ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີ ພະລັງງານນິວເຄລັຍ.
ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບພະລັງງານນິວເຄລັຍ, ເຖິງແມ່ນວ່າ ຈະເສັຍໄຊໃນການເລືອກຕັ້ງ ດ້ວຍນະໂຍບາຍນີ້ກໍຕາມ.
ລາຍລະອຽດ ຍັງບໍ່ໄດ້ຖືກຢືນຢັນ, ແຕ່ຣັຖມົນຕີ ກະຊວງພະລັງງານກ່າວວ່າ ເຂົາເຈົ້າຈະປັບປຸງແຜນຂອງເຂົາເຈົ້າ ເພື່ອຕອບສນອງການພັດທະນາໃນເລື້ອງນີ້.
Catriona Stirrat ລາຍງານ.
ນະໂຍບາຍ Nuclear ຂອງຝ່າຍຄ້ານ ບໍ່ໄດ້ເຮັດໃຫ້ພັກນັ້ນ ໄດ້ຮັບໄຊຊະນະໃນການເລືອກຣັຖບານກາງ ໃນເດືອນພຶດສະພາ.
ແຕ່ນັ້ນບໍ່ໄດ້ຢຸດຣັຖມົນຕີ ກະຊວງພະລັງງານ ແລະການຫລຸດການປ່ອຍມົນລະພິດ (Energy and Emissions Reduction) ຂອງຝ່າຍຄ້ານ:
ພັກຝ່າຍຄ້ານ ກໍາລັງດັດແປງຂໍ້ສເນີຂອງເຂົາເຈົ້າ ກ່ຽວກັບພະລັງງານນິວເຄລັຍ, ເຖິງແມ່ນວ່າ ຈະເສັຍໄຊໃນການເລືອກຕັ້ງ ດ້ວຍນະໂຍບາຍນີ້ກໍຕາມ.
"ຂ້າພະເຈົ້າ ມີຄວາມຄິດເຫັນທີ່ຫນັກແຫນ້ນວ່າ ນິວເຄລັຍຕ້ອງເປັນສ່ວນຫນຶ່ງ ຂອງພະລັງງານປະສົມຂອງເຮົາ ຢູ່ໃນອອສເຕຣເລັຍ, ຖ້າຫາກເຮົາຈະຈິງຈັງ ກ່ຽວກັບຫລຸດການປ່ອຍມົນລະພິດ."
ນັ້ນແມ່ນ Dan Tehan ທີ່ກ່າວໃນລາຍການ 7:30 ຂອງ ABC, ຫລັງຈາກການເດີນທາງໄປສະຫະຣັດອາເມຣິກາ ຊຶ່ງໄດ້ດົນໃຈ ໃຫ້ມີການຟື້ນຟູນະໂຍບາຍພະລັງງານນິວເຄລັຍ ຂອງຝ່າຍຄ້ານ.
ໃນການກ່າວຕໍ່ ABC, Mr Tehan ໄດ້ຍ້ອງຍໍຄວາມກ້າວຫນ້າຂອງສະຫະຣັດອາເມຣິກາໃນດ້ານນີ້.
"ໂດຍພື້ນຖານແລ້ວ ມີການຟື້ນຟູນິວເຄລັຍ ທີ່ເກີດຂຶ້ນໃນສະຫະຣັດອາເມຣິກາ. ມີການລົງທຶນຢ່າງຫລວງຫລາຍ ໃນນິວເຄລັຍ, ມີການພັດທະນາອັນໃຫຍ່ຫລວງ ທີ່ກໍາລັງເກີດຂຶ້ນ. ແລະທຸກຄົນ ທີ່ຂ້າພະເຈົ້າໄດ້ເວົ້າລົມນໍາ ກໍມີຄວາມຫມັ້ນໃຈຫລາຍ ກັບການໃຊ້ AI, ໂດຍທີ່ໃຊ້ Quantum, ວ່າເຂົາເຈົ້າ ຈະພັດທະນາເທັກໂນໂລຈີນິວເຄລັຍ ຢ່າງວ່ອງໄວຕໍ່ໄປ."
ໃນຂນະທີ່ ຫລີກຈາກລາຍລະອຽດ, ລາວຍອມຮັບວ່າ ນະໂຍບາຍນັ້ນ ຈະຖືກດັດແປງ ຈາກການສເນີ ກ່ອນການເລືອກຕັ້ງຂອງເຂົາເຈົ້າ ເພື່ອຕອບສນອງ ຕໍ່ການພັດທະນາຢ່າງວ່ອງໄວໃນເລື້ອງນັ້ນ.
ແຕ່ Mr Tehan ຫມັ້ນໃຈວ່າ ອອສເຕຣເລັຍ ຄວນໄດ້ຮັບອິດທິພົນ ຈາກແບບຢ່າງຂອງສະຫະຣັດອາເມຣິກາ.
"ຈໍານວນການລົງທຶນ, ຈໍານວນຄວາມຮູ້ທາງເທັກໂນໂລຈີ ທີ່ນໍາໄປສູ່ນິວເຄລັຍ, ແລະຄວາມກ້າວໜ້າ ເມື່ອກ່າວເຖິງ Modular Reactors ຂນາດນ້ອຍ, ຫລື Micro-reactors, ຕ້ອງໄດ້ເຫັນຈຶ່ງຈະເຊື່ອ. ແລະເງິນທຶນທີ່ຫລັ່ງໄຫລ ມາສູ່ການພັດທະນາເຫລົ່ານີ້, ໂດຍສະເພາະ ໂດຍບໍຣິສັດເທັກໂນໂລຈີໃຫຍ່ ໃນສະຫະຣັດອາເມຣິກາ, ກໍາລັງນໍາໄປສູ່ ການພັດທະນາທີ່ກໍາລັງເກີດຂຶ້ນ ໃນແຕ່ລະວັນ. ແລະຂ້າພະເຈົ້າ ມີຄວາມຄິດເຫັນທີ່ຫນັກແຫນ້ນວ່າ ນິວເຄລັຍ ຕ້ອງເປັນສ່ວນຫນຶ່ງ ຂອງພະລັງງານປະສົມ ຂອງເຮົາ ໃນອອສເຕຣເລັຍ ຖ້າຫາກເຮົາຕ້ອງການຫລຸດຜ່ອນ ການປ່ອຍມົນລະພິດຢ່າງຈິງຈັງ."
ໃນຂນະທີ່ລາຍລະອຽດ ຂອງນະໂຍບາຍຍັງບໍ່ແຈ່ມແຈ້ງ, ຝ່າຍຄ້ານໄດ້ສັນຍາວ່າ ຈະສ້າງພະລັງງານນິວເຄລັຍບາງຢ່າງ ຊຶ່ງເປັນສ່ວນຫນຶ່ງຂອງການຕົກລົງ ກັບພັກ Nationals ເພື່ອປ້ອງກັນການແຕກແຍກ ຂອງພັນທະມິດ (The Coalition) ອີກເທື່ອໜຶ່ງ.
Bridget McKenzie ຜູ້ແທນຝ່າຍ The Coalition ຢືນຢັນວ່າ ນະໂຍບາຍນັ້ນ ຈະບໍ່ຢູ່ໃນຫ້າເຫດຜົນທີ່ສໍາຄັນທີ່ສຸດ ທີ່ The Coalition ໄດ້ຮັບການພ່າຍແພ້ຢ່າງຫນັກ ໃນການເລືອກຕັ້ງຣັຖບານກາງ ໃນເດືອນພຶດສະພາ.
ນາງໄດ້ບອກກັບ Sky News ວ່າ ການປາສັຍເລື່ອງນິວເຄລັຍ ຕ້ອງຖືກເບິ່ງ ໃນທັດສະນະອັນກວ້າງ ຂອງນະໂຍບາຍສະພາບພູມອາກາດ ແລະພະລັງງານ.
ນາງເວົ້າວ່າ ຣັຖບານກໍາລັງສົ່ງສັນຍານເຕືອນ ກ່ຽວກັບນະໂຍບາຍ ທີ່ບໍ່ດີ ເພື່ອພະຍາຍາມເຮັດໃຫ້ອອສເຕຣເລັຍ ບັນລຸເປົ້າຫມາຍ ຂອງການຫລຸດຜ່ອນການປ່ອຍມົນລະພິດ, ຊີ້ບອກເຖິງຄວາມພະຍາຍາມ ຂອງເຂົາເຈົ້າ ທີ່ຈະຊຸກຍູ້ໃຫ້ປ່ຽນໄປຫາຣົດໄຟຟ້າ ພາຍໃນໄລຍະອັນສັ້ນ.
"ອີກເທື່ອໜຶ່ງ, ພວກເຮົາກຳລັງເຫັນພັກ Labor ໄດ້ເຮັດບາງຢ່າງ ເພື່ອແກ້ໄຂບັນຫານະໂຍບາຍ, ໃນຂນະດຽວກັນ ກໍເຮັດໃຫ້ຕັດສິນໃຈຂອງຝ່າຍຄ້ານນັ້ນ ບໍ່ເປັນຜົນດີຕໍ່ປະເທດ. ພວກເຮົາຮູ້ວ່າ ພວກເຂົາຈະບໍ່ບັນລຸເປົ້າຫມາຍ ການຫຼຸດຜ່ອນການປ່ອຍມົນລະພິດ ຂອງພວກເຂົາ, ດັ່ງນັ້ນ ພວກເຂົາໄດ້ເພີ່ມຂຶ້ນສອງເທົ່າ ແລະສ້າງແຜນການຂອງພາກການຂົນສົ່ງ ສໍາລັບປີ 2035 ທີ່ຈະເຫັນຜູ້ຂັບຂີ່ຣົດອອສເຕຣເລັຍ ແບກຮັບຄ່າໃຊ້ຈ່າຍ ແລະຈ່າຍຄ່າຫຼຸດຜ່ອນການປ່ອຍມົນລະພິດ.
ພັກ Labor ໄດ້ວິພາກວິຈານ ແຜນພະລັງງານນິວເຄລັຍ ຂອງ The Coalition ເປັນເວລາດົນນານແລ້ວ-ໂດຍໃຫ້ເຫດຜົນວ່າ ຄວາມຕ້ອງການດ້ານພະລັງງານ ຂອງປະເທດ ສາມາດຕອບສນອງໄດ້ ດ້ວຍການປະສົມ ລະຫວ່າງພະລັງງານໝູນໃຊ້ໃຫມ່ ແລະແກັສ.
ແຕ່ Mr Tehan ຫມັ້ນໃຈວ່າ ອອສເຕຣເລັຍ ຄວນໄດ້ຮັບອິດທິພົນ ຈາກແບບຢ່າງຂອງສະຫະຣັດອາເມຣິກາ.
ໃນຄຳປາສັຍ ຕໍ່ສະໂມສອນສື່ແຫ່ງຊາດ (National Press Club) ຫລັງຈາກໄດ້ຮັບໄຊຊະນະການເລືອກຕັ້ງ, ນາຍົກຣັຖມົນຕີ Anthony Albanese ໄດ້ເອີ້ນນະໂຍບາຍນິວເຄລັຍ ຂອງ The Coalition ວ່າເປັນ 'ຄວາມພະຍາຍາມສຸດທ້າຍ ທີ່ຈະຊັກຊ້າ ການດຳເນີນການ ເລື່ອງການປ່ຽນແປງສະພາບອາກາດ'.
ລາວໄດ້ສລຸບເຫດຜົນ ໃນການຕໍ່ຕ້ານນະໂຍບາຍ ໃນຄໍາປາສັຍໃນສື່ສານມວນຊົນ ໃນເດືອນທັນວາປີແລ້ວນີ້.
"ນີ້ຄືຂໍ້ມູນເບື້ອງຕົ້ນ ຂອງພະລັງງານນິວເຄລັຍ-ມັນຈະເພີ່ມຄ່າໄຟຟ້າຂອງທ່ານຂຶ້ນ $1200, ມັນຈະໃຊ້ເວລາຫລາຍສິບປີທີ່ຈະສ້າງ, ມັນຈະກີດກັນພະລັງງານໝູນວຽນທີ່ຖືກກວ່າ. ຜູ້ຊ່ຽວຊານເລື່ອງພະລັງງານທີ່ CSIRO ແລະ Australian Energy Market Operator ໄດ້ຊີ້ແຈງຢ່າງຊັດເຈນ. ເຖິງຢ່າງໃດກໍຕາມ, Peter Dutton ກໍາລັງຂໍຮ້ອງ ໃຫ້ຊາວອອສເຕຣເລັຍ ຈ່າຍຄ່າໂຄງການພະລັງງານນິວເຄລັຍຂອງລາວ. ບໍ່ເຄີຍມີມາກ່ອນ ທີ່ເງິນຈາກຜູ້ເສັຍພາສີຈໍານວນຫລວງຫລາຍ ສ້າງປໂຍດພຽງເລັກນ້ອຍ ຕໍ່ຊາວອອສເຕຣເລັຍຈໍານວນໜ້ອຍດຽວ."
ຣັຖບານ ຍັງບໍ່ໄດ້ຕອບ ຕໍ່ຄວາມຄິດເຫັນຫຼ້າສຸດຂອງ The Coalition ທີ່ສົ່ງເສີມພະລັງງານນິວເຄລັຍ ແລະຕໍາຫນິນະໂຍບາຍ ການຫລຸດຜ່ອນການປ່ອຍມົນລະພິດ ຂອງພັກ Labor.
ລາຍງານໂດຍ Catriona Stirrat and Sunil Awasthi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao