ວ່າດ້ວຍໂຣກມະເລັງເລືອດ (Blood cancer) ໃນເດັກ.

3D rendered Illustration of Leukemia cells in the blood stream

ພາບຈຳລອງຂອງຈຸລັງ Leukemia. Credit: Westend61/Getty Images/Westend61

ມູນນິທິ ມະເຮັງເລືອດຂາວ (The Leukemia Foundation) ເຕືອນວ່າ ເດັກນ້ອຍຫຼາຍກວ່າ 400ຄົນຕໍ່ປີ ອາດປະເຊີນກັບ ການກວດມະເຮັງເລືອດ (Blood cancer) ພາຍໃນສິບປີຂ້າງໜ້າ. ມູນນິທິ ກໍາລັງພະຍາຍາມຫາເງິນຈໍານວນ 12 ລ້ານໂດລາ ສໍາລັບການຄົ້ນຄວ້າ ແລະບໍຣິການຊ່ອຍເຫລືອ ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໂຣກມະເລັງເລືອດ (Blood cancer) ຜ່ານໂຄງການ World's Greatest Shave, ດ້ວຍການຊຸກຍູ້ຜູ້ຄົນໃຫ້ແຖ, ຕັດ ຫລືຍ້ອມສີຜົມ ຂອງເຂົາເຈົ້າ ສໍາລັບ the World’s Greatest Shave.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂຣກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ວ່າດ້ວຍໂຣກມະເລັງເລືອດ (Blood cancer) ໃນເດັກ.

ມູນນິທິ ມະເຮັງເລືອດຂາວ (The Leukemia Foundation) ເຕືອນວ່າ ເດັກນ້ອຍຫຼາຍກວ່າ 400 ຄົນຕໍ່ປີ ອາດປະເຊີນກັບ ການກວດມະເຮັງເລືອດ (Blood cancer) ພາຍໃນສິບປີຂ້າງໜ້າ.

ມູນນິທິ ກໍາລັງພະຍາຍາມຫາເງິນຈໍານວນ 12 ລ້ານໂດລາ ຜ່ານໂຄງການ World's Greatest Shave, ພ້ອມດ້ວຍເງິນບໍຣິຈາກ ສໍາລັບການຄົ້ນຄວ້າ ແລະບໍຣິການຊ່ອຍເຫລືອ ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໂຣກມະເລັງເລືອດ(Blood cancer).

Camille Bianchi ລາຍງານ.

ໃນຂນະທີ່ເດັກນ້ອຍຫລາຍສິບພັນຄົນ ຕຽມພ້ອມທີ່ຈະເລີ່ມຕົ້ນ ມື້ທໍາອິດ ໃນການກັບໄປເຂົ້າໂຮງຮຽນ-ແຕ່Chloe Rodger ຈະບໍ່ເປັນຄົນຫນຶ່ງໃນນັ້ນ.

ແທນທີ່ຈະຢູ່ກັບພວກຫມູ່ເພື່ອນ, ນາງຈະໃຊ້ເວລາຫມົດມື້ ໃນຊຸດຄົນປ່ວຍຂອງໂຮງຫມໍ - ບໍ່ແມ່ນເຄື່ອງແບບນັກຮຽນ - ແລະຢູ່ເທິງຕຽງ, ບໍ່ແມ່ນຢູ່ໃນຫ້ອງຮຽນ.

Melissa ແມ່ຂອງ Chloe ເວົ້າວ່າ ມັນເປັນການຕັດສິນໃຈທີ່ຍາກ ເພື່ອປົກປ້ອງ ລະບົບພູມຕ້ານທານຂອງນາງ.

"ການປິ່ນປົວທີ່ລາວໄດ້ຮັບໃນມື້ນີ້ ຈະຊ່ວຍໃຫ້ລາວ ມີພູມຕ້ານທານທີ່ເຂັ້ມແຂງຂືຶ້ນ ໃນການຊ່ວຍປົກປ້ອງລາວ; ເມື່ອເດັກນ້ອຍທຸກຄົນ ກັບມາພ້ອມດ້ວຍເຊື້ອໂຣກທັງຫມົດ ແລະມີງານລ້ຽງຫນ້ອຍຫນຶ່ງ. ສະນັ້ນ ມັນຈຶ່ງກ່ຽວກັບເລື້ອງຄວາມສົມດຸນ ຂອງການພະຍາຍາມດູແລ ແລະເຮັດສິ່ງທີ່ດີທີ່ສຸດ ແລະດູແລນາງ."

ການປິ່ນປົວໂຣກມະເຮັງເລືອດ (Blood cancer) ຮວມທັງມະເຮັງເລືອດຂາວ (Leukemia) ສາມາດໃຊ້ເວລາຫຼາຍປີ.

Maddy Gilsenan ນາງພະຍາບານຂອງ Chloe ເປັນພະຍາບານ ດ້ານການປ່ຽນໄຂກະດູກ (Bone marrow) ແລະການປິ່ນປົວດ້ວຍຈຸລັງ (Cellular Therapy) ຂອງເດັກນ້ອຍ ຢູ່ໂຮງຫມໍ Royal Children's Hospital, ໃນ Melbourne.

ທີ່ສູນກາງໂຣກມະເຮັງຂອງໂຮງຫມໍ, ນາງໄດ້ປິ່ນປົວຄົນໄຂ້ ຈາກເດັກນ້ອຍເກີດໃໝ່ ຈົນເຖິງໄວລຸ້ນ ແລະໄດ້ເຫັນດ້ວຍຕົວເອງ ເຖິງຜົນກະທົບ ຂອງການຮັກສາໂຕຢູ່ໂຮງຫມໍ ເປັນເວລາດົນນານ.

"ໂດຍສະເພາະ ສໍາລັບເດັກນ້ອຍທີອາຍຸຫຼາຍຂອງເຮົາ, ແລະໄວລຸ້ນ, ເມື່ອເຂົາເຈົ້າ ບໍ່ໄດ້ອອກໄປເຮັດໃນສິ່ງທີ່ຫມູ່ເພື່ອນຂອງເຂົາກໍາລັງເຮັດ. ເຂົາເຈົ້າ ຂາດໂຮງຮຽນ ຊຶ່ງເປັນເວລາທີ່ມີຄ່າຫລາຍສໍາລັບເດັກນ້ອຍ. ສະນັ້ນ, ຂ້ອຍຄິດວ່າ ມັນອາດເປັນປະສົບການທີ່ເຫງົາຫຼາຍ ສໍາລັບຜູ້ປ່ວຍ. ແລະພວກເຮົາ ເຮັດໃຫ້ດີທີ່ສຸດ ທີ່ຈະດູແລເຂົາເຈົ້າ ໃນຜແນກຂອງເຮົາ, ແຕ່ມັນອາດເປັນເວລາທີ່ໂດດດຽວຫຼາຍ ສໍາລັບຜູ້ປ່ວຍ ແລະທຸກຄົນໃນຄອບຄົວຂອງເຂົາເຈົ້າ."

ພາລະທາງການເງິນ ຂອງໂຣກມະເລັງເລືອດໃນໄວເດັກ ຕໍ່ຄອບຄົວ ກໍຫນັກຫນ່ວງຄືກັນ ແລະຫລາຍຄອບຄົວ ຕ້ອງເພິ່ງພາບໍຣິການຊ່ອຍເຫລືອ.

ຄອບຄົວ Rodger ຕ້ອງໂສກເສົ້າກັບຊີວິດ ທີ່ເຂົາເຈົ້າໄດ້ສູນເສັຍໄປ ຫລັງຈາກການວິນິດສັຍຂອງ Chloe.

"ຜົວຂອງຂ້ອຍ ໄດ້ຂາຍທຸຣະກິດຂອງລາວ. ຂ້ອຍຕ້ອງລາອອກຈາກວຽກ. ພວກເຮົາໄດ້ຮັບຄວາມກະທົບຫລາຍ. ການເວົ້າລົມ ກ່ຽວກັບເລື່ອງນີ້ ແລະເຜີຍແພ່ຄວາມຮັບຮູ້ ໃຫ້ແກ່ຄອບຄົວອື່ນໆ ທີ່ກໍາລັງປະສົບກັບເລື່ອງນີ້. ພວກເຮົາ ຕ້ອງການຄວາມສນັບສນູນ ຈາກຄອບຄົວເຫລົ່ານີ້. ມັນເປັນເວລາທີ່ສໍາຄັນ ແລະລຳບາກຫລາຍ, ແລະຂ້ອຍຮູ້ວ່າ ຫລາຍຄອບຄົວ ບໍ່ສາມາດຜ່ານພົ້ນໄປໄດ້ ຫລັງຈາກຄວາມເຈັບປ່ວຍແບບນີ້. ແລະພວກເຮົາ ຕ້ອງການການສນັບສນູນຫລາຍກວ່າເກົ່າ ສໍາລັບເດັກນ້ອຍ ໃນດ້ານການສຶກສາ ແລະຄອບຄົວໃນດ້ານສຸຂະພາບທາງຈິດໃຈ ຂອງເຂົາເຈົ້າ."

ເດັກນ້ອຍຫລາຍຄົນ ມັກຈະຂາດໂຮງຮຽນ ລະຫວ່າງ 40 ເຖິງ 60 ເປີເຊັນ ໃນປີທໍາອິດຂອງການປິ່ນປົວ, ບາງຄົນບໍ່ໄປໂຮງຮຽນ ເປັນເວລາ 6 ເຖິງ 18 ເດືອນຫລືຫລາຍກວ່ານັ້ນ.

ນັບຕັ້ງແຕ່ນາງຖືກວິນິດສັຍ ວ່າເປັນມະເຮັງເລືອດຂາວ (Myeloid Leukemia) ຕອນທີ່ນາງ ມີອາຍຸ 9 ປີ ໃນປີ 2022, Chloe ໄດ້ຂາດໂຮງຮຽນປະມານສອງປີ-ແລະຢ່າງຫນ້ອຍ 10 ເດືອນໃນຊ່ວງເວລານັ້ນ ແມ່ນຢູ່ໂຮງຫມໍ.

ໃນເວລານັ້ນ, Melissa ໄດ້ພົບອົງກອນການກຸສົນ ທີ່ໃຫ້ບໍຣິການຄູສອນພິເສດທາງໄກ ໃຫ້ແກ່ເດັກນ້ອຍ ໃນສະຖານະການຂອງ Chloe.

"ຂ້ອຍຄິດວ່າ ມັນຈະເປັນສິ່ງດີ ຖ້າຫາກເດັກນ້ອຍທຸກຄົນ ສາມາດໄດ້ຮັບການສນັບສນູນເພີ່ມເຕີມ ໃນການມີຄູສອນພິເສດ. ມີໂຮງຮຽນຢູ່ໂຮງຫມໍ, ຊຶ່ງ Chloe ໄດ້ໃຊ້ບໍຣິການ. ມັນເປັນພຽງແຕ່ຄວາມມ່ວນຊື່ນເລັກນ້ອຍເທົ່ານັ້ນ-ແລະການມີຄູສອນພິເສດນັ້ນ ໄດ້ມີຜົນກະທົບຢ່າງໃຫຍ່ຫລວງ."

ມັນເປັນໂຣກມະເຮັງ ໃນໄວເດັກທີ່ພົບເລື້ອຍ ແລະເປັນອັນຕະຣາຍຕໍ່ຊີວິດຫລາຍທີ່ສຸດ ໃນ ແລະອີງຕາມຂໍ້ມູນ, ໃນປີນີ້, ເດັກນ້ອຍ 350 ຄົນໃນອອສເຕຣເລັຍ ຄາດວ່າຈະເປັນໂຣກມະເລັງເລືອດ (Blood cancer).

ໃນໄລຍະ 20 ປີທີ່ຜ່ານມາ, ອັດຕາການເປັນມະເຮັງເລືອດ (Blood cancer) ເພີ່ມຂຶ້ນເກືອບ 30 ເປີເຊັນ ໃນກຸ່ມເດັກນ້ອຍ ອາຍຸ 5 ເຖິງ 14 ປີ.

Stem Cell Therapy. ບໍ່ມີຜູ້ບໍຣິຈາກພຽງພໍ ຢູ່ໃນປະເທດ. ສະນັ້ນ, 70 ເປີເຊັນຂອງ Stem Cell ຈະຕ້ອງຫາຈາກ ຜູ້ບໍຣິຈາກໃນຕ່າງປະເທດ. ທ່ານສາມາດເຂົ້າຮ່ວມການຈົດທະບຽນ Stem Cell ແລະກາຍເປັນຜູ້ບໍຣິຈາກໄດ້ ເມື່ອທ່ານໃຫ້ເລືອດໃນຄັ້ງຕໍ່ໄປ. ການບໍຣິຈາກເລືອດທັງຫມົດ ແລະ Plasma ເປັນອີກໜຶ່ງບໍຣິການ ທີ່ສໍາຄັນ ທີ່ຊາວອອສເຕຣເລັຍ ສາມາດຊ່ວຍ ຜູ້ປ່ວຍດ້ວຍໂຣກມະເຮັງເລືອດ. Ms Gilsenan ກ່າວວ່າ ການບໍຣິຈາກຜລິດພັນເລືອດ ຊ່ວຍຊີວິດຂອງເດັກນ້ອຍໃນທຸກວັນ. "ພວກເຮົາ ເພິ່ງພາການບໍຣິຈາກເລືອດຈາກຊຸມຊົນ. ແລະພວກເຮົາ ມີເດັກນ້ອຍຫລາຍຄົນ ທີ່ຕ້ອງໄດ້ຮັບການຊ່ວຍເຫລືອ ຈາກການໃສ່ເລືອດອາທິດລະເທື່ອ ຫລືຫລາຍກວ່ານັ້ນ ຈົນເຖິງສອງປີ. ສະນັ້ນ, ພວກເຮົາຈຶ່ງໃຊ້ເລືອດສ່ວນໃຫຍ່ ທີ່ບໍຣິຈາກດ້ວຍຄວາມເມດຕາ." ທ່ານສາມາດລົງທະບຽນ ສຳລັບ World's Greatest Shave ຂອງປີນີ້ ໄດ້ທີ່ worldsgreatestshave.com ຫລືໂທໄປທີ່ 1800 500 088. ລາຍງານໂດຍ Camille Bianchi ຂ່າວ SBS News, ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ. ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂຣກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now