ປັບໃຫ້ຮູ້ທັນການກ່ຽວກັບພະຍາດ ໂກວິດ-19 ກຳລັງອາຣະວາດຢູ່

Source: Josip Regovic/PIXSELL
ພະຍາດ ໂຄໂຣນາໄວຣັດ ໂກວິດ-19 ທີ່ແຜ່ຜາຍໄປທົວໂລກນີ້ຢ່າງວ່ອງ ໄວໂດຍບໍ່ໄວ້ໜ້າໃຜ ບັດນີ້ມັນຖຶກປະກາດວ່າເປັນພະຍາດທີ່ຣະບາດຂຶ້ນ ຂາມແດນໄປທົ່ວໂລກນີ້... ມັນເປັນພະຍາດທີ່ຕິດແປດກັນໄດ້ງ່າຍແລະວ່ອງໄວ ທັງກໍເສັຍສຸຂ ພາບແລະທຳຣາຍຊີວດຂອງມະນຸດດ້ວຍ. ນອກນັ້ນມັນກໍເສັຍຫານຫຼືຫຼົ້ມຈົມເສຖກິດການຄ້ານຳ. ອອສເຕຼເລັຍເປັນປະເທດນຶ່ງທີ່ືຖຶກແຕະຕ້ອງໂດຍ ໂກວິດ-19 ຢ່າງ ແຮງ ແຕ່ຣັຖບານອອສເຕຼເລັຍກໍວ່ອງໄວໃນການສະກັດກັ້ນມັນໄວ້ ຕລອດເຖິງຊອກຫາວີທາງປ້ອງກັນມັນແລະປິ່ນປົວມັນກະທັ້ງທີ່ບໍ່ມີ ຫົນແຫ່ງໃດກະທຳດັ່ງນັ້ນສຳເຣັດເທ່ື່ອກໍຕາມແຕ່. ຣັຖບານອອສເຕເລັຍກໍວ່ອງໄວໃນການເທຖອກເງິນຄຳອອກມາຊົດ ຊ່ວຍປວງຊົນ ທຸຣະກິດການຄ້າ ເສຖກິດ ແລະອື່ນໆຕ່າງໆນາໆແລ້ວ ຈົນຕົກເປັນເງິນຫຼາຍໆພັນລ້ານໂດລາແລ້ວ...
Share