ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການປິ່ນປົວແລະດູແລຜູ້ປ່ວຍໂຣກສມອງເສື່ອມ.
ໂຄງຮ່າງງານ (Framework) ໄດ້ຖືກພັດທະນາ ເພື່ອຕິດຕາມ ແລະປັບປຸງທາງເລືອກການປິ່ນປົວ ສໍາລັບຜູ້ປ່ວຍໂຣກສມອງເສື່ອມ ໃນສະຖານທີ່ດູແລຜູ້ສູງອາຍຸ.
ການສເນີນັ້ນ ມີຂຶ້ນຫລັງຈາກສະຖາບັນສຸຂະພາບ ແລະສວັດດີການ ອອສເຕຣເລັຍ (the Australian Institute of Health and Welfare) ລະບຸວ່າ ພາວະສມອງເສື່ອມ ເປັນສາເຫດສໍາຄັນ ຂອງການຕາຍໃນອອສເຕຣເລັຍ.
Peggy Giakoumelos ລາຍງານ.
ມັນເປັນເລື້ອງຄວາມສໍາເລັດຂອງມະນຸດ-ຄວາມຈິງທີ່ວ່າ ເຮົາມີອາຍຸຍືນກວ່າທີ່ຜ່ານມາ.
"ໃນທາງໃດທາງໜຶ່ງ ທ່ານຮູ້ວ່າມັນເປັນສິ່ງດີ ທີ່ພວກເຮົາໄດ້ເຮັດວຽກງານໄດ້ດີແທ້ໆ ໃນການຊ່ວຍໂຣກຫົວໃຈ, ປິ່ນປົວໂຣກມະເລັງ ຫລືຢ່າງຫນ້ອຍມີການກວດພົບໃນຕອນຕົ້ນ. ແລະສະນັ້ນ ມັນຈຶ່ງເປັນຜົນສະທ້ອນ ຂອງການມີອາຍຸຍືນຂຶ້ນ ແລະອອສເຕຣເລັຍ ເປັນປະເທດທີ່ມີອາຍຸຍືນທີ່ສຸດ ທີສອງ ຫຼືທີສາມຂອງໂລກ ໃນຫລາຍໆດ້ານ"
ສາດສະດາຈານ Tracy Comans ເປັນນັກຄົ້ນຄວ້າທີ່ the University of Queensland.
ເມື່ອບໍ່ດົນມານີ້, ສະຖາບັນສຸຂະພາບ ແລະສວັດດີການ ອອສເຕຣເລັຍ (The Australian Institute of Health and Welfare) ລະບຸວ່າ ພາວະ ສມອງເສື່ອມ ເປັນສາເຫດສໍາຄັນ ຂອງການຕາຍ ໃນອອສເຕຣເລັຍ ສໍາລັບຜູ້ຍິງ ແລະເປັນໂຣກ ທີ່ເຮັດໃຫ້ຜູ້ຊາຍເສັຍຊີວິດ ອັນດັບສອງ ຮອງຈາກໂຣກຫົວໃຈ.
ຫນຶ່ງໃນ 10 ຄົນຂອງຊາວອອສເຕຣເລັຍ ເສັຍຊີວິດຈາກໂຣກນີ້ ໃນປີ 2023, ຊຶ່ງສ່ວນຫລາຍແລ້ວ ແມ່ນໂຣກ Alzheimer, ໂຣກພາວະສມອງເສື່ອມໃນເສັ້ນເລືອດ (Vascular Dementia), ໂຣກພາວະສມອງເສື່ອມ ສ່ວນຫນ້າຂອງສມອງ (Frontotemporal Dementia) ແລະພາວະສມອງເສື່ອມຂອງຮ່າງກາຍ Lewy (Lewy Body Dementia).
Dr Comans ຍັງເປັນຜູ້ຂຽນຄໍາແນະນໍາ ທີ່ຖືກສ້າງຂຶ້ນ ເພື່ອປັບປຸງຊີວິດຂອງຜູ້ຄົນ ທີ່ມີພາວະສມອງເສື່ອມ ທັງໃນແລະນອກ ການດູແລຜູ້ສູງອາຍຸ.
ຂອບເຂດຫນຶ່ງ ທີ່ລະບຸແມ່ນວ່າ ຜູ້ທີ່ມີພາວະສມອງເສື່ອມ ສ່ວນຫລາຍຈະບໍ່ໄດ້ຮັບການຈັດການ ກັບຄວາມເຈັບປວດຢ່າງພຽງພໍ ເພາະເຂົາເຈົ້າບໍ່ສາມາດ ບອກໄດ້ຢ່າງຖືກຕ້ອງ ຫລືບອກບ່ອນເຈັບປວດທີ່ເຂົາເຈົ້າກໍາລັງປະສົບຢູ່.
ສາດສະດາຈານ Comans ກ່າວວ່າ ຍັງຂາດຂໍ້ມູນທີ່ກ່ຽວຂ້ອງ ກັບການວັດແທກສໍາຄັນສີ່ຢ່າງ ສໍາລັບການດູແລ ຜູ້ທີ່ມີພາວະສມອງເສື່ອມ, ຮວມທັງການຈັດການ ເລື່ອງຄວາມເຈັບປວດ, ສັກສີ, ສຸຂະອະນາມັຍ ແລະກິດຈະກັມທີ່ສຳຄັນ.
"ນີ້ແມ່ນກ່ຽວກັບວິທີ ທີ່ເຮົາຄວນວັດແທກ ຜົນຂອງການດູແລ ສໍາລັບຜູ້ທີ່ເປັນໂຣກສມອງເສື່ອມ. ດັ່ງນັ້ນ ສິ່ງທີ່ພວກເຮົາຕັ້ງໃຈຈະເຮັດໃນໂຄງການນີ້ ແມ່ນເບິ່ງຂອບເຂດຕ່າງໆ ທີ່ເປັນໄປໄດ້ ແລະພວກເຮົາຮ່ວມມືຢ່າງໃກ້ຊິດ ກັບຜູ້ມີສ່ວນຮ່ວມ. ສະນັ້ນ, ກັບຜູ້ຄົນທີ່ປະສົບກັບພາວະສມອງເສື່ອມ ແລະຜູ້ດູແລ ແລະຫຸ້ນສ່ວນໃນອຸດສະຫະກັມ ນັບຕັ້ງແຕ່ເລີ້ມຕົ້ນໂຄງການນີ້. ແລະໄດ້ຮ່ວມອອກແບບຂັ້ນຕອນນັ້ນແທ້ໆ ເພື່ອເບິ່ງວ່າ ແມ່ນຫຍັງສໍາຄັນສໍາລັບເຂົາເຈົ້າ. ນີ້ຄືຜົນຮັບ ທີ່ພວກເຮົາພົບວ່າ ພວກເຮົາສາມາດວັດແທກໄດ້ທັນທີ ນັ້ນຄືຄໍາແນະນໍາຂອງພວກເຮົາ, ວ່າສິ່ງເຫລົ່ານີ້ ເປັນສິ່ງທີ່ພວກເຮົາຄວນຈະວັດແທກ ເພາະມັນເປັນຜົນທີ່ສໍາຄັນ ຕໍ່ຜູ້ຄົນເປັນໂຣກສມອງເສື່ອມ."
ຄໍາແນະນໍາ ໄດ້ຖືກພັດທະນາ ໂດຍການຮ່ວມມືກັບມະຫາວິທະຍາລັຍອື່ນໆ, ຜູ້ໃຫ້ບໍຣິການດູແລຜູ້ສູງອາຍຸ, ຜູ້ດູແລ ແລະຜູ້ປ່ວຍໂຣກ ສມອງເສື່ອມ ເພື່ອຊ່ອຍເຫລືອ ໃນການພັດທະນານະໂຍບາຍ ແລະໃຫ້ຜູ້ບໍຣິການດູແລຜູ້ສູງອາຍຸ ທົບທວນການປະຕິບັດໃນປະຈຸບັນ.
ໂດຍທີ່ມີຈໍານວນຜູ້ຄົນມີອາຍຸສູງຂຶ້ນ, ຄາດວ່າຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ຈະຢູ່ກັບພາວະສມອງເສື່ອມ ໃນປີ 2065.
ຜູ້ຟັງ ທີ່ຕ້ອງການຄວາມຊ່ອຍເຫລືອ ສາມາດຕິດຕໍ່ຫາ National Dementia Helpline ໄດ້ຟຣີ ແລະເປັນຄວາມລັບ ທີ່ 1800 100 500.
ການຂາດພະນັກງານ ໃນສະຖານທີ່ດູແລຜູ້ສູງອາຍຸ ແລະຊຸມຊົນ ເປັນບັນຫາສໍາຄັນໃນເວລານີ້, ແລະຈະເປັນເຊັ່ນນັ້ນຕໍ່ໄປ ໃນອະນາຄົດ.
ຜູ້ທີ່ປະສົບກັບພາວະສມອງເສື່ອມ ມັກຈະປະສົບປັນຫາ ການຂາດການດູແລຢ່າງຕໍ່ເນື່ອງ ເນື່ອງຈາກການໝູນວຽນຂອງພະນັກງານ ແລະຂາດການຝຶກອົບຮົມສະເພາະ ດ້ານພາວະສມອງເສື່ອມ ໃນພາກການດູແລຜູ້ສູງອາຍຸ.
ສາດສະດາຈານ Comans ກ່າວວ່າ ເຖິງແມ່ນວ່າອັດຕາການຈ່າຍຄ່າແຮງງານຈະດີຂຶ້ນ ສໍາລັບພະນັກງານດູແລ, ແຕ່ອາດໃຊ້ເວລາດົນນານ ກ່ອນສິ່ງນີ້ ຈະເຮັດໃຫ້ມີພະນັກງານ ທີ່ໄດ້ຮັບການຝຶກຝົນ ແລະການດູແລທີ່ດີຂຶ້ນ.
"ມັນເປັນບັນຫາສໍາຄັນເປັນເວລາດົນນານແລ້ວ ແລະໃນເສດຖະກິດຂອງການດູແລ ພວກເຮົາຮູ້ວ່າ ພະນັກງານໄດ້ຮັບຄ່າຈ້າງຫນ້ອຍ ເປັນເວລາດົນນານ ແລະເຫັນໄດ້ຢ່າງຊັດແຈ້ງວ່າ ການປ່ຽນແປງ ໃນສະພາບການທໍາງານ ໄດ້ຮັບການຕ້ອນຮັບຢ່າງຫລວງຫລາຍ. ຂ້າພະເຈົ້າຄິດວ່າ ມັນຈະໃຊ້ເວລາດົນນານ ສໍາລັບສິ່ງນັ້ນ ແລະສໍາລັບເຮົາທີ່ຈະເຫັນຜົນກະທົບ ຕໍ່ການຮັກສາພະນັກງານ ເພາະການເພີ່ມຄ່າຈ້າງບາງຢ່າງ ແມ່ນມີມາເມື່ອບໍ່ດົນນີ້."
ເຖິງແມ່ນວ່າ ພາວະສມອງເສື່ອມ ເປັນສາເຫດສໍາຄັນຂອງການຕາຍ, ແຕ່ມັນບໍ່ໄດ້ເປັນຜົນຕາມທັມມະຊາດ ຂອງຄວາມຊະຣາ.
ພັນທຸກັມ ແລະວິຖີຊີວິດ ກໍມີບົດບາດຄືກັນ ແລະມັນເປັນໂຣກທີ່ຍາກ ທີ່ຈະວິນິສັຍ ໂດຍສະເພາະໃນຕອນຕົ້ນ.
Dr Janet Van Eersel ເປັນນັກຄົ້ນຄວ້າອາວຸໂສ ທີ່ສູນຄົ້ນຄວ້າພາວະ ສມອງເສື່ອມ ຂອງໂຮງຮຽນການແພດ Macquarie.
"ສະນັ້ນ ເມື່ອທ່ານສະແດງອາການ, ທ່ານໄດ້ສູນເສັຍຈຸລັງ (Cells) ຈຳນວນຫລາຍໃນສມອງຂອງທ່ານແລ້ວ. ຈຸລັງ (Cells) ສມອງທີ່ສໍາຄັນແທ້ໆ. ສະນັ້ນ, ເມື່ອທ່ານສະແດງອາການ ທ່ານກໍຢູ່ໃນຂັ້ນວິກິດແລ້ວ. ມັນຍາກຫລາຍ ທີ່ຈະປິ່ນປົວສິ່ງນັ້ນ. ສະນັ້ນ, ຫວັງວ່າດ້ວຍຮູບພາບທີ່ດີກວ່າ ແລະບັດນີ້ດ້ວຍການທົດສອບເລືອດໃຫມ່ບາງຢ່າງ, ຫວັງວ່າເຮົາຈະສາມາດກວດພົບ ຜູ້ຄົນທີ່ມີຄວາມສ່ຽງໄດ້ໄວກວ່າເກົ່າ. ແທນທີ່ຈະພະຍາຍາມປິ່ນປົວຜູ້ຄົນ ຕອນເຂົາເຈົ້າມີອາຍຸ 60 ຫລື 70 ປີ, ອາດຈະປິ່ນປົວເຂົາເຈົ້າ ເມື່ອອາຍຸ 40 ຫລື 50 ປີ, ເມື່ອມັນສະແດງໃຫ້ເຫັນແລ້ວ ໃນເລືອດຂອງເຂົາເຈົ້າ ວ່າລະດັບຂອງປັດຈັຍອັນຕະຣາຍບາງຢ່າງ ກໍາລັງເພີ່ມສູງຂຶ້ນ. ຂ້າພະເຈົ້າຄິດວ່າ ມັນຈະເປັນຜົນດີຄືກັນ. ການປິ່ນປົວກ່ອນຫນ້ານີ້ ຈະດີກວ່າການພະຍາຍາມແກ້ໄຂບາງສິ່ງ ທີ່ໄດ້ເກີດຂຶ້ນແລ້ວ."
ການສຶກສາຄົ້ນຄວ້າຫຼາຍຢ່າງຊີ້ບອກວ່າ ການປ່ຽນແປງວິຖີຊີວິດ ເຊັ່ນການອອກກໍາລັງກາຍ, ອາຫານການກິນ ແລະການພົບປະສັງສັນທາງສັງຄົມ ອາດຊ່ວຍໃຫ້ພາວະສມອງເສື່ອມນັ້ນ ຊັກຊ້າ ຫຼືປ້ອງກັນອາການຂອງມັນໄດ້.
ໃນປີ 2024, ວາຣະສານ Lancet Journal ລະບຸປັດຈັຍອັນຕະຣາຍ 14 ຢ່າງທີ່ສາມາດປ່ຽນແປງໄດ້, ຮວມທັງການບາດເຈັບໃນສມອງ, ພາວະຊຶມເສົ້າ, ໂຣກອ້ວນ, ຂາດການອອກກໍາລັງກາຍ, ດື່ມເຄື່ອງມຶນເມົາຫລາຍເກີນໄປ, ການສູນເສັຍການໄດ້ຍິນ ແລະການໂດດດ່ຽວທາງສັງຄົມເປັນຕົ້ນ ຊຶ່ງສາມາດຫລຸດອັດຕາ ໄດ້ເຖິງຫນຶ່ງສ່ວນສາມ.
Dr Janet Van Eersel ກ່າວວ່າ ຍັງມີການພັດທະນາ ໃນການທົດສອບເລືອດ ເພື່ອວິນິດສັຍນໍາອີກ, ຊຶ່ງບາງສ່ວນໄດ້ຮັບອະນຸມັດຈາກ FDA ໃນສະຫະຣັດອາເມຣິກາ ເມື່ອບໍ່ດົນມານີ້.
"ແຕ່ຂ້າພະເຈົ້າຄິດວ່າ ພວກເຮົາຍັງພະຍາຍາມຈະເຂົ້າໃຈວ່າ ມັນມີ ປໂຍດຫລາຍປານໃດ. ສະນັ້ນ, ມັນຈຶ່ງຖືກໃຊ້ເປັນປະຈໍາ ໃນການທົດລອງທາງຄະລີນິກ ບ່ອນທີ່ເຮົາບໍ່ສາມາດໃຫ້ທຸກຄົນຜ່ານເຄື່ອງຖ່າຍຮູບພາບ ທຸກເທື່ອຫລືບໍ່. ແລະນີ້ ຄືສິ່ງທີ່ເຮົາສາມາດເຮັດໄດ້ ກັບຄົນໄຂ້ທີ່ທ່ານຮູ້ວ່າ ມີບາງສິ່ງ ເຊັ່ນຄວາມບົກພ່ອງທາງສະຕິປັນຍາ (Cognitive Impairment) ແລ້ວ, ທ່ານສາມາດເລີ່ມວັດແທກລະດັບພື້ນຖານຂອງເຂົາເຈົ້າ ຊຶ່ງເປັນວິທີ ທີ່ເຂົາເຈົ້າເພີ່ມຂຶ້ນເລື້ອຍໆ. ແຕ່ນີ້ເປັນສິ່ງໃຫມ່ຫລາຍ ໃນປີຫລືສອງປີຜ່ານມານີ້. ແນ່ນອນວ່າ ມັນເປັນສິ່ງທີ່ເຮົາຕ້ອງລໍຖ້າ ແລະເບິ່ງວ່າ ເຮົາຈະເຮັດແນວໃດ ແລະສິ່ງນີ້ຈະພາເຮົາໄປສູ່ຈຸດໃດ."
Federation of Ethnic Communities Council of Australia ຫລື FECCAກ່າວວ່າ ຫນຶ່ງໃນສາມຂອງຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີ ມາຈາກພື້ນຖານ ທີ່ແຕກຕ່າງທາງວັດທະນະທັມ.
ສູນຄົ້ນຄວ້າຜູ້ສູງອາຍຸຂອງ UNSW (The UNSW Centre for Population Ageing Research) ລາຍງານວ່າ ຜູ້ທີ່ເວົ້າພາສາອື່ນນອກຈາກພາສາອັງກິດຢູ່ບ້ານ ຫລືຜູ້ທີ່ມີຄວາມຊໍານານພາສາອັງກິດບໍ່ດີ ຈະມີອັດຕາສ່ຽງສູງ ຕໍ່ພາວະສມອງເສື່ອມໃນວັຍຊະຣາ.
FECCA ຢາກເຫັນແຜນການດູແລຜູ້ສູງອາຍຸ ທີ່ມີສ່ວນຮ່ວມຫລາຍກວ່າເກົ່າ ທີ່ສະທ້ອນເຖິງຄວາມຕ້ອງການທາງວັດທະນະທັມ, ທາງຈິດວິນຍານ ແລະອາຫານຂອງກຸ່ມນີ້.
ໃນຄໍາຖແລງຕໍ່ SBS, ໂຄສົກຂອງ FECCA ກ່າວວ່າ:
"ອຸບປະສັກດ້ານພາສາສາ ມາດນໍາໄປສູ່ການວິຈັຍຜິດ ຫລືຄວາມຫຼ້າຊ້າ, ໂດຍສະເພາະ ຖ້າຫາກບໍ່ໃຊ້ຜູ້ແປ. ຄວາມອັບອາຍກໍເປັນບັນຫາໃຫຍ່ອີກຢ່າງຫນຶ່ງ. ໃນບາງວັດທະນະທັມ, ພາວະສມອງເສື່ອມ ຖືກເຫັນວ່າເປັນສິ່ງໜ້າອັບອາຍ ຫລືແມ່ນແຕ່ຄວາມເຈັບປ່ວຍທາງຈິດໃຈ, ຊຶ່ງສາມາດຢຸດຄອບຄົວ ຈາກການຂໍຄວາມຊ່ອຍເຫລືອ. ຫລາຍຄົນ ຍັງດີ້ນລົນທີ່ຈະຊອກຫາລະບົບການດູແລສຸຂະພາບ ແລະຜູ້ສູງອາຍຸ ທີ່ຊັບຊ້ອນ ແລະປາດສະຈາກຂໍ້ມູນທີ່ເຫມາະສົມ ທາງວັດທະນະທັມ. ແລະເມື່ອພາວະສມອງເສື່ອມເປັນໜັກຂຶ້ນເລື້ອຍໆ, ຜູ້ຄົນມັກຈະສູນເສັຍພາສາທີສອງ ແລະກັບຄືນໄປຫາພາສາທໍາອິດຂອງເຂົາເຈົ້າ, ຊຶ່ງອາດເຮັດໃຫ້ການເຂົ້າເຖິງ ສະຖານທີ່ດູແລທົ່ວໄປນັ້ນຍາກຂຶ້ນ. ການທ້າທາຍເຫລົ່ານີ້ ສາມາດນໍາໄປສູ່ການຊັກຊ້າໃນການວິນິສັຍ, ສ້າງຄວາມກົດດັນຫລາຍຂຶ້ນສໍາລັບຜູ້ດູແລ, ສົ່ງຜົນທີ່ບໍ່ດີ ຕໍ່ການດູແລ ຍົກເວັ້ນແຕ່ຜູ້ບໍຣິການ ຈະຕອບສນອງຄວາມຕ້ອງການ ທາງວັດທະນະທັມ ແລະພາສາຢ່າງຈິງຈັງ, ຊຶ່ງທັງຫມົດນີ້ ອາດຫມາຍເຖິງລາຄາທີ່ແພງກວ່າ ສໍາລັບຜູ້ສູງອາຍຸ ແລະລະບົບການດູແລສຸຂະພາບ."
ຜູ້ຟັງ ທີ່ຕ້ອງການຄວາມຊ່ອຍເຫລືອ ສາມາດຕິດຕໍ່ຫາ National Dementia Helpline ໄດ້ຟຣີ ແລະເປັນຄວາມລັບ ທີ່ 1800 100 500.
ລາຍງານໂດຍ Peggy Giakoumelos ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao