-Australian Leadership Awards) ປະຈໍາປີ.
ຜູ້ຊນະໃນປີນີ້ ແມ່ນຈາກນັກຮຽນຈົບປີ 12 ທີ່ໃຫ້ການສຶກສາເລື່ອງການເງິນ ໃນປະເທດທີ່ກໍາລັງພັດທະນາ, ຈົນເຖິງຫມໍຜ່າຕັດສມອງ ທີ່ມີຊື່ສຽງລະດັບນາໆຊາດ.
ແຕ່ຄວາມສໍາເລັດຂອງເຂົາເຈົ້າ ຍັງເນັ້ນຫນັກເຖິງການຂາດຄວາມແຕກຕ່າງໃນຕໍາແຫນ່ງຜູ້ນໍາ, ທີ່ຮູ້ຈັກກັນວ່າ 'ເພດານໄມ້ໄຜ່ (Bamboo Ceiling)'.
ຢູ່ໃນຫໍສມຸດຂອງ Victoria, ບໍ່ມີຫຍັງຄືກັນກັບສຽງເພງຂອງTeresa Teng ທີ່ຈະຮວມເອົາຜູ້ນຳທຸຣະກິດ ແລະຜູ້ນໍາຊຸມຊົນເຂົ້າດ້ວຍກັນ.
ຜູ້ບຸກເບີກ ຊາວເອເຊັຍ-ອອສເຕຣເລັຍ ຈາກທົ່ວປະເທດ ໄດ້ມາເຕົ້າໂຮມກັນຢູ່ເມືອງ Melbourne ໃນຄ່ຳຄືນຫນຶ່ງ ເພື່ອສລອງຄວາມສໍາເລັດຮ່ວມກັນ.
ໃນຈໍານວນນັ້ນ ແມ່ນ Annie Zhou, ອາຍຸ 18 ປີ.
ນາງໄດ້ຮັບລາງວັນດາວດວງໃຫມ່ ອາຍຸຕ່ຳກວ່າ 25 ປີຂອງປີນີ້, ສໍາລັບການຝຶກອົບຮົມຄວາມຮູ້ທາງການເງິນ ທີ່ແນໃສ່ນັກຮຽນທີ່ດ້ອຍໂອກາດທົ່ວອອສເຕຣເລັຍ, ເອເຊັຍ ແລະອາຟຣິກາ.
“ແລະອີກໂຄງການຫນຶ່ງຂອງຂ້າພະເຈົ້າ ແມ່ນ podcast Brighter Futures Youth, ແລະນັ້ນເປັນບ່ອນທີ່ຂ້າພະເຈົ້າ ສໍາພາດຜູ້ນໍາຈາກອຸດສະຫະກັມຕ່າງໆທົ່ວໂລກ ກ່ຽວກັບຄວາມຮູ້ກ່ຽວກັບອາຊີບຂອງເຂົາເຈົ້າ ໃນການເປັນຜູ້ນໍາ ເພື່ອຊ່ອຍເຫລືອຄົນຫນຸ່ມ ໃຫ້ພົບວິທີ ທີ່ຈະດໍາເນີນຊີວິດ ແລະປະສົບຄວາມສໍາເລັດໃນອະນາຄົດ.”
Ferdy Bong ເກີດໃນອິນໂດເນເຊັຍ ໄດ້ຮັບລາງວັນຈາກຜົນງານຂອງລາວ ໃນພາກທຸຣະກິດ-ໂດຍການຂຍາຍທຸຣະກິດຂາຍຍ່ອຍ ຂອງອອສເຕຣເລັຍ ໄປສູ່ປະເທດຈີນ.
“ຂ້າພະເຈົ້າມາທີ່ນີ້ ຫລັງຈາກຮຽນຈົບຊັ້ນມັດທະຍົມ, ໄດ້ເຂົ້າມະຫາວິທະຍາໄລ ແລະແລ້ວກໍຮຽນຈົບ. ສະນັ້ນ ຂ້າພະເຈົ້າບໍ່ໄດ້ຄາດຫວັງວ່າຈະໄປເຖິງລະດັບນີ້. ຂ້າພະເຈົ້າຫວັງວ່າ ສິ່ງທີ່ຂ້າພະເຈົ້າເຮັດ ຈະສາມາດດົນໃຈຄົນອື່ນໄດ້ຄືກັນ, ແນ່ນອນວ່າ ມັນມີຄວາມທ້າທາຍຫລາຍ, ແຕ່ຂ້າພະເຈົ້າກໍໄດ້ຮັບການສນັບສນູນທີ່ເຂັ້ມແຂງ ຢູ່ຄຽງຂ້າງຂ້າພະເຈົ້າເຊັ່ນກັນ.”
ນີ້ເປັນປີທີເຈັດ ຂອງການເຕົ້າໂຮມຂອງຜູ້ນໍາ ເອເຊັຍ-ອອສເຕຣເລັຍ ທີ່ດີທີ່ສຸດ ແລະສລາດທີ່ສຸດຂອງປະເທດ.
ເຖິງແມ່ນວ່າ ການເຕົ້າໂຮມນັ້ນ ເປັນການສເລີມສລອງຄວາມສໍາເລັດ, ແຕ່ມັນຍັງເປັນໂອກາດ ທີ່ຈະເນັ້ນຫນັກເຖິງການຂາດຄວາມຫຼາກຫຼາຍ ໃນຕໍາແຫນ່ງຜູ້ນໍາ ໃນບັນດາບ່ອນທໍາງານ ແລະສະຖາບັນຂອງເຮົາ.
Martine Letts ເປັນ CEO ຂອງກຸ່ມ AsiaLink, ຊຶ່ງຕັ້ງຢູ່ທີ່ຢູ່ທີ່ມະຫາວິທະຍາໄລ Melbourne.
“ມີພຽງແຕ່ຫ້າຄົນ ທີ່ມີພື້ນຖານຈາກເອເຊັຍເທົ່ານັ້ນ ທີ່ຢູ່ໃນຕໍາແຫນ່ງຜູ້ນໍາຂອງ ASX100. ຊາວເອເຊັຍ-ອອສເຕຣເລັຍ ຄິດເປັນປະມານຫນຶ່ງສ່ວນຫ້າ ຂອງຈໍານວນພົນລະເມືອງຂອງເຮົາ. ບໍ່ວ່າຈະວັດແທກແນວໃດກໍຕາມ, ເຂົາເຈົ້າມີຕົວແທນໜ້ອຍເຕັມທີ. ມັນເປັນພາກສ່ວນທີ່ມີພະລັງຫລາຍທີ່ສຸດທາງເສດຖະກິດ. ມັນຈະເປັນເຊັ່ນນີ້ໃນອີກຫລາຍປີ. ມັນເກືອບເປັນຄວາມລະເລີຍ ຂອງບໍຣິສັດອອສເຕຣເລັຍ ທີ່ຈະບໍ່ຄິດກ່ຽວກັບຂໍ້ໄດ້ປຽບ ຂອງການມີຊາວເອເຊັຍ-ອອສເຕຣເລັຍ ໃນລະດັບອາວຸໂສ ທີ່ມີຄວາມເຂົ້າໃຈ ແລະທັດສະນະຂອງເອເຊັຍ ຢູ່ໃນຄນະກັມມະການຂອງເຂົາເຈົ້າ. ສະນັ້ນ ມັນຈຶ່ງເປັນຄໍາຖາມກ່ຽວກັບຄວາມຄຶດທີ່ດີ, ຄວາມຄຶດທີ່ດີທາງການຄ້າ, ພ້ອມທັງຄວາມສເມີພາບອີກດ້ວຍ.”
ຜູ້ຊນະໃນປີນີ້ ໃນຂແນງສິລປະ ແລະວັດທະນະທັມ ແມ່ນ Lyn Dickens ນັກຂຽນຊາວ South Australia.
ນາງຍັງໄດ້ບອກກັບ SBS ກ່ຽວກັບຄວາມສໍາຄັນ ຂອງການເປີດເຜີຍໂຕສໍາລັບ ຊາວເອເຊັຍ-ອອສເຕຣເລັຍ ໃນຊີວິດສາທາຣະນະ.
“ຄວາມເທົ່ທຽມກັນ ຫລືຄວາມຮູ້ສຶກຂອງຄວາມແຕກຕ່າງ ທີ່ເຮົາມີ ແມ່ນອ່ອນແອຫລາຍ, ແລະແນ່ນອນວ່າ ເຮົາຕ້ອງການສິ່ງຕ່າງໆ ເຊັ່ນງານແບບນີ້, ແລະກິດຈະກັມອື່ນໆ ເພື່ອເຕືອນຜູ້ຄົນໃນຊຸມຊົນ ວ່າເຂົາເຈົ້າເປັນຄົນອອສເຕຣເລັຍເຊັ່ນກັນ ແລະເຂົາເຈົ້າກໍເປັນສ່ວນນຶ້່ງຂອງສັງຄົມ.”
ນັກ cricket ນາໆຊາດ Usman Khawaja ເປັນຄົນຫນຶ່ງໃນບັນດາຜູ້ຮັບລາງວັນທີ່ມີຊື່ສຽງທີ່ສຸດ.
ໃນຄໍາປາໄສຮັບລາງວັນກິລາ, ລາວໄດ້ແບ່ງປັນເລື່ອງລາວຂອງລາວເອງ ກ່ຽວກັບການເປັນສ່ວນໜຶ່ງຂອງອອສເຕຣເລັຍ.
“ຂ້າພະເຈົ້າບໍ່ລະອາຍ ທີ່ຈະເວົ້າວ່າ ຂ້າພະເຈົ້າອາຍຫນ້ອຍຫນຶ່ງ ກ່ຽວກັບການເປັນຊາວເອເຊັຍ ທີ່ເຕີບໂຕໃນອອສເຕຣເລັຍ. ສິ່ງທີ່ຂ້າພະເຈົ້າຢາກເຮັດ ແມ່ນການເປັນ 'ຄົນອອສເຕຣເລັຍ'. ຂ້າພະເຈົ້າສາມາດເວົ້າໄດ້ຢ່າງພູມໃຈໃນຕອນນີ້ວ່າ ຂ້າພະເຈົ້າເປັນຄົນອອສເຕຣເລັຍ. ຂ້າພະເຈົ້າ ເປັນຄົນອອສເຕຣເລັຍ ທີ່ມີມໍລະດົກເອເຊັຍ. ຂ້າພະເຈົ້າເກີດຢູ່ປະເທດ Pakistan ແລະສໍາລັບຂ້າພະເຈົ້າ, ນັ້ນສຳຄັນຫຼາຍ ທີ່ຈະສາມາດເວົ້າສິ່ງນັ້ນຢ່າງຫມັ້ນໃຈ.”
ຜູ້ຊນະໂດຍຮວມ (Overall winner) ໃນປີນີ້-Dr Sonu Bhaskar- ໄດ້ຮັບລາງວັນ ສໍາລັບການມີສ່ວນຮ່ວມຂອງລາວ ໃນການຄົ້ນຄວ້າໂຣກເສັ້ນເລືອດສມອງ (Stroke) ແລະຄວາມເທົ່າທຽມທາງສຸຂະພາບ.
“ເຮົາບໍ່ຈໍາເປັນ ຕ້ອງລຶບລ້າງສ່ວນໜຶ່ງຂອງເຮົາ ເພື່ອສເລີມສລອງອີກສ່ວນຫນຶ່ງ. ເສັ້ນຂີດລະຫວ່າງຄຳວ່າ ເອເຊັຍ-ອອສເຕຣເລັຍ ບໍ່ແມ່ນອຸບປະສັກ.. ແຕ່ມັນແມ່ນຂົວ.”
Dr Bhaskar ໄດ້ກ່າວເຖິງສິ່ງທີ່ລາວອະທິບາຍວ່າ ຄວາມເປັນປໍຣະປັກທີ່ເພີ່ມຂຶ້ນ ໃນຫລາຍເດືອນທີ່ຜ່ານມາ ທີ່ເຈາະຈົງໃສ່ຊາວອິນເດັຍ-ອອສເຕຣເລັຍ.
“ການເລືອກປະຕິບັດ, ການຢຽດເຊື້ອຊາດທີ່ເຮົາປະເຊີນ, ບໍ່ໄດ້ກຳໜົດເຮົາ. ເຮົາຕ້ອງເຮັດໃຫ້ດີຂຶ້ນ, ແລະວິທີທີ່ດີທີ່ສຸດ ທີ່ຈະເປັນຊາວອິນເດັຍ-ອອສເຕຣເລັຍ ທີ່ດີກວ່າ ນັ້ນຄືການຮັບໃຊ້ຊຸມຊົນຂອງເຮົາ.”
ຈາກຜູ້ຊນະໂດຍຮວມ (Overall winner) ຂອງປີນີ້, ມັນແມ່ນຄໍາຫມັ້ນສັນຍາ ທີ່ຈະພະຍາຍາມຕໍ່ໄປເພື່ອທໍາລາຍ “ເພດານໄມ້ໄຜ່ (Bamboo ceiling)” ນັ້ນ.
ໃນຂນະທີ່ Annie Zhou ຜູ້ຊນະທີ່ເປັນດາວດວງໃຫມ່ ເຊື່ອວ່າ ຍັງມີຜູ້ນໍາຊາວເອເຊັຍ-ອອສເຕຣເລັຍ ອີກຫລາຍຄົນທີ່ຈະຕາມມາ.
“ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ເປັນສ່ວນໜຶ່ງຂອງຄື້ນຟອງ ໃໝ່ ຂອງກຸ່ມຂອງຊາວເອເຊັຍ-ອອສເຕຣເລັຍ ທີ່ເປັນສ່ວນໜຶ່ງຂອງກຸ່ມຜູ້ນໍາທີ່ແຕກຕ່າງ ທີ່ເຮົາເຫັນຢູ່ໃນອອສເຕຣເລັຍໃນທຸກວັນນີ້.”
ລາຍງານໂດຍ Tys Occhiuzzi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao





