ໂຣກມະເຮັງເມັດເລືອດ ໃນອອສເຕຣເລັຍ.

Kerry Boyenga is in remission after receiving a diagnosis for non-Hodgkin lymphoma in 2017_Supplied_Leukaemia Foundation.jpg

Kerry Boyenga ຖືກວິນິດສັຍ ວ່າເປັນໂຣກມະເຮັງເມັດເລືອດ ທີ່ບໍ່ແມ່ນໂຣກມະເຮັງຕ່ອມນ້ຳເຫຼືອງ (non-Hodgkin lymphoma) ໃນປີ 2017 ແລະໂຊກດີ ທີ່ນາງໄດ້ລອດຊີວິດ ຈາກການວິນິດສັຍຂອງນາງ. ອາການສ່ວນໃຫຍ່ຂອງນາງ ແມ່ນເນື້ອງອກຢູ່ເບື້ອງຊ້າຍຂອງຄໍ ຊຶ່ງໃຫຍ່ເທົ່າກັບຫມາກບານເທັນນິສ.

ມູນນິທິມະເຮັງເມັດເລືອດ (The Leukaemia Foundation) ກ່າວວ່າ ຫນຶ່ງໃນ 12 ຄົນໃນອອສເຕຣເລັຍ ມີຄວາມສ່ຽງ ທີ່ຈະຖືກກວດພົບວ່າ ເປັນໂຣກມະເຮັງເມັດເລືອດ, ແຕ່ການຂາດຄວາມຮູ້ ກ່ຽວກັບອາການ ຫມາຍຄວາມວ່າ ໂຣກມະເຮັງຫລາຍຢ່າງ ບໍ່ໄດ້ຖືກກວດພົບ ເປັນເວລານານ. ມູນນິທິກ່າວວ່າ ໂຣກມະເຮັງເມັດເລືອດ ອາດຈະແຊງໜ້າ ໂຣກມະເຮັງອື່ນໆ ໃນປີ 2035.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:

ໂຣກມະເຮັງເມັດເລືອດ ໃນອອສເຕຣເລັຍ.

ມູນນິທິມະເຮັງເມັດເລືອດ (The Leukaemia Foundation) ກ່າວວ່າ ຫນຶ່ງໃນ 12 ຄົນໃນອອສເຕຣເລັຍ ມີຄວາມສ່ຽງ ທີ່ຈະຖືກກວດພົບວ່າ ເປັນໂຣກມະເຮັງເມັດເລືອດ, ແຕ່ການຂາດຄວາມຮູ້ ກ່ຽວກັບອາການ ຫມາຍຄວາມວ່າ ໂຣກມະເຮັງຫລາຍຢ່າງ ບໍ່ໄດ້ຖືກກວດພົບ ເປັນເວລານານ.

ມູນນິທິກ່າວວ່າ ໂຣກມະເຮັງເມັດເລືອດ ອາດຈະແຊງໜ້າ ໂຣກມະເຮັງອື່ນໆ ໃນປີ 2035.

Peggy Giakoumelos ລາຍງານ.

ທ່ານສາມາດ ບອກຊື່ອາການມະເຮັງເມັດເລືອດພຽງຢ່າງດຽວ ໄດ້ຫຼືບໍ່?

ນັ້ນເປັນຄໍາຖາມ ທີ່ຖືກຖາມ ໂດຍ Leukaemia Foundation, ຊຶ່ງກ່າວວ່າ ການຄົ້ນຄວ້າຂອງຕົນ ເປີດເຜີຍວ່າ 4 ໃນ 5ຄົນຂອງຊາວອອສເຕຣເລັຍ ບໍ່ສາມາດບອກຊື່ ຂອງແມ່ນແຕ່ອາການດຽວໄດ້.

Bill Stavreski, ຫົວຫນ້າການຄົ້ນຄວ້າ ທີ່ Leukaemia Foundation, ກ່າວວ່າ ມີອາການເຈັດຢ່າງ ທີ່ຕ້ອງລະວັງ.

"ນັ້ນລວມເຖິງ ການຕິດເຊື້ອຊ້ຳອີກ, ຄວາມອິດເມື່ອຍເພີ່ມຂຶ້ນ, ຄວາມເຈັບປວດໃນກະດູກ ແລະຂໍ້ຕໍ່, ເຫື່ອອອກໃນຕອນກາງຄືນ ຫຼາຍເກີນໄປ ແລະຕ່ອມນ້ຳເຫຼືອງໃຫຍ່ ໂດຍທົ່ວໄປແລ້ວ, ໃນບໍລິເວນອ້ອມຮອບຄໍ ແລະງ່າມຂາ. ອາການອີກຢ່າງຫນຶ່ງ ແມ່ນນໍ້າຫນັກຫລຸດ ທີ່ບໍ່ສາມາດອະທິບາຍໄດ້. ສະນັ້ນ, ຖ້າຫາກນ້ຳຫນັກທ່ານຫລຸດ ແຕ່ການກິນອາຫານບໍ່ໄດ້ປ່ຽນ, ບໍ່ໄດ້ອອກກໍາລັງກາຍ, ແຕ່ທ່ານກໍາລັງເຫັນມັນ ຢູ່ໃນເຄື່ອງຊັ່ງນ້ຳໜັກ; ນັ້ນເປັນສັນຍານ ທີ່ບອກໄດ້ວ່າ ອາດເປັນມະເຮັງເມັດເລືອດ."

ມູນນິທິກ່າວວ່າ ມີການເພີ່ມຂຶ້ນ 79 ເປີເຊັນ ໃນຈໍານວນໂຣກມະເຮັງເມັດເລືອດ ໃນໄລຍະ 20 ປີທີ່ຜ່ານມາ.

ມະເມັດເຮັງເລືອດ ມີຜົນກະທົບ ຕໍ່ທຸກກຸ່ມອາຍຸ, ຮວມທັງເດັກນ້ອຍ, ໄວລຸ້ນ ແລະຜູ້ໃຫຍ່.

ຜູ້ຍິງຊາວ Brinja-Yuin, Kerry Boyenga ເປັນນັກປະພັນ ແລະຄູສອນພາສາພື້ນເມືອງ Dhurga

ນາງຖືກວິນິດສັຍ ວ່າເປັນໂຣກມະເຮັງເມັດເລືອດ ທີ່ບໍ່ແມ່ນໂຣກມະເຮັງຕ່ອມນ້ຳເຫຼືອງ (non-Hodgkin lymphoma) ໃນປີ 2017 ແລະໂຊກດີ ທີ່ນາງໄດ້ລອດຊີວິດ ຈາກການວິນິດສັຍຂອງນາງ.

ອາການສ່ວນໃຫຍ່ຂອງນາງ ແມ່ນເນື້ອງອກຢູ່ເບື້ອງຊ້າຍຂອງຄໍ ຊຶ່ງໃຫຍ່ເທົ່າກັບຫມາກບານເທັນນິສ.

ທ່ານຫມໍໄດ້ບອກວ່າ ມັນເປັນຜົນຂ້າງຄຽງ ຂອງໂຣກພູມແພ້ໂຕເອງ (Autoimmune Illness) ທີ່ Kerry ມີຢູ່-ຊຶ່ງເຮັດໃຫ້ການວິນິສັຍຂອງນາງນັ້ນຊັກຊ້າ.

"ຂ້ອຍໄດ້ສັງເກດເຫັນວ່າ ມີບາງສິ່ງຜິດປົກກະຕິ ໃນເດືອນທັນວາ ປີ 2016. ຈົນເຖິງ ເດືອນມິຖຸນາ ປີ 2017 ມັນຈຶ່ງໄດ້ຖືກກວດພົບແທ້ໆ. ມັນເປັນເວລາດົນນານ ກ່ອນຜູ້ໃດຈະໃຫ້ຄວາມສຳຄັນ.ເຂົ້າໃຈສິ່ງນັ້ນແທ້ໆ. ແມ່ນແລ້ວ, ຂ້ອຍມີຄວາມຜິດປົກກະຕິນີ້ ແລະຕ່ອມຂ້ອຍກໍພອງຂຶ້ນ ເພາະວ່າຂ້ອຍໄດ້ເຄີຍມີມັນດົນນານແລ້ວ, ແຕ່ຂ້ອຍ ບໍ່ເຄີຍມີເຫັນທີ່ໃຫຍ່ຂຶ້ນຂນາດນັ້ນ. ມັນເປັນສິ່ງທີ່ຫນ້າຢ້ານກົວແທ້ໆ ແລະມັນເປັນຫນ້າຢ້ານກົວຫຼາຍ ທີ່ຈະເບິ່ງມັນ. ເມື່ອຂ້ອຍເບິ່ງມັນໃນຕອນນີ້, ຂ້ອຍເຫັນຮູບ ແລະຂ້ອຍຄິດວ່າ: 'ໂອ້... ເທວະດາ,ນັ້ນເເມ່ນຂ້ອຍແທ້ໆບໍ່? ສະນັ້ນ ມັນຈຶ່ງເປັນໄລຍະທີສອງ ຕອນຂ້ອຍຖືກກວດພົບ."

ເຖິງແມ່ນຈະຢູ່ໃນພາສວະອາການທີ່ດີຂຶ້ນ, ແຕ່ Kerry ຍັງມີຊີວິດຢູ່ກັບຜົນກະທົບທາງຮ່າງກາຍ, ທາງຈິດໃຈ ແລະທາງການເງິນ ຈາກການວິນິດສັຍຂອງນາງ.

Kerry ມີບັນຫາເລື່ອງສາຍຕາ ໃນຕາເບື້ອງຊ້າຍ, ບັນຫາເລື່ອງຫົວໃຈ, ແລະເປັນງູສວັດ, ຊຶ່ງຫມາຍຄວາມວ່າ ນາງຕ້ອງຫລຸດຈໍານວນເວລາເຮັດວຽກຂອງນາງ.

ເຖິງແມ່ນຈະເປັນແນວນັ້ນ, ແຕ່ນາງຮູ້ສຶກ ເປັນບຸນຄຸນຫລາຍ ສໍາລັບການສນັບສນູນຈາກຄອບຄົວ, ຫມູ່ເພື່ອນ ແລະຊຸມຊົນໃນທ້ອງຖິ່ນຂອງນາງ.

"ຄິດວ່າ ນັ້ນເປັນເພາະການສນັບສນູນ ທີ່ຂ້ອຍໄດ້ຮັບຈາກຄອບຄົວ, ສາມີຂອງຂ້ອຍ, ເພື່ອນຮ່ວມງານຂອງຂ້ອຍ ແລະສໍາຄັນທີ່ສຸດ, ລູກຊາຍຂອງຂ້ອຍ. ຂ້ອຍທໍາງານຢູ່ໂຮງຮຽນກາໂຕລິກ ໃນເວລານັ້ນ. ເຂົາເຈົ້າເຮັດອາຫານທັງຫມົດ ເພາະນ້ຳຫນັກຂ້ອຍໄດ້ຫລຸດຈາກ 90 ກິໂລ ລົງເປັນ 63 ກິໂລ. ສະນັ້ນ, ຂ້ອຍຈຶ່ງບໍ່ສາມາດເຮັດຫຍັງໄດ້ ແລະແນ່ນອນວ່ າຂ້ອຍກິນບໍ່ໄດ້. ແລະຂ້ອຍຄິດວ່າ ທຸກຢ່າງແມ່ນກ່ຽວກັບ ຜູ້ຄົນທີ່ດີໃນຊີວິດຂອງຂ້ອຍ ມັນເປັນສິ່ງສວຍງາມຫລາຍ. ມັນສະແດງໃຫ້ເຫັນວ່າ ໃນເວລາທີ່ຍາກລໍາບາກນີ້ ວ່າຜູ້ຄົນມີຄວາມສົນໃຈ ແລະເປັນຫ່ວງເປັນໃຍແທ້ໆ."

ໃນຂນະທີ່ໂຄງການກວດສອບ ໄດ້ພັດທະນາຫລາຍຂຶ້ນ ສໍາລັບໂຣກ ເຊັ່ນ ມະເຮັງລຳໄສ້, ມະເຮັງຜິວຫນັງ, ມະເຮັງເຕົ້ານົມ ແລະຕ່ອມລູກໝາກ (Prostate); ບໍ່ມີຂັ້ນຕອນການກວດສອບ ມາດຕະຖານ ສໍາລັບການກວດຫາ ມະເຮັງເມັດເລືອດ.

Bill Stavreski ກ່າວວ່າ ການກວດເລືອດສ່ວນຫລາຍ ເປັນສິ່ງທໍາອິດທີ່ບົ່ງບອກທາງຄະລີນິກ ວ່າມີບາງຢ່າງທີ່ຜິດປົກກະຕິ.

"ເມື່ອທ່ານໄປຫາ GP ແລະຂໍໃຫ້ກວດເລືອດ, ຈໍານວນເມັດເລືອດເຕັມສ່ວນ ຄວນຈະສາມາດບົ່ງບອກໄດ້ ຖ້າມີສິ່ງໃດຜິດປົກກະຕິ ຫຼືບໍ່. ສະນັ້ນ, ອາດເປັນການເບິ່ງເມັດເລືອດແດງ ຫລືເມັດເລືອດຂາວ-ບໍ່ວ່າມັນຈະຕ່ຳເກີນໄປ ຫລືສູງເກີນໄປ.... ມັນຄວນເປັນສິ່ງບົ່ງບອກວ່າ ມັນອາດເປັນມະເຮັງເມັດເລືອດ."

ສາດສະດາຈານ Ian Olver ເປັນນັກຄົ້ນຄວ້າ ເລື່ອງໂຣກມະເຮັງຢູ່ the University of Adelaide.

ລາວກ່າວວ່າ ມີການພັດທະນາຢ່າງຫລາຍ ໃນການປິ່ນປົວໂຣກມະເຮັງ ຫລາຍຊະນິດ, ພ້ອມດ້ວຍການປິ່ນປົວດ້ວຍ Immunotherapy ທີ່ໄດ້ສະແດງໃຫ້ເຫັນວ່າໄດ້ຜົນດີ.

"ແນ່ນອນວ່າ ກັບເດັກນ້ອຍ (ທີ່ເປັນມະເຮັງ) ການປິ່ນປົວມະເຮັງເມັດເລືອດຂາວ ເຮັດໄດ້ດີຢ່າງເຫລືອເຊື່ອ ໃນໄລຍະສອງສາມປີທີ່ຜ່ານມາ. ແຕ່ບໍ່ດີປານໃດ ກັບຜູ້ໃຫຍ່. ແຕ່ພວກເຮົາ ກໍາລັງເລີ່ມປັບປຸງການປິ່ນປົວ, ໂດຍສະເພາະ ຕອນທີ່ພວກເຮົາເລີ່ມແນະນໍາ ການປິ່ນປົວໂດຍພູມຕ້ານທານ (Immunotherapy) ກັບການໃຊ້ຢາຄີໂມ (Chemotherapy). ສະນັ້ນ, ຂ້າພະເຈົ້າຄິດວ່າ ເຮົາສາມາດມີຄວາມຫວັງວ່າ ເມື່ອເວລາຜ່ານໄປ, ຈະມີຄວາມສາມາດ ທີ່ຈະປິ່ນປົວໂຣກເຫລົ່ານີ້ ໄດ້ຫລາຍຂຶ້ນ. ຫລືຢ່າງຫນ້ອຍ ກໍຄວບຄຸມມັນໄດ້, ເພື່ອວ່າບາງຄົນ ຈະມີອາຍຸໄດ້ຕາມປົກກະຕິ."

ຂ່າວດີ ກໍຄືກັນກັບໂຣກມະເຮັງຫລາຍໆຊະນິດ, ເມື່ອຜູ້ຄົນຖືກພົບເຫັນ ວ່າເປັນໂຣກມະເຮັງເມັດເລືອດໄວເທົ່າໃດ, ໂອກາດທີ່ຈະລອດຊີວິດ ກໍຫລາຍຂຶ້ນເທົ່ານັ້ນ.

Bill Stavreski ອີກ.

"ມັນສໍາຄັນ ທີ່ຈະລົງມືເຮັດຢ່າງໄວ ແລະໄປຫາທ່ານຫມໍ. ການຊັກຊ້າ ໃນໄປຫາທ່ານຫມໍ ຫມາຍເຖິງການຊັກຊ້າ ໃນການກວດໂຣກ (ແລະ) ຊັກຊ້າ ໃນການປິ່ນປົວ. ແລະຫນ້າເສັຍດາຍ ທີ່ຖ້າມີການຊັກຊ້າ ໃນການວິນິສັຍແລ້ວ, ອັດຕາການລອດຊີວິດ, ຜົນດີຈາກການປິ່ນປົວ ກໍຈະຫລຸດລົງແທ້ໆ."

ອາການຂອງ Kerry ໄດ້ດີຂຶ້ນ ເປັນເວລາຫລາຍປີແລ້ວ. ແລະນາງເວົ້າວ່າ ນາງກໍາລັງເຮັດທຸກສິ່ງທີ່ຖືກຕ້ອງ ເພື່ອຮັກສາສຸຂະພາບຂອງນາງ.

"ອາການຂອງຂ້ອຍດີຂຶ້ນ ເປັນເວລາເຈັດປີເຄິ່ງແລ້ວ. ສະນັ້ນ, ຂ້ອຍກໍາລັງ ຈະເຂົ້າສູ່ປີທີແປດຂອງຂ້ອຍ ແລະມັນກໍສາມາດກັບຄືນມາໄດ້. ມັນອາດບໍ່ເປັນແນວນັ້ນ. ຂ້ອຍຮູ້ສຶກເປັນບຸນຄຸນຫລາຍ ທີ່ຂ້ອຍຢູ່ທີ່ນີ້; ແລະທ່ານຮູ້ບໍ່ ວ່າຂ້ອຍຍັງມີອີກຫຼາຍປີ ໃນອະນາຄົດຕື່ມອີກ ໃນເມື່ອມັນສາມາດສິ້ນສຸດລົງໄວກວ່ານັ້ນ."

ຫາກຕ້ອງການຮຽນຮູ້ເພີ່ມເຕີມ ກ່ຽວກັບສັນຍານ ແລະອາການຂອງໂຣກມະເຮັງເມັດເລືອດ ໃຫ້ໄປທີ່ bloodcancer.org.au.

ເນື້ອເລື່ອງໂດຍ Peggy Giakoumelos [[jah-koo-MEH-los]]   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ໂຣກມະເຮັງເມັດເລືອດ ໃນອອສເຕຣເລັຍ. | SBS Lao