ພະຍາດ ໂຄໂຣນາຊ-ໂກວິດ 19 ແຜ່ຜາຍຢ່າງວ່ອງໄວ

Source: AAP Image/ Joel Carrett
ພະຍາດ ໂຄໂຣນາ-ໂກວິດ 19 ເປັນພະຍາດຊະນິໃໜ່ໆທີ່ກຳເນີດເກີດມາຈາກ ປະເທດສັງຄົມນິຍົມ ສປຈີນ. ບັດນີ້ມັນກຳລັງແຜ່ຜາຍຂຶ້ນໃນໂລກນີ້ຢ່າງວ່ອງໄວ. ມັນເລີ້ມຣະບາດຂຶ້ນໃນວັນທີ 30 ມົກກະຣາ 2020. ອັນທີ່ຈິງແລ້ວມັນເລີ້ມມີຂຶ້ນຕົ້ນໆໃນວັນທີ 31 ທັນວາ 2019 ໃນນະຄອນ ວູຮານ ສປຈີນ... ຈາກເຫດການດັ່ງກ່າວ ມັນສັງຫານຄົນເຮົາມາແລ້ວຫຼາຍໆພັນຄົນ ທັງກໍເຮັດ ໃຫ້ມີຄົນເປັນມັນຢ່າງມາກມາຍກາຍກອງຢ່າງບໍ່ຢຸດຢັ້ງແລະປິນປົວບໍ່ໄດ້ເທື່ອ ດ້ວຍ. ຄົນໃນຫຼາຍປະເທດໃນໂລກນີ້ເປັນພະຍາດດັ່ງກ່ວາຢູ່ຕລອດມາແຕ່ຍັງບໍ່ເຖິງ ຂັ້ນທີ່ອົງການສາທາຣະນະສຸກໂລກຈະປະກາດວ່າ ມັນເປັນພະຍາດທີ່ຕິດແປດ ກັນໄປົທົ່ວໂລກນີ້ເທື່ອ. ຫຼາຍປະເທດແລະຫຼາຍທະວີບເປັນມັນແລ້ວ ດັ່ງ ອອສເຕຼເລັຍ, ວຽດນາມມ, ໄທຍ໌ ແລະນາໆປະເທດອື່ນໆ...
Share