ປໂຍດຂອງການກວດໂຣກເບົາຫວານ.

Thailand Wellness and Healthcare Expo 2025

ການກວດເລືອດງ່າຍໆ ໃນການຫາລະດັບນ້*ຕານໃນເລືອດ. Source: EPA / RUNGROJ YONGRIT/EPA

ໜ້ອຍຄົນຈະຮູ້ວ່າໂຣກເບົາຫວານ ເປັນສາເຫດສໍາຄັນ ຂອງການຕາບອດ ໃນຊາວອອສເຕຣເລັຍ ໃນອາຍຸທໍາງານ, ເປັນສາເຫດສໍາຄັນ ຂອງຫມາກໄຂ່ຫລັງເສື່ອມໂຊມ ແລະການຟອກເລືອດ ໃນອອສເຕຣເລັຍ. ມັນເພີ່ມຄວາມສ່ຽງ ຕໍ່ໂຣກຫົວໃຈ ແລະໂຣກເສັ້ນເລືອດໃນສມອງ (Stroke) ເຖິງສີ່ເທົ່າ. ມັນເປັນສາເຫດສໍາຄັນ ຂອງການຕັດຂາ ແລະມັນຍັງມີຜົນກະທົບອັນໃຫຍ່ຫລວງ ຕໍ່ສຸຂະພາບທາງຈິດໃຈຂອງຜູ້ຄົນ. ສນັ້ນການປ້ອງກັນຈະດີກວ່າການປິ່ນປົວສເມີ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ປໂຍດຂອງການກວດໂຣກເບົາຫວານ.

ຜູ້ຊ່ຽວຊານດ້ານສຸຂະພາບ ຮຽກຮ້ອງໃຫ້ມີການດຳເນີນການຕັ້ງແຕ່ຕົ້ນ ເພື່ອປ້ອງກັນສາເຫດການຕາຍ ທີ່ພົບເລື້ອຍທີ່ສຸດອັນດັບທີເຈັດ ໃນອອສເຕຣເລັຍ: ນັ້ນກໍແມ່ນ ໂຣກເບົາຫວານ (Diabetes).

The Royal Australian College of GPs ກໍາລັງຊຸກຍູ້ໃຫ້ຊາວອອສເຕຣເລັຍ ໃຫ້ໄປຫາທ່ານຫມໍ ແລະເຮັດຕາມຂັ້ນຕອນ ເພື່ອປ່ຽນວິຖີຊີວິດຂອງເຂົາເຈົ້າ ໃນຕອນນີ້ ເພື່ອຫລີກເວັ້ນ ຈາກບັນຫາສຸຂະພາບ ໃນໄລຍະຍາວ ໃນພາຍຫຼັງ.

ແລະຕາມທີ່ Sam Dover ລາຍງານ, ສະຖາບັນ the George Institute for Global Health ກໍາລັງຊຸກຍູ້ ໃຫ້ມີພາສີນ້ຳຕານ ແລະເງິນຊ່ອຍເຫລືອ ຫມາກໄມ້ ແລະຜັກສົດ ເພື່ອຊ່ອຍໃນການປ່ຽນແປງ ວິຖີຊີວິດເຫລົ່ານີ້.

"ບໍ່ມີໃຜເລືອກໂຣກເບົາຫວານ. ບໍ່ມີໃຜຢ່າງແນ່ນອນ. ໂຣກເບົາຫວານ ມີຫຼາຍຊະນິດ: ໂຣກເບົາຫວານຊະນິດທີຫນຶ່ງ ເຊິ່ງເປັນພາວະພູມຕ້ານທານຕົວເອງ ແລະບໍ່ມີການປິ່ນປົວໃນເວລານີ້; ໂຣກເບົາຫວານຊະນິດທີສອງ ເຊິ່ງເປັນຕອນທີ່ ຮ່າງກາຍເລີ່ມຕ້ານທານ ກັບການຜລິດInsulin. ແລະນັ້ນ ມາຈາກສະຖານະການທີ່ຊັບຊ້ອນ ຮວມເຖິງພັນທຸກັມ , ປວັດຄອບຄົວ, ສະພາບແວດລ້ອມ ແລະວິຖີຊີວິດ."

ນັ້ນຄື Justine Cain, CEO ຂອງກຸ່ມ Diabetes Australia, ກ່າວເຖິງໂຣກ ທີ່ມັກຖືກເບິ່ງໃນທາງລົບ: ຊຶ່ງກໍແມ່ນ ໂຣກເບົາຫວານ (Diabetes).

ນາງເວົ້າວ່າ ມັນສາມາດມາໃນຮູບແບບຕ່າງໆ ແລະເປັນເພາະປັດຈັຍຫລາຍຢ່າງ ນອກເຫນືອໄປຈາກອາຫານ ແລະວິຖີຊີວິດ.

ແລະນາງກໍາລັງຮ່ວມມື ກັບຜູ້ຊ່ຽວຊານເລື່ອງສຸຂະພາບ ຜູ້ທີ່ຮຽກຮ້ອງໃຫ້ມີຄວາມພະຍາຍາມ ທາງສາທາຣະນະສຸກໃໝ່ໆ ເພື່ອສົ່ງເສີມການປ້ອງກັນໂຣກຊໍາເຮື້ອ ທີ່ພົບເຫັນເລື້ອຍທີ່ສຸດຢ່າງໜຶ່ງ ຂອງອອສເຕຣເລັຍ ແລະເປັນໜຶ່ງຂອງໂຣກ ທີ່ເຮັດໃຫ້ມີຜູ້ເສັຍຊີວິດ ຫຼາຍທີ່ສຸດອີກດ້ວຍ.

Ms Cain ກ່າວວ່າ ມີຊາວອອສເຕຣເລັຍຫລາຍແສນຄົນ ທີ່ອາສັຍຢູ່ກັບໂຣກເບົາຫວານ (Diabetes) ທີ່ບໍ່ໄດ້ຮັບການວິນິດສັຍ ຊຶ່ງອາດມີຜົນກະທົບ ຕໍ່ສຸຂະພາບຢ່າງຮ້າຍແຮງ ຖ້າຫາກບໍ່ໄດ້ຮັບການປິ່ນປົວ.

"ພວກເຮົາຮູ້ວ່າ ມີຊາວອອສເຕຣເລັຍ ອີກປະມານ 500,000ຄົນ ທີ່ອາສັຍ ຢູ່ກັບໂຣກເບົາຫວານ (Diabetes) ທີ່ມິດງຽບ ແລະບໍ່ໄດ້ຮັບການວິນິດສັຍ. ຫຼາຍຄົນ ບໍ່ເຂົ້າໃຈເຖິງພາວະແຊກຊ້ອນ ທີ່ເກີດຂຶ້ນກັບໂຣກເບົາຫວານ ແລະມັນຮ້າຍແຮງ ແລະມີຄ່າໃຊ້ຈ່າຍສູງຫຼາຍ. ສະນັ້ນ, ສາເຫດສໍາຄັນ ຂອງການຕາບອດ ໃນຊາວອອສເຕຣເລັຍ ໃນອາຍຸທໍາງານ, ເປັນສາເຫດສໍາຄັນ ຂອງຫມາກໄຂ່ຫລັງເສື່ອມໂຊມ ແລະການຟອກເລືອດ ໃນອອສເຕຣເລັຍ. ມັນເພີ່ມຄວາມສ່ຽງ ຕໍ່ໂຣກຫົວໃຈ ແລະໂຣກເສັ້ນເລືອດໃນສມອງ (Stroke) ເຖິງສີ່ເທົ່າ. ມັນເປັນສາເຫດສໍາຄັນ ຂອງການຕັດຂາ ແລະມັນຍັງມີຜົນກະທົບອັນໃຫຍ່ຫລວງ ຕໍ່ສຸຂະພາບທາງຈິດໃຈຂອງຜູ້ຄົນ."

ສຳນັກງານສະຖິຕິຂອງອອສເຕຣເລັຍ (The Australian Bureau of Statistics) ພົບວ່າ ໃນປີ 2022 ໂຣກເບົາຫວານ ເປັນສາເຫດອັນດັບທີເຈັດ ຂອງການຕາຍ ໃນອອສເຕຣເລັຍ.

ລະຫວ່າງປີ 2000 ແລະ 2021, ຈໍານວນຄົນ ທີ່ເປັນໂຣກເບົາຫວານ (Diabetes) ໃນອອສເຕຣເລັຍ ໄດ້ເພີ່ມຂຶ້ນເກືອບເຖິງສາມເທົ່າ, ຈາກ460,000 ເປັນ 1.3 ລ້ານຄົນ.

The Royal Australian College of General Practitioners ຢາກໃຫ້ຊາວອອສເຕຣເລັຍ ຈາກທຸກພື້ນຖານ ໄປຫາທ່ານຫມໍ ເພື່ອຈະໄດ້ຮັບຄວາມເຂົ້າໃຈວ່າ ເຂົາເຈົ້າອາດເປັນໂຣກເບົາຫວານ (Diabetes) ຫລືອາດສ່ຽງ ຕໍ່ການເປັນໂຣກນີ້ ໃນອະນາຄົດຫຼືບໍ່.

Dr Michael Wright ປະທານຂອງ RACGP ກ່າວວ່າ ເມື່ອຜູ້ຄົນໄດ້ຮັບການວິນິດສັຍໄວເທົ່າໃດ ແລະຮູ້ວ່າເປັນໂຣກນັ້ນໄວເທົ່າໃດ, ເຂົາເຈົ້າ ກໍຈະມີຊີວິດຍືນ ຂຶ້ນຫລາຍເທົ່ານັ້ນ.

"ບໍ່ວ່າ ທ່ານຈະອາສັຍຢູ່ບ່ອນໃດໃນອອສເຕຣເລັຍ, ກໍສາມາດເຂົ້າເຖິງການປິ່ນປົວ ທີ່ຈະວິນິດສັຍໂຣກເບົາຫວານ (Diabetes) ແລະຮັບການປິ່ນປົວ ຖ້າຫາກທ່ານຕ້ອງການ. ສິ່ງທີ່ສໍາຄັນທີ່ສຸດຄື ບໍ່ຄວນເລື່ອນການກວດ ຫລືວິນິສັຍ ເພາະຖ້າຫາກທ່ານໄດ້ຮັບການປິ່ນປົວ, ທ່ານຈະສາມາດມີຊີວິດທີ່ຍືນຍາວ ແລະມີສຸຂະພາບແຂງແຮງ ແລະເຮົາສາມາດຫລີກເວັ້ນຈາກບັນຫາໄດ້. ແຕ່ສິ່ງສໍາຄັນຄື ການເລີ່ມຕົ້ນການກວດໂຣກ."

Dr Wright ກ່າວວ່າ ມີວິທີທີ່ພິສູດວ່າ ຈະຫລຸດຜ່ອນໂອກາດ ທີ່ຈະເປັນໂຣກເບົາຫວານ (Diabetes) ຊະນິດ 2 ດ້ວຍການປ່ຽນແປງວິຖີຊີວິດ ແລະອາຫານ.

"ພວກເຮົາຮູ້ວ່າ ຖ້າຫາກທ່ານສາມາດຮັກສານ້ຳຫນັກ ໃຫ້ມີສຸຂະພາບດີ, ຮັກສາກິດຈະກັມ ທາງຮ່າງກາຍເປັນປະຈໍາ, ປ່ຽນຈາກອາຫານທີ່ບໍ່ດີຕໍ່ສຸຂະພາບ ມາເປັນອາຫານທີ່ດີຕໍ່ສຸຂະພາບ, ແລະຖ້າຫາກທ່ານ ສາມາດຄວບຄຸມຄວາມດັນເລືອດ, Cholesterol ຂອງທ່ານ ແລະຫລີກເວັ້ນຈາກການສູບຢາ, ເຮົາຮູ້ວ່າສິ່ງທັງຫມົດນີ້ ຈະຊ່ວຍປ້ອງກັນ ແລະຫລຸດຜ່ອນ ຄວາມສ່ຽງຂອງທ່ານ ຕໍ່ໂຣກເບົາຫວານ (Diabetes)."

ການຄົ້ນຄວ້າໃຫມ່ ຈາກສະຖາບັນ the George Institute for Global Health ໄດ້ແນະນໍາທາງເລືອກ ນະໂຍບາຍສາທາຣະນະ ສອງສາມຢ່າງ ທີ່ຈະຫຼຸດຜ່ອນ ການກິນອາຫານທີ່ມີເກືອ ແລະນ້ຳຕານຫລາຍເກີນໄປ ແລະສົ່ງເສີມ ການກິນຫມາກໄມ້ ແລະຜັກສົດ, ຫມາກຖົ່ວ ແລະເມັດພືດ.

ນັກຄົ້ນຄວ້າ ໄດ້ວິເຄາະແບບແຜນ ການຊື້ອາຫານຈາກ 10,000 ຄອບຄົວ ໃນອອສເຕຣເລັຍ ໃນໄລຍະຫ້າປີ ແລະພົບວ່າ ການເລືອກອາຫານ ໄດ້ຮັບຜົນກະທົບຢ່າງຫຼາຍຈາກລາຄາ.

Tazman Davies ຜູ້ຂຽນຫຼັກ ແລະຜູ້ຮ່ວມວິຈັຍກ່າວວ່າ ການປ່ຽນແປງທີ່ມີຄວາມຫມາຍ ໃນອາຫານ ສາມາດບັນລຸໄດ້ ໂດຍການເກັບພາສີ ເຊັ່ນເຄື່ອງດື່ມທີ່ມີນ້ຳຕານ ແລະການຊ່ອຍເຫລືອ ອາຫານທີ່ດີຕໍ່ສຸຂະພາບ.

"ອົງການອະນາມັຍໂລກ (the World Health Organisation) ຈຶ່ງແນະນໍາຢ່າງຍິ່ງ ໃຫ້ປະເທດຕ່າງໆ ພິຈາຣະນາການເກັບພາສີ ສໍາລັບເຄື່ອງດື່ມທີ່ມີນໍ້າຕານ. ເຮົາຮູ້ວ່າຫລາຍກວ່າ 100 ປະເທດ ໄດ້ເກັບພາສີເຄື່ອງດື່ມ ທີ່ມີນ້ຳຕານ, ແລະມີຫລັກຖານທີ່ຊັດເຈນວ່າ ພາສີເຫລົ່ານີ້ ສາມາດຫລຸດຜ່ອນ ການໃຊ້ນ້ຳຕານຂອງຜູ້ຄົນ. ສະນັ້ນ ຂ້າພະເຈົ້າຄິດວ່າຖ້າຫາກເຮົາເອົາຈິງເອົາຈັງ ກ່ຽວກັບການຮັບມືກັບໂຣກເບົາຫວານ (Diabetes) ຊະນິດທີສອງ, ຂ້າພະເຈົ້າຄິດວ່າ ການໂຈມຕີເຄື່ອງດື່ມທີ່ມີນ້ຳຕານ ເປັນສິ່ງທີ່ບໍ່ມີປໂຍດ. ມັນບໍ່ເຄີຍເປັນກໍຣະນີ ທີ່ນະໂຍບາຍຢ່າງຫນຶ່ງ ຈະແກ້ໄຂທຸກປັນຫາ. ເຮົາຕ້ອງການນະໂຍບາຍເປັນຊຸດ ທີ່ດີທີ່ສຸດ ເພື່ອປ່ຽນແປງອາຫານຂອງຜູ້ຄົນ. ແລະຂ້າພະເຈົ້າຄິດວ່າ ເງິນຊ່ອຍເຫລືອກໍຈຳເປັນຕ້ອງມີຄືກັນ."

ເຖິງແມ່ນວ່າໂຣກເບົາຫວານ (Diabetes) ສາມາດ ແລະສົ່ງຜົນກະທົບຕໍ່ຊາວອອສເຕຣເລັຍທຸກຄົນ ບໍ່ວ່າຈະເປັນຜູ້ໃດກໍຕາມ, ແຕ່ຊຸມຊົນຂອງ First Nations ສາມາດໄດ້ຮັບຜົນກະທົບຫລາຍທີ່ສຸດ.

ອີງຕາມສະຖາບັນ the Australian Institute of Health and Wellbeing (AIHW), ຊາວ Aboriginal ແລະ Torres Strait Islander ອອສເຕຣເລັຍ ມີແນວໂນ້ມ ທີ່ຈະເປັນໂຣກເບົາຫວານ ຊະນິດທີ 2 ເຖິງສາມເທົ່າ ເມື່ອສົມທຽບ ກັບຊາວອອສເຕຣເລັຍ ທີ່ບໍ່ແມ່ນຊາວພື້ນເມືອງອອສເຕຣເລັຍ ແລະມີແນວໂນ້ມ ສີ່ເທົ່າທີ່ ຈະຕາຍຍ້ອນໂຣກນີ້.

ຣັຖບານ Albanese ໄດ້ດໍາເນີນໂຄງການເດືອນແລ້ວນີ້ ເພື່ອຫລຸດລາຄາຂອງສິນຄ້າພື້ນຖານ 30 ຊະນິດໃນ 76ຮ້ານຄ້າ ໃນຊຸມຊົນທີ່ຫ່າງໄກ, ເຮັດໃຫ້ສອດຄ່ອງກັບລາຄາໃນເມືອງ.

Tazman Davies ກໍາລັງແນະນໍາ ໃຫ້ຂຍາຍໂຄງການ, ແລະກ່າວວ່າ ນະໂຍບາຍ ເລື່ອງການຊ່ອຍເຫລືອເຊັ່ນນີ້, ຊຶ່ງເຮັດໃຫ້ອາຫານທີ່ດີຕໍ່ສຸຂະພາບ ສາມາດເຂົ້າເຖິງໄດ້ງ່າຍຂຶ້ນ, ມີແນວໂນ້ມ ທີ່ຈະເພີ່ມຜົນສະທ້ອນ ທາງສຸຂະພາບໃນທາງບວກ.

"ຂ້າພະເຈົ້າຄິດວ່າ ຈຸດເລີ່ມຕົ້ນທີ່ເຫັນໄດ້ຢ່າງຊັດແຈ້ງຄື ຊຸມຊົນທີ່ອ່ອນແອ. ເຮົາຮູ້ວ່າໃ ນເຂດຫ່າງໄກ, ຊຶ່ງເປັນບ່ອນ ທີ່ຄວາມແຕກຕ່າງຂອງລາຄາ ເຊັ່ນຫມາກໄມ້ ແລະຜັກສົດທີ່ ມີລາຄາສູງເຖິງສອງເທົ່າ. ສະນັ້ນ, ຂ້າພະເຈົ້າຄິດວ່າ ຣັຖບານໄດ້ໃຫ້ການຊ່ອຍເຫລືອ ຫມາກໄມ້ແລະຜັກ ຜ່ານໂຄງການ Outback Stores. ການຊ່ວຍເຫຼືອເຫຼົ່ານີ້ ຄວນເຮັດໃຫ້ເກີດຜົນປໂຍດຫຼາຍ ໃນການຊື້ຫມາກໄມ້ແລະຜັກ."

ໃນຂນະດຽວກັນ, Justine Cain ໄດ້ແນະນໍາຜູ້ຄົນ ໃຫ້ໄປກວດ-ຍິ່ງໄວເທົ່າໃດຍິ່ງດີ.

"ພວກເຮົາ ກໍາລັງຊຸກຍູ້ຊາວອອສເຕຣເລັຍທຸກຄົນ ໃຫ້ໄປກວດສຸຂະພາບ. ທ່ານສາມາດເຂົ້າໄປໃນອິນເຕີເນັດ ໃນເວັບໄຊ້ Diabetes Australia, ຊອກຫາປັດຈັຍຄວາມສ່ຽງຂອງທ່ານ ແລະໄປຫາ GP ຂອງທ່ານ. ການກວດເທື່ອທໍາອິດນັ້ນຟຣີ, ເປັນຄວາມລັບ ແລະໃຊ້ເວລາປະມານຫ້ານາທີເທົ່ານັ້ນ. ແລະການກວດສອບແບບງ່າຍໆ ແລະຟຣີ ອາດເປັນຄວາມແຕກຕ່າງ ລະຫວ່າງການກວດພົບໂຣກເບົາຫວານ(Diabetes) ຊະນິດທີ ສອງ ຫຼືການໃຊ້ຊີວິດ ຢູ່ກັບພາວະແຊກຊ້ອນ ທີ່ເປັນອັນຕະຣາຍຕໍ່ຊີວິດ ເຊັ່ນຫົວໃຈວາຍ ຫຼືໂຮກເສັ້ນເລືອດໃນສມອງ(Stroke) ໃນພາຍຫຼັງ. ສະນັ້ນ, ພວກເຮົາພຽງແຕ່ຊຸກຍູ້ທຸກຄົນ ໃຫ້ໄປກວດ ແລະເວົ້າລົມກັບຜູ້ຊ່ຽວຊານ ດ້ານສຸຂະພາບຂອງເຂົາເຈົ້າ."

ເນື້ອເລື່ອງໂດຍ   Sam Dover   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ປໂຍດຂອງການກວດໂຣກເບົາຫວານ. | SBS Lao