ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການເພີ່ມຂຶ້ນຂອງ ປະກັນພັຍທັມມະຊາດ.
ການວິຈັຍໃຫມ່ ຂອງກະຊວງການຄັງ ສະແດງໃຫ້ເຫັນວ່າ ຄວາມເສັຍຫາຍ ຂອງລົມພະຍຸ Cyclone Alfred ແລະນ້ຳຖ້ວມອື່ນໆ ທົ່ວຣັດ New South Wales ແລະ Queensland ມີຄ່າເສັຍຫາຍປະມານ 2.2 ພັນລ້ານໂດລາ.
ຜູ້ນໍາຊຸມຊົນ, ນັກເສດຖະສາດ ແລະນັກຄົ້ນຄວ້າ ດ້ານສະພາບອາກາດ ຢາກໃຫ້ອອສເຕຣເລັຍ ເຮັດຫລາຍຂຶ້ນ ເພື່ອແກ້ໄຂ ດ້ານຄ່າໃຊ້ຈ່າຍ. ດັ່ງທີ່ Wing Kuang ລາຍງານ.
ໃນເມືອງ Taree ຢູ່ແຄມຝັ່ງທະເລພາກເຫນືອ ຂອງ ຣັດ New South Wales, Holly Rankin ກໍາລັງນໍາອາສາສມັກ ຫລາຍຮ້ອຍຄົນ ໃຫ້ທໍາຄວາມສະອາດຕໍ່ໄປ ຫລັງຈາກນ້ຳຖ້ວມ ເມື່ອບໍ່ດົນມານີ້.
ນ້ຳຖ້ວມ ໄດ້ທໍາລາຍບ້ານເຮືອນເຖິງ 10,000 ຫລັງໃນເຂດນັ້ນ.
ເຖິງແມ່ນໄດ້ຮັບການຊ່ອຍເຫຼືອ ຈາກຫນ່ວຍງານສຸກເສີນຂອງຣັດ (State Emergency Service), Ms Rankin ກ່າວວ່າ ການທຳຄວາມສະອາດນັ້ນບໍ່ ແມ່ນເລື່ອງງ່າຍ.
"ຫລາຍຄົນ ໄດ້ປະສົບກັບຂີ້ຕົມ 1.5 ແມັດ ຢູ່ເທິງຝາເຮືອນຂອງເຂົາເຈົ້າ. ຜູ້ລ້ຽງງົວນົມ ທີ່ໂຄງສ້າງພື້ນຖານທັງຫມົດຂອງເຂົາເຈົ້າ, ຟາມນົມຂອງເຂົາເຈົ້າ ຖືກທໍາລາຍ. ສະນັ້ນ, ທ່ານຈຶ່ງມີງົວ ທີ່ເປັນໂຣກເຕົ້ານົມອັກເສບ. ສະນັ້ນ ໃນອາທິດນີ້, ພວກເຮົາ ໄດ້ເຕົ້າໂຮມອາສາ ສມັກໃນຊຸມຊົນ ຫລາຍກວ່າ 1000 ຄົນ ເປັນສ່ວນຫນຶ່ງ ຂອງກຸ່ມຂອງພວກເຮົາ, ແລະພວກເຮົາໄດ້ທໍາງານຮ່ວມກັບ SES ເພື່ອເຮັດວຽກທີ່ງ່າຍກວ່າ ແລະບໍ່ເປັນອັນຕະຣາຍ."
Ms Rankin ກ່າວວ່າ ປະຊາຊົນໃນທ້ອງຖິ່ນ ທີ່ໄດ້ຮັບຜົນກະທົບ ຈາກນ້ຳຖ້ວມ ໄດ້ຮັບເງິນຈໍານວນ 1000 ໂດລາ ຈາກຣັຖບານ, ແຕ່ນາງກ່າວວ່າ ຈໍານວນເງິນນັ້ນ ຫນ້ອຍເກີນໄປ ທີ່ຈະແກ້ໄຂບັນຫາ.
"ຫລາຍພັນຄອບຄົວ ໃນເມືອງ Taree, Wingham ແລະໃນເຂດນີ້ ໄດ້ສູນເສັຍທຸກຢ່າງ, ຊັບສິນທັງຫມົດ, ເຄື່ອງນຸ່ງຫົ່ມ, ເຄື່ອງເຮືອນ, ເຄື່ອງຄົວຂອງເຂົາເຈົ້າ. ເຂົາເຈົ້າ ອາສັຍຢູ່ໃນບ່ອນພັກສຸກເສີນ ໃນເວລານີ້. ສະນັ້ນ, ຜູ້ທີ່ໃຊ້ຈ່າຍເງິນເປັນອາທິດ ຈະຮູ້ວ່າ $1,000 ຈະໃຊ້ໄດ້ພຽງແຕ່ຫນຶ່ງອາທິດເທົ່ານັ້ນ. ມັນຈະບໍ່ສາມາດຊື້ຂອງໄດ້ຫຼາຍປານໃດ. ຜູ້ຄົນເຫລົ່ານີ້ ກໍາລັງປະເຊີນກັບພາລະທາງການເງິນຢ່າງໜັກ."
ອີງຕາມເວບໄຊ້ຕ໌ Disaster Assist ຂອງຣັຖບານອອສເຕຣເລັຍ, ໃນຫ້າເດືອນທໍາອິດຂອງປີ ໄດ້ມີພັຍທັມມະຊາດ ຫລາຍກວ່າ 25 ຄັ້ງທົ່ວປະເທດ, ຮວມທັງພະຍຸ Cyclone Alfred ແລະນ້ຳຖ້ວມເທື່ອສຸດທ້າຍ ໃນNew South Wales.
ກະຊວງການຄັງຄາດວ່າ ພັຍທັມມະຊາດເຫລົ່ານີ້ ໄດ້ເຮັດໃຫ້ກິດຈະກັມທາງເສດຖະກິດ ຂອງປະເທດ ຫລຸດລົງ 2.2 ພັນລ້ານໂດລາ ໃນເຄິ່ງປີທໍາອິດ.
Jim Chalmers ຣັຖມົນຕີກະຊວງການຄັງກ່າວວ່າ ບັດນີ້ ຊາວອອສເຕຣເລັຍຢູ່ ໃນຕໍາແຫນ່ງທີ່ເຂັ້ມແຂງກວ່າ ທີ່ຈະໃຫ້ຄວາມຊ່ອຍເຫລືອ ແກ່ຊຸມຊົນ ທີ່ໄດ້ຮັບຜົນກະທົບ ຈາກພັຍທັມມະຊາດ, ເພາະອັດຕາເງິນເຟີ້ທີ່ຕ່ຳກວ່າ, ຫນີ້ສິນ ແລະອັດຕາການວ່າງງານ ທີ່ຫມັ້ນຄົງ.
ແຕ່ອີງຕາມ Pradeep Philip, ຫົວຫນ້າຫຸ້ນສ່ວນ ຂອງ Deloitte Access Economics, ລາຍຈ່າຍ $2.2 ພັນລ້ານ ຈະສະທ້ອນໃຫ້ເຫັນໃນໂຕເລກຂອງ GDP ທີ່ກຳລັງຈະມາເຖິງ.
"ສະນັ້ນ, ຣັຖບານຈຶ່ງຄາດວ່າຜົນສະທ້ອນຂອພະຍຸ Cyclone Alfred ຈະເຮັດໃຫ້ GDP ຫລຸດລົງ 0.2 ເປີເຊັນ ຂອງໃນໄຕຣມາດເດືອນມິນາ. ນີ້ເປັນຍ້ອນ ຄວາມເສັຍຫາຍຢ່າງຫລວງຫລາຍ ຕໍ່ຊັບສິນ, ຖນົນຫົນທາງ, ຂົວ, ບ້ານເຮືອນ. ມີຄວາມເສັຍຫາຍ ທາງການເງິນ ທີ່ກ່ຽວພັນກັບກິດຈະກັມທາງເສດຖະກິດ ທີ່ຫລຸດຫນ້ອຍລົງ, ຜົນກະທົບ ຕໍ່ສິ່ງຕ່າງໆເຊັ່ນ ການກະສິກັມ ແລະຂົນສົ່ງ. ແລະສາມ, ມີຄວາມເສັຍຫາຍທາງສັງຄົມ ທີ່ກ່ຽວຂ້ອງກັບເລື່ອງນີ້ ເພາະຜູ້ຄົນໄ ດ້ຮັບຄວາມເຈັບປວດຢ່າງຫລວງຫລາຍ ບໍ່ພຽງແຕ່ຈາກພະຍຸ Cyclone Alfred ເທົ່ານັ້ນ, ແຕ່ສໍາລັບບາງຄົນ, ມີເຫດການທາງສະພາບອາກາດ ທີ່ຮ້າຍແຮງຊ້ຳແລ້ວຊ້ຳອີກ."
Mr Philip ກ່າວວ່າ ອອສເຕຣເລັຍ ຕ້ອງການແຜນການ ທີ່ໃຫຍ່ກວ່າມາດຕະຖານ ທີ່ມີຢູ່ເພື່ອແກ້ໄຂບັນຫາ, ເພາະຄວາມສູນເສັຍ ຂອງສະພາບອາກາດທີ່ຮ້າຍແຮງ ຍັງເພີ່ມສູງຂຶ້ນເລື້ອຍໆ.
"ສອງສາມປີກ່ອນ, ພວກເຮົາໄດ້ປະເມີນວ່າ ຄວາມສູນເສັຍເນື່ອງຈາກພັຍທັມມະຊາດ ໃນອອສເຕຣເລັຍ ຈະສູງເຖິງ 38 ພັນລ້ານໂດລາ ໃນປີ 2050. ແທ້ຈິງແລ້ວ, ບັດນີ້, ໃນອອສເຕຣເລັຍ, ຄວາມສູນເສັຍເນື່ອງຈາກພັຍທັມມະຊາດ ແມ່ນປະມານ 38 ພັນລ້ານໂດລາຕໍ່ປີ. ແລະພາຍໃນປີ 2070 ມັນສາມາດເພີ່ມສູງຂຶ້ນເຖິງ 73 ເຖິງ 94 ພັນລ້ານໂດລາຕໍ່ປີ.ສະນັ້ນ ມັນຈຶ່ງເປັນໂຕເລກທີ່ສໍາຄັນແທ້ໆ, ແລະມັນຫມາຍຄວາມວ່າ ການຈັດການກັບການປ່ຽນແປງສະພາບອາກາດ ເປັນບັນຫາທາງເສດຖະກິດທີ່ສໍາຄັນ."
ອາທິດນີ້ (2 ເດືອນມິຖຸນາ), ຣັຖບານ ຍັງໄດ້ປະກາດເງິນເພີ່ມເຕີມ ອີກ 2 ລ້ານໂດລາ ເພື່ອສນັບສນູນກະສິກອນ ແລະທຸລະກິດຂນາດນ້ອຍ ທີ່ໄດ້ຮັບຜົນກະທົບ ຈາກຄວາມແຫ້ງແລ້ງ ໃນ South Australia ແລະ Victoria.
ຣັຖບານ ຍັງໄດ້ເປີດກອງທຶນກຽມພ້ອມພັຍພິບັດ (Disaster Ready Fund), ໃຫ້ເງິນສູງເຖິງ 1 ພັນລ້ານໂດລາ ຈົນເຖິງປີ 2028 ເພື່ອຊ່ວຍຣັຖບານທ້ອງຖິ່ນ ແລະຊຸມຊົນ ໃຫ້ກຽມພ້ອມ ສໍາລັບພັຍທັມມະຊາດ ໃນອະນາຄົດ.
ຫນຶ່ງໃນ 25 ຄົວເຮືອນ ຂອງອອສເຕຣເລັຍ ຈະບໍ່ສາມາດປະກັນພັຍໄດ້ ພາຍໃນຫ້າປີ, ເພາະພັຍທັມມະຊາດທີ່ເພີ່ມຂຶ້ນ.National Insurance Brokers
ແຕ່ Dr Simon Bradshaw ສະມາຊິກສະພາ ສະພາບພູມອາກາດ ກ່າວວ່າ ຣັຖບານເບິ່ງຄືວ່າ ຢາກໃຊ້ຈ່າຍເງິນ ໃນການຟື້ນຟູພັຍພິບັດ ຫລາຍກວ່າ ຈະນໍາໃຊ້ມາດຕະການ ເພື່ອສ້າງຄວາມຍືດຍຸ່ນຂອງຊຸມຊົນ.
ເຖິງແມ່ນ ລາວຍອມຮັບວ່າ ວິທີທາງຂອງຣັຖບານນັ້ນ ຊ່ອຍເຫຼືອໄດ້,ແຕ່ລາວຄິດວ່າ ຕ້ອງເຮັດຫລາຍກວ່ານັ້ນ.
"ພວກເຮົາ ຍັງຕ້ອງການຣັຖບານກາງ ໃຫ້ສ້າງແຜນການປັບຕົວ ຂອງປະເທດ ທີ່ລໍຖ້າເປັນເວລານານ ເພື່ອຊີ້ນໍາຄວາມພະຍາຍາມບາງຢ່າງ,ແລະການປະເມີນຄວາມສ່ຽງ ຂອງສະພາບແວດລ້ອມແຫ່ງຊາດ ເພື່ອໃຫ້ແນ່ໃຈວ່າ ເຮົາມີຂໍ້ມູນ ແລະຂໍ້ມູນກ່ຽວກັບຄວາມສ່ຽງທີ່ເຮົາຕ້ອງການ."
Dr Bradshaw ກ່າວວ່າ ມັນເຖິງເວລາແລ້ວ ທີ່ຈະລົງມືເຮັດໃຫ້ໄວຂຶ້ນ ເພື່ອຈັດການ ກັບສາເຫດຂອງພັຍທັມມະຊາດ.
"ໂຄງການເຊື້ອໄຟ Fossil ໃຫມ່ທຸກຢ່າງ ທີ່ເຮົາອະນຸມັດ ຈະເພີ່ມອັນຕຣາຍ ແລະຄ່າໃຊ້ຈ່າຍ ໃຫ້ແກ່ຊຸມຊົນໃນອະນາຄົດ. ສະນັ້ນ, ລໍາດັບຄວາມສໍາຄັນທໍາອິດຂອງເຮົາ ແມ່ນການກ້າວໄປຫນ້າ ໃຫ້ໄວກວ່າການໃຊ້ເຊື້ອໄຟ Fossil, ພະລັງງານໝູນໃຊ້ໃຫມ່, ໃຫ້ມີການຫລຸດຜ່ອນ ການປ່ອຍກາກບອນ ເປັນສູນໃຫ້ໄວເທົ່າທີ່ຈະເປັນໄປໄດ້. ແລະນັ້ນ ເປັນພື້ນຖານ ທີ່ຈະປົກປ້ອງຜູ້ຄົນໃນວັນນີ້, ແລະແນ່ນອນວ່າ ຈະປົກປ້ອງຄົນລຸ້ນໃຫມ່ຫລາຍກວ່ານັ້ນ."
ຮອງສາດສະດາຈານ Helen Boon ຂອງ James Cook University ໄດ້ກວດສອບພັຍພິບັດ ທາງທັມມະຊາດ ສີ່ຢ່າງໃນ Queensland ແລະ Victoria.
ການຄົ້ນຄວ້າຂອງນາງ ພົບວ່າ ຜູ້ຄົນທີ່ຮູ້ສຶກວ່າ ເຂົາເຈົ້າຕຽມພ້ອມຫລາຍທີ່ສຸດ ສໍາລັບພັຍພິບັດ, ສ່ວນຫລາຍແລ້ວ ເປັນຜູ້ທີ່ຮູ້ສຶກວ່າເຂົາເຈົ້າ ມີປະກັນພັຍ ແລະເຄື່ອງມືສຸກເສີນພຽງພໍ ສໍາລັບເຫດການນັ້ນ.
ນາງຍັງໄດ້ພົບວ່າ ຜູ້ຄົນທີ່ໄດ້ຮັບການສນັບສນູນ ຈາກຣັຖບານກາງ ແລະຣັຖບານຂອງຣັດ ມັກຈະຮູ້ສຶກຕຽມພ້ອມຫລາຍຂຶ້ນ ຫລັງຈາກເກີດພັຍພິບັດ.
ນາງກ່າວວ່າ ແຕ່ນີ້ບໍ່ໄດ້ເປັນກໍຣະນີສໍາລັບທຸກຄົນ-ໂດຍສະເພາະສໍາລັບຜູ້ທີ່ມີລາຍໄດ້ຕ່ຳ.
"ຂ້າພະເຈົ້າຄິດວ່າ ມັນສໍາຄັນແທ້ໆ ທີ່ຣັຖບານຈະໃຫ້ແນ່ໃຈວ່າ ປະກັນພັຍ ຈະມີໄວ້ໃຫ້ໃນອັດຕາທີ່ຖືກລົງ ສໍາລັບຜູ້ທີ່ມີລາຍໄດ້ຕ່ຳເກີນໄປ ທີ່ຈະຊື້ປະກັນພັຍ ທີ່ເຫມາະສົມ ສໍາລັບຊັບສິນຂອງເຂົາເຈົ້າ. ຂ້າພະເຈົ້າຄິດວ່າ ເຂົາເຈົ້າ ຄວນຊ່ອຍເຫລືອປະກັນພັຍທັມມະຊາດ ສໍາລັບຜູ້ທີ່ຢູ່ໃນຊຸມຊົນ ທີ່ມີຄວາມສ່ຽງ, ໂດຍສະເພາະຜູ້ທີ່ມີລາຍໄດ້ຕ່ຳ."
ໃນເດືອນມິນາ, ສະມາຄົມ National Insurance Brokers ກ່າວວ່າ ຫນຶ່ງໃນ 25 ຄົວເຮືອນ ຂອງອອສເຕຣເລັຍ ຈະບໍ່ສາມາດປະກັນພັຍໄດ້ ພາຍໃນຫ້າປີ, ເພາະພັຍທັມມະຊາດທີ່ເພີ່ມຂຶ້ນ.
ເນື້ອເລື່ອງໂດຍ Wing Kuang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao