ການສນັບສນູນຜູ້ເປັນໂຣກມະເຮັງ.

Jackie Henderson receiving cancer treatment (supplied).jpg

Jackie Henderson ກຳລັງຮັບການປິ່ນປົວໂຣກມະເຮັງ.

ຈາກການສໍາຫລວດເທື່ອຫຼ້າສຸດ ຂອງສະພາມະເລັງອອສເຕຣເລັຍ (the Cancer Council Australia), ຊຶ່ງແນະນໍາວ່າ ພາລະຫນັກຫນ່ວງທາງການເງິນ ແມ່ນມາຈາກຄ່າການປິ່ນປົວໂດຍກົງ ແລະລາຍຈ່າຍທາງອ້ອມ ໃນທຸກຂັ້ນຕອນ ຂອງການຜ່ານຜ່າໂຣກມະເລັງ. ເກືອບ 99 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ໄດ້ຮັບການວິນິດສັຍ ວ່າເປັນໂຣກມະເລັງ ຕ້ອງເສັຍຄ່າໃຊ້ຈ່າຍເອງ, ແມ່ນແຕ່ຕອນທີ່ໄດ້ຮັບການດູແລ ສາທາຣະນະກໍຕາມ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການສນັບສນູນຜູ້ເປັນໂຣກມະເຮັງ.

ເກືອບ 99 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ໄດ້ຮັບການວິນິດສັຍ ວ່າເປັນໂຣກມະເລັງ ຕ້ອງເສັຍຄ່າໃຊ້ຈ່າຍເອງ, ແມ່ນແຕ່ຕອນທີ່ໄດ້ຮັບການດູແລ ສາທາຣະນະກໍຕາມ.

ນັ້ນຄື ການຄົ້ນພົບທີ່ຫນ້າຕົກໃຈ ຈາກການສໍາຫລວດເທື່ອຫຼ້າສຸດ ຂອງສະພາມະເລັງອອສເຕຣເລັຍ (the Cancer Council Australia), ຊຶ່ງແນະນໍາວ່າ ພາລະຫນັກຫນ່ວງທາງການເງິນ ແມ່ນມາຈາກຄ່າການປິ່ນປົວໂດຍກົງ ແລະລາຍຈ່າຍທາງອ້ອມ ໃນທຸກຂັ້ນຕອນ ຂອງການຜ່ານຜ່າໂຣກມະເລັງ.

ດັ່ງທີ່ Deborah Groarke ລາຍງານ, ຄ່າໃຊ້ຈ່າຍ ຂອງການເຂົ້າເຖິງການດູແລ ແລະການປິ່ນປົວ ໄດ້ສົ່ງຜົນກະທົບ ຕໍ່ຊຸມຊົນຂອງ First Nations, ໂດຍທີ່ໃນທີ່ສຸດ ຊາວພື້ນເມືອງອອສເຕຣເລັຍ ຈະປະເຊີນກັບອັດຕາການຕາຍ ທີ່ສູງກວ່າ ສໍາລັບໂຣກມະເລັງໃນເລືອດ.

ສໍາລັບ Jackie Henderson, ການໄດ້ຮັບການວິນິດສັຍ ວ່າເປັນໂຣກມະເລັງ ເປັນສິ່ງທີ່ຫນ້າຕົກໃຈ.

"ມັນເປັນແນວນັ້ນ, ເພາະກ່ອນຂ້ອຍເລີ່ມເປັນແບບນີ້, ຂ້ອຍຄິດວ່າຂ້ອຍມີສຸຂະພາບແຂງແຮງ, ນ້ຳໜັກ 78 ກິໂລ. ແລ້ວມັນໄດ້ຫລຸດລົງມາເປັນ 53 ກິໂລ. ສະນັ້ນ, ຂ້ອຍຈຶ່ງບໍ່ຮູ້ວ່າເປັນຫຍັງ ນ້ຳໜັກຂ້ອຍຈຶ່ງຫລຸດ. ມັນເປັນຕາຢ້ານຫນ້ອຍຫນຶ່ງ."

ການພົບວ່າ ນາງເປັນໂຣກມະເລັງຕ່ອມນ້ຳເຫຼືອງ ທີ່ບໍ່ແມ່ນ Hodgkin (non-Hodgkin lymphoma) ທີ່ຮ້າຍແຮງ ແລະເຕີບໂຕໄວ ກໍເປັນເລື່ອງຫນຶ່ງ.

ຄວາມທ້າທາຍຕໍ່ໄປ ແມ່ນການຈັດການກັບການເດີນທາງ-ແລະຄ່າໃຊ້ຈ່າຍ-ຂອງການບໍ່ສະບາຍ.

"ຂ້ອຍບໍ່ມີສິດ ຈະໄດ້ຮັບເງິນຊ່ອຍເຫຼືອ ຫລືເງິນບຳນານຈາກ Centrelink. ສະນັ້ນ, ຂ້ອຍຈຶ່ງຕ້ອງໃຊ້ເງິນບໍານານຂອງຂ້ອຍ ເພື່ອຈ່າຍຄ່າການດໍາເນີນງານ. ຂ້ອຍຈ່າຍເງິນປະກັນສຸຂະພາບສ່ວນຕົວ, ແຕ່ສຳລັບກຸ່ມຄົນທີ່ບໍ່ມີເງິນເຫຼົ່ານັ້ນ, ເຂົາເຈົ້າຕ້ອງລໍຖ້າ ລະບົບສາທາຣະນະ. ແຕ່ໃນການເວົ້າເຊັ່ນນັ້ນ, ມັນກໍເປັນຄ່າໃຊ້ຈ່າຍທີ່ສູງຫລາຍ. ຂ້ອຍຕ້ອງຈ່າຍຄ່າຫມໍຜ່າຕັດທີ່ຊ່ຽວຊານ, ຫມໍຢາສລົບ, ຄ່າໂຮງຫມໍ, ຄ່າໃຊ້ຈ່າຍຈາກຖົງ, ແລ້ວກໍແມ່ນຢາຕ່າງໆ."

Jackie ບໍ່ໄດ້ເປັນພຽງຄົນດຽວ ທີ່ຮູ້ສຶກເຖິງຄວາມຫນັກຫນ່ວງ ຂອງການກວດພົບວ່າ ເປັນໂຣກມະເລັງ.

ລະບົບການດູແລສຸຂະພາບຂອງຣັດ ແມ່ນຮວມເຖິງ ການດູແລຫຼາຍຢ່າງ ສຳລັບຜູ້ປ່ວຍໂຣກມະເລັງ.

ແຕ່ Hayley Jones ຜູ້ອໍານວຍການ ຂອງສູນກາງ McCabe ກ່າວວ່າ ການຄົ້ນຄວ້າໃຫມ່ ຂອງສະພາໂຣກມະເລັງ ອອສເຕຣເລັຍ ສະແດງໃຫ້ເຫັນວ່າ 99 ເປີເຊັນ ຂອງຄົນທີ່ໄດ້ຮັບການວິນິດສັຍ ວ່າເປັນໂຣກມະເລັງ ປະເຊີນກັບການໃຊ້ຈ່າຍເງິນຢ່າງຫລວງຫລາຍ, ເຖິງແມ່ນວ່າ ເຂົາເຈົ້າ ຈະເຂົ້າເຖິງການບໍຣິການ ສາທາຣະນະກໍຕາມ.

"ສິ່ງນີ້ອາດຮວມເຖິງ ທັງຄ່າໃຊ້ຈ່າຍໂດຍກົງ-ເຊັ່ນຄ່າການປິ່ນປົວ ການຜ່າຕັດ ແລະຢາ-ພ້ອມທັງຄ່າໃຊ້ຈ່າຍທາງອ້ອມ, ຊຶ່ງຮວມເຖິງ ການສູນເສັຍລາຍໄດ້ ທີ່ເຂົາເຈົ້າປະສົບ ເພາະການຂາດວຽກງານ."

ການວິເຄາະ ຂອງສະພາໂຣກມະເລັງ (The Cancer Council) ພົບວ່າ ການສູນເສັຍລາຍໄດ້ ຫລືການຢຸດເຮັດວຽກງານ ເປັນຄ່າຈ່າຍທາງການເງິນ ທີ່ພົບເຫັນຫລາຍທີ່ສຸດ, ຊຶ່ງສົ່ງຜົນກະທົບ ຕໍ່ຫລາຍກວ່າຫນຶ່ງສ່ວນສາມ ຂອງຊາວອອສເຕຣເລັຍ ທີ່ເປັນໂຣກມະເລັງ.

ແລະ Hayley Jones ກ່າວວ່າ ການສູນເສັຍລາຍໄດ້ນີ້ ບໍ່ໄດ້ເປັນພຽງຊົ່ວຄາວເທົ່ານັ້ນ.

"ຜົນຂອງການປິ່ນປົວຂອງເຂົາເຈົ້າ, ເຖິງແມ່ນວ່າ ເຂົາເຈົ້າໄດ້ຮັບການປິ່ນປົວ ຈາກໂຣກມະເລັງຂອງເຂົາເຈົ້າ-ເພາະເຮົາມີອັດຕາການລອດຊີວິດ ຢ່າງຫລວງຫລາຍ ໃນປະຈຸບັນໃນອອສເຕຣເລັຍ-ມັນອາດຫມາຍຄວາມວ່າ ເຂົາເຈົ້າມີຊີວິດຢູ່ດົນນານຂຶ້ນ, ແຕ່ອາດຫມາຍຄວາມວ່າ ເຂົາເຈົ້າ ກໍາລັງອາສັຍຢູ່ກັບ ຜົນກະທົບທາງສຸຂະພາບອື່ນໆ ທີ່ເຮັດໃຫ້ເຂົາເຈົ້າ ບໍ່ສາມາດກັບຄືນໄປເຮັດວຽກໄດ້."

Bill Stavreski ຈາກ Leukaemia Foundation ກ່າວວ່າ ໂຣກມະເລັງເລືອດ-ຊະນິດທີ່ Jackie ໄດ້ຮັບການວິນິດສັຍ ວ່າເປັນໂຣກມະເລັງ-ມີຄ່າໃຊ້ຈ່າຍຫລາຍທີ່ສຸດ.

"ໂດຍສເລັ່ຍແລ້ວ, ແຕ່ລະຄອບຄົວ-ຄົນເຈັບແຕ່ລະຄົນ-ຕ້ອງມີຄ່າໃຊ້ຈ່າຍເກືອບ 8000 ໂດລາ... ມັນບໍ່ໄດ້ຫມາຍຄວາມວ່າ ຄົນໄຂ້ແລະຄອບຄົວທຸກຄົນ ຈະປະສົບກັບສິ່ງນັ້ນ. ແຕ່ສໍາລັບບາງຄົນ-ແລະຫນຶ່ງໃນ 10 ຄົນ-ເຂົາເຈົ້າຕ້ອງໃຊ້ຈ່າຍເງິນຫລາຍກວ່າ 20,000 ໂດລາ."

ສ່ວນຫຼາຍປັດຈັຍຫນຶ່ງ ທີ່ເຮັດໃຫ້ການປິ່ນປົວໂຣກມະເລັງ ມີລາຄາແພງຫລາຍກວ່ານັ້ນ ແມ່ນໄລຍະການເດີນທາງ ຂອງຄົນໄຂ້ຈາກສູນປິ່ນປົວ.

ສະພາບຄວາມຈິງ ຮ້າຍແຮງກວ່ານັ້ນ ສໍາລັບຊຸມຊົນ First Nations ຜູ້ທີ່ Foundation ກ່າວວ່າ ປະເຊີນກັບອຸບປະສັກຫລາຍຢ່າງ ໃນການປິ່ນປົວແລະການດູແລ ເມື່ອປຽບທຽບໃສ່ ກັບຊາວອອສເຕຣເລັຍ ທີ່ບໍ່ແມ່ນຊາວພື້ນເມືອງ ອອສເຕຣເລັຍ.

The Leukaemia Foundation ໄດ້ເຜີຍແພ່ການຄົ້ນຄວ້າຂອງຕົນ ທີ່ສະແດງໃຫ້ເຫັນວ່າ ສາມໃນສີ່ຄົນ ຂອງຊາວອອສເຕຣເລັຍ ທີ່ໄດ້ຮັບການວິນິດສັຍ ວ່າເປັນໂຣກມະເລັງເລືອດ ໃນໄລຍະການສໍາຫລວດ ອາສັຍຢູ່ໃນເຂດຊົນນະບົດ ຫລືພູມີພາກ ຂອງອອສເຕຣເລັຍ.

Bill Stavreski ກ່າວວ່າ ການຂາດທາງເລືອກທີ່ຢູ່ໃກ້ໆນັ້ນ ເຮັດໃຫ້ຫລາຍຄົນ ບໍ່ມີທາງເລືອກ ນອກຈາກຈະເດີນທາງໄກ ຫລາຍພັນກິໂລແມັດ-ດ້ວຍຕົວເອງ, ຫ່າງໄກຈາກເຄືອຂ່າຍ ການສນັບສນູນຂອງເຂົາເຈົ້າ.

"ການປິ່ນປົວໂຣກມະເຮັງເລືອດໂດຍທົ່ວໄປ ຈະໃຊ້ເວລາຫຼາຍອາທິດ ຖ້າບໍ່ແມ່ນຫຼາຍເດືອນ. ນັ້ນຫມາຍຄວາມວ່າ ຕ້ອງຢູ່ຄົນດຽວ-ອາດເປັນສະມາຊິກໃນຄອບຄົວ. ແຕ່ມັນຍັງຫມາຍຄວາມວ່າ ການຊອກຫາບ່ອນພັກອາສັຍ. ແລະພວກເຮົາຮູ້ວ່າ ບ່ອນພັກອາສັຍ-ແລະການຂົນສົ່ງ-ລາຄາແມ່ນແພງຫລາຍ."

ການຄົ້ນຄວ້າຂອງ Foundation ໄດ້ສະແດງໃຫ້ເຫັນ ພາບທີ່ຫນ້າຢ້ານກົວຫລາຍກວ່ານັ້ນ, ໂດຍທີ່ພົບວ່າ ຄົນໄຂ້ຊາວ First Nations ກໍາລັງຕາຍໃນອັດຕາ ຫ້າເທົ່າ ສູງກວ່າປະຊາກອນທີ່ເຫຼືອ.

"ມີຂໍ້ມູນພຽງເລັກນ້ອຍ, ແລະການມອບຫມາຍ ຂອງການຄົ້ນຄວ້ານີ້ ແມ່ນເພື່ອແນໃສ່ ສະພາບການທີ່ຮ້າຍແຮງຫລາຍປານໃດ. ພວກເຮົາຮູ້ວ່າມັນຮ້າຍແຮງຫລາຍ; ແຕ່ພວກເຮົາບໍ່ຮູ້ວ່າ ມັນຮ້າຍແຮງຫລາຍປານໃດ."

ຜູ້ສນັບສນູນເຊັ່ນ Bill ແລະ Hayley ກໍາລັງຮຽກຮ້ອງ ໃຫ້ຣັດຖະບານລົງມືປະຕິບັດ, ຍ້ອນວ່າການແຜ່ໄປທົ່ວ ຂອງໂຣກມະເລັງ ແລະຄ່າໃຊ້ຈ່າຍ ໃນການຮັບມືກັບມັນ ເປັນບັນຫາເລື່ອງສຸຂະພາບ ແລະຄວາມເທົ່າທຽມຂອງປະເທດ.

Ms Jones ກ່າວວ່າ ການປຶກສາທາງການເງິນ ເປັນທາງເລືອກຢ່າງຫນຶ່ງ ທີ່ສາມາດຊ່ອຍຄົນໄຂ້ ແລະຄອບຄົວຂອງເຂົາເຈົ້າ, ແຕ່ຍັງມີທາງອື່ນອີກ ທີ່ຕ້ອງພິຈາຣະນາ.

"ພວກເຮົາຄິດວ່າ ຊາວອອສເຕຣເລັຍທຸກຄົນ ທີ່ໄດ້ຮັບການປິ່ນປົວໂຣກມະເລັງ ຄວນຕິດຕໍ່ກັບການຊ່ອຍເຫລືອທາງການເງິນ ໃນຕອນຕົ້ນ ເພື່ອວ່າ ເຂົາເຈົ້າຈະໄດ້ຮັບການປິ່ນປົວໂຣກມະເລັງທີ່ດີທີ່ສຸດ ໂດຍບໍ່ຕ້ອງວິຕົກ ກັບຜົນກະທົບທາງການເງິນ... ໃຫ້ແນ່ໃຈວ່າ ຜູ້ຄົນມີມື້ພັກຈາກວຽກ ຢ່າງພຽງພໍ ເມື່ອເຂົາເຈົ້າປະເຊີນກັບໂຣກມະເລັງ, ຊຶ່ງສ່ວນຫລາຍແລ້ວ ເປັນສະຖານະການ ທີ່ອາດປ່ຽນແປງໄດ້ ເມື່ອເວລາຜ່ານໄປ. ຜູ້ຄົນສາມາດ ໃຊ້ມື້ພັກຈາກວຽກໄດ້ຢ່າງໄວ... ບັນຫາອີກຢ່າງຫນຶ່ງ ທີ່ເຮົາຮູ້ດີ ແມ່ນກົດໝາຍກ່ຽວກັບເລື້ອງວຽກງານ-ສິດທິຂອງວັນພັກປະຈໍາປີ-ແມ່ນກ່ຽວກັບ ຜູ້ຄົນທີ່ມີວຽກເຮັດຢ່າງຖາວອນເທົ່ານັ້ນ. ມີຫລາຍຄົນ ໃນວຽກງານຊົ່ວຄາວ ຫລືເສດຖະກິດຂອງວຽກຊົ່ວຄາວ ທີ່ບໍ່ໄດ້ຮັບການຄຸ້ມຄອງເຫລົ່ານັ້ນ."

Mr Stavreski ກ່າວວ່າ ມັນເປັນສະຖານະການ ທີ່ຮີບດ່ວນ ເພາະອັດຕາໂຣກມະເລັງ ທີ່ເພີ່ມຂຶ້ນ ໃນປະເທດອອສເຕຣເລັຍ.

"(ມະເຮັງເລືອດ) ມັນເປັນມະເຮັງ ທີ່ພົບເຫັນຫຼາຍທີ່ສຸດອັນດັບທີສາມ ໃນ... ໂຣກມະເລັງເລືອດ ໄດ້ເພີ່ມຂຶ້ນເກືອບ 70 ເປີເຊັນໃນໄລຍະສອງທົດສະວັດທີ່ຜ່ານມາ. ຢ້ອນກັບໄປໃນປີ 2006 ມີຊາວອອສເຕຣເລັຍ ເກືອບເຖິງ 10,500 ຄົນໄດ້ຮັບການວິນິດສັຍ. ປີກາຍນີ້, ມີຫລາຍກວ່າ 20,000 ຄົນ."

ໃນຂນະດຽວກັນ, Jackie Henderson ຍັງຄິດວ່າ ຕົນເອງເປັນຄົນໂຊກດີ ເພາະນາງໄດ້ຮັບການສນັບສນູນ ຈາກສາມີຂອງນາງ ໃນການໄປຕາມນັດຫມາຍຕ່າງໆ ແລະຮັບການປິ່ນປົວ ທາງເຄມີ ແລະພູມຕ້ານທານ (Immunotherapy).

ນາງມີຄຳເວົ້າ ສໍາລັບຜູ້ທີ່ຢ້ານກົວ ກັບຄວາມເປັນໄປໄດ້ ທີ່ຈະຕ້ອງຮັບມືກັບໂຣກມະເລັງ ດ້ວຍຕົວເອງ.

"ຖ້າຫາກພວກເຂົາຮູ້ສຶກວ່າ ມີການປ່ຽນແປງ ໃນຮ່າງກາຍຂອງເຂົາເຈົ້າ-ບໍ່ວ່າດ້ວຍເຫດຜົນໃດກໍຕາມ-ຢ່າຢຸດ. ໃຫ້ໄປກວດເບິ່ງ."

ລາຍງານໂດຍ Deborah Groarke ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now