ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ມີການຄົ້ນພົບ Dinosaur ສາຍພັນໃຫມ່.
Dinosaur ສາຍພັນໃຫມ່ ໄດ້ຖືກເປີດເຜີຍ ຢູ່ທີ່ພິພິດທະພັນ ປວັດສາດທັມມະຊາດ (Natural History Museum) ຂອງ London.
Enigmacursor ເປັນສັດກິນຫຍ້າຂນາດນ້ອຍ ທີ່ອາສັຍຢູ່ ເມື່ອປະມານ150 ລ້ານປີກ່ອນ ຄຽງຂ້າງກັບສັດໃຫຍ່ ເຊັ່ນ Stegosaurus ແລະ Diplodocus, ດັ່ງທີ່ Edwina Guinan ລາຍງານ.
ພິພິດທະພັນ ປວັດສາດທັມມະຊາດ (Natural History Museum) ຂອງLondon ເປັນບ່ອນເກັບຕົວຢ່າງທັມມະຊາດ ປະມານ 80 ລ້ານຢ່າງ-ແລະບັດນີ້, ມັນມີຕື່ມ ອີກຢ່າງຫນຶ່ງ.
ໃນບັນດາຂອງສະສົມ ທີ່ຫນ້າປະທັບໃຈ ຂອງພິພິດທະພັນ, ຊາກກະດູກຂອງ Enigmacursor ເປັນການສະແດງໃຫມ່ ທີ່ນ້ອຍ, ແຕ່ມີຄວາມສໍາຄັນ.
"Enigmacursor ເປັນ Dinosaur ນ້ອຍໆທີ່ກິນພືດ. ມັນຍ່າງດ້ວຍຂາຫລັງ, ຄົງເປັນນັກແລ່ນໄດ້ໄວ. ແລະມັນເປັນສັດ ທີ່ບໍ່ຄ່ອຍມີຫລາຍໃນຍຸກນີ້ ແລະຈາກສ່ວນນີ້ຂອງໂລກ. ມັນມາຈາກ ພາກຕາເວັນຕົກ ຂອງສະຫະຣັດອາເມຣິກາ, ຈາກ Colorado, ແລະມັນມີຊີວິດ ຢູ່ປະມານ 150 ລ້ານປີກ່ອນ ແລະຄົງຈະຫາກິນ ໃກ້ກັບ Dinosaurs ທີ່ເປັນທີ່ຮູ້ຈັກຫຼາຍກວ່າເຊັ່ນ Stegosaurus ແລະ Diplodocus."
ສາດສະດາຈານ Paul Barratt ເປັນ Palaeontologist ທີ່ພິພິດທະພັນ, ຊຶ່ງການຄົ້ນຄວ້າຂອງລາວ ໄດ້ຊ່ວຍລະບຸ Dinosaur ສາຍພັນໃຫມ່ນີ້.
Enigmacursor ໄດ້ເດີນທາງໄປທົ່ວໂລກ ໃນທ້າຍຍຸກ Jurassic ແຕ່ຍັງບໍ່ເປັນທີ່ຮູ້ຈັກ ຈົນກວ່າຊາກກະດູກທີ່ສົມບູນ ໄດ້ຖືກຄົ້ນພົບ ຈາກເໝືອງຂຸດດິນ ເມື່ອເກືອບສີ່ປີກ່ອນ.
ທໍາອິດ ມັນຖືກຄຶດວ່າເປັນ Nanosaurus, ສາຍພັນ ທີ່ບໍ່ເປັນທີ່ຮູ້ຈັກກັນດີ ຊຶ່ງຖືກບັນທຶກໄວ້ ເປັນເທື່ອທໍາອິດ ໃນທົດສະວັດທີ 1870.
ຈົນກວ່າການຄົ້ນພົບຟອດຊິນ ໄດ້ໄຂປິດສນາ ທີ່ຫນ້າຕື່ນເຕັ້ນ.
ນັກຄົ້ນຄວ້າ ສາດສະດາຈານ Susannah Maidment ອະທິບາຍ:
"Enigma ຫມາຍເຖິງປິດສນາ (Puzzle), ແນ່ນອນ, ແລະນີ້ອ້າງອິງ ເຖິງ ປວັດສາດ ຂອງການຕັ້ງຊື່ທີ່ຊັບຊ້ອນ ຂອງ Dinosaurs ປະເພດນີ້. ມີຊື່ທີ່ແຕກຕ່າງກັນ ເຖິງແປດຫລືເກົ້າຊື່ ສໍາລັບຊາກກະດູກທີ່ບໍ່ສົມບູນ ແລະຫນ້າຕື່ນເຕັ້ນເຫລົ່ານີ້ ແລະພວກເຮົາ ບໍ່ສາມາດເຂົ້າໃຈໄດ້ ຈົນກວ່າພວກເຮົາ ໄດ້ພົບເຫັນຊາກກະດູກທີ່ສວຍງາມ ແລະສົມບູນແບບນີ້.ສະນັ້ນ, ມັນຈຶ່ງເປັນສ່ວນທີ່ເປັນປິດສນາ. ບັດນີ້ Cursor ຫມາຍເຖິງ ຜູ້ແລ່ນ ດັ່ງນັ້ນ ນີ້ຈຶ່ງໝາຍເຖິງຂາຫລັງທີ່ຍາວ ແລະຕີນໃຫຍ່ຂອງ Dinosaur."
ພ້ອມທັງຂາທີ່ມີພະລັງ ແລະຕີນໃຫຍ່, Enigmacursor ຍັງມີຫາງຍາວ.
ມັນສູງພຽງແຕ່ 64 ຊັງຕີແມັດ ແລະຍາວ 180 ຊັງຕີແມັດ, ມັນນ້ອຍກວ່າຍັກ Jurassic ເຊັ່ນ Diplodocus ທີ່ຍາວ 25 ແມັດ.
ແຕ່ສາດສະດາຈານ Paul Barrett ກ່າວວ່າ ສັດນ້ອຍໆນີ້ ສາມາດໃຫ້ຄວາມແຈ່ມແຈ້ງວ່າ Dinosaur ທີ່ໃຫຍ່ກວ່າມັນ ພັດທະນາຂຶ້ນແນວໃດ.
"Dinosaur ໂຕນ້ອຍໆນີ້ ໃຫ້ຄວາມຮູ້ດ້ານວິວັດທະນາການ. ສະນັ້ນ, ມັນຈຶ່ງຢູ່ລະຫວ່າງ ຕົ້ນກໍາເນີດຂອງກຸ່ມໃຫຍ່ ທີ່ຮວມເຖິງ Stegosaurus ແລະ Triceratops ແລະຍາດພີ່ນ້ອງຂອງເຂົາເຈົ້າ, ແລະການພັດທະນາຂອງລັກສະນະແປກປລາດ ທີ່ເຮົາເຫັນໃນກຸ່ມເຫລົ່ານັ້ນ. ສະນັ້ນ, ມັນເປັນແມ່ແບບ ທີ່ສ້າງ Dinosaurs ທີ່ແປກປລາດ ແລະໃຫຍ່ກວ່າ ເຫຼົ່ານັ້ນ. ແລະຊ່ວຍເຮົາໃຫ້ເຂົ້າໃຈວ່າ ລັກສະນະທີ່ແຕກຕ່າງເຫລົ່ານັ້ນ ໄດ້ເລີ່ມເກີດຂຶ້ນໄດ້ແນວໃດ. ແລະມັນຍັງສະແດງໃຫ້ເຮົາເຫັນວ່າ ລະບົບນິເວດ ໃນຍຸກສຸດທ້າຍຂອງ Jurassic ເປັນແນວໃດ. ເຂົາເຈົ້າ ບໍ່ພຽງແຕ່ຖືກຄອບງໍາໂດຍ Dinosaurs ຄໍຍາວ ຫລືສັດລ່າເຫຍື່ອໃຫຍ່ເທົ່ານັ້ນ, ແຕ່ຍັງມີຕົວລະຄອນ ຂອງ Dinosaurs ນ້ອຍໆທີ່ຫາລ້ຽງຊີບ ໃນວິທີທີ່ແຕກຕ່າງກັນນຳອີກ."
ບັດນີ້ ຈໍາເປັນຕ້ອງມີການຄົ້ນຄວ້າຕື່ມອີກ ເພື່ອຢືນຢັນວ່າ ຕົວຢ່າງອື່ນໆ ທີ່ເຄີຍຄິດວ່າ ເປັນ Nanosaurus ກໍເປັນສາຍພັນທີ່ແຕກຕ່າງກັນ ຫລືບໍ່.
ສາດສະດາຈານ Sarah Maidment ກ່າວວ່າ ມັນເປັນໄປໄດ້ສູງ.
"ມັນບອກເຮົາວ່າ ແທ້ຈິງແລ້ວມີ Dinosaur ນ້ອຍໆເຫລົ່ານີ້ ຫລາຍກວ່າທີ່ເຮົາໄດ້ຄິດມາກ່ອນ, ເພາະໃນການຄົ້ນຄວ້າຂອງພວກເຮົາ ໃນພິພິດທະພັນ ແລະພິພິດທະພັນອື່ນໆ ຂອງສະຫະຣັດອາເມຣິກາ, ສິ່ງທີ່ພວກເຮົາພົບແມ່ນວ່າ ມີຊິ້ນສ່ວນນ້ອຍໆ ຂອງກະດູກທີ່ແຕກຕ່າງຈາກ Enigmacursor, ແຕ່ມາຈາກ Dinosaur ສາຍພັນນີ້. ດັ່ງນັ້ນ, ພວກເຮົາຈຶ່ງຄິດວ່າ ຄວາມຫຼາກຫຼາຍຂອງ Dinosaurs ສາຍພັນນີ້ ມີຫຼາຍກວ່າທີ່ເຮົາເຄີຍຄິດມາກ່ອນ."
ຊື່ເຕັມຂອງ Dinosaur ແມ່ນ - Enigmacursor mollyborthwickae -ຊຶ່ງເປັນການໃຫ້ກຽດ ແກ່ຜູ້ບໍຣິຈາກສ່ວນຕົວ ທີ່ໄດ້ຊ່ອຍເຫລືອພິພິດທະພັນ ໃນການໄດ້ຟອດຊິນມາ.
ສາດສະດາຈານ Barrett ກ່າວວ່າ Dinosaur ສາຍພັນໃຫມ່ ກໍາລັງຖືກພົບຕລອດເວລາ, ແຕ່ການຄົ້ນພົບ ຊາກກະດູກແບບນີ້ ເປັນເລື່ອງຫາຍາກ.
"ໂດຍລວມແລ້ວ ພວກເຮົາຕັ້ງຊື່ Dinosaur ໃຫມ່ ປະມານຫນຶ່ງຊື່ ຕໍ່ອາທິດທົ່ວໂລກ. ດັ່ງນັ້ນ Dinosaurs ໃຫມ່ ປະມານ 50 ເຖິງ 60 ໂຕ ຈຶ່ງມີຊື່ ໃນແຕ່ລະປີ. ສະນັ້ນ, ມັນຈຶ່ງບໍ່ເປັນເລື່ອງແປກ ທີ່ຈະຕັ້ງຊື່ໃຫ້ Dinosaur ໃຫມ່, ແຕ່ມັນເປັນສິ່ງທີ່ຫນ້າຕື່ນເຕັ້ນສເມີ ທີ່ຈະມີສ່ວນຮ່ວມ ໃນການຄົ້ນພົບໃຫມ່."
ເນື້ອເລື່ອງໂດຍ Edwina Guinan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao