ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການຮຽກຮ້ອງໃຫ້ຈັດຕັ້ງຄນະກັມມາທິການ Royal Commission
ຫລັງຈາກງານສົ່ງສະການຄັ້ງສຸດທ້າຍ ສໍາລັບຜູ້ເຄາະຮ້າຍ ຈາກການໂຈມຕີຂອງຜູ້ກໍ່ການຮ້າຍ ໃນ Bondi, ຝ່າຍຄ້ານໄດ້ ເພີ່ມຄວາມກົດດັນຕໍ່ຣັດຖະບານ ຈັດຕັ້ງຄນະກັມມາທິການ Royal Commission ທີ່ແນໃສ່ຄວາມຮັບຜິດຊອບ ຂອງຣັດຖະບານ ແລະອຸດົມການທີ່ຮຸນແຮງໂດຍສະເພາະ.
ໃນຂນະທີ່ຝ່າຍຄ້ານ ໄດ້ລາຍລະອຽດເຖິງແບບຢ່າງ ຂອງຜູ້ຄວບຄຸມສາມຄົນ, ຣັດຖະບານ ກໍຍັງມີຄວາມລະມັດລະວັງ, ໂດຍທີ່ນັກວິເຄາະໄດ້ແນະນໍາວ່າ ຄວາມເປັນຫ່ວງວ່າ ຂອບເຂດຂອງການສອບຖາມ ຈະມີຜົນກະທົບ ຕໍ່ຄວາມຜູກພັນຂອງສັງຄົມ ແລະໂຄງການໃນວົງຂວາງຂອງຊາດແນວໃດ.
Briana Charles ມີລາຍລະອຽດ.
ໃນມື້ສົ່ງສະການຄັ້ງສຸດທ້າຍ ສໍາລັບຜູ້ເຄາະຮ້າຍ ຈາກການໂຈມຕີ ຜູ້ກໍ່ການຮ້າຍໃນ Bondi, ຜູ້ນໍາຝ່າຍຄ້ານ Sussan Ley ກໍາລັງເພີ່ມຄວາມກົດດັນ ຕໍ່ຣັດຖະບານ ເພື່ອຈັດຕັ້ງຄນະກັມມາທິການ Commonwealth Royal Commission.
ທັງຍານົກຣັດຖະມົນຕີ Anthony Albanese ແລະ Ms Ley ໄດ້ໄປຮ່ວມງານສົ່ງສະການ ຂອງອະດີດຕໍາຫລວດ Peter Meagher ໃນ Sydney, ຜູ້ທີ່ຖືກສັງຫານ ໃນຂນະທີ່ຖ່າຍຮູບງານ Hanukkah ໃນລະຫວ່າງການໂຈມຕີທີ່ຫາດ Bondi ເດືອນແລ້ວນີ້.
The Coalition ໄດ້ເປີດເຜີຍເງື່ອນໄຂ ການອ້າງອີງ ທີ່ແນະນໍາສໍາລັບຄນະກັມມາທິການ Commonwealth Royal Commission, ໂດຍແນໃສ່ ຄວາມຮັບຜິດຊອບ ຂອງຣັດຖະບານ ແລະການປະເມີນຄວາມປອດພັຍຂອງປະເທດ, ການຍ້າຍຖິ່ນຖານ ແລະການປົກປ້ອງຊຸມຊົນ.
ໃນຂນະທີ່ອະທິບາຍກ່ຽວກັບເລື່ອງນີ້, Ms Ley ກ່າວວ່າ ການສອບສວນໃດໆກໍຕາມ ຕ້ອງຮວມເຖິງການປຶກສາຫາລື ກັບຄອບຄົວຂອງຜູ້ເຄາະຮ້າຍ.
"ກ່ອນອື່ນ, ຄວາມຮັບຜິດຊອບຢ່າງເຕັມທີ່ ສໍາລັບການຕັດສິນໃຈຂອງຜູ້ບໍຣິຫານ ແລະຣັດຖະມົນຕີ. ຣັດຖະມົນຕີ ໄດ້ຮັບຄໍາແນະນໍາແນວໃດ? ເຂົາເຈົ້າ ໄດ້ຮັບຂໍ້ມູນຫຍັງແດ່, ໂດຍສະເພາະ ນັບແຕ່ວັນທີ 7 ເດືອນຕຸລາ ປີ 2023? ເຂົາເຈົ້າໄດ້ເຮັດຫຍັງແດ່ ຈາກຂໍ້ມູນນັ້ນ? ເຂົາເຈົ້າບໍ່ໄດ້ເຮັດຫຍັງແດ່? ທັງຫມົດນີ້ ຕ້ອງຊັດເຈນ ແລະອໍານາດຂອງ Royal Commission ສາມາດເຮັດສິ່ງນັ້ນໄດ້."
Ms Ley ກ່າວວ່າ Royal Commission ຕ້ອງຮວມເຖິງສິ່ງທີ່ນາງເອີ້ນວ່າ "ການຮັບມື" ກັບອຸດົມການຫົວຮຸນແຮງ.
"ຢ່າງທີສອງ, ຕ້ອງມີການຮັບມື ກັບການຕໍ່ຕ້ານຊາວຢິວ (Antisemitism) ແລະອຸດົມການທີ່ຮຸນແຮງ. ເງື່ອນໄຂ ຂອງການອ້າງອີງ ຕ້ອງກ່າວເຖິງ ການເພີ່ມຂຶ້ນຢ່າງເປັນລະບົບ ຂອງລັດທິຕໍ່ຕ້ານຊາວຢິວ (Antisemitism) ໃນອອສເຕຣເລັຍ, ແລະມັນຕ້ອງຮວມເຖິງ ການອ້າງອີງ ເຖິງຄວາມຮຸນແຮງຂອງ Islam, ພ້ອມທັງຄວາມຮຸນແຮງທາງຝ່າຍຊ້າຍຈັດ ແລະ Neo-Nazi. ຄອບຄົວຂອງຜູ້ເຄາະຮ້າຍ ໄດ້ບອກຢ່າງຊັດແຈ້ງ ກ່ຽວກັບເລື່ອງນີ້. ການຕໍ່ຕ້ານຊາວຢິວ ບໍ່ສາມາດຖືກກໍານົດຂອບເຂດໃຫມ່ ຫລືຖືກອະທິບາຍຄືນໃຫມ່."
ເມື່ອຖືກຖາມວ່າ ນາງກໍາລັງປະສົມ ຂະບວນການຊ້າຍຈັດ ແລະ Neo-Nazi ຫລືບໍ່, Ms Ley ໄດ້ຊີ້ແຈງຄຳເວົ້າຂອງນາງ.
"ລັດທິຊ້າຍຈັດ ແລະ Neo-Nazi Extremism ເປັນຄໍາທີ່ຂ້າພະເຈົ້າໃຊ້. ແມ່ນແລ້ວ."
ແລ້ວນາງໄດ້ກ່າວຕື່ມວ່າ the Coalition ສເນີໃຫ້ມີໂຄງຮ່າງ ຂອງການສອບສວນແນວໃດ.
"ແລະຢ່າງທີສາມ, Royal Commission ຕ້ອງມີອໍານາດ ແລະສຽງທີ່ແທ້ຈິງ, ຊຶ່ງເປັນຫຍັງ ຂໍ້ສເນີຂອງພວກເຮົາ ຈຶ່ງມີກັມມາທິການສາມຄົນ. ຫນຶ່ງ, ເປັນຜູ້ຕັດສິນອາວຸໂສ. ພ້ອມນີ້, ສະມາຊິກຂອງຊຸມຊົນຊາວຢິວ ທີ່ມີປະສົບການ ແລະຄວາມຊ່ຽວຊານ ໃນການຕໍ່ຕ້ານຊາວຢິວ. ແລະກັມມາທິການ ຜູ້ທີສາມ ຕ້ອງເປັນຜູ້ຊ່ຽວຊານ ເລື່ອງຄວາມປອດພັຍຂອງປະເທດ... ແລະນັ້ນເປັນເພາະ ບັນຫາທີ່ຊັບຊ້ອນທາງກົດຫມາຍ, ຊຸມຊົນ ແລະຄວາມປອດໄພ ທີ່ Royal Commission ນີ້ຕ້ອງຄອບຄຸມ ຈຶ່ງມີການຮຽກຮ້ອງ ໃຫ້ຜູ້ຊ່ຽວຊານສາມຄົນນັ້ນເປັນຜູ້ຮັບຜິດຊອບເລື້ອງນີ້."
ໃນຂນະທີ່ຄວາມເປັນໄປໄດ້ ຂອງຄນະກັມມາທິການ Commonwealth Royal Commission ກໍາລັງໃກ້ເຂົ້າມາຫລາຍຂຶ້ນ, ພັກ Labor ຍັງບໍ່ໄດ້ເປີດເຜີຍ ເງື່ອນໄຂຂອງການອ້າງອີງ ທີ່ຕ້ອງການໃດໆ.
Martin Kear, ອາຈານຢູ່ມະຫາວິທະຍາໄລ Sydney, ແນະນໍາວ່າ ວິທີທາງທີ່ລະມັດລະວັງ ຂອງຣັດຖະບານ ອາດເປັນຍຸດທະວິທີໃດນຶ້່ງ.
"ສໍາລັບ Royal Commission, ຂ້າພະເຈົ້າຄິດວ່າ ມັນຈະຂຶ້ນຢູ່ກັບເງື່ອນໄຂຂອງການອ້າງອີງທີ່ Prime Minister ຈະເຮັດແນວໃດ ສໍາລັບ Royal Commission, ຖ້າຫາກມັນເກີດຂຶ້ນແທ້ໆ, ຂ້າພະເຈົ້າຄິດວ່າ ລາວໄດ້ຕໍ່ຕ້ານການຮຽກຮ້ອງໃຫ້ມີ Royal Commission ເພາະມັນຈະດຶງດູດ Oxygen ອອກຈາກວາຣະທີສອງ ຂອງຣັດຖະບານ. ຈະມີການຢອດຂໍ້ມູນທີ່ຫນ້າຕື່ນເຕັ້ນ, ອາດເປັນຄວາມລົ້ມເຫລວ ທາງສະຕິປັນຍາ. ເປັນຫຍັງພວກເຮົາຈຶ່ງບໍ່ເຮັດເຊັ່ນນີ້? ແລະຂ້າພະເຈົ້າຄິດວ່າ ມັນຈະກໍ່ໃຫ້ເກີດຄວາມເຄັ່ງຕຶງໃນຊຸມຊົນ ລະຫວ່າງຊາວມູສລິມ ອອສເຕຣເລັຍ ແລະຊາວຢິວອອສເຕຣເລັຍ."
ລາຍງານໂດຍ Briana Charles ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao





