ສ່ວນເກີນ ແລະສິ່ງເສດເຫຼືອຈາກ ຄຣິດສະມັສ.
ການສໍາຫລວດພົບວ່າ ຫລາຍກວ່າຫນຶ່ງສ່ວນສີ່ ຂອງຊາວອອສເຕຣເລັຍ ຄາດຫວັງວ່າ ຈະໄດ້ຮັບຂອງຂວັນຄຣິດສະມັສ ທີ່ເຂົາເຈົ້າຈະບໍ່ໃຊ້ ຫລືນຸ່ງ.
ການຄົ້ນຄວ້າ ຂອງສະຖາບັນອອສເຕຣເລັຍ (the Australia Institute)ລະບຸວ່າ ມູນຄ່າຂອງຂອງຂວັນ ທີ່ບໍ່ຕ້ອງການເຫລົ່ານີ້ ມີຫລາຍກວ່າ 1ພັນລ້ານໂດລາ ແລະກ່າວວ່າ ຂອງຂວັນຈຳນວນຫລາຍ ຈະຕົກເປັນສິ່ງເສດເຫຼືອທີ່ຖືກຝັງດິນ.
Greg Dyett ລາຍງານ.
ຄວາມຄິດເຫັນ ໂດຍສະຖາບັນອອສເຕຣເລັຍ (the Australia Institute) ໄດ້ໃຫ້ປະເມີນໂຕເລກ ການໃຊ້ຈ່າຍຂອງຄຣິດສະມັສ ທີ່ໝົດເປືອງ-ແລະແມ່ນຫລາຍກວ່າ 1 ພັນລ້ານໂດລາ.
ນັ້ນຄື ຄ່າໃຊ້ຈ່າຍໂດຍປະມານ ຂອງຂອງຂວັນ ທີ່ບໍ່ຕ້ອງການທີ່ ຈະແລກປ່ຽນກັນ ໃນຄຣິດສະມັສນີ້, ຊຶ່ງຫລາຍຢ່າງ ຈະສິ້ນສຸດລົງດ້ວຍການ ເປັນສິ່ງເສດເຫຼືອ ທີ່ຖືກຝັງດິນ.
Nina Gbor, ຈາກສະຖາບັນອອສເຕຣເລັຍ ( Australia Institute), ກ່າວວ່າ ບາງຄົນບໍ່ໄດ້ຄິດ ກ່ຽວກັບການມອບຂອງຂວັນ ເພາະເຂົາເຈົ້າເຮັດ ເພາະຄວາມຮູ້ສຶກຂອງພັນທະ ທີ່ຈະຕ້ອງມອບໃຫ້.
"ຜູ້ຄົນເຮັດມັນ ຄືກັນກັບພິທີການ, ເຮັດພຽງແຕ່ ຕາມກິດຈະກັມຂອງບຸນຄຣິດສະມັສ ເພາະເຮົາຖືກຄາດຫວັງໃຫ້ເຮັດ. ອີກດ້ານຫນຶ່ງຄື ຄວາມຄາດຫວັງ ທີ່ຈະເຫັນຄວາມດີໃຈຂອງຜູ້ຮັບຂອງຂວັນ ຊຶ່ງບັງຄັບຜູ້ຄົນ ໃຫ້ທໍາທ່າວ່າເຂົາເຈົ້າມັກ ແທນທີ່ຈະເວົ້າຄວາມຈິງ ແລະເວົ້າວ່າ 'ແທ້ຈິງແລ້ວ ນີ້ບໍ່ແມ່ນສິ່ງທີ່ຂ້ອຍຕ້ອງການແທ້ໆ'. ສະນັ້ນ, ທັງຫມົດນີ້ ຈະກໍ່ໃຫ້ເກີດການເສັຍເງິນຢ່າງຫລວງຫລາຍ. ສະນັ້ນ, ເຮົາຄວນຖາມຜູ້ຄົນວ່າ ເຂົາເຈົ້າຕ້ອງການຫຍັງ ສໍາລັບຄຣິດສະມັສ. ແລະຂ້າພະເຈົ້າຄິດວ່າ ໃນທີ່ສຸດ ມັນຈະບໍ່ພຽງແຕ່ ນໍາໄປສູ່ການເສັຍເງິນຫນ້ອຍລົງເທົ່ານັ້ນ, ແຕ່ມັນຈະປະຢັດເງິນໄດ້ຢ່າງຫລວງຫລາຍ, ໂດຍສະເພາະ ໃນວິກິດທາງດ້ານຄ່າຄອງຊີບ ທີ່ເຮົາກໍາລັງປະເຊີນຢູ່ ແລະມັນຈະເຮັດໃຫ້ທຸກຄົນ ມີຄວາມສຸກຫລາຍກວ່າເກົ່າ ໃນຊ່ວງຄຣິດສະມັສ."
ນາງເວົ້າວ່າ ເຈັ້ຍຫໍ່ຂອງຂວັນຄຣິດສະມັສ ເປັນສິ່ງສໍາຄັນທີ່ສຸດ ໃນລາຍການ ຂອງການໃຊ້ຈ່າຍ ທີ່ເສັຍໄປໂດຍບໍ່ມີປໂຍດ ຊຶ່ງບໍ່ດີຕໍ່ສະພາບແວດລ້ອມນຳອີກ.
"ເຈັ້ຍຫໍ່ສ່ວນໃຫຍ່ ບໍ່ສາມາດໃຊ້ຄືນໃຫມ່ໄດ້ ເພາະສິ່ງຕ່າງໆເຊັ່ນຢາງ, ເຈ້ຍ, glitter ແລະສິ່ງທັງຫມົດນີ້ ທີ່ເຮັດໃຫ້ມັນຍາກທີ່ຈະນໍາໃຊ້ຄືນໃຫມ່ ແລະມີພຽງແຕ່ 24 ເປີເຊັນຂອງຜູ້ຄົນ ທີ່ໃຊ້ເຈັ້ຍຫໍ່ຂອງເຂົາເຈົ້າຄືນອີກ, ຊຶ່ງຕ່່ຳຫລາຍ. ແຕ່ໃນອີກດ້ານຫນຶ່ງ ຜູ້ຄົນທີ່ຊື້ຖົງຂອງຂວັນ, 55 ເປີເຊັນຂອງເຂົາເຈົ້າ ໄດ້ໃຊ້ຖົງຂອງຂວັນຄືນອີກ .ສະນັ້ນ ຖົງຂອງຂວັນຈຶ່ງດີກວ່າຫນ້ອຍຫນຶ່ງ. ແຕ່ຖ້າຫາກ ທ່ານຢາກມີຄວາມຍືນຍົງດ້ານສະພາບເວດລ້ອມຫລາຍກວ່າເກົ່າ, ພວກເຮົາຂໍແນະນໍາ ໃຫ້ໃຊ້ຜ້າຫໍ່ຂອງຂວັນ ເພາະມັນສາມາດໃຊ້ໄດ້ ບໍ່ຈຳກັດເທື່ອ."
ໃນຂນະທີ່ບາງຄົນ ຈະຊື້ຂອງຂວັນທີ່ບໍ່ຕ້ອງການ, ຊາວອອສເຕຣເລັຍຄົນອື່ນໆ ທີ່ກໍາລັງດີ້ນລົນກັບຄ່າຄອງຊີບ ວາງແຜນທີ່ຈະຊື້ຂອງຂວັນຄຣິດສະມັສຫນ້ອຍລົງ.
The Salvation Army ກ່າວວ່າ 7 ໃນ 10 ຄົນ ຂອງຊາວອອສເຕຣເລັຍ ກ່າວວ່າ ເຂົາເຈົ້າຈະລະວັງງການໃຊ້ຈ່າຍຂອງເຂົາເຈົ້າ ຫລາຍກວ່າເກົ່າ ໃນຄຣິດສະມັສນີ້, ພ້ອມດ້ວຍ 48 ເປີເຊັນ ຂອງຊາວອອສເຕຣເລັຍ ຊື້ຂອງຂວັນຫນ້ອຍລົງ ສໍາລັບລູກໆຂອງເຂົາເຈົ້າ ແລະ 11.9 ລ້ານຄົນ(56%) ຄາດວ່າຈະໃຊ້ຈ່າຍຄ່າອາຫານຫນ້ອຍລົງ.
Major Warren Elliott ກ່າວວ່າ ຄວາມຕ້ອງການ ການຊ່ອຍເຫຼືອຈາກອົງກອນການກຸສົນ ໃນຊ່ວງຄຣິດສະມັສປີນີ້ ແມ່ນບໍ່ດີເທົ່າໆ ກັບທີ່ລາວເຄີຍເຫັນ.
"ຜູ້ຄົນທີ່ກໍາລັງດີ້ນລົນ ທີ່ຖືກບີບໂດຍສະຖານະການດ້ານການເງິນ ໃນເວລານີ້ ແມ່ນຜູ້ທີ່ຮັດສາຍແອວແຫນ້ນກວ່າເກົ່າ ແລະຊື້ຂອງຂວັນໃຫ້ລູກໆຫນ້ອຍລົງ ຫລືໃຊ້ຈ່າຍຄ່າອາຫານຫນ້ອຍລົງ. ແລະບາງຄົນ ກໍຕ້ອງຕັດສິນໃຈວ່າ ເຂົາເຈົ້າໃຊ້ເງິນຊື້ຫຍັງ. ເຮົາຮູ້ວ່າ ມີຜູ້ຄົນທີ່ຂາດຢາ ເພື່ອວ່າເຂົາເຈົ້າຈະສາມາດຊື້ຂອງຂວັນໃຫ້ລູກໆຂອງເຂົາເຈົ້າ. ມັນເປັນການຈັດການງົບປະມານ ສໍາລັບຜູ້ຄົນ ໃນຊ່ວງເວລານີ້ຂອງປີ ທີ່ບາງຄົນກໍຍັງດີ້ນລົນຢູ່."
ຄຳເວົ້າຂອງລາວ ຕໍ່ຊາວອອສເຕຣເລັຍ ຜູ້ທີ່ອາດເປັນນຶ່ງ ໃນຜູ້ຊື້ຂອງຂວັນ ທີ່ບໍ່ຕ້ອງການສໍາລັບຄອບຄົວ ແລະຫມູ່ເພື່ອນ ແມ່ນໃຫ້ລະວັງ ແລະພິຈາຣະນາປ່ຽນການໃຊ້ຈ່າຍນັ້ນ ໄປທີ່ຄົນທີ່ຂາດເຂີນ.
"ສະນັ້ນ, ຖ້າຫາກທ່ານມີສ່ວນເກີນ ທີ່ບາງທີທ່ານສາມາດບໍຣິຈາກໃຫ້ Salvation Army ຫລືອົງກອນການກຸສົນອື່ນໆ ຫລືບໍ່ຊື້ສິ່ງຂອງໃຫ້ຕົນເອງ ຫລາຍເກີນໄປ ແລະທ້ອນເງິນບາງສ່ວນ ທີ່ທ່ານອາດໃຊ້ເພື່ອຊື້ສິ່ງອື່ນໆ ແລະບໍຣິຈາກເພື່ອການກຸສົນ ເພື່ອວ່າ ເຮົາຈະສາມາດຊ່ອຍເຫລືອຄົນອື່ນທີ່ຂາດເຂີນ."
ເນື້ອເລື່ອງໂດຍ Greg Dyett ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌sbs.com.au/lao