ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ປະຕິກິຣິຍາຈາກທົ່ວໂລກກ່ຽວກັບ ການຊຸ່ມຍິງທີ່ Bondi.
ການຊຸ່ມຍິງຢູ່ຫາດຊາຍ ທີ່ມີຊື່ສຽງທີ່ສຸດຂອງອອສເຕຣເລັຍ, ໂດຍແນເປົ້າຫມາຍ ໃສ່ຜູ້ຄົນທີ່ມ່ວນຊື່ນ ໃນການສເລີມສລອງວັນພັກ ຂອງຊາວຢິວ, ໄດ້ກໍ່ໃຫ້ເກີດຄວາມຕົກໃຈ ແລະຄວາມໂສກເສົ້າທົ່ວໂລກ.
ໃນຂນະທີ່ການສະແດງຄວາມເສັຍໃຈ, ຊາວຢິວ ແລະຜູ້ສນັບສນູນ ໄດ້ຈັດພິທີເຝົ້າລະວັງ ສໍາລັບຜູ້ທີ່ໄດ້ຮັບຜົນກະທົບ ຈາກຄວາມເຫດການໂສກເສົ້າ-ແລະຂໍ້ຄວາມ ຕໍ່ຕ້ານຄວາມກຽດຊັງ.
Hannukah ແມ່ນເທດສະການ ແຫ່ງແສງສວ່າງປະຈໍາປີ ຂອງສາສນາJudaism ເຊິ່ງມີໄຊຊນະ ເຫນືອຄວາມມືດ ແລະຄວາມຊົ່ວຮ້າຍ.
ແລະໃນຂນະທີ່ຜູ້ໂສກເສົ້າ ມາເຕົ້າໂຮມກັນຢູ່ Jerusalem, ເຝົ້າລະວັງສໍາລັບ 15 ຄົນທີ່ຖືກຍິງຕາຍໃນອອສເຕຣເລັຍ, ເຂົາເຈົ້າໄດ້ຈັບແສງສວ່າງນັ້ນ ແລະແບ່ງປັນມັນ.
"ຈາກ Israel, ພວກເຮົາຂໍຮ້ອງ ໃຫ້ຊາວຢິວທົ່ວໂລກ ໃຫ້ໄຕ້ທຽນຂອງຊາວຢິວ, ໃນນາມຂອງຊຸມຊົນຫນຶ່ງ ທີ່ມີເອກະລັກດຽວກັນ, ບໍ່ວ່າເຂົາເຈົ້າຈະພະຍາຍາມຫລາຍປານໃດກໍຕາມ, ເຂົາເຈົ້າຈະບໍ່ມີວັນ ປະສົບຄວາມສຳເລັດ ໃນການຫຼຸດທອນແສງສວ່າງຂອງເຮົາ. ຊາວ Israel ຍັງມີຊີວິດຢູ່."
ນັ້ນແມ່ນ Yehuda Setton, CEO ຂອງໜ່ວຍງານຊາວຢິວ, ໄດ້ແບ່ງປັນຂໍ້ຄວາມ ແຫ່ງຄວາມສາມັກຄີ-ແລະຄວາມຮັກ ຕໍ່ຜູ້ທີ່ໄດ້ຮັບຜົນກະທົບໂດຍກົງ.
"ພວກເຮົາຢູ່ກັບທ່ານ. ຄວາມເຈັບປວດຂອງທ່ານ ກໍຄືຄວາມເຈັບປວດຂອງເຮົາ. ພວກເຮົາອະທິຖານ ຂໍໃຫ້ຜູ້ຮັບບາດເຈັບຫາຍດີ ແລະສົ່ງຄວາມປອບໃຈ ໄປເຖິງຄອບຄົວຂອງຜູ້ທີ່ສູນເສັຍ ທີ່ຄາດບໍ່ເຖິງຂອງເຂົາເຈົ້າ."
Knesset-ຣັດຖະສະພາຂອງ Israel-ໄດ້ໄຕ້ໄຟ ເພື່ອເປັນກຽດ ແກ່ຜູ້ເຄາະຮ້າຍ ໃນຂນະທີ່ນາຍົກຣັດຖະສົນຕີ, Benjamin Netanyahu ໄດ້ສົ່ງຂໍ້ຄວາມທີ່ແຫຼມຄົມ.
"ເພາະປວັດສາດ ຈະບໍ່ໃຫ້ອະພັຍຕໍ່ຄວາມລັງເລໃຈ ແລະຄວາມອ່ອນແອ. ມັນຈະໃຫ້ກຽດ ແກ່ການກະທໍາ ແລະຄວາມເຂັ້ມແຂງ. ນັ້ນຄືສິ່ງທີ່ຊາວ Israel ຄາດຫວັງຈາກຣັດຖະບານຂອງທ່ານ ຢູ່ໂລກຕາເວັນຕົກ ແລະບ່ອນອື່ນໆ."
Farhan Haq-ຮອງໂຄສົກ ຂອງເລຂາທິການ ສະຫະປະຊາຊາດ, Antonio Guterres, ໄດ້ກ່າວຄຳປະນາມ.
"ເລຂາທິການ ປະນາມລັດທິຕໍ່ຕ້ານຊາວຢິວ (Antisemitism) ໃນທຸກຮູບແບບຢ່າງຊັດເຈນ ແລະຢ້ຳວ່າ ການໂຈມຕີຊຸມຊົນ ທາງສາສນາ ແລະການສເລີມສລອງຢ່າງສັນຕິ, ໂຈມຕີຫລັກທັມພື້ນຖານ ຂອງຄວາມອົດທົນ, ການຢູ່ຮ່ວມກັນ ແລະສັກສີຂອງຄວາມເປັນມະນຸດ."
ຫາດ Bondi ໄດ້ກາຍເປັນສັນຍາລັກທົ່ວໂລກ-ມີຊື່ສຽງທົ່ວໂລກ ວ່າເປັນບ້ານຂອງ Surfboards, ບ່ອນອາບແດດ ແລະຄວາມມ່ວນຊື່ນຂອງຄອບຄົວ.
ຊື່ສຽງຂອງຫາດຊາຍສີທອງ, ເຮັດໃຫ້ວິດີໂອ ທີ່ຖືກແບ່ງປັນທົ່ວໂລກ ກ່ຽວກັບຄວາມຢ້ານກົວ ແລະຄວາມວຸ້ນວາຍ ໃນຄ່ຳຄືນຂອງວັນອາທິດ, ເປັນເລື່ອງທີ່ຫນ້າຢ້ານກົວ ແລະໜ້າຕົກໃຈຍິ່ງຂຶ້ນ.
ເມື່ອຂ່າວໄດ້ຖືກແພ່ໄປທົ່ວໂລກ, ຜູ້ນໍາໄດ້ສະແດງຄວາມໄວ້ອາລັຍ, ຮວມທັງ Emmanuel Macron ປະທານາທິບໍດີ ຝຣັ່ງ, Volodymyr Zelenskyy ຜູ້ນໍາ Ukraine ແລະກະສັດ Charles ຂອງອັງກິດ.
ປະມຸກຂອງ Canada, ເຈົ້າຫນ້າທີ່ Palestine-ແລະໂດຍສະເພາະຢ່າງຍິ່ງIran-ກໍໄດ້ສະແດງຄວາມເສັຍໃຈ ແລະຄວາມເປັນຫ່ວງເຊັ່ນກັນ.
ຣັດຖະບານ ໄດ້ກ່າວຫາ Iran ວ່າກ່ຽວຂ້ອງກັບການໂຈມຕີສອງຄັ້ງ ໃນໂບດຊາວຢິວ (Synagogues) ໃນ Melbourne ປີກາຍນີ້ (2024).
ຂໍ້ຄວາມລົງໃນ X, Esmaeil Baqaei ໂຄສົກການຕ່າງປະເທດ Iran ກ່າວວ່າ:
"ພວກເຮົາປະນາມການໂຈມຕີທີ່ຮຸນແຮງໃນ Sydney, ອອສເຕຣເລັຍ. ການກໍ່ການຮ້າຍ ແລະການຂ້າມະນຸດ ບໍ່ວ່າຈະເຮັດຢູ່ບ່ອນໃດກໍຕາມ ກໍຖືກປະຕິເສດ ແລະຖືກປະນາມ."
ໃນຂນະທີ່ ປະທານາທິບໍດີ Donald Trump ຂອງອາເມຣິກາ ໄດ້ຍື່ນຂໍ້ຄວາມສນັບສນູນ.
"ແລະນັ້ນເປັນການໂຈມຕີຕໍ່ຕ້ານຊາວຢິວ (Antisemitic) ເຫັນໄດ້ຢ່າງຊັດແຈ້ງ. ແລະຂ້າພະເຈົ້າ ພຽງແຕ່ຢາກສະແດງຄວາມເຄົາລົບ ຕໍ່ທຸກຄົນ, ແຕ່ຕໍ່ອອສເຕຣເລັຍ ແລະຕໍ່ນາຍົກຣັດຖະມົນຕີ, ຕໍ່ທຸກຄົນທີ່ເຮົາຮູ້ຈັກດີ ວ່າເຮົາເຂົ້າກັນໄດ້ດີ. ພວກເຮົາມີຄວາມສໍາພັນທີ່ດີ. ນັ້ນເປັນສະຖານະການທີ່ຮ້າຍແຮງ ທີ່ກໍາລັງເກີດຂຶ້ນຢູ່ທີ່ນັ້ນ. ໃຫ້ລອງຄິດເບິ່ງ."
ກຸ່ມ The American Friends of Lubavitch ໄດ້ມາເຕົ້າໂຮມກັນ ຢູ່ເດີ່ນຫຍ້າຂອງ White House, ພ້ອມດ້ວຍສຽງຮ້ອງໄຫ້ ຈາກRabbi Levi Shemtov, ຜູ້ໄວ້ອາລັຍ ຕໍ່ເພື່ອນຂອງລາວ ທີ່ຖືກຂ້າໃນການໂຈມຕີ.
"ສະທ້ອນຢູ່ໃນຈິດໃຈຂອງຂ້າພະເຈົ້າ ແມ່ນຖ້ອຍຄໍາທີ່ Rabbi Eli Shlanger, ເພື່ອນຮ່ວມງານຂອງຂ້າພະເຈົ້າ, ຜູ້ທີ່ໄດ້ກ່າວກ່ຽວກັບຄື້ນຂອງເຫດການ ຕໍ່ຕ້ານຊາວຢິວ (Antisemitic) ໃນເມືອງ Sydney. ເພິ່ນໄດ້ເວົ້າວ່າ ພວກເຮົາມີຄໍາຕອບຢ່າງດຽວ; ເປັນຊາວຢິວຫລາຍຂຶ້ນ, ຮູ້ສຶກວ່າເປັນຊາວຢິວຫລາຍຂຶ້ນ, ເບິ່ງຄືວ່າ ເປັນຊາວຢິວຫລາຍຂຶ້ນ!"
ການກະຕຸ້ນນັ້ນ, ໄດ້ຖືກແບ່ງປັນ ໃນບັນດາຜູ້ສັດທາ ຊາວຢິວໃນ New York.
ຜູ້ມາຮ່ວມງານສເລີມສລອງ Hannukah ຂອງເມືອງ, ເປັນຄືນທໍາອິດຂອງຊ່ວງເວລາສັກສິດ 8 ມື້ ດ້ວຍການສະແດງ ການຕໍ່ຕ້ານຄວາມກຽດຊັງ ແລະຄວາມຢ້ານກົວ.
"ພວກເຮົາຕ້ອງມາຢູ່ທີ່ນີ້, ເພາະສິ່ງທີ່ໄດ້ເກີດຂຶ້ນນັ້ນ ຮ້າຍແຮງຫຼາຍ. ແລະຂ້າພະເຈົ້າ ເປັນຊາວຢິວ ແລະຂ້າພະເຈົ້າເປັນຄົນອາເມຣິກາ ແລະຂ້າພະເຈົ້າ ຈະປະຕິບັດ Hannukah ດົນນານ ເທົ່າທີ່ຂ້າພະເຈົ້າ ສາມາດເຮັດ Hannukah ໄດ້.... ຢ່າງເປີດເຜີຍ."
ຣົດຕໍາຫລວດ ແລະເຈົ້າຫນ້າທີ່ຮັກສາຄວາມປອດພັຍ ໄດ້ຢູ່ທາງຂ້າງຂອງງານ, ໂດຍຜູ້ເຂົ້າຮ່ວມ ໄດ້ສະແດງຄວາມຫວັງວ່າ ເຫດການນີ້ຈະປອດພັຍ.
"ມັນເປັນສະຖານະການ ທີ່ຫນ້າຢ້ານ ແລະຫນ້າເສົ້າແທ້ໆ ເພາະບໍ່ວ່າເຮົາຈະຍອມຮັບວັດທະນະທັມອື່ນ ຫລາຍປານໃດກໍຕາມ, ແຕ່ຍັງມີຄວາມກຽດຊັງ ຕໍ່ຜູ້ຄົນຢູ່ໃນໂລກນີ້ ແລະສິ່ງນັ້ນ ຄວນຢຸດເພາະມັນເປັນທີ່ຍອມຮັບບໍ່ໄດ້."
ໃນຄວາມໂສກເສົ້າ ທີ່ຫຼັ່ງໄຫຼອອກມາຈາກຂ່າວ ກ່ຽວກັບການຕາຍຂອງ15 ຄົນ-ຂໍ້ຄວາມສະແດງຄວາມເປັນນ້ຳໜຶ່ງໃຈດຽວກັນ ໄດ້ມາພ້ອມກັບການຕິຕຽນ.
Rabbi Jonathan Wittenberg, ຈາກ the New North London Synagogue, ກ່າວວ່າ ນີ້ເປັນສັນຍານວ່າ ການຕໍ່ຕ້ານຊາວຢິວກໍາລັງເກີດຂຶ້ນ.
"ຕົກໃຈ, ຢ້ານກົວ, ແຕ່ບໍ່ແປກໃຈ, ເພາະສະພາບແວດລ້ອມ ໄດ້ເຮັດໃຫ້ສິ່ງແບບນີ້ເກີດຂຶ້ນ. ຂໍຢ່າໃຫ້ເລື້ອງເຊັ້່ນນີ້ເກີດຂຶ້ນເລີຍ"
ຄວາມປອດພັຍ ໄດ້ຖືກເພີ່ມຂຶ້ນໃນງານ Hannukah ທົ່ວຢູໂຣບ, ພ້ອມດ້ວຍການຮັບຮູ້ ຜູ້ເຄາະຮ້າຍຂອງ Bondi ໃນງານ Hannukah ໃນເມືອງBerlin, Paris ແລະ London, ກ່ອນສະພາຢູໂຣບ ສະແດງຄວາມເຄົາຣົບດ້ວຍການຢືນສງົບ ບຶດຫນຶ່ງໃນວັນຈັນ.
ປະທານ Roberta Metsola, ໃຫ້ກຽດແກ່ຜູ້ເຄາະຮ້າຍ ແລະວິຣະບຸຣຸດຂອງຫາດ Bondi.
"Matilda ອາຍຸສິບປີ ແລະ Alex, ອາຍຸ 87 ປີ, ຜູ້ທີ່ລອດຊີວິດຈາກHolocaust, ໄດ້ຢູ່ໃນບັນດາຜູ້ເສັຍຊີວິດ ທີ່ຖືກລ່າໂດຍມືປືນ ໃນຂນະທີ່ເຂົາເຈົ້າຢູ່ໃນຊາຍຫາດ. ຫລາຍຄົນຍັງຢູ່ໂຮງຫມໍ, ບາງຄົນກໍຢູ່ໃນອາການສາຫັດ. ພວກເຂົາທັງຫມົດຢູ່ ໃນຄວາມຄິດຂອງພວກເຮົາ, ແລະຂ້າພະເຈົ້າ ຢາກຮັບຮູ້ວ່າ ພວກເຮົາຈະເວົ້າເຖິງຜູ້ເຄາະຮ້າຍ ທີ່ນັບບໍ່ຖ້ວນອີກໃນມື້ນີ້, ຖ້າຫາກບໍ່ເປັນເພາະຄວາມກ້າຫານ ຂອງເຈົ້າຂອງຮ້ານຄ້າ ອາຍຸ 43 ປີຊື່ Ahmed ຜູ້ທີ່ບໍ່ມີອາວຸດ ໄດ້ແລ່ນເຂົ້າໄປໃນສຽງປືນ ແລະໄດ້ປົດອາວຸດ ຜູ້ກໍ່ການຮ້າຍຄົນຫນຶ່ງ.
ແສງສວ່າງແຫ່ງຄວາມກ້າຫານ, ໄດ້ສ່ອງແສງຜ່ານຄວາມມືດ.
ຖ້າທ່ານ ຫລືບາງຄົນທີ່ທ່ານຮູ້ຈັກ ຕ້ອງການຄວາມຊ່ອຍເຫລືອ, ໃຫ້ຕິດຕໍ່ຫາ Lifeline crisis support ທີ່ 131114, ຫຼື Suicide Call Back Service ທີ່ 1300 659 467 ແລະ Kids Helpline ທີ່ 1800 551 800 (ສໍາລັບຄົນທີ່ມີອາຍຸ 5 ເຖິງ 25 ປີ).
ຂໍ້ມູນເພີ່ມເຕີມ ມີຢູ່ທີ່ beyondblue.org.au ແລະ lifeline.org.au
ລາຍງານໂດຍ Camille Bianchi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao








