ການກາຍພັນຂອງໄຂ້ຫວັດນົກ.

Bird Flu-Food Safety

ປີນີ້, ງົວກໍຕິດເຊື້ອໄວຮຣັສ ໄຂ້ຫວັດນົກ ເຊິ່ງມັນເປັນເລື້ອງ ທີ່ຫນ້າແປກໃຈ, ເນື່ອງຈາກວ່າ ບໍ່ເຄີຍຄຶດວ່າງົວ ຈະຕິດໄຂ້ຫວັດ ຊະນິດນີ້. Credit: Charlie Litchfield/AP

ໃນຂນະ ທີ່ຍັງບໍ່ທັນມີການກວດພົບໄຂ້ຫວັດນົກ ຢູ່ໃນອອສເຕຣເລັຍ, ຜູ້ຊ່ຽວຊານເຕືອນວ່າ ການມາເຖິງຂອງມັນ ແມ່ນຫຼີກລ່ຽງບໍ່ໄດ້ ແລະພວກເຮົາຕ້ອງກຽມພ້ອມ ແລະນັກວິທະຍາສາດທົ່ວໂລກ ກໍາລັງແຂ່ງກັນ ເພື່ອຈະບົ່ງວ່າ ໄຂ້ຫວັດສັດປີກ H5N1 ທີ່ເຮັດໃຫ້ເກີດພະຍາດໄດ້ສູງ ຫຼື ໄຂ້ຫວັດນົກ ກໍາລັງວິວັດທະນາການແນວໃດ-ແລະມັນມີຄວາມສ່ຽງແນວໃດ ຕໍ່ມະນຸດ.


ການກາຍພັນຂອງໄຂ້ຫວັດນົກ.

ນັກວິທະຍາສາດທົ່ວໂລກ ກໍາລັງແຂ່ງກັນ ເພື່ອຈະບົ່ງວ່າ ໄຂ້ຫວັດສັດປີກ H5N1 ທີ່ເຮັດໃຫ້ເກີດພະຍາດໄດ້ສູງ ຫຼື ໄຂ້ຫວັດນົກ ກໍາລັງວິວັດທະນາການແນວໃດ-ແລະມັນມີຄວາມສ່ຽງແນວໃດ ຕໍ່ມະນຸດ.

ເດືອນແລ້ວນີ້, ພະນັກງານລ້ຽງງົວນົມ ໃນຣັດເທັກຊັສ (Texas) ຄົນຫນຶ່ງ ໄດ້ຕິດເຊື້ອໄວຣັສ-ມັນເປັນການແຜ່ລະບາດ ເທື່ອທໍາອິດ ລະຫວ່າງສັດລ້ຽງລູກດ້ວຍນ້ຳນົມ ແລະມະນຸດ.

ແລະໃນຂນະ ທີ່ຍັງບໍ່ທັນມີການກວດພົບໄຂ້ຫວັດນົກ ຢູ່ໃນ, ຜູ້ຊ່ຽວຊານເຕືອນວ່າ ການມາເຖິງຂອງມັນ ແມ່ນຫຼີກລ່ຽງບໍ່ໄດ້ ແລະພວກເຮົາຕ້ອງກຽມພ້ອມ.

Abbie O'Brien ລາຍງານ.

ໄຂ້ຫວັດນົກສາຍພັນ H5N1 ເກີດຂຶ້ນ ເປັນເທື່ອທໍາອິດ ໃນປີ1996, ແຕ່ປີ 2020 ເປັນການເລີ່ມຕົ້ນ ຂອງການລະບາດ ທີ່ບໍ່ເຄີຍມີມາກ່ອນ.

ເຊື້ອໄວຣັສນີ້ ໄດ້ຖືກກວດພົບ ຢູ່ທຸກທະວີບ ຍົກເວັ້ນອອສເຕຣເລັຍ-ແມ່ນແຕ່ຢູ່ໃນເກາະ Antarctica ເປັນເທື່ອທໍາອິດ.

ມັນໄດ້ນໍາໄປສູ່ການຕາຍ ຂອງສັດປີກ ແລະນົກປ່າ ຫຼາຍສິບລ້ານໂຕ ແລ້ວ.

ແລະດ້ວຍ ການກາຍພັນຂອງໄວຣັສ, ມັນໄດ້ເຮັດໃຫ້ ສັດລ້ຽງລູກດ້ວຍນ້ຳນົມຕິດເຊື້ອ ລວມທັງສິງທະເລ, ຈອນຟອນ ແລະແມວລ້ຽງ.

ປີນີ້, ງົວກໍໄດ້ຕິດເຊື້ອ.

ມັນເປັນການພັດທະນາ ທີ່ຫນ້າແປກໃຈ, ເນື່ອງຈາກວ່າ ບໍ່ເຄີຍຄຶດວ່າງົວ ຈະຕິດໄຂ້ຫວັດ ຊະນິດນີ້.

ນັກວິທະຍາສາດ ສັດຕະວະແພດ Robyn Alders ສາດສະດາຈານ ກິດຕິມະສັກ ຂອງ ສູນນະໂຍບາຍ ການພັດທະນາ (the Development Policy Centre) ທີ່ມະຫາວິທະຍາໄລແຫ່ງຊາດ ອອສເຕຣເລັຍ (the Australian National University).

ນາງເປັນສະມາຊິກ ຂອງຄນະກັມມະການ Lancet Commission on the Prevention  of Viral Spillover.

"ດ້ວຍວິວັດທະນາການນີ້ ທີ່ຈະສາມາດແພ່ເຊື້ອ ແລະເຮັດໃຫ້ ເກີດການເຈັບປ່ວຍໃນງົວນົມ, ມັນຫມາຍຄວາມວ່າ ເຊື້ອໄວຣັສ ກໍາລັງແພ່ກະຈາຍ ເພື່ອໃຫ້ເຕັມຊ່ອງວ່າງຫຼາຍຂຶ້ນ. ດັ່ງນັ້ນ, ນີ້ແມ່ນເລື້ອງທີ່ໜ້າເປັນຫ່ວງ ເພາະເຮົາຮູ້ວ່າ ໄວຣັສໄຂ້ຫວັດໃຫຍ່ ສາມາດປັບຕົວໄດ້ຫຼາຍ ແລະມັນກາຍພັນ ແລະແພ່ໄດ້ໄວຫຼາຍ."

ໄຂ້ຫວັດສັດປີກ H5N1 ໄດ້ຖືກກວດພົບ ໃນງົວນົມ ໃນເດືອນມີນາ ຢູ່ຣັດເທັກຊັສ ຂອງສະຫະຣັດ.

ແລະຈາກນັ້ນ ໃນເດືອນເມສາ ,ຄົນງານໃນຟາມງົວນົມ ໃນຣັດເທັກຊັສຄົນຫນຶ່ງ ໄດ້ຕິດເຊື້ອໄວຣັສ-ເປັນການຕິດເຊື້ອເທື່ອທຳອິດ ລະຫວ່າງມະນຸດ ກັບສັດລ້ຽງດ້ວຍນ້ຳນົມ ໂດຍການສຳຜັດ.

ຫຼັງຈາກນັ້ນ, ໄຂ້ຫວັດນົກ ໄດ້ຖືກກວດພົບ ຢູ່ໃນຝູງງົວ 36 ໂຕໃນທົ່ວ 9ຣັດ ຂອງສະຫະຣັດ.

ສາດສະດາຈານ Alders ກ່າວວ່າ ນີ້ເປັນເລື່ອງທີ່ຫນ້າເປັນຫ່ວງ ເພາະວ່າ ການມີເຊື້ອໄວຣັສ ໃນສັດລ້ຽງລູກດ້ວຍນ້ຳນົມ ເປັນສັນຍານວ່າ ມັນເຂົ້າໃກ້ມະນຸດຫຼາຍຂຶ້ນ.

"ຍິ່ງທ່ານມີຫຼາຍໄວຣັສເທົ່າໃດ, ທ່ານກໍຍິ່ງມີໂອກາດຫຼາຍ ທີ່ຈະມີເຊື້ອໄວຣັສ ທີ່ອາດຈະແພ່ເຊື້ອສູ່ຄົນໄດ້. ແລະໃນສະຖານະການ ທີ່ຮ້າຍແຮງທີ່ສຸດ, ກໍແມ່ນ ເຊື້ອໄວຣັສທີ່ ສາມາດແພ່ລະບາດ ລະຫວ່າງມະນຸດໄດ້."

ໃນເວລານີ້, ອົງການ WHO ກ່າວວ່າ ຄວາມສ່ຽງດ້ານສາທາຣະນະສຸກ ໂດຍທົ່ວໄປ ທີ່ເກີດຈາກເຊື້ອໄວຣັສນັ້ນ ແມ່ນ "ຕໍ່າ".

ຕັ້ງແຕ່ປີ 2021, ມີພຽງແຕ່ 28 ກໍລະນີ ຂອງການຕິດເຊື້ອ ໃນມະນຸດ;ແລະບໍ່ເຄີຍ ມີການແພ່ ເຊື້ອລະຫວ່າງມະນຸດຈັກເທື່ອ.

ເຖິງຢ່າງນັ້ນກໍຕາມ, ເຈົ້າຫນ້າທີ່ກໍມີການຕື່ນໂຕ.

ໃນ Bangladesh, ອຸດສາຫະກັມສັດປີກ ແມ່ນມີຄວາມສໍາຄັນ ຕໍ່ທັງຊີວິດ ແລະຊີວິດການເປັນຢູ່.

Ahasanul Hoque ສາດສະດາຈານ ດ້ານການລະບາດທາງສັດຕະວະແພດ ທີ່ມະຫາວິທະຍາໄລ Chattogram Veterinary and Animal Sciences University ກ່າວວ່າ ການລະບາດຂນາດໃຫຍ່ ຈະເປັນ "ຫາຍະນະ" ຕໍ່ປະເທດ.

ລາວ ແລະທີມງານຜູ້ຊ່ຽວຊານ ໄດ້ດໍາເນີນການຝຶກອົບຮົມ ກັບຊາວກະສິກອນ ໃນເຂດ Chattogram ກ່ຽວກັບຄວາມປອດພັຍ ທາງຊີວະພາບ ແລະຄວາມປອດພັຍ ຂອງຟາມ.

"ພວກເຮົາ ໄດ້ເຮັດວຽກຮ່ວມກັບຊາວກະສິກອນ ເພື່ອຝຶກອົບຮົມໃຫ້ເຂົາເຈົ້າ ມີມາດຕະຖານຄວາມປອດພັຍ ທາງຊີວະພາບເພີ່ມຂຶ້ນ ໂດຍສະເພາະ ສໍາລັບຊາວກະສິກອນຂນາດນ້ອຍ ເຖິງຂນາດກາງ"

ໄວຣັສນີ້ ຍັງບໍ່ທັນຮອດອອສເຕຣເລັຍເທື່ອ, ອາດຈະເປັນຍ້ອນກົດຫມາຍຄວາມປອດພັຍທາງຊີວະພາບ ທີ່ເຄັ່ງຄັດ ແລະເສັ້ນທາງການອົບພະຍົບຂອງນົກ, ແຕ່ມັນອາດຈະເປັນ ພຽງເລື່ອງຂອງເວລາເທົ່ານັ້ນ.

ດຣ Michael Bonning ເປັນປະທານສາຂາ New South Wales ຂອງສະມາຄົມການແພດອອສເຕຣເລັຍ.

"ສິ່ງທີ່ພວກເຮົາ ຕ້ອງໃຫ້ຄວາມສໍາຄັນ ໃນເດືອນທີ່ຈະມາເຖິງນີ້ ແມ່ນການເຝົ້າລະວັງ-ເພື່ອໃຫ້ແນ່ໃຈວ່າ ພວກເຮົາຮູ້ວ່າ ເມື່ອໃດທີ່ມັນມາເຖິງ, ແຕ່ຍັງໃຫ້ຄວາມສໍາຄັນ ໃນການບໍ່ໃຫ້ມັນເຂົ້າມາໃນປະເທດໃຫ້ດົນທີ່ສຸດ ເທົ່າທີ່ຈະເປັນໄປໄດ້ ເພື່ອໃຫ້ຊາວກະສິກອນ, ເພື່ອໃຫ້ຊາວກະເສດຕະກອນ, ເພື່ອໃຫ້ຊຸມຊົນ ໄດ້ຮັບການກະກຽມ ຢ່າງເຫມາະສົມໃນການຮັບມື."

ໃນຖແລງການສະບັບຫນຶ່ງ, ກະຊວງກະສິກັມ ໄດ້ບອກກັບ SBS ວ່າ:

ມັນ..."ຕິດຕາມການລະບາດ ໃນຕ່າງປະເທດ ຢ່າງໃກ້ຊິດ..."

ແລະ: "ອອສເຕຣເລັຍ ໄດ້ມີການຕົກລົງ ການຮັບມື ແລະການແບ່ງປັນຄ່າໃຊ້ຈ່າຍ ທົ່ວປະເທດ ເພື່ອຕອບສນອງຕໍ່ ເຫດການຂອງໂຣກສັດ ແລະການລະບາດ, ລວມທັງໄຂ້ຫວັດສັດປີກ".

ສາດສະດາຈານ Alders ກ່າວວ່າ ປະຊາຄົມໂລກ ຈໍາເປັນຕ້ອງຄິດໃຫມ່ວ່າ ມັນຜລິດອາຫານແນວໃດ ໂດຍເຕືອນເຖິງຄວາມສ່ຽງ ຂອງໂຣກ ທີ່ເຕັ້ນຈາກສັດ ໄປຫາມະນຸດ ແມ່ນຍັງບໍ່ຫມົດໄປ.

"ລະບົບລ້ຽງສັດຢ່າງຫນັກເຫຼົ່ານີ້ ທີ່ມີຄວາມຫນາແຫນ້ນສູງ ຂອງສັດທີ່ຄ້າຍຄືກັນຫຼາຍ, ຊ່ວຍໃຫ້ການແຜ່ລະບາດ ຂອງເຊື້ອໄວຣັສງ່າຍຂຶ້ນ. ຖ້າບໍ່ແມ່ນໄຂ້ຫວັດສັດປີກ, ມັນກໍຈະເປັນໄວຣັສຢ່າງອື່ນ."

ເນື້ອເລື່ອງໂດຍ  Abbie O'Brien ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http:// sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ການກາຍພັນຂອງໄຂ້ຫວັດນົກ. | SBS Lao