ຄວາມສ່ຽງຈາກໄຟໄໝ້ໃກ້ໂຕເມືອງ.

Los Angeles Fires Lawsuit

ເຮືອນທີ່ໄມ້ເນື່ອງຈາກໄຟປ່າ. Credit: Nic Coury/AP

ຜູ້ຄົນເກືອບເຈັດລ້ານຄົນ ທີ່ອາສັຍຢູ່ໃກ້ເມືອງຫລວງ ຂອງອອສເຕຣເລັຍ ກໍຕົກຢູ່ໃນອັນຕະຣາຍຈາກໄຟໄຫມ້ໃນເມືອງ ທີ່ຄ້າຍຄືກັນກັບທີ່ໄດ້ເຫັນ ໃນເມືອງ Los Angeles ເມື່ອປີກາຍນີ້. ນີ້ແມ່ນ ຄໍາເຕືອນ ໂດຍອະດີດຫົວຫນ້າດັບເພີງອອສເຕຣເລັຍ ແລະສະພາສະພາບພູມອາກາດ ມີຂຶ້ນໃນຂນະທີ່ ປະເທດນີ້ກໍາລັງຮ້ອນອົບເອົ້າ ໃນຄື້ນຄວາມຮ້ອນ ທີ່ຮ້າຍແຮງທີ່ສຸດ ໃນຮອບຫຼາຍປີທີ່ຜ່ານມາ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ຄວາມສ່ຽງຈາກໄຟໄໝ້ໃກ້ໂຕເມືອງ.

ຜູ້ຄົນເກືອບເຈັດລ້ານຄົນ ທີ່ອາສັຍຢູ່ໃກ້ເມືອງຫລວງ ຂອງອອສເຕຣເລັຍ ກໍຕົກຢູ່ໃນອັນຕະຣາຍຈາກໄຟໄຫມ້ໃນເມືອງ ທີ່ຄ້າຍຄືກັນກັບທີ່ໄດ້ເຫັນ ໃນເມືອງ Los Angeles ເມື່ອປີກາຍນີ້.

ຄໍາເຕືອນ ໂດຍອະດີດຫົວຫນ້າດັບເພີງອອສເຕຣເລັຍ ແລະສະພາສະພາບພູມອາກາດ ມີຂຶ້ນໃນຂນະທີ່ ປະເທດນີ້ກໍາລັງຮ້ອນອົບເອົ້າ ໃນຄື້ນຄວາມຮ້ອນ ທີ່ຮ້າຍແຮງທີ່ສຸດ ໃນຮອບຫຼາຍປີທີ່ຜ່ານມາ.

SamDover ແລະ Mahnaz Angury ລາຍງານ.

ຕອນ Amy Blain ໄດ້ຍ້າຍຈາກປະເທດອັງກິດ ມາປະເທດອອສເຕຣເລັຍ, ໄຟໄຫມ້ປ່າ ບໍ່ໄດ້ຢູ່ໃນຄວາມຄຶດຂອງນາງ.

ຈົນກວ່າ ນາງໄດ້ຕົກຢູ່ທ່າມກາງໄຟໄຫມ້ ຢູ່ເມືອງ Bermagui ໃນຣັດ New South Wales ໃນປີ 2019.


"ມັນເປັນເລື່ອງເສົ້າໃຈຫລາຍ. ພວກເຮົາມີລູກເກີດໃຫມ່ ແລະອາຍຸ 6 ປີ. ພວກເຮົາ ບໍ່ເຄີຍມີປະສົບການແບບນີ້ມາກ່ອນ. ພວກເຮົາຕື່ນນອນ ເວລາ 7 ໂມງເຊົ້າ ແລະທ້ອງຟ້າກໍມືດໄປໝົດ. ໃນທີ່ສຸດ ພວກເຮົາກໍໜີອອກຈາກບ່ອນນັ້ນ ແຕ່ກ່ອນພວກເຮົາຈະອອກມາ, ສະຖານີຕອງນ້ຳກໍມອດ, ໂທຣະຄົມມະນາຄົມກໍຂາດ, ລະບົບບຳບັດນ້ຳເສັຍ ກໍໄດ້ຮັບຄວາມເສັຍຫາຍ, ໃນຮ້ານຄ້າ ກໍບໍ່ມີນ້ຳຂາຍ, ມັນຮູ້ສຶກວ່າບໍ່ປອດພັຍຢ່າງຍິ່ງ."

ຫລັງຈາກການອົບພະຍົບແລ້ວ, ຄອບຄົວຂອງນາງໄດ້ຂັບຣົດກັບບ້ານທີ່ Canberra.

ແມ່ນຢູ່ທີ່ Canberra ນັ້ນ ບ່ອນທີ່ໄຟ ໄດ້ທໍາລາຍບ້ານເຮືອນ 500 ຫລັງແລະເຮັດໃຫ້ມີຜູ້ເສັຍຊີວິດສີ່ຄົນ ເມື່ອຊາວປີກ່ອນ.

ສາດສະດາຈານ David Bowman, ຈາກສູນດັບເພິງ ຂອງມະຫາວິທະຍາລັຍ Tasmania, ອະທິບາຍເຖິງເຫດການນັ້ນວ່າ ເປັນເຫດການທີ່ຫວາດສຽວຫຼາຍ, ແຕ່ບັດນີ້ ລາວໄດ້ເຕືອນວ່າ ສິ່ງທີ່ຮ້າຍແຮງກວ່ານັ້ນ ອາດເກີດຂຶ້ນໃນອະນາຄົດ ສໍາລັບເມືອງອອສເຕຣເລັຍ.

"ມັນອາດຮ້າຍກວ່ານັ້ນ. ມີພຽງສະຖານະການທີ່ດີ ທີ່ຈະຫລຸດຜ່ອນສິ່ງທີ່ຈະເປັນເຫດການໄຟໄຫມ້ ທີ່ຮ້າຍແຮງທົ່ວໂລກ. ແລະຄໍາຖາມກໍຄື ເຮົາພຽງແຕ່ໂຊກດີເທົ່ານັ້ນບໍ່? ພວກເຮົາຕ້ອງລົງທຶນ ໃນລະບົບຂອງພວກເຮົາ ເພື່ອເຮັດໃຫ້ເມືອງຂອງພວກເຮົາປອດພັຍ ແລະຈົນກວ່າພວກເຮົາຈະເຮັດສິ່ງນັ້ນ ພວກເຮົາພຽງແຕ່ຈະສ່ຽງ ແລະພວກເຮົາຈະຮູ້ສຶກໂຕໃນມື້ຫນຶ່ງ ແລະຮູ້ວ່າການສ່ຽງນັ້ນ ບໍ່ມີຜົນດີຫຍັງ."

ລາຍງານໃຫມ່ ຈາກອະດີດຫົວຫນ້າດັບເພີງອອສເຕຣເລັຍ ແລະສະພາສະພາບພູມອາກາດ ໄດ້ແນະນໍາວ່າ ມັນເປັນພຽງແຕ່ເລື່ອງຂອງເວລາເທົ່ານັ້ນ ຈົນກວ່າເມືອງອອສເຕຣເລັຍ ຈະປະສົບກັບພັຍທັມມະຊາດ ທີ່ຮ້າຍແຮງ ເທົ່າກັບໄຟໄຫມ້ຢູ່ເມືອງ Los Angeles ໃນປີ 2025.

Greg Mullins ອະດີດຜູ້ບັນຊາການດັບເພີງ ແລະກູ້ພັຍ New South Wales, ກ່າວວ່າ ເຂດອ້ອມຮອບເມືອງໃຫຍ່ ມີຄວາມຄ້າຍຄືກັນຫຼາຍ ກັບເມືອງ Los Angeles.

"ພວກເຮົາ ມາເບິ່ງສະຖານທີ່ຕ່າງໆເຊັ່ນ Blue Mountains, ຝັ່ງທະເລພາກກາງ ໃນ New South Wales, ນອກເມືອງ Sydney, Yarra Ranges, Dandenongs, Adelaide hills, Perth hills ແລະອ້ອມຮອບ Hobart, ແລະແນ່ນອນວ່າ Canberra, ແລະເຂົາເຈົ້າມີຄວາມຄ້າຍຄືກັນກັບ Los Angeles ທີ່ມີປ່າໄມ້ສູງຊັນ ແລະພູຜາ, ພືດທີ່ຫນາແຫນ້ນ, ສະພາບອາກາດໄຟໄຫມ້ທີ່ຮ້າຍແຮງ ຊຶ່ງເກີດຈາກການປ່ຽນແປງສະພາບພູມອາກາດ, ແລະເປັນບາງມື້ ທີ່ເຮົາມີລົມພັດແຮງ ແລະສະພາບທີ່ເຮັດໃຫ້ໄຟໄຫມ້ຮ້າຍແຮງຂຶ້ນ."

ສາດສະດາຈານ Bowman ກ່າວວ່າ ໃນບາງທັດສະນະ ເມືອງຕ່າງໆໃນອອສເຕຣເລັຍ ເບິ່ງຄືວ່າ ມີຄວາມອ່ອນແອຫລາຍກວ່າ ເມືອງໃນ California.

"ບາງເທື່ອ ເຮົາມີສະພາບອາກາດໄຟໄຫມ້ ທີ່ຮຸນແຮງກວ່າ California. ພວກເຮົາ ມີທະເລຊາຍ ຄືກັນກັບ California. ແລະເມື່ອອາກາດຮ້ອນທີ່ພັດອອກມາຈາກທະເລຊາຍ ຈະສາມາດພັດອອກມາຈາກທະເລຊາຍດ້ວຍລົມແຮງເຫລົ່ານີ້, ຊຶ່ງຄືກັນກັບ ເຄື່ອງເປົ່າຜົມທີ່ໃຫຍ່ທີ່ສຸດໃນໂລກ. ແລະມັນຈະເຮັດໃຫ້ທຸກຢ່າງແຫ້ງ."

ໃນຂນະນີ້ ຄາດວ່າມີຜູ້ຄົນຈໍານວນ 6.9 ລ້ານຄົນ ໃນອອສເຕຣເລັຍ ອາສັຍຢູ່ໃນເຂດອັນຕະຣາຍ ຂອງໄຟໄຫມ້ໃນເຂດເມືອງ.

ນັ້ນເປັນການເພີ່ມຂຶ້ນ ຫລາຍກວ່າ 65 ເປີເຊັນນັບແຕ່ປີ 2000.

Mr Mullins, ຜູ້ທີ່ໄດ້ຕໍ່ສູ້ກັບໄຟໄຫມ້ Black Summer ໃນລະດູຮ້ອນ ຂອງປີ 2019-2020, ກ່າວວ່າ ການປ່ຽນແປງສະພາບອາກາດ ເປັນປັດຈັຍສໍາຄັນ ທີ່ເຮັດໃຫ້ຄວາມສ່ຽງທີ່ຮ້າຍແຮງຂຶ້ນເຫລົ່ານີ້.

"ການປ່ຽນແປງສະພາບພູມອາກາດ ບໍ່ໄດ້ກໍ່ໃຫ້ເກີດໄຟໄຫມ້ ແຕ່ມັນນໍາໄປສູ່ສະພາບ ທີ່ເຮັດໃຫ້ໄຟໄຫມ້ຮຸນແຮງຂຶ້ນ, ໃຫຍ່ຂຶ້ນ ແລະເກີດຂຶ້ນເລື້ອຍໆ. ການເຜົາຖ່ານຫີນ, ນ້ຳມັນແລະ ແກັສ ເປັນສາເຫດຂອງບັນຫານີ້ ແລະທໍາລາຍໂລກຂອງພວກເຮົາ ສໍາລັບລູກຫລານຂອງພວກເຮົາ."

Amy Blain ກ່າວວ່າ ນາງຫວັງວ່າຣັດຖະບານ ຈະສາມາດລົງມືເຮັດ ໃນບໍ່ຊ້ານີ້ ເພື່ອວ່າຄົນອື່ນ ຈະບໍ່ຕ້ອງປະເຊີນກັບຄວາມຢ້ານກົວ ທີ່ນາງໄດ້ປະສົບມາ.

"ຣັດຖະບານໄດ້ບອກພວກເຮົາວ່າ ມັນຈະເປັນການເພີ່ມຂຶ້ນ, ມັນຈະປະສົມເຂົ້າກັນ, ມັນຈະເກີດຂຶ້ນພ້ອມກັນ. ສະນັ້ນ ບັດນີ້ເຮົາຕ້ອງການເຫັນຣັດຖະບານ ຢຸດເຮັດໃຫ້ເລື່ອງນີ້ຮ້າຍແຮງຂຶ້ນ ແລະລົງທຶນໃນຊຸມຊົນຂອງເຮົາ ເພື່ອໃຫ້ແນ່ໃຈວ່າ ເຮົາຮູ້ສຶກປອດພັຍ ເພາະໃນເວລານີ້ລາຍງານນີ້ ເປັນຫນ້າເປັນຫ່ວງຢ່າງຍິ່ງ."

ທັງຫມົດນີ້ ໃນຂນະທີ່ສ່ວນໃຫຍ່ຂອງອອສເຕຣເລັຍ ຕຽມພ້ອມສໍາລັບຄວາມຮ້ອນທີ່ຮ້າຍແຮງໃນສອງສາມມື້ຕໍ່ມາ, ໂດຍທີ່ Michael Efron, ນັກອຸຕຸນິຍົມອາວຸໂສທີ່ Bureau of Meteorology, ກ່າວວ່າ ມີການເຕືອນເລື່ອງຄວາມຮ້ອນສູງ ທົ່ວພາກຕ່າງໆຂອງ ACT, ພາກໃຕ້ຂອງ New South Wales ແລະພາກຕາເວັນອອກຂອງ Victoria.

"ພວກເຮົາ ກໍາລັງເຫັນສະພາວະ ຂອງຄື້ນຄວາມຮ້ອນທີ່ສໍາຄັນທີ່ສຸດ ນັບແຕ່ລະດູຮ້ອນຂອງປີ 2019/20. ພ້ອມນີ້, ສິ່ງນັ້ນຈະເພີ່ມອັນຕະລາຍຈາກໄຟໄຫມ້."

ລາຍງານໂດຍ   Sam Dover ແລະ Mahnaz Angury   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service