ການນຳເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ

KING ISLAND STOCK

ຟາມງົວທີ່ຖືກລ້ຽງດ້ວຍຫຍ້າໃນ ອອສເຕຣເລັຍ. Credit: JAMES ROSS/AAPIMAGE

ອອສເຕຣເລັຍ ໄດ້ຍົກເລີກຂໍ້ຈໍາກັດ ເລື່ອງການນຳເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ ຊຶ່ງເປັນການຕັດສິນໃຈທີ່ ນັກວິຈານກ່າວວ່າ ເປັນການເຮັດ ເພື່ອເອົາໃຈ Donald Trump. ສະມາຄົມຜູ້ຜລິດຊີ້ນງົວກ່າງງ່າ ດ້ວຍການຂາດແຄນຊີ້ນງົວ ໃນສະຫະຣັດອາເມຣິກາ, ຈຶ່ງບໍ່ໜ້າເປັນໄປໄດ້ ທີ່ຕລາດຂອງອອສເຕຣເລັຍ ຈະເຕັມໄປດ້ວຍຊີ້ນງົວ ທີ່ນໍາເຂົ້າຈາກອາເມຣິກາ. ພ້ອມທັງ ນາຍົກຣັຖມົນຕີຢ້ຳວ່າ ອອສເຕຣເລັຍ ຈະບໍ່ຍອມປະນີປະນອມ ເລື່ອງຄວາມປອດພັຍທາງຊີວະພາບ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການນຳເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ.

ອອສເຕຣເລັຍ ໄດ້ຍົກເລີກຂໍ້ຈໍາກັດ ເລື່ອງການນຳເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ ຊຶ່ງເປັນການຕັດສິນໃຈທີ່ ນັກວິຈານກ່າວວ່າ ເປັນການເຮັດ ເພື່ອເອົາໃຈປະທານາທິບໍດີ Donald Trump.

ເຖິງແມ່ນວ່າ ຣັຖບານໄດ້ບອກວ່າ ມັນບໍ່ໄດ້ເປັນເຊັ່ນນັ້ນ, ແຕ່ການຍົກເລີກຂໍ້ຈໍາກັດນັ້ນ ໄດ້ກໍ່ໃຫ້ເກີດຄວາມກັງວົນ ກ່ຽວກັບສຸຂະພາບ, ຄວາມປອດພັຍທາງຊີວະພາບ ແລະຜົນກະທົບ ຕໍ່ກະເສດຕະກອນລ້ຽງງົວ ຂອງອອສເຕຣເລັຍ.

ສະນັ້ນ ຜູ້ບໍຣິໂພກ ແລະຜູ້ຜລິດຂອງອອສເຕຣເລັຍ ຄວນກັງວົນກັບການເຄື່ອນໄຫວນີ້ ຫຼືບໍ່?

Sydney Lang ລາຍງານ.

"ອອສເຕຣເລັຍສັ່ງຫ້າມ-ແລະເຂົາເຈົ້າເປັນຄົນດີ, ແລະທຸກສິ່ງທີ່ດີເລີດ- ແຕ່ເຂົາເຈົ້າສັ່ງຫ້າມຊີ້ນງົວ ຈາກອາເມຣິກາ. ແຕ່ພວກເຮົາໄດ້ນຳເຂົ້າຊີ້ນງົວອອສເຕຣເລັຍ 3 ພັນລ້ານໂດລາ ຈາກເຂົາເຈົ້າ ໃນປີກາຍນີ້ເທົ່ານັ້ນ. ເຂົາເຈົ້າຈະບໍ່ຮັບເອົາຊີ້ນງົວຂອງພວກເຮົາ. ເຂົາເຈົ້າບໍ່ຢາກໃຫ້ມັນເກີດຂຶ້ນ ເພາະເຂົາເຈົ້າບໍ່ຢາກໃຫ້ມັນສົ່ງກະທົບ ຕໍ່ກະເສດຕະກອນຂອງເຂົາເຈົ້າ ແລະຂ້າພະເຈົ້າ ບໍ່ໄດ້ໂທດເຂົາເຈົ້າ, ແຕ່ພວກເຮົາກໍາລັງເຮັດແບບດຽວກັນ."

ເມື່ອປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ກ່າວເຖິງການຫ້າມ ຂອງອອສເຕຣເລັຍ ໃນການນຳເຂົ້າຊີ້ນງົວ ຂອງສະຫະຣັດອາເມຣິກາ, ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ລາວຈະບໍ່ປະນີປະນອມ ໃນການປົກປ້ອງກະເສດຕະກອນ ຫລືຄວາມປອດພັຍທາງຊີວະພາບ.

"ພວກເຮົາໄດ້ບອກຢ່າງຊັດແຈ້ງ ຕໍ່ສະຫະຣັດອາເມຣິກາ ວ່າພວກເຮົາຈະບໍ່ຍອມປະນີປະນອມ ເລື່ອງຄວາມປອດພັຍທາງຊີວະພາບ. ເຮົາຈະບໍ່ເຮັດໃຫ້ມາດຕະການ ທີ່ປົກປ້ອງກະເສດຕະກອນ ແລະຜູ້ຜລິດຂອງເຮົາອ່ອນແອລົງ ຈາກການສ່ຽງຈາກໂຣກ ຫລືຄວາມເປິະເປື້ອນ. ແທ້ຈິງແລ້ວ, ພວກເຮົາໄດ້ເຮັດໃຫ້ມັນເປັນສິ່ງສໍາຄັນ ທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມຫມັ້ນຄົງທາງຊີວະພາບ, ເພາະສິ່ງຫນຶ່ງ ທີ່ເຮັດໃຫ້ອາຫານ ແລະເສັ້ນໃຍຂອງອອສເຕຣເລັຍ ດີທີ່ສຸດໃນໂລກ ແມ່ນທຸກຄົນຮູ້ວ່າ ມັນເປັນຕົວແທນຂອງຄຸນນະພາບ. ມັນຫມາຍເຖິງຄວາມປອດພັຍນໍາອີກ."

ບັດນີ້, ກ່ອນວັນກໍານົດພາສີ ໃນວັນທີ 1 ສິງຫາ, ຂໍ້ຈໍາກັດຂອງອອສເຕຣເລັຍ ໃນການນໍາເຂົ້າຊີ້ນງົວ ຂອງອາເມຣິກາ ໄດ້ຖືກຍົກເລີກ.

ແຕ່ຣັຖບານກ່າວວ່າ ການຕັດສິນໃຈນັ້ນ ເປັນເລື້ອງບັງເອີນ, ແລະບໍ່ກ່ຽວຂ້ອງກັບ Donald Trump.

ຣັຖມົນຕີກະຊວງການກະເສດ, Julie Collins, ກ່າວວ່າ ການທົບທວນການສັ່ງຫ້າມຊີ້ນງົວ ຂອງອາເມຣິກາ ໄດ້ເລີ່ມຕົ້ນໃນປີ 2015 ພາຍໃຕ້ຣັຖບານ Coalition.

"ການຕັດສິນໃຈນີ້ ແມ່ນຂຶ້ນຢູ່ກັບວິທະຍາສາດ ແລະການປະເມີນຢ່າງເຄັ່ງຄັດ ໂດຍຜແນກຂອງຂ້າພະເຈົ້າ. ຂັ້ນຕອນການປະເມີນຄວາມສ່ຽງ ຂອງຄວາມປອດພັຍທາງຊີວະພາບ ແມ່ນເຂັ້ມແຂງຫລາຍ ແລະຂ້າພະເຈົ້າເຊື່ອ ໃນເຈົ້າຫນ້າທີ່ໃນຜແນກຂອງຂ້າພະເຈົ້າ ທີ່ຈະເຮັດສິ່ງນີ້ຢ່າງເຫມາະສົມ. ນີ້ຄືຜູ້ຊ່ຽວຊານໃນສາຂານີ້. ລະບົບຄວາມປອດພັຍທາງຊີວະພາບ ຂອງອອສເຕຣເລັຍ ມີຊື່ສຽງທົ່ວໂລກດ້ວຍເຫດຜົນ ແລະບັດນີ້ ການປະເມີນກໍໄດ້ເສັດສິ້ນແລ້ວ."

ໃນປີ 2019, ອອສເຕຣເລັຍ ໄດ້ປ່ຽນຂໍ້ຈໍາກັດ ເພື່ອອະນຸຍາດໃຫ້ມີການນໍາເຂົ້າຊີ້ນຈາກງົວ ທີ່ເກີດ, ລ້ຽງ ແລະຂ້າ ໃນສະຫະຣັດອາເມຣິກາ.

ເຖິງຢ່າງໃດກໍຕາມ, ກົດຄວາມປອດພັຍທາງຊີວະພາບ ທີ່ກຳລັງດໍາເນີນຢູ່ ຫມາຍຄວາມວ່າ ມີແຕ່ຊີ້ນງົວພຽງເລັກນ້ອຍເທົ່ານັ້ນ, ຊຶ່ງສ່ວນຫລາຍແລ້ວ ເປັນຜລິດພັນທີ່ປອດພັຍ ໃນການເກັບຮັກສາ, ຖືກນຳເຂົ້າຈາກສະຫະຣັດອາເມຣິກາ.

"ພວກເຮົາແນ່ໃຈວ່າ ສາຍໂສ້ສິນຄ້າ ແລະການກວດສອບ ແລະຄວາມປອດພັຍຂອງອາຫານໃດໆ ທີ່ເຂົ້າມາໃນອອສເຕຣເລັຍ ແມ່ນປອດພັຍ. ແນ່ນອນວ່າ ສະຫະຣັດອາເມຣິກາ ສາມາດນໍາຊີ້ນງົວເຂົ້າມາໃນອອສເຕຣເລັຍ ນັບແຕ່ປີ 2019. ແນ່ນອນວ່າ ກະເສດຕະກອນຂອງເຮົາ ກໍາລັງສົ່ງອອກ ໄປຫາອາເມຣິກາແລ້ວ. ໃນປະຈຸບັນນີ້, ພວກເຮົາກໍາລັງສົ່ງອອກຊີ້ນງົວ ຫລາຍກວ່າສີ່ພັນລ້ານໂດລາ ໄປສະຫະຣັດອາເມຣິກາ ແລະກະເສດຕະກອນຂອງພວກເຮົາ ເປັນຜູ້ໄດ້ຮັບຜົນປໂຍດ ຈາກລະບົບການຄ້າ ສອງທາງຂອງເຮົາ."

ສະນັ້ນ, ເປັນຫຍັງຈຶ່ງມີການຫ້າມ ແຕ່ທຳອິດ?

ແລະຊາວອອສເຕຣເລັຍ ຄວນກັງວົນກ່ຽວກັບການກິນຊີ້ນງົວ ທີ່ນໍາເຂົ້າຈາກອາເມຣິກາ ຫຼືບໍ່ໍ່?

ໃນປີ 2003, ອອສເຕຣເລັຍ ໄດ້ຈໍາກັດການນໍາເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ ເພື່ອຕອບຮັບກັບການລະບາດ ຂອງໂຣກໄຂ້ສມອງອັກເສບໃນງົວ (Bovine Spongiform Encephalopathy), ທີ່ຮູ້ຈັກກັນທົ່ວໄປວ່າ ໂຣກງົວບ້າ.

ມະນຸດບໍ່ສາມາດຕິດໂຣກງົວບ້າ, ເຖິງແມ່ນວ່າ ໃນບາງກໍຣະນີ ໂຣກນີ້ສາມາດພັດທະນາ ໄປເປັນໂຣກທີ່ນຳໄປສູ່ຄວາມຈໍາເສື່ອມ ແລະຕາຍກ່ອນວັຍອັນຄວນ.

ຢ່າງໃດກໍຕາມ, ອົງການຄວບຄຸມອາຫານ ຂອງອອສເຕຣເລັຍ ຖືວ່າຊີ້ນງົວ ຂອງສະຫະຣັດອາເມຣິກາ ມີຄວາມສ່ຽງຕ່ຳ.

Don Farrell, ຣັຖມົນຕີກະຊວງການຄ້າ ກ່າວວ່າ ຣັຖບານຈະບໍ່ຜ່ອນຜັນ ຕໍ່ມາດຕະຖານການຄ້າ.

"ພວກເຮົາ ບໍ່ໄດ້ມີການປະນີປະນອມໃດໆ ແລະແນ່ນອນວ່າ ພວກເຮົາບໍ່ໄດ້ປະນີປະນອມ ກັບກົດຄວາມປອດພັຍທາງຊີວະພາບ ທີ່ເຄັ່ງຄັດຂອງອອສເຕຣເລັຍ. ນີ້ເປັນຂັ້ນຕອນ ທີ່ໄດ້ດໍາເນີນໄປ ເປັນເວລາ ຕລອດ 10 ປີທີ່ຜ່ານມາ. ບັດນີ້, ມັນໄດ້ສໍາເລັດແລ້ວ ແລະມັນກໍເຫມາະສົມ ທີ່ເຮົາຈະປະກາດຜົນຂອງການກວດສອບນັ້ນ. ແຕ່ເຮົາບໍ່ສ່ຽງກັບມາດຕະຖານ ຄວາມປອດພັຍທາງຊີວະພາບ ທີ່ດີເດັ່ນຂອງເຮົາ ສໍາລັບຂໍ້ຕົກລົງທາງການຄ້າໃດໆ."

ຄວາມເປັນຫ່ວງສໍາຄັນຢ່າງຫນຶ່ງ ທີ່ຍັງເຫລືອຢູ່ ຫລັງຈາກປີ 2019 ຄືລະບົບການຕິດຕາມສັດລ້ຽງ ຂອງ Mexico ອາດປ່ອຍໃຫ້ຊີ້ນ ຈາກເຂດທີ່ໄດ້ຮັບຜົນກະທົບຈາກໂຣກ ເຂົ້າສູ່ອອສເຕຣເລັຍໂດຍບໍ່ຕັ້ງໃຈ.

ຢ່າງໃດກໍຕາມ, ຣັຖບານກ່າວວ່າ ການທົບທວນພົບວ່າ ລະບຽບການຂອງກະຊວງກະສິກັມ ສະຫະຣັດອາເມຣິກາ ສໍາລັບຊີ້ນງົວ ທີ່ນໍາເຂົ້າຈາກ Canada ແລະ Mexico ບັດນີ້ ໄດ້ກາຍເປັນປະເດັນຄວາມເປັນຫ່ວງ ເລື່ອງຄວາມປອດພັຍທາງຊີວະພາບ ຂອງອອສເຕຣເລັຍ.

Mark Thomas, ປະທານຂອງສະມາຄົມຊີ້ນງົວ ຕາເວັນຕົກ (the Western Beef Association) ກ່າວວ່າ ມັນບໍ່ຊັດແຈ້ງວ່າ ລະບົບການຕິດຕາມຂອງສະຫະຣັດອາເມຣິກາ ມີປະສິດທິພາບຫລາຍປານໃດ.

"ພວກເຮົາໃຊ້ລະບົບທີ່ເຂົາເຈົ້າເອີ້ນມັນວ່າ NIL. ສະນັ້ນ, ສັດທີ່ເກີດຢູ່ໃນຟາມຂອງທ່ານ ຈະມີເຄື່ອງຕິດຕາມອີເລັກໂທຣນິກ, ແລະເຄື່ອງດຽວກັນນັ້ນ ຈະຖືກ scan ແລະສົ່ງລາຍງານ ເມື່ອສັດໂຕນັ້ນອອກຈາກຟາມຂອງທ່ານ, ຈົນເຖິງຕອນຖືກຂ້າ. ສະນັ້ນ, ສັດທີ່ຖືກຂ້າແລ້ວ, ຈະສາມາດຖືກກວດກັບຄືນ ໄປຫາບ່ອນທີ່ສັດນັ້ນ ໄດ້ຢູ່ຕລອດຊີວິດຂອງມັນ. ຂ້າພະເຈົ້າ ບໍ່ແນ່ໃຈວ່າ ອາເມຣິກາຈະສາມາດເຮັດໄດ້ໄວປານໃດ. ເຖິງຢ່າງໃດກໍຕາມ, ອອສເຕຣເລັຍ ຕ້ອງໃຊ້ເວລາຫລາຍປີ ເພື່ອນໍາໃຊ້ລະບົບນັ້ນ ແລະໃຫ້ແນ່ໃຈວ່າ ມັນທໍາງານຢ່າງມີປະສິດທິພາບ."

ເຖິງແມ່ນວ່າ ມີການຮັບຮອງຈາກຣັຖບານ, David Littleproud ຜູ້ນໍາຂອງພັກ National Party ກໍເປັນໜຶ່ງໃນບັນດານັກວິຈານ ທີ່ຮຽກຮ້ອງໃຫ້ມີການກວດສອບເລື່ອງນີ້ ຢ່າງອິດສຣະ.

"ຣັຖບານ ຍັງບໍ່ໄດ້ຈັດຫາ ຫລືເຜີຍແພ່ຂັ້ນຕອນ ທີ່ຊີ້ນງົວຈາກສະຫະຣັດອາເມຣິກາ ສາມາດຖືກນໍາເຂົ້າມາໃນປະເທດນີ້. ນັ້ນຄືຂໍ້ກຳໜົດທາງກົດຫມາຍ ທີ່ຜູ້ນໍາເຂົ້າຕ້ອງປະຕິບັດຕາມ ເພື່ອນໍາເອົາຊີ້ນງົວຈາກສະຫະຣັດອາເມຣິກາ ເຂົ້າມາໃນອອສເຕຣເລັຍ, ທີ່ມາຈາກ Mexico ຫຼື Canada. ໃນເມື່ອວ່າເຂົາເຈົ້າບໍ່ໄດ້ເຮັດສິ່ງນັ້ນ ເຮັດໃຫ້ຂ້າພະເຈົ້າເປັນຫ່ວງຫລາຍ ກ່ຽວກັບວິທີ ທີ່ການຕັດສິນໃຈນີ້ ໄດ້ເກີດຂຶ້ນ ແລະຊ່ວງເວລາຂອງມັນ. ຖ້າຫາກມັນໄດ້ຖືກວາງແຜນໄວ້ດີ, ກະຊວງຈະສາມາດໃຫ້ລາຍລະອຽດເຫລົ່ານັ້ນແກ່ຂ້າພະເຈົ້າ. ເຂົາເຈົ້າ ບໍ່ໄດ້ເຮັດເຊັ່ນນັ້ນ. ຂ້າພະເຈົ້າຄິດວ່າ ວິທີທີ່ຮອບຄອບ ຄືໃຫ້ຄນະກັມມະການ ທາງວິທະຍາສາດ ອິດສຣະ ທົບທວນການຕັດສິນໃຈ ຂອງກະຊວງ ແລະລະບຽບການເມື່ອມັນຖືກເຜີຍແພ່."

ນອກຈາກຄວາມກັງວົນ ກ່ຽວກັບການແພ່ຂຍາຍ ຂອງໂຣກແລ້ວ, ຍັງມີຄວາມເປັນຫ່ວງ ກ່ຽວກັບຂໍ້ບັງຄັບທີ່ແຕກຕ່າງ ຂອງສະຫະຣັດອາເມຣິກາ ກ່ຽວກັບການໃຊ້Hormones ແລະຢາປະຕິຊີວະນະ (Antibiotics) ໃນງົວ.

ໃນຂນະທີ່ງົວບາງໂຕ ໃນ ອາເມຣິກາໄດ້ຮັບ Hormones ທັມມະຊາດ ຫລື Hormones ສັງເຄາະທີ່ໄດ້ຮັບອະນຸມັດ ເພື່ອຊ່ອຍໃຫ້ພວກມັນເຕີບໂຕ, ອົງການອາຫານ ແລະຢາ (Food and Drug Administration) ຂອງອາເມຣິກາ ໄດ້ຄວບຄຸມສິ່ງເຫລົ່ານີ້, ແລະຜູ້ຊ່ຽວຊານກ່າວວ່າ ມັນຢູ່ໃນລະດັບຕ່ຳຫຼາຍ.

ຕາມທີ່ເຈົ້າຫນ້າທີ່ຂອງອອສເຕຣເລັຍ ແລະສະຫະຣັດອາເມຣິກາກ່າວວ່າ ຊີ້ນງົວຂອງອາເມຣິກາ ປອດພັຍທີ່ຈະກິນ, ແຕ່ມັນດີກວ່າຊີ້ນງົວຂອງອອສເຕຣເລັຍ ຫຼືບໍ່?

Evangeline Mantzioris ເປັນຜູ້ອໍານວຍການ ໂຄງການໂພຊະນາການແລະວິທະຍາສາດອາຫານ (Nutrition and Food Sciences) ທີ່ the University of South Australia.

ນາງເວົ້າວ່າ ອາຫານທີ່ສັດກິນ ມີຜົນກະທົບຕໍ່ຄຸນຄ່າ ທາງໂພຊະນາການຂອງຊີ້ນສັດ.

"ມັນຂຶ້ນຢູ່ກັບຊະນິດຂອງອາຫານທີ່ສັດໄດ້ຮັບ. ສະນັ້ນ, ໃນສະຫະຣັດອາເມຣິກາ ພວກມັນມັກຈະຖືກລ້ຽງດ້ວຍເມັດພືດ ໃນຂນະທີ່ຢູ່ໃນອອສເຕຣເລັຍ, ພວກມັນຈະກິນຫຍ້າ, ແລະນັ້ນຈະມີຄວາມແຕກຕ່າງ ໃນວິທີ ທີ່ຮ່າງກາຍຂອງງົວ ຮັບມືກັບມັນ ແລະໃນວິທີ ທີ່ພວກມັນສ້າງແລະວາງໄຂມັນລົງ ໃນຮ່າງກາຍຂອງພວກມັນ. ອີກສິ່ງຫນຶ່ງ ທີ່ອາດສ້າງຄວາມແຕກຕ່າງເລັກນ້ອຍ ແມ່ນພັນທຸກັມຂອງງົວນໍາອີກ. ສະນັ້ນ, ສົມມຸດວ່າ ມັນເປັນງົວຊະນິດດຽວກັນ, ເຮົາຄິດວ່າການລ້ຽງດ້ວຍເມັດພືດ ຈະນໍາໄປສູ່ໄຂມັນໃນຊີ້ນຫລາຍກວ່າ ເມື່ອປຽບທຽບໃສ່ກັບການລ້ຽງດ້ວຍຫຍ້າ."

ການສຶກສາ ສະແດງໃຫ້ເຫັນວ່າ ຊີ້ນທີ່ລ້ຽງດ້ວຍຫຍ້າ ສາມາດມີໄຂມັນຫນ້ອຍກວ່າ 30 ເຖິງ 75 ເປີເຊັນ ເມື່ອສົມທຽບກັບການລ້ຽງດ້ວຍເມັດພືດ.

ມີການລາຍງານວ່າ ງົວທີ່ກິນຫຍ້າ ມີລະດັບໄຂມັນ Omega-3 ທີ່ເປັນ ປໂຍດສູງກວ່າ. ມີສານ Antioxidants ສູງເຖິງຫ້າເທົ່າ ແລະມີໂປຣຕີນສູງກວ່າຫນ້ອຍຫນຶ່ງ ໂດຍການຄົ້ນຄວ້າບາງຢ່າງ ຍັງຊີ້ບອກວ່າ ມີ Cholesterol ທີ່ຕ່ຳກວ່າ.

ສະນັ້ນ, ສໍາລັບຜູ້ບໍຣິໂພກ, ການເລືອກລະຫວ່າງຊີ້ນງົວໃນທ້ອງຖິ່ນ ແລະຊີ້ນງົວທີ່ນຳເຂົ້າ ສ່ວນຫລາຍຈະຂຶ້ນກັບຄວາມມັກສ່ວນຕົວ ແທນທີ່ຈະເປັນຄວາມກັງວົນ ເລື່ອງສຸຂະພາບ.

Dr Mantzioris ກ່າວວ່າ ເຖິງແມ່ນວ່າ ຄວາມແຕກຕ່າງນັ້ນບໍ່ສໍາຄັນ, ແຕ່ຊີ້ນງົວ ທີ່ລ້ຽງດ້ວຍຫຍ້າ ເປັນທາງເລືອກທີ່ດີທີ່ສຸດ.

"ສະນັ້ນ ຖ້າຫາກເຮົາປະສົມສ່ວນປະກອບຕ່າງໆ ຂອງຊີ້ນງົວທີ່ເຮົາສຳຫຼວດ, ໂດຍທົ່ວໄປແລ້ວ ຊີ້ນງົວທີ່ລ້ຽງດ້ວຍຫຍ້າ, ຊຶ່ງເປັນສິ່ງທີ່ເຮົາມີຢູ່ໃນອອສເຕຣເລັຍ, ເປັນທາງເລືອກທີ່ດີຕໍ່ສຸຂະພາບ."

ແຕ່ສຳລັບກະເສດຕະກອນ ຂອງອອສເຕຣເລັຍ ເດ?

ເມື່ອອອສເຕຣເລັຍ ຍົກເລີກການຫ້າມ, Donald Trump ໄດ້ຂຽນໃນສື່ສານມວນຊົນວ່າ ບັດນີ້ສະຫະຣັດອາເມຣິກາ ຈະຂາຍ 'ຊີ້ນງົວຢ່າງຫລວງຫລາຍ' ໃຫ້ກັບອອສເຕຣເລັຍ.

ອອສເຕຣເລັຍ ເປັນຜູ້ສົ່ງອອກຜລິດຕະພັນຊີ້ນງົວ ທີ່ໃຫຍ່ທີ່ສຸດທີສອງຂອງໂລກ.

ແລະເຖິງແມ່ນວ່າ ຊາວອອສເຕຣເລັຍ ເປັນຜູ້ຊື້ຜລິດຕະພັນຊີ້ນງົວຕໍ່ຫົວທີ່ສູງສຸດ, ແຕ່ຈໍານວນພົນລະເມືອງນ້ອຍໆຂອງເຮົາ ຫມາຍຄວາມວ່າ ເຮົາຍັງເຫລືອຊີ້ນງົວຢ່າງຫຼວງຫລາຍ ທີ່ຈະສົ່ງອອກ.

Mark Thomas ກ່າວວ່າ ລາວບໍ່ກັງວົນຫລາຍ ກ່ຽວກັບການແຂ່ງຂັນກັບຜລິດພັນຂອງອາເມຣິກາ.

"ຂ້າພະເຈົ້າຄິດວ່າ, ກ່ຽວກັບເລື້ອງຂອງງົວ, ຄວາມກັງວົນພຽງຢ່າງດຽວຂອງພວກເຮົາ ແມ່ນຖ້າຫາກພວກເຮົາຄິດວ່າ ຊີ້ນງົວຂອງອາເມຣິກາຈະແຂ່ງຂັນກັບຜລິດຕະພັນຂອງພວກເຮົາ ຢູ່ໃນອອສເຕຣເລັຍ, ແລະຂ້າພະເຈົ້າບໍ່ເຊື່ອວ່າ ມັນຈະເຮັດເຊັ່ນນັ້ນ ອີງຕາມລາຄາຂອງງົວ ໃນອາເມຣິກາ ໃນໄລຍະເວລາດົນນານ ແລະພິຈາຣະນາຈໍານວນງົວ ຂອງພວກເຂົາ ເມື່ອປຽບທຽບໃສ່ກັບສິ່ງທີ່ພວກເຮົາມີ ຢູ່ໃນອອສເຕຣເລັຍ."

ແທ້ຈິງແລ້ວ, ຈໍານວນຂອງງົວ ຂອງສະຫະຣັດອາເມຣິກາ ໄດ້ຫລຸດລົງເປັນເວລາສອງທົດສວັດແລ້ວ.

ສະຫະຣັດອາເມຣິກາ ເປັນຜູ້ນໍາເຂົ້າຊີ້ນງົວ ທີ່ໃຫຍ່ທີ່ສຸດທີສອງຂອງໂລກ ແລະຈໍານວນງົວໃນປະເທດ ແມ່ນຕ່ຳທີ່ສຸດ ນັບແຕ່ຊ່ວງປີ 1950.

ກະຊວງກະສິກັມ ຂອງອາເມຣິກາກ່າວວ່າ ລາຄາຊີ້ນໄດ້ເພີ່ມຂຶ້ນ 8ເປີເຊັນ ນັບແຕ່ຕົ້ນປີ 2025, ພ້ອມດ້ວຍຊີ້ນງົວຫນຶ່ງກິໂລ ມີລາຄາປະມານ 30 ໂດລາອອສເຕຣເລັຍ.

Mark Thomas ກ່າວວ່າ ດ້ວຍການຂາດແຄນຊີ້ນງົວ ໃນສະຫະຣັດອາເມຣິກາ, ຈຶ່ງບໍ່ໜ້າເປັນໄປໄດ້ ທີ່ຕລາດຂອງອອສເຕຣເລັຍ ຈະເຕັມໄປດ້ວຍຊີ້ນງົວ ທີ່ນໍາເຂົ້າຈາກອາເມຣິກາ.

"ໃນປະຈຸບັນນີ້, ມີຊີ້ນງົວອອສເຕຣເລັຍ ຈໍານວນຫລວງຫລາຍເຂົ້າໄປໃນຕລາດອາເມຣິກາ, ຍ້ອນວ່າເຂົາເຈົ້າຕ້ອງການມັນ. ໃນເວລານີ້, ລາຄາງົວ ໃນອາເມຣິກາສູງເກືອບເຖິງ 5 ໂດລາ ໃນຂນະທີ່ງົວໃນອອສເຕຣເລັຍ ມີລາຄາພຽງແຕ່ 2.50 ໂດລາເທົ່ານັ້ນ. ດັ່ງນັ້ນ, ເຂົາເຈົ້າຈະຊື້ງົວໄດ້ແນວໃດ ໃນລາຄາ 5 ໂດລາຕໍ່ກິໂລ? ຜ່ານຂະບວນການຕ່າງໆ, ສົ່ງມັນໄປອີກຟາກຫນຶ່ງຂອງໂລກ ແລະຫວັງວ່າຈະແຂ່ງຂັນ ກັບຜລິດຕະພັນທີ່ເຮົາມີຢູ່ທີ່ນີ້ບໍ່?"

ໃນຂນະທີ່ລາຄາຊີ້ນງົວ ໄດ້ເພີ່ມຂຶ້ນ ໃນສະຫະຣັດອາເມຣິກາ, ການສົ່ງອອກຊີ້ນງົວ ຂອງອອສເຕຣເລັຍ ໄດ້ທໍາລາຍສະຖິຕິລາຍເດືອນ ໃນເດືອນມິຖຸນາ.

ແລະຜູ້ຊື້ລາຍໃຫຍ່ທີ່ສຸດ ກໍແມ່ນສະຫະຣັດອາເມຣິກາ.

ໃນ New York, Stew Leonard Junior ເປັນ CEO ຂອງຮ້ານຂາຍຊີ້ນ.

ລາວເວົ້າວ່າ ລາວໄດ້ຮັບຊີ້ນງົວ ທີ່ລ້ຽງດ້ວຍຫຍ້າຈາກອອສເຕຣເລັຍ ແລະວາງແຜນ ທີ່ຈະແບ່ງຄ່າພາສີກັບຜູ້ຈັດຫາຂອງລາວ.

"ພວກເຮົາເປັນຜູ້ຊື້ຊີ້ນລາຍໃຫຍ່, ແລະສ່ວນຫລາຍແລ້ວ ແມ່ນຢູ່ໃນສະຫະຣັດອາເມຣິກາ. ສະນັ້ນ ບາງເທື່ອເຮົາກໍໄປຊື້ຊີ້ນຢູ່ທີ່ນັ້ນ, ເຂົາເຈົ້າມັກສິ່ງນັ້ນ ແລະກໍແມ່ນສິ່ງຫນຶ່ງ ທີ່ເຮົາບໍ່ໄດ້ຮັບຫລາຍຈາກອອສເຕຣເລັຍ. ສິ່ງດຽວທີ່ເຮົາໄດ້ຮັບ ແມ່ນຊີ້ນງົວທີ່ລ້ຽງດ້ວຍຫຍ້າ. ເຂົາເຈົ້າຂາຍຊີ້ນງົວທີ່ລ້ຽງດ້ວຍຫຍ້າ ທີ່ສວຍງາມ ໃນອອສເຕຣເລັຍ. ນັ້ນກໍາລັງຖືກເກັບພາສີສູງຫນ້ອຍຫນຶ່ງ. ພວກເຮົາກໍາລັງແບ່ງປັນ ຄ່າພາສີນັ້ນ ກັບຜູ້ຈັດຫາຂອງພວກເຮົາ. ພວກເຮົາບໍ່ໄດ້ຊື້ຊີ້ນງົວຈາກ Canada ຫຼື Mexico ຫຼື Argentina."

ເນື້ອເລື່ອງໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service