ສປຈີນ ຈະທັບມ້າງການປະທ້ວງເອົາເສຣີປະຊາທິປະໄຕໃນ ຮົງກົງ ຫຼືບໍ່?

Aug.17, 2019 file photo, pro-China supporters take a selfie with a Chinese national flag to support police and anti-violence in Hong Kong. (AP Photo/Vincent Yu) Source: AAP
ປະຊາຊົນ ຮົງກົງ ທຸກຊົນຊັ້ນສັງຄົມແລະທຸກຂັ້ນອາຍຸທີທຳການປະທ້ວງຕໍ່ຕ້ານກົດໜາຍຈະຈັບ ສົ່ງຄົນ ຮົງກົງ ໄປປະເຊີນໜ້າກັບນິຕິບັນຍັດໃນ ສປຈີນ ແລະເພື່ອໃຫ້ ຮົງກົງມີເສຣີພາບປະຊາ ທິປະໄຕຢູ່ຕໍ່ໆໄປ ຍຶດຍາວມາຊົ່ວຣະຍະນຶ່ງແລ້ວແລະຍັງຝົດຟື້ນເປັນຂະບວນການຢູ່ຕໍ່ຳປຢູ່. ນີ້ເຮັດໃຫ້ພັກຣັຖໃນປະເທດຈີນແຜ່ນດິນໃຫຍ່ປວດຫົວມົວເກົ້ານຳ ຈົນສົ່ງກຳລັງທະຫານ ພິເສດໂດຍມີອຸປກອນນາໆຢ່າງແລະນາໆຍານເກາະ ເຮືອແລະເຮືອບິນໜູນຫຼັງມາກມາຍ ມາຝຶກຊ້ອມແລະພັກຜ່ອນຢູ່ທີສະໜາມກິລາໃຫຍ່ໃນເມືອງ ເຊັນເຊັງ ແລ້ວ. ຢູ່ໃກ້ໆ ກັບ ຮົງກົງ. ສປຈີນ ມີປະຫັວດທັບມ້າງປາບປາມການທະທ້ວງ ຕ່າງໆຢ່າງໂຫດຮ້າຍປ່າເຖືອນ ແຕ່ຈະລົງມືປາບປາມການປະທ້ວງໃນ ຮົງກົງນັ້ນຫຼືບໍ? ຖ້າປາບປາມທັບມ້າງເດ້ ມັນຈະມີຜົນສະທ້ອນແນວໃດໃສ່ ຮົງກົງຮອບດ້ານ ແລະສົນທິສັນຍາ ອັງກິດ-ສປຈີນ ກ່ຽວເຖິງກາບມອບ ຮົງກົງ ຄືນໃຫ້ຈີນແຜ່ນດິນໃຫຍ່ນັ້ນ... ເຖິງວ່າອັນໃດຈະເປັນແນວໃດກໍຕາມຣັຖບານ ຮົງກົງ ປະໂລອອກມາປະກາດຈະຫາລືກາບຜູ້ປະທ້ວງແລ້ວ. ນີ້ແປວາຣັຖບານ ຮົງກົງ ອ່ອນຄໍລົງແດ່ແລ້ວ ແຕ່ຝ່າຍປະທ້ວງຍັງຫ້າວຫັນຢູ່ຕໍ່ໆໄປຢູ່ ແລະສະຫະຣັດກໍກະດອດເຂົ້າໄປກ່ຽວຂ້ອງກັບບັນຫາຮົງກົງ ນັ້ນຜ່ານວາຈາຕ່າງໆແລ້ວ ແຕ່ກຳລັງພິເສດຂອງ ສປຈີນ ທີ່ຖຶກນຳໄປຕິດຕັ້ງໄວ້ຢູ່ໃນສະໜາມກິລາຂອງເມືອງ ເຊນເຊັນ ແມ່ນສາມາດຖຶກສັ່ງໃຫ້ໄປປາບປາມມ້າງເພການປະທ້ວງໃນ ຮົງກົງ ນັ້ນໄດ້ໃນທຸກວິນາທີ ໂດຍທີ່ກຳລັງດັ່ງຈະໄປຮອດໄປເຖິງໃຈກາງນະຄອນ ຮົງກົງ ໄດ້ໂດຍໄວທີ່ສຸດເພາະ ເຊນເຊັນ ຢູ່ໄກຫ່າງຈາກ ຮົງກົງ ພຽງແຕ່ປະມານ 40 ກິໂລແມດເທົ່ານັ້ນ.
Share




