ວ່າດ້ວຍ ຄວາມເຈັບປວດຊໍາເຮື້ອ.

ABDOMINAL PAIN STOCK

ນີ້ແມ່ນຮູບຄົນຜູ້ນຶ່ງທີ່ກຳລັງໃຊ້ມືກຸມທ້ອງດ້ວຍຄວາມເຈັບປວດ. ຊາວອອສເຕຣເລັຍ ປະມານສີ່ລ້ານຄົນ, ຫລືຫນຶ່ງໃນຫ້າຄົນ, ມີຊີວິດຢູ່ກັບ ຄວາມເຈັບປວດຊໍາເຮື້ອ. Credit: AAPIMAGE

ຄວາມເຈັບປວດຊໍາເຮື້ອບໍ່ແມ່ນຈະສົ່ງຜົນກະທົບແຕ່ພຽງຮ່າງກາຍເທົ່ານັ້ນ, ແຕ່ມັນສາມາດສົ່ງຜົນກະທົບທາງຈິດໃຈ, ທາງການເງິນ ແລະທາງຄວາມສຳພັນອີກດ້ວຍ. .ານປິ່ນປົວກໍຊັບຊ້ອນ ແລະ ຜູ້ຊ່ຽວຊານກຳລັງຮຽກຮ້ອງໃຫ້ຣັຖບານ ເຮັດຫຼາຍຂຶ້ນເພື່ອຊ່ອຍເຫຼືອ ຜູ້ທີ່ໃຊ້ຊີວິດຢູ່ກັບຄວາມເຈັບປວດນີ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ວ່າດ້ວຍ ຄວາມເຈັບປວດຊໍາເຮື້ອ.

ຊາວອອສເຕຣເລັຍ ປະມານສີ່ລ້ານຄົນ, ຫລືຫນຶ່ງໃນຫ້າຄົນ, ມີຊີວິດຢູ່ກັບ .

ຫລາຍຄົນລາຍງານວ່າ ຮູ້ສຶກວ່າຖືກມອງຂ້າມ ແລະບໍ່ເອົາໃຈໃສ່ ໃນລະບົບການດູແລສຸຂະພາບ, ຊຶ່ງເຮັດໃຫ້ຜູ້ຊ່ຽວຊານ ຮຽກຮ້ອງໃຫ້ມີການລົງທຶນລະດັບຊາດຫຼາຍຂຶ້ນ, ຮວມທັງວິທີການດູແລ ທີ່ກວ້າງຂວາງຫລາຍກວ່າເກົ່າ.

Mahnaz Angury ແລະ Haylena Krishnamoorthy ລາຍງານ.

Nelli Stevenson ໄດ້ທົນທຸກ ຢູ່ກັບຄວາມເຈັບປວດໃນຜົ້ງທ້ອງ (Pelvis) ຕັ້ງແຕ່ອາຍຸ 14 ປີ.

ນາງໄດ້ກ່າວກັບ SBS World News ວ່າ ມັນຮ້າຍແຮງຫລາຍຂຶ້ນ ຫລັງຈາກລູກຂອງນາງໄດ້ເກີດມາ.

"ຂ້ອຍເຄີຍມີຜູ້ຊ່ຽວຊານທາງການແພດຫລາຍຄົນ ທີ່ ບອກຂ້ອຍວ່າຂ້ອຍຈະເຈັບປວດໄປຕລອດຊີວິດ. ມີພຽງບາງຢ່າງ ທີ່ເຂົາເຈົ້າສາມາດເຮັດໄດ້ສໍາລັບຂ້ອຍ ດ້ວຍການຜ່າຕັດ."

ລາຍງານໃຫມ່ ທີ່ສໍາຫລວດຊາວອອສເຕຣເລັຍ 5,000 ຄົນພົບວ່າ ຜູ້ທີ່ມີຄວາມເຈັບປວດຊໍາເຮື້ອ ຍັງທົນທຸກຢູ່ກັບຄວາມອັບອາຍອີກດ້ວຍ.

ການຄົ້ນຄວ້າໂດຍ Chronic Pain Australia ພົບວ່າ 74 ເປີເຊັນ ຮູ້ສຶກບໍ່ເອົາໃຈໃສ່ ຫລືຖືກເມີນເສີຍ ແລະ 48 ເປີເຊັນ ປະສົບກັບອະຄະຕິ ຈາກຜູ້ຊ່ຽວຊານດ້ານສຸຂະພາບ.

ມັນຍັງພົບອີກວ່າ ເກືອບສາມສ່ວນສີ່ ຂອງຄົນເປັນໂຣກເຈັບປວດຊໍາເຮື້ອ ມີບັນຫາສຸຂະພາບທາງຈິດ ເນື່ອງຈາກຄວາມເຈັບປວດ ຂອງເຂົາເຈົ້າ.

ເກືອບສອງສ່ວນສາມ ບໍ່ສາມາດເຮັດວຽກ ແລະມີຄວາມເຄັ່ງຕຶງທາງການເງິນ.

Nicolette Ellis ປະທານຂອງ Chronic Pain Australia, ກ່າວວ່າຫນຶ່ງໃນຫ້າຄົນ ຂອງຊາວອອສເຕຣເລັຍ ມີຊີວິດຢູ່ກັບຄວາມເຈັບປວດຊໍາເຮື້ອ.

"ມັນເປັນພາລະຫນັກຫນ່ວງ ຫລາຍກວ່າ ຫລືພົບເຫັນຫລາຍກວ່າ ພາວະທາງສຸຂະພາບທາງຈິດ. ມັນເຮັດໃຫ້ເສດຖະກິດຂອງເຮົາ ເສັຍຫາຍກວ່າໂຣກຫົວໃຈ, ໂຣກມະເລັງ ແລະໂຣກເບົາຫວານຮວມກັນ ແລະຫນຶ່ງໃນຫ້າຄົນ ຂອງຊາວອອສເຕຣເລັຍ, ຫຼືປະມານ 3.6 ລ້ານຄົນ ມີຊີວິດ ຢູ່ກັບຄວາມເຈັບປວດຊໍາເຮື້ອ."

ນາງເວົ້າວ່າ ຕ້ອງມີຄວາມພະຍາຍາມຫລາຍກວ່າເກົ່າ ເພື່ອໃຫ້ແນ່ໃຈວ່າ ຜູ້ຄົນສາມາດໄດ້ຮັບຄວາມຊ່ອຍເຫລືອ.

"ຄວາມເຈັບປວດຊໍາເຮື້ອ ເປັນພາວະທີ່ຊັບຊ້ອນ ທີ່ຈະປິ່ນປົວ ແລະຕາມປົກກະຕິແລ້ວ ຕ້ອງມີທີມຜູ້ຊ່ຽວຊານດ້ານສຸຂະພາບ, ພ້ອມດ້ວຍຄວາມຊໍານານທີ່ແຕກຕ່າງກັນ ເພື່ອຊ່ວຍສ້າງເຄື່ອງມືຂອງຄົນນັ້ນ. ຫນ້າເສັຍໃຈ ທີ່ໃນລາຍງານຄວາມເຈັບປວດແຫ່ງຊາດ (the National Pain Report) ເຮົາພົບວ່າ ມີພຽງແຕ່ 18 ເປີເຊັນ ຂອງຜູ້ຄົນເທົ່ານັ້ນ ທີ່ຖືກແນະນໍາ ໃຫ້ໄປຫາສິ່ງທີ່ເຮົາເອີ້ນວ່າ ການດູແລດ້ວຍຫຼາຍວິທີແຕກຕ່າງກັນ (Multidisciplinary Care) ເພື່ອຊ່ອຍເຫລືອການດູແລຂອງເຂົາເຈົ້າ."

ລາຍງານພົບວ່າ ໃນປີນີ້ (2025), 54 ເປີເຊັນ ຂອງຜູ້ຕອບແບບສໍາຫລວດ ໄດ້ລາຍງານວ່າ ໄດ້ລໍຖ້າຫລາຍກວ່າສອງປີ ສໍາລັບການວິນິດສັຍ, ແລະ 44 ເປີເຊັນ ໄດ້ລໍຖ້າຫລາຍກວ່າສາມປີ.

"ຜູ້ຍິງຄົນຫນຶ່ງອ້າງວ່າ ນາງໄດ້ສູນເສັຍການແຕ່ງງານ, ວຽກງານ ແລະເອກະລັກຂອງນາງ ກ່ອນທີ່ນາງຈະໄດ້ຮັບການວິນິດສັຍ."

ສິ່ງນີ້ ສາມາດສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ສຸຂະພາບຈິດຂອງຜູ້ຄົນ.

Ms Stevenson ແບ່ງປັນວິທີ ທີ່ບາງຄົນທີ່ມີຄວາມເຈັບປວດຊໍາເຮື້ອ ເວົ້າເຖິງຄວາມໂສກເສົ້າ.

"ຂ້າພະເຈົ້າ ມັກເຫັນຜູ້ຄົນໃນຊຸມຊົນ ທີ່ເຈັບປວດຊໍາເຮື້ອ ເວົ້າເຖິງຄວາມໂສກເສົ້າ. ເຂົາເຈົ້າເວົ້າເຖິງຄວາມໂສກເສົ້າ ທີ່ຮ່າງກາຍທີ່ເຄີຍແຂງແຮງຂອງເຂົາເຈົ້າ ຫລືໂສກເສົ້າກັບຊີວິດເກົ່າ ຫລືຄວາມສາມາດໃນອະດີດຂອງເຂົາເຈົ້າ."

ເຖິງແມ່ນວ່າ ໂຣກນີ້ມີຢູ່ທົ່ວໄປ, ແຕ່ຫລາຍຄົນ ທີ່ທົນທຸກຢູ່ກັບຄວາມເຈັບປວດຊໍາເຮື້ອ ໄດ້ກ່າວວ່າ ຄວາມກັງວົນຂອງເຂົາເຈົ້າ ຖືກເມີນເສີຍ ແລະສ່ວນຫລາຍ ຈະຄິດວ່າເປັນເລື່ອງປົກກະຕິ.

ເຂົາເຈົ້າເວົ້າວ່າ ມັນບໍ່ແມ່ນພຽງແຕ່ຄອບຄົວ ແລະຫມູ່ເພື່ອນເທົ່ານັ້ນ, ແຕ່ບາງເທື່ອ ຜູ້ຊ່ຽວຊານດ້ານສຸຂະພາບນໍາອີກ.

"ຂ້ອຍເກືອບຕາຍເທື່ອຫນຶ່ງ ເພາະຂ້ອຍມີອາການປວດທ້ອງຊໍາເຮື້ອ ຊຶ່ງໄດ້ກາຍເປັນເລື້ອງປົກກະຕິສຳລັບຂ້ອຍ ຈົນໄສ້ຕິ່ງແຕກ ແລະຂ້ອຍບໍ່ໄດ້ໄປໂຮງຫມໍ ຈົນກວ່າ 12 ມື້ຫຼັງຈາກທີ່ມັນເກີດຂຶ້ນ."

ລາຍງານຂອງ Chronic Pain Australia ຮຽກຮ້ອງໃຫ້ຣັຖບານກາງ ເຮັດໃຫ້ຄວາມເຈັບປວດຊໍາເຮື້ອ ເປັນລະດັບຄວາມສໍາຄັນຂອງປະເທດ ໂດຍການປ່ຽນແປງ ເຊັ່ນການໃຫ້ທຶນເງິນ ໃນທ້ອງຖິ່ນຫລາຍຂຶ້ນ ສໍາລັບການດູແລເບື້ອງຕົ້ນ ແລະລະບົບການເຂົ້າຣະຫັດ.

Ms Ellis ກ່າວວ່າ ເຂົາເຈົ້າຍັງຮຽກຮ້ອງ ໃຫ້ຮັບຮູ້ຄວາມເຈັບປວດ ວ່າເປັນພາວະທາງສຸຂະພາບ, ບໍ່ແມ່ນພຽງແຕ່ອາການເທົ່ານັ້ນ.

"ພວກເຮົາຕ້ອງການ ການເຂົ້າເຖິງຜູ້ຊ່ຽວຊານດ້ານສຸຂະພາບ ຫລາຍຄົນ ທີ່ຊ່ຽວຊານໃນບົດບາດຂອງເຂົາເຈົ້າ ບໍ່ວ່າຈະເປັນການປັບປຸງຫນ້າທີ່, ການປັບປຸງສຸຂະພາບຈິດ ຫລືປັບປຸງການນອນຫລັບ."

ເນື້ອເລື່ອງໂດຍ  Mahnaz Angury ແລະ Haylena Krishnamoorthy ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service