ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການເສບຕິດຂອງຫມາກັບຂອງຫລິ້ນ.
ຫມາ ສາມາດຜູກພັນກັບຂອງຫລິ້ນບາງຢ່າງ ຈົນສະແດງພຶດຕິກັມ ທີ່ກ່ຽວຂ້ອງ ກັບການເສບຕິດໃນມະນຸດ.
ໃນການສຶກສາ, ນັກຄົ້ນຄວ້າກ່າວວ່າ ເມື່ອຂອງຫລິ້ນຫມາຖືກເອົາອອກຈາກມັນ, ພວກມັນກໍຈົດຈໍ່ ຢູ່ກັບສິ່ງທີ່ພວກມັນໄດ້ສູນເສັຍໄປ ຈົນຄວາມດັນເລືອດຂອງພວກມັນເພີ່ມຂຶ້ນ ແລະພວກມັນບໍ່ສົນໃຈກັບສິ່ງອື່ນໆ.
Allan Lee ມີລາຍລະອຽດ....
ນີ້ແມ່ນ Wookie.
ມັນເປັນ Labradoodle ຂນາດນ້ອຍ.
ແລະມັນຕິດແສດກັບຫມາກບານ.
ບໍ່ພຽງແຕ່ຂອງມັນເທົ່ານັ້ນ-ແຕ່ຫມາກບານ ທີ່ເປັນຂອງຫມາໂຕອື່ນໆນຳ.
ແລະເມື່ອມັນໄດ້ຄາບໝາກບານແລ້ວ, ມັນຈະບໍ່ປ່ອຍມັນໄປຈັກເທື່ອ.
ນັກຄົ້ນຄວ້າສັດຊາວອອສເຕຣັຍ (Austrian) ອະທິບາຍເຖິງພຶດຕິກັມນີ້ວ່າ ເປັນການຂາດການບັງຄັບ ຕໍ່ກິດຈະກັມສະເພາະ... ໂດຍບໍ່ຄຳນຶງເຖິງຜົນເສັຍໃດໆ.
ພວກເຂົາກ່າວວ່າ ຈົນກວ່າການສຶກສາຈະເສັດສິ້ນ, ມີພຽງແຕ່ຫລັກຖານ ທີ່ບໍ່ແມ່ນທາງວິທຍາສາດ ທີ່ແນະນໍາວ່າ ຫມາມີພຶດຕິກັມທີ່ຄ້າຍຄືການເສບຕິດຕໍ່ຂອງຫລິ້ນ ທີ່ຄ້າຍຄືກັນກັບພຶດຕິກັມເສບຕິດຂອງມະນຸດ.
Stefanie Riemer ເປັນນັກຊີວະວິທະຍາພຶດຕິກັມ (Behavioural Biologist) ທີ່ມະຫາວິທະຍາລັຍ Veterinary Medicine ໃນ Vienna.
"ມັນເປັນປາກົດການ ທີ່ຮູ້ຈັກກັນທົ່ວໄປໃນໂລກຂອງຫມາ ທີ່ຫມາຖືກເອີ້ນວ່າJunkie ໝາກບານ (Ball junkies). ແລະ Junkie ຈະຫມາຍເຖິງການເສບຕິດ, ແຕ່ແນ່ນອນ, ນີ້ເປັນພຽງຄໍາເວົ້າ ຫລືວ່າ ມີຄວາມຈິງຢູ່ເບື້ອງຫລັງ? ສະນັ້ນ, ພວກເຮົາຈຶ່ງຢາກຮູ້ວ່າ ຫມາທີ່ມີແຮງຈູງໃຈສູງ, ມີສະມາທິສູງ, ແລະມີແຮງກະຕຸ້ນຫລາຍເກີນໄປ ອາດເປັນໄປຕາມເກນການເສບຕິດ ທີ່ເຮົາມີ ຈາກການສຶກສາມະນຸດ ແລະແມ່ນແລ້ວ, ນັ້ນຄືສິ່ງທີ່ພວກເຮົາພົບ."
ອີງຕາມການຄົ້ນຄວ້າ ທີ່ຖືກພິມໃນເດືອນນີ້ (9 ເດືອນຕຸລາ) ໃນວາຣະສານ Scientific Reports, ຫນຶ່ງສ່ວນສາມຂອງຫມາ ໄດ້ສະແດງພຶດຕິກັມ ທີ່ຄ້າຍຄືກັນ ກັບການເສບຕິດໃນມະນຸດ.
ການຄົ້ນຄວ້າພົບວ່າ ຫມາທີ່ເສບຕິດຫລາຍທີ່ສຸດ ແມ່ນຫມາທີ່ໃຊ້ໃນການທໍາງານແບບດັ້ງເດີມ ເຊັ່ນ German Shepherds ຫລື Collies.
ແຕ່ Ms Riemer ໄດ້ເຕືອນວ່າບໍ່ໃຫ້ຄຶດວ່າ ຫມາວ່າເປັນຜູ້ເສບຕິດແທ້ໆ.
"ມັນເປັນການສຶກສາທໍາອິດໃນປະເພດນີ້. ດັ່ງນັ້ນ, ພວກເຮົາຈຶ່ງຍັງລະມັດລະວັງຢູ່. ພວກເຮົາບໍ່ໄດ້ເວົ້າວ່າ ມັນເປັນເຄື່ອງມືວິນິສັຍ, ແຕ່ພວກເຮົາກໍາລັງເວົ້າວ່າ ພວກເຮົາໄດ້ພົບເຫັນພຶດຕິກັມບາງຢ່າງ ທີ່ສອດຄ່ອງ ກັບມາດຕະຖານຂອງການເສບຕິດ ຈາກການສຶກສາພຶດຕິກັມຂອງມະນຸດ. ແຕ່ພຶດຕິກັມການເສບຕິດ ແມ່ນຍາກ ແມ່ນແຕ່ໃນມະນຸດ. ແມ່ນແຕ່ໃນມະນຸດ, ກໍບໍ່ມີຄໍາອະທິບາຍທີ່ສົມບູນແບບ ຫລືມາດຕະຖານດຽວ ທີ່ກ່າວວ່າຄົນນີ້ມີພຶດຕິກັມນີ້. ຄົນນີ້ປະພຶດແບບນີ້. ສະນັ້ນ, ມັນຈຶ່ງເປັນເລື້ອງທີ່ບໍ່ຊັດແຈ້ງສເມີ."
ຢ່າງໃດກໍຕາມ, ນາງເວົ້າວ່າ ພຶດຕິກັມທີ່ສະແດງອອກໂດຍຫມາ ໃນການສຶກສາ ທີ່ໃຈຈົດຈໍ່ກັບຂອງຫລິ້ນຂອງພວກມັນ ແມ່ນແຕກຕ່າງກັນຢ່າງຫຼາຍ.
"ມັນບໍ່ພຽງແຕ່ເປັນການມັກຫລິ້ນເທົ່ານັ້ນ, ມັນບໍ່ແມ່ນພຽງແຕ່ເອົາໃຈໃສ່ກັບຂອງຫລິ້ນ ຫລືການກະຕຸ້ນເທົ່ານັ້ນ. ຄວນມີຜົນເສັຍເຊັ່ນກັນ. ແລະສິ່ງທີ່ພວກເຮົາພົບໃນຫມາຂອງພວກເຮົາ: ພວກມັນ ຫງຸດຫງິດໃຈຫລາຍ, ພວກມັນບໍ່ສາມາດຄວບຄຸມຕົນເອງໄດ້ ແລະແມ່ນແຕ່ໃນໄລຍະທີ່ຜ່ານໄປ ເມື່ອຂອງຫລິ້ນທັງຫມົດ, ອາຫານທັງຫມົດ, ທຸກສິ່ງທຸກຢ່າງໄດ້ຖືກເອົາອອກຈາກຫ້ອງ-ສະນັ້ນ, ບໍ່ມີຫຍັງເກີດຂຶ້ນ, ພວກເຮົາຢາກສັງເກດເຫັນວ່າ ຫມາສາມາດກັບມາສູ່ສະພາບປົກກະຕິ ຫລືຕອບໂຕ້ກັບເຈົ້າຂອງໄດ້ຫລືບໍ່, ຖືກລູບ ຫລືບາງຢ່າງ-ຫມາບາງໂຕກໍຍັງຕື່ນເຕັ້ນຫລາຍ. ພວກມັນໃຈຈໍ່ຢູ່ກັບປະຕູ ບ່ອນທີ່ຂອງຫລິ້ນໄດ້ຫາຍໄປ, ຫລືຢູ່ທີ່ຊັ້ນວາງ ບ່ອນທີ່ເຄື່ອງຫລິ້ນໄດ້ເກັບໄວ້. ແລະຫນ້າສົນໃຈ, ເມື່ອພວກເຮົາວັດແທກອັດຕາການເຕັ້ນຂອງຫົວໃຈ, ນັ້ນກໍຍັງສູງຢູ່ຕລອດ 15ນາທີຂອງໄລຍະ ຫລັງຈາກການທົດສອບ."
ສະນັ້ນ, ແມ່ນຫຍັງແມ່ນສາເຫດຂອງພຶດຕິກັມນີ້?
Una McEvoy ມີອາຊີບເປັນຜູ້ຝຶກຝົນຫມາ, ແລະນາງເວົ້າວ່າ ມັນກ່ຽວກັບ Dopamine.
Dopamine ເປັນ Hormone ທີ່ມີບົດບາດສໍາຄັນ ໃນລະບົບລາງວັນ ແລະແຮງຈູງໃຈຂອງສມອງ ທີ່ຖືກປ່ອຍອອກມາ ໃນລະຫວ່າງກິດຈະກັມ ທີ່ມ່ວນຊື່ນ ແລະເສີມສ້າງພຶດຕິກັມເຫຼົ່ານັ້ນ.
ມັນຍັງເປັນປັດຈັຍຫນຶ່ງ ໃນພຶດຕິກັມເສບຕິດໃນມະນຸດ-ເຫຼົ້າ ແລະຢາເສບຕິດອື່ນໆ ທີ່ເບິ່ງຄືວ່າກະຕຸ້ນ ໃຫ້ມີການປ່ອຍສານDopamine.
ແຕ່ຫມາ ບໍ່ຈໍາເປັນຕ້ອງໃຊ້ຢາ.
Ms McEvoy ກ່າວວ່າ ຫມາໄດ້ຮັບສານ Dopamine ຈາກການກະທໍາຕ່າງໆ ເຊັ່ນການຄາບ ແລະກັດຫມາກບານ ຫລືໄລ່ສັດຕ່າງໆ.
ໝາສາຍພັນທີ່ແຕກຕ່າງກັນ ຈະໄດ້ຮັບການປົດປ່ອຍ Dopamine ໃນຮູບແບບທີ່ແຕກຕ່າງກັນ. ສໍາລັບບາງສາຍພັນ ມັນຈະມາຈາກຫມາກບານ, ແຕ່ບາງສາຍພັນ ມັນຈະເປັນກິ່ນ, ການກິນອາຫານ ຫລືຫລິ້ນກັບຂອງຫລິ້ນ.
ນາງເວົ້າວ່າ ເຈົ້າຂອງພວກມັນບໍ່ໄດ້ຕຽມພ້ອມສເມີ ສໍາລັບສິ່ງທີ່ເກີດຂຶ້ນຕາມທັມມະຊາດກັບສັດ ຂອງພວກເຂົາສເມີໄປ.
"ສິ່ງທີ່ຂ້າພະເຈົ້າພົບເຫັນເລື້ອຍໆ ໃນວຽກຂອງຂ້າພະເຈົ້າ ແມ່ນວ່າເຮົາອາດມີມະນຸດ ທີ່ພົບພຶດຕິກັມທີ່ບໍ່ພຶງປະສົງ ແລະຂ້າພະເຈົ້າຕ້ອງບອກພວກເຂົາວ່າ ນີ້ຄືພຶດຕິກັມຂອງໝານີ້. ນີ້ຄືສິ່ງທີ່ໝາສາຍພັນນີ້ເຮັດ ແລະພຽງແຕ່ເພາະ ມັນເປັນສັດລ້ຽງໃນບ້ານຂອງທ່ານ, ມັນບໍ່ໄດ້ເຮັດໃຫ້ມັນເປັນສິ່ງທີ່ທ່ານຕ້ອງການຢາກໃຫ້ມັນເປັນ."
ແລະຂອງຫລິ້ນຫມາ ກໍເປັນທຸຣະກິດໃຫຍ່.
ນີ້ແມ່ນໂຄສະນາ ຂອງ Wobble Wag Giggle Ball ຂອງຫຼິ້ນໝາ: "ເພື່ອນສີ່ຂາຂອງທ່ານ ມັກຊອກຫາຄວາມມ່ວນຊື່ນສເມີ, ແຕ່ເມື່ອທ່ານບໍ່ຢູ່ ພວກມັນອາດເຫງົາ ແລະອາລະວາດ. ມັນຈະບໍ່ເປັນເຊັ່ນນັ້ນອີກຕໍ່ໄປ, ແນະນໍາຫມາກບານ Wobble Wag Giggle Ball. ຫມາກບານທີ່ມີປະຕິກິຣິຍາ ທີ່ໃຫ້ສຽງຕລົກທີ່ສຸດ. ປ່ຽນມື້ທີ່ເຫງົາ ໃຫ້ເປັນມື້ຫຼິ້ນທີ່ມ່ວນຊື່ນ ໃນຂນະທີ່ທ່ານບໍ່ຢູ່. ພຽງແຕ່ການຊູນດ້ວຍດັງຂອງພວກມັນ ແລະໝາກບານກໍຈະທຳງານ. ມັນຈະເຕັ້ນໄປມາ ໃນຂນະທີ່ມັນເຮັດໃຫ້ການຫລິ້ນກັບໝາກບານ ເປັນສຽງທີ່ຫນ້າສົນໃຈ."
ຂອງຫລິ້ນສັດໂດຍທົ່ວໄປ ແລະອຸບປະກອນເສີມ ກໍໄດ້ກາຍເປັນທຸຣະກິດຂນາດໃຫຍ່ທົ່ວໂລກ.
ໃນປີ 2022, ອຸດສະຫະກັມສັດລ້ຽງ ຂອງອອສເຕຣເລັຍ ມີມູນຄ່າ 13 ພັນລ້ານໂດລາ, ຮວມທັງອາຫານ, ຄ່າຫມໍ-ແລະແນ່ນອນວ່າຂອງຫລິ້ນ.
ນັ້ນຫມາຍຄວາມວ່າ ການເປັນເຈົ້າຂອງຫມາ ອາດມີຄ່າໃຊ້ຈ່າຍສູງ.
ຫມາ ຈະເຮັດໃຫ້ມີຄ່າໃຊ້ຈ່າຍປະມານ 25,000 ໂດລາ ຕລອດຊີວິດຂອງມັນ, ແລະເຄິ່ງຫນຶ່ງຂອງຄອບຄົວ ໃນອອສເຕຣເລັຍກໍມີຫມາ.
ແຕ່ເຖິງແມ່ນວ່າ Wobble Wag Giggle Ball ຈະສ້າງຄວາມສົນໃຈຫລາຍປານໃດກໍຕາມ, Una McEvoy ກ່າວວ່າ ບໍ່ມີວິທີໃດທີ່ຈະເຮັດໃຫ້ຫມາຂອງທ່ານ ມີຄວາມສຸກຫລາຍໄປກວ່າ ການຫລິ້ນກັບພວກມັນດ້ວຍໂຕທ່ານເອງ.
"ຂ້າພະເຈົ້າເບິ່ງຂອງຫລິ້ນສອງຊະນິດ. ຂ້າພະເຈົ້າບໍ່ມັກຫມາກບານ, ແຕ່ມີຂອງຫລິ້ນບາງຢ່າງທີ່ມີກ້ານຍາວ ແລະທ່ານສາມາດຫລິ້ນກັບຫມາຂອງທ່ານໄດ້. ບາງເທື່ອພວກມັນມີຫມາກບານຕິດຢູ່ກັບກ້ານນັ້ນ ເພື່ອວ່າທ່ານຈະສາມາດໂຍນມັນໄດ້ ຖ້າຫາກຫມາຂອງທ່ານຢາກໄລ່ຕາມມັນ ແຕ່ໝາກໍກັບຄືນມາຫາທ່ານ. ທ່ານຍັງຫລິ້ນດຶງເຊືອກກັບ ໝາຄືກັນ, ຊຶ່ງຫມາຍຄວາມວ່າ ທ່ານກໍາລັງເພີ່ມຄຸນຄ່າຂອງການກັບຄືນມາຫາທ່ານ."
ລາຍງານໂດຍ Allan Lee ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao