ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ລາຍງານໄຟໄໝ້ປ່າທີ່ Victoria 120126
ສະພາບອາກາດທີ່ເຢັນລົງ ກໍາລັງຊ່ອຍເຫລືອເຈົ້າໜ້າທີ່ດັບເພີງ ໃນ ໃຫ້ສາມາດຄວບຄຸມໄຟປ່າທີ່ຮຸນແຮງ ຊຶ່ງໄດ້ທໍາລາຍຊຸມຊົນ ໃນເຂດອ້ອມຮອບຣັດ ໃນໄລຍະຫົກມື້ທີ່ຜ່ານມາ.
ແຕ່ດ້ວຍຍັງມີໄຟໄຫມ້ອີກຫລາຍບ່ອນ ທີ່ຍັງບໍ່ສາມາດຄວບຄຸມໄດ້, ບັດນີ້ ຊຸມຊົນເຫລົ່ານັ້ນ ກໍປະເຊີນກັບການຟື້ນໂຕຢ່າງຖ້ວມລົ້ນ ແລະອະນາຄົດທີ່ບໍ່ແນ່ນອນ, ດັ່ງທີ່ Peggy Giakoumelos ລາຍງານ.
Warwick O'Donnell ຄິດວ່າ ລາວຕຽມພ້ອມສໍາລັບໄຟທີ່ໃກ້ຈະມາເຖິງ, ແຕ່ກໍຍັງປະຫລາດໃຈ.
"ຂ້ອຍເຂົ້າໄປໃນຫ້ອງເພື່ອເກັບເຄື່ອງນຸ່ງ, ຈັດກະເປົ໋າ, ແລະກໍຫລຽວອອກໄປທາງປ່ອງຢ້ຽມ ເພື່ອເບິ່ງວ່າ ຂ້ອຍມີເວລາຫລາຍປານໃດ, ແລະໄຟກໍຍັງຢູ່ໄກເຕີບ. ແລ້ວມັນກໍມາຮອດທີ່ນີ້. ມັນມາຮອດຖນົນຢູ່ຕໍ່ຫນ້າເຮືອນ, ແລະຂ້ອຍຕ້ອງໄດ້ໂດດອອກທາງປ່ອງຢ້ຽມ ເພື່ອໄປຫາຣົດ ກ່ອນໄຟຈະໄປຮອດຣົດ."
ໃນຂນະທີ່ລາວຂັບຣົດຫນີ, ຣົດຂອງລາວໄດ້ຖືກໄຟຄອບຖ້ວມ ຢູ່ຕາມຫົນທາງດ້ວຍແປວໄຟຂນາດໃຫຍ່ ຊຶ່ງໄກຫລາຍຮ້ອຍແມັດ.
"ມັນກາຍເປັນໂຄງ. ມັນເປັນສີສົ້ມ, ສີເຫລືອງ, ສີແດງ ແລະແສບຕາ, ປານຕາບອດທັງຫມົດ. ບໍ່ເຫັນຫຍັງເລີຍ.ຂ້ອຍເກືອບຈະຈອດຣົດ ເພາະຂ້ອຍບໍ່ຢາກຂັບຣົດໄປຕຳຄົນອື່ນ. ຂ້ອຍບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນຢູ່ທາງຫນ້າຂ້ອຍ ແລະໂຊກດີ ທີ່ຂ້ອຍເລີ່ມເຫັນດີຂຶ້ນ, ມັນເລີ່ມແຈ້ງຂຶ້ນ."
ໄຟບໍ່ໄດ້ໄໝ້ເຮືອນຂອງລາວ ທີ່ Longwood East ແຕ່ລາວໄດ້ສູນເສັຍສາງ, ບ່ອນເຮັດວຽກ ແລະເຄື່ອງມືທັງຫມົດຂອງລາວ.
ລາວຕົກໃຈ ກັບປະສົບການເກືອບຕາຍຂອງລາວ, ລາວເວົ້າວ່າ ລາວຄວນອອກຈາກເຮືອນຂອງລາວ ໄວກວ່ານັ້ນ.
ມັນເປັນຄໍາແນະນໍາ ທີ່ນາຍົກຣັດຖະມົນຕີ, Jacinta Allan, ແຈ້ງຕໍ່ປະຊາຊົນ, ເຖິງແມ່ນວ່າ ການຄຸກຄາມເລື່ອງໄຟໄຫມ້ ເລີ່ມຫລຸດຜ່ອນລົງຢ່າງຊ້າໆກໍຕາມ.
"ໄຟໄຫມ້ຍັງດໍາເນີນຕໍ່ໄປທຸກວັນ ໃນຫລາຍສ່ວນຂອງຣັດ, ມັນເປັນມື້ທີ່ຫຍຸ້ງຍາກອີກມື້ຫນຶ່ງ ສໍາລັບບໍຣິການສຸກເສີນຂອງພວກເຮົາ, ມັນເປັນມື້ທີ່ຫຍຸ້ງຍາກອີກມື້ຫນຶ່ງ ສໍາລັບຊຸມຊົນ ທີ່ຍັງຕົກຢູ່ໃນການຄຸກຄາມຈາກໄຟໄຫມ້. ມັນເປັນສິ່ງເຕືອນໃຈວ່າ ເຮົາຕ້ອງເຮັດຕາມຄໍາແນະນໍາຂອງຫນ່ວຍງານສຸກເສີນຂອງເຮົາຕໍ່ໄປ ຖ້າຫາກທ່ານຖືກບອກໃຫ້ຫນີໄປຈາກໄຟ."
ອຸນຫະພູມທີ່ເຢັນລົງ ແລະລົມທີ່ເບົາລົງ ກໍາລັງຊ່ອຍຜູ້ດັບເພີງ ໃຫ້ຄວບຄຸມໄຟໃນມື້ທີຫົກ ຂອງເຫດສຸກເສີນໄຟໄຫມ້ປ່າໃນ Victoria.
ແຕ່ທີມງານ ຍັງຕໍ່ສູ້ກັບໄຟໄຫມ້ປ່າໃຫຍ່ 12 ແຫ່ງ ຊຶ່ງສິບກວ່າບ່ອນ ຍັງຮຸນແຮງຢູ່ ຮວມທັງສອງຈຸດ ທີ່ຢູ່ພາຍໃຕ້ການເຕືອນສຸກເສີນ, ໃນເຂດຊາຍແດນ ໃກ້ເມືອງ Walwa ແລະໃນເຂດ Otways ພາກຕາເວັນຕົກສຽງໃຕ້.
ຄໍາແນະນໍາສໍາລັບໄຟໄຫມ້ປ່າ ທີ່ສ້າງຄວາມເສັຍຫລາຍທີ່ສຸດ, ຢູ່ເມືອງLongwood ໃນພາກກາງຂອງ Victoria, ບັດນີ້ໄດ້ຖືກຫລຸດລະດັບຄວາມຮຸນແຮງ ລົງມາເປັນ “ເບິ່ງ ແລະລົງມືປະຕິບັດ (Watch and Act)”, ໃນ ຂນະທີ່ໄຟໄຫມ້ຢູ່ເມືອງ Natimuk ແລະ Mt Mercer ໄດ້ຢູ່ພາຍໃຕ້ຄວາມຄວບຄຸມແລ້ວ.
ໃນຂນະທີ່ເຈົ້າຫນ້າທີ່ ຍົກຍ້ອງວຽກງານທີ່ຫນ້າອັດສະຈັນ ຂອງເຈົ້າຫນ້າທີ່ Victoria's Country Fire Authority ແລະອາສາສມັກ, Tim Wiebush, Emergency Management Commissioner ກ່າວວ່າ ແຫລ່ງຊັບພະຍາກອນຂອງມັນ ກໍາລັງໄດ້ຮັບຄວາມຊ່ອຍເຫຼືອເພີ່ມຂຶ້ນ ຈາກລະຫວ່າງຣັດ.
"ສິ່ງນັ້ນ ໄດ້ຮັບການສນັບສນູນ ໂດຍແຫລ່ງຊ່ອຍເຫລືອລະຫວ່າງຣັດ 380 ແຫ່ງ, ແລະເຂົາເຈົ້າ ໄດ້ມາຈາກເກືອບທຸກພາກສ່ວນ ຂອງ. ບັດນີ້, ພວກເຮົາມີ Queensland, New South Wales, ACT, South Australia ທີ່ຢູ່ທີ່ນີ້, ຊ່ອຍເຫລືອບໍຣິການສຸກເສີນຂອງພວກເຮົາໃນ Victoria ຄືກັນ."
ແຕ່ຄວາມເສັຍຫາຍຈົນເຖິງເວລານີ້ ແມ່ນກວ້າງຂວາງ-ແລະເປັນອັນຕະຣາຍເຖິງຊີວິດ.
ມີການພົບຜູ້ເສັຍຊີວິດຄົນຫນຶ່ງ ປະມານ 100 ແມັດຈາກຣົດ ໃກ້ເມືອງGobur ໃນເຂດໄຟໄຫມ້ Longwood ໃນວັນອາທິດ.
ອາຄານຫລາຍກວ່າ 350 ແຫ່ງໄດ້ຖືກທໍາລາຍທົ່ວຣັດ-ຮວມທັງຢ່າງຫນ້ອຍ 80 ເຮືອນຫຼັງ ແລະທຸຣະກິດສາມແຫ່ງ-ແລະມີຄວາມເສັຍຫາຍ ຕໍ່ໂຄງສ້າງພື້ນຖານ, ທາງຣົດໄຟ, ສວນອະງຸ່ນ ແລະດິນໄຮ່, ໃນຂນະທີ່ບ້ານເຮືອນຫລາຍພັນຫຼັງ ຍັງບໍ່ມີໄຟຟ້າໃຊ້.
ພື້ນທີ່ຫລາຍກວ່າ 400,000 ເຮັກຕາໄດ້ຖືກທໍາລາຍ, ແລະສັດລ້ຽງປະມານ 15,000 ໂຕໄດ້ສູນຫາຍ,
ເຊັ່ນດຽວກັບກະເສດຕະກອນຫລາຍຮ້ອຍຄົນ, Vicki Gilbert ຊາວເມືອງ Terip Terip ໄດ້ຖືກບັງຄັບ ໃຫ້ປະຖິ້ມສັດຂອງນາງ ຕອນນາງອົບພະຍົບ ອອກຈາກທີ່ດິນຂອງນາງ ໃກ້ເມືອງ Longwood.
"ການອົບພະຍົບຫນີ ແມ່ນຍາກຫລາຍ ເພາະບໍ່ຢາກປະມ້າ ແລະງົວຂອງຂ້ອຍ. ງົວຂອງຂ້ອຍ ເປັນທຸກສິ່ງທຸກຢ່າງຂອງຂ້ອຍ, ແລະເປັນເຊັ່ນນັ້ນ ເປັນເວລາ 20 ປີທີ່ຜ່ານມາ. ສະນັ້ນ ມັນຈຶ່ງເປັນການຕັດສິນໃຈ ທີ່ຫນ້າໂສກເສົ້າຫລາຍ, ແຕ່ຂ້ອຍໄດ້ຫນີໄປ ແລະແມ່ນແລ້ວ, ມັນເປັນຄືກັນກັບຄວາມຮູ້ສຶກທີ່ສັບສົນ ແລະພຽງແຕ່ສົງສັຍວ່າ ສັດເຫຼົ່ານັ້ນ ຈະເປັນຫຍັງຫລືບໍ່."
ໃນຂນະດຽວກັນ ກໍມີຄວາມຢ້ານກົວວ່າ ຜົນກະທົບຕໍ່ສັດພື້ນເມືອງ ກໍອາດຮ້າຍແຮງ.
Shelley Stafford ຈາກ Narbeview Wildlife Shelter, ຢູ່ທາງໃຕ້ ຂອງເມືອງ Longwood ກ່າວວ່າ ນາງໄດ້ປິ່ນປົວສັດ ຈາກການຖືກໄຟໄຫມ້ແລະການສູດດົມຄວັນໄຟ.
"ມື້ນີ້, ພວກເຮົາໄດ້ມີນົກແຮ້ງເຂົ້າມາ, ring-tailed possum. ຂ້ອຍໄດ້ຂັບຣົດຜ່ານເຂດຂອງເຂົາເຈົ້າ ແລະໄດ້ເອົານົກຫລາຍໂຕ, wombat ຕາຍ, ສັດປ່າທີ່ຕາຍແລ້ວ. ສັດຈະອອກມາໃນອີກ ສອງສາມອາທິດຕໍ່ໄປ, ແລ້ວມັນຈະຮ້າຍແຮງຂຶ້ນ. ມັນຈະຮ້າຍແຮງກວ່າເກົ່າ."
ຣັດຖະບານກາງ ແລະ ຣັດ Victoria ໄດ້ປະກາດໃນມື້ວານນີ້ ວ່າຈະໃຫ້ຄວາມຊ່ອຍເຫລືອ 19.5 ລ້ານໂດລາ ຮວມທັງເງິນຊ່ອຍເຫລືອເທື່ອດຽວ, ການຊ່ອຍເຫລືອທີ່ພັກອາສັຍ ແລະອາຫານສັດ ສໍາລັບຊາວກະສິກອນ.
ນອກຈາກນັ້ນ, ຣັດຖະບານຂອງຣັດ ກໍາລັງໃຫ້ທຶນຊ່ອຍເຫລືອ ເລື່ອງສຸຂະພາບທາງຈິດໃຈທີ່ເພີ່ມຂຶ້ນ, ແລະຈະມີເງິນສູງເຖິງ 52,000 ໂດລາ ຈາກວັນສຸກ ເພື່ອຊ່ອຍເຫລືອຜູ້ຄົນທີ່ໄດ້ສູນເສັຍບ້ານເຮືອນ.
"ສະນັ້ນ ຖ້າຫາກທ່ານບໍ່ມີເງິນທີ່ທ່ານຕ້ອງການ ທີ່ຈະເລີ່ມຕົ້ນສ້າງຕົວເອງຄືນໃຫມ່, ຖ້າຫາກທ່ານບໍ່ມີປະກັນພັຍ ສໍາລັບອາຄານຫລືຊັບສິນ, ຖ້າຫາກທ່ານ ບໍ່ສາມາດກັບຄືນບ້ານ ເພາະຄວາມເສັຍຫາຍຢູ່ທີ່ນັ້ນ ຫລືຖືກທໍາລາຍ, ຖ້າຫາກທ່ານ ບໍ່ສາມາດໄປເຖິງເຮືອນຂອງທ່ານໄດ້ ຫລາຍກວ່າເຈັດມື້, ທ່ານອາດມີສິດຈະໄດ້ຮັບເງິນຊ່ອຍເຫຼືອນີ້."
ຊຸມຊົນໃນພູມີພາກກ່າວວ່າ ຜົນກະທົບຂອງມະຊາດ ໃນລະດັບນີ້ ສາມາດໃຊ້ເວລາຫລາຍປີ, ແລະການຟື້ນຟູ ບໍ່ພຽງແຕ່ກ່ຽວຂ້ອງກັບການສ້ອມແປງເທົ່ານັ້ນ-ແຕ່ການຕຽມພ້ອມ ສໍາລັບພັຍທັມມະຊາດ ໃນອະນາຄົດ, ການຟື້ນຟູເສດຖະກິດໃນທ້ອງຖິ່ນ, ແລະໃຫ້ຄວາມຊ່ອຍເຫລືອທາງຈິດໃຈ ແລະສຸຂະພາບທາງຈິດໃຈແກ່ຊຸມຊົນທັງຫມົດ.
Natalie Egleton ເປັນ CEO ຂອງ Foundation for Rural Regional Renewal.
"ສິ່ງທີ່ເຮົາໄດ້ຍິນເລື້ອຍໆ ຫລັງຈາກພັຍທັມມະຊາດໃຫຍ່ເຊັ່ນນີ້ ແມ່ນວ່າ ມີການຟື້ນຟູ ຈາກການຟື້ນຟູ. ສະນັ້ນ ພຽງແຕ່ຜ່ານຜ່າຂັ້ນຕອນທໍາອິດນີ້, ຊຶ່ງອາດຈະໃຊ້ເວລາສຳລັບຜູ້ຄົນທີ່ໄດ້ສູນເສັຍຊັບສິນ, ສັດລ້ຽງ, ໂຄງສ້າງພື້ນຖານ, ບ້ານເຮືອນຢ່າງຫລວງຫລາຍ. ທ່ານກໍຮູ້ວ່າ ສິ່ງນັ້ນຕ້ອງໃຊ້ເວລາດົນນານແທ້ໆ. ແຕ່ການຟື້ນໂຕຈາກສິ່ງນັ້ນ, ແລ້ວກໍເປັນຂັ້ນຕອນອີກຂັ້ນຫນຶ່ງ, ພຽງແຕ່ສາມາດເລີ້ມຕົ້ນໃໝ່ໄດ້, ຄິດກ່ຽວກັບສິ່ງທີ່ຈະເກີດຂຶ້ນຕໍ່ໄປ, ເຂົ້າໃຈກັບສິ່ງທີ່ເກີດຂຶ້ນ, ສ່ວນຫລາຍແລ້ວ ມັນອາດຫມາຍເຖິງການຄິດຄືນໃຫມ່ ກ່ຽວກັບຊຸມຊົນ ແລະສະຖານທີ່ ເມື່ອບາງສິ່ງທີ່ກໍ່ກວນນີ້ເກີດຂຶ້ນ."
ໃນເວລານີ້, ທາງການຍັງເອົາໃຈໃສ່ ກັບການປະເຊີນຫນ້າກັບພັຍຄຸກຄາມຈາກໄຟໄຫມ້ເພາະ, Jason Heffernan ຫົວໜ້າຂອງCountry Fire Authority ກ່າວວ່າ-ອາກາດຈະຮ້ອນຂຶ້ນຫລາຍກວ່າເກົ່າ ກຳລັງຈະມາເຖິງໄວໆນີ້.
"ມັນອາດເປັນເຫດການ ທີ່ຮ້ອນອົບເອົ້າອີກເທື່ອຫນຶ່ງ ໃນທ້າຍເດືອນມັງກອນ, ໃນຂອບເຂດ ທີ່ຍັງບໍ່ທັນໄດ້ກໍານົດເທື່ອ. ແຕ່ຂ້າພະເຈົ້າຄິດວ່າ ມີການບົ່ງບອກວ່າ ມີໄຟໄຫມ້ຢ່າງຫລວງຫລາຍທົ່ວໄປ. ຈະມີວຽກງານຫລາຍຢ່າງທີ່ຈະເຮັດ ໃນລະຫວ່າງນີ້ ແລະຫຼັງຈາກນັ້ນ ເພື່ອຄວບຄຸມໄຟເຫລົ່ານີ້."
ລາຍງານໂດຍ Edwina Guinan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





