ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຜົນກະທົບຢ່າງຕໍ່ເນື່ອງຈາກ Epstein Files.
ນິທານຂອງ Jeffrey Epstein ຍັງເປັນຫົວຂໍ້ຂ່າວຢ່າງຕໍ່ເນື່ອງ.
Keir Starmer, ນາຍົກຣັດຖະມົນຕີ ຂອງອັງກິດ ໄດ້ຮັບຄວາມກົດດັນໃຫມ່ ໃຫ້ລາອອກຈາກຕໍາແຫນ່ງ, ທ່າມກາງເລື່ອງເສື່ອມໂຊມ ທີ່ຂຍາຍອອກກວ້າງ ກ່ຽວກັບການແຕ່ງຕັ້ງ Peter Mandelson ເປັນອັກຄະຣັດຖະທູດ ປະຈຳສະຫະຣັດອາເມຣິກາ ເຖິງແມ່ນວ່າ ຈະມີຄວາມຜູກພັນກັບ Epstein ກໍຕາມ.
ແຟ້ມສຸດທ້າຍ ທີ່ກ່ຽວຂ້ອງກັບຜູ້ກະທຳຜິດທາງເພດ ທີ່ຖືກຕັດສິນວ່າມີຄວາມຜິດ ກໍໄດ້ເຮັດໃຫ້ມີການສອບສວນໃຫມ່ ຕໍ່ອະດີດເຈົ້າຊາຍAndrew, ໂດຍທີ່ຕໍາຫລວດຂອງອັງກິດ ປະເມີນການລາຍງານວ່າ ລາວໄດ້ສົ່ງຂໍ້ມູນທີ່ລະອຽດອ່ອນ ໄປໃຫ້ Epstein.
ແລະດັ່ງທີ່ Angelica Waite ລາຍງານ, Ghislaine Maxwell ຜູ້ຮ່ວມງານຂອງ Epstein ໄດ້ປະຕິເສດ ທີ່ຈະໃຫ້ການ ຕໍ່ຫນ້າຄນະກັມມະການ ຂອງສະພາ Congress ຂອງອາເມຣິກາ.
ພະຍຸທາງການເມືອງ ໄດ້ຂຍາຍໂຕຂຶ້ນ ໃນປະເທດອັງກິດ ນັບຕັ້ງແຕ່ການເປີດເຜີຍແຟ້ມ ທີ່ກ່ຽວຂ້ອງກັບ Jeffrey Epstein ຜູ້ກະທຳຜິດທາງເພດ ທີ່ຖືກຕັດສິນວ່າມີຄວາມຜິດ ເດືອນແລ້ວນີ້.
Keir Starmer, ນາຍົກຣັດຖະມັນຕີ ຂອງອັງກິດ ກໍາລັງຖືກກົດດັນຫລາຍຂຶ້ນ ໃຫ້ລາອອກຈາກຕໍາແຫນ່ງ, ຫລັງຈາກມີການເປີດເຜີຍວ່າ Peter Mandelson ໄດ້ຖືກແຕ່ງຕັ້ງ ໃຫ້ເປັນອັກຄະຣັດຖະທູດ ປະຈຳອາເມຣິກາ, ເຖິງແມ່ນວ່າ ນັກການເມືອງອາວຸໂສຄົນນັ້ນ ມີຄວາມສໍາພັນກັບ Epstein ກໍຕາມ.
ແຟ້ມນັ້ນມີທັງ emails ທີ່ບົ່ງວ່າ Mr Mandelson ໄດ້ແບ່ງປັນເອກະສານຂອງຣັດຖະບານ ກັບ Epstein ໃນຂນະທີ່ດຳຣົງຕຳແໜ່ງ ໃນຄນະຣັດຖະບານ.
ຜູ້ຊ່ວຍອາວຸໂສສອງຄົນຂອງລາວ-Tim Allan ຫົວຫນ້າການສື່ສານ ແລະMorgan McSweeney ຫົວຫນ້າຄນະ ໄດ້ລາອອກຈາກຕໍາແຫນ່ງ ແລະAnas Sarwar ຜູ້ນໍາຂອງພັກ Labour ໃນ Scotland, ກ່າວວ່າ Keir Starmer ຄວນລາອອກເຊັ່ນດຽວກັບເຂົາເຈົ້າ.
"ຜູ້ນໍາໃນ Downing Street ໄດ້ກາຍເປັນສິ່ງລົບກວນຫລາຍ, ແລະຂ້າພະເຈົ້າ ຕ້ອງຄິດກ່ຽວກັບ ລໍາດັບຄວາມສໍາຄັນຂອງຂ້າພະເຈົ້າເອງ, ຄວາມຈົງຮັກພັກດີທໍາອິດ ຂອງຂ້າພະເຈົ້າ ແມ່ນຕໍ່ Scotland. ແລະເຮົາມີຣັດຖະບານ SNP ທີ່ເສບຕິດກັບຄວາມລັບ ແລະການປົກປິດ ແລະສົ່ງຜົນອັນຮ້າຍແຮງ. ສະນັ້ນ, ຂ້າພະເຈົ້າ ຈຶ່ງຕ້ອງຊື່ສັດກ່ຽວກັບຄວາມລົ້ມເຫລວ ບໍ່ວ່າຂ້າພະເຈົ້າ ຈະເຫັນມັນຢູ່ບ່ອນໃດກໍຕາມ."
ໃນຂນະດຽວກັນ Kemi Badenoch ຜູ້ນໍາຝ່າຍຄ້ານ ຂອງອັງກິດກ່າວວ່າ ຜູ້ຊ່ອຍບໍ່ຄວນຮັບຜິດແທນ-ແລະນາຍົກຣັດຖະມົນຕີ ຕ້ອງຮັບຜິດຊອບ ຕໍ່ການຕັດສິນໃຈຂອງຕົນເອງ.
"ນາຍົກຣັດຖະມົນຕີ ເປັນຜູ້ສ້າງຄວາມພິນາດຂອງຕົນເອງ ແລະຄວາມວຸ້ນວາຍ ແລະຄວາມບໍ່ຫມັ້ນຄົງທັງຫມົດ ທີ່ເຮົາກໍາລັງເຫັນ ແມ່ນເກີດຂຶ້ນຍ້ອນຕົວເອງ. ນີ້ຄືລະຄອນຈິດຕະສາດ (Psychodrama) ຂອງພັກ Labour ໃນເວລານີ້. ພວກເຮົາທຸກຄົນ ກໍາລັງຢູ່ໃນລະຄອນຈິດຕະສາດຂອງ Labour."
Mr Starmer ໄດ້ຢືນຢັນແລ້ວວ່າ ລາວຮູ້ເຖິງຄວາມສໍາພັນ ລະຫວ່າງ Mr Mandelson ແລະ Epstein.
ແຕ່ລາວກ່າວວ່າ Mr Mandelson ໄດ້ເວົ້າຕົວະ ຊ້ຳແລ້ວຊ້ຳອີກ ກ່ຽວກັບຄວາມສໍາພັນ ອັນເລິກເຊິ່ງຂອງລາວ ກັບນັກການເງິນທີ່ສ້າງຄວາມອັບອາຍ ທັງກ່ອນ ແລະຫລັງຈາກລາວ ໄດ້ຖືກແຕ່ງຕັ້ງໃຫ້ເປັນອັກຄະຣັດຖະທູດ.
Bridget Phillipson ຣັດຖະມົນຕີການສຶກສາ ໄດ້ເຂົ້າຮ່ວມກັບຮອງນາຍົກຣັດຖະມົນຕີ David Lammy, ຣັດຖະມົນຕີການຄັງ Rachel Reeves, ຣັດຖະມົນຕີຕ່າງປະເທດ Yvette Cooper ແລະຜູ້ແທນຫຼາຍຄົນ ຂອງພັກ Labour ແລະຣັດຖະມົນຕີຄົນອື່ນໆ ໃນການສັນຍາຢ່າງເປີດເຜີຍ ວ່າຈະສນັບສນູນ Mr Starmer.
"ມັນເປັນທີ່ຍອມຮັບບໍ່ໄດ້ ໃນສິ່ງມີຖືກພົບເຫັນ ກ່ຽວກັບ emails ເຫລົ່ານັ້ນ ແລະການມີສ່ວນຮ່ວມຢ່າງຫລວງຫລາຍທີ່ Peter Mandelson ມີກັບ Jeffrey Epstein. ແຕ່ບໍ່ແມ່ນຄວາມຮັບຜິດຊອບ ຂອງ Keir Starmer."
ແຕ່ Mr Mandelson ບໍ່ໄດ້ເປັນພຽງຄົນດຽວ ໃນປະເທດອັງກິດ ທີ່ປະເຊີນກັບການກວດສອບ ຫລັງຈາກການເປີດເຜີຍແຟ້ມຂອງ Epstein.
ໃນແຟ້ມຊຸດຫຼ້າສຸດ, ມີ emailsທີ່ ເບິ່ງຄືວ່າ ສະແດງໃຫ້ເຫັນ Andrew Mountbatten-Windsor, ນ້ອງຊາຍຂອງກະສັດ Charles, ໄດ້ແບ່ງປັນເອກະສານທາງການ ຂອງອັງກິດ ກັບ Epstein ໃນປີ 2010.
ຕໍາຫລວດໃນ Thames Valley ກ່າວວ່າ ເຂົາເຈົ້າກໍາລັງປະເມີນຂໍ້ມູນ ທີ່ເຂົາເຈົ້າໄດ້ຮັບ, ແລະພິຈາຣະນາວ່າ ຈະສອບສວນເລື່ອງນີ້ ຢ່າງເປັນທາງການຫລືບໍ່.
ໂຄສົກຂອງ Buckingham Palace ໄດ້ອອກຄໍາຖແລງການ ໃນການຕອບຕໍ່ຂໍ້ກ່າວຫາຫຼ້າສຸດ ຕໍ່ອະດີດເຈົ້າຊາຍວ່າ:
"ກະສັດ ໄດ້ບອກຢ່າງແຈ່ມແຈ້ງ, ທັງດ້ວຍຄໍາເວົ້າ ແລະດ້ວຍການກະທໍາທີ່ບໍ່ເຄີຍມີມາກ່ອນ, ມີຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບຂໍ້ກ່າວຫາ ທີ່ຍັງຖືກເປີດເຜີຍ ກ່ຽວກັບຄວາມປະພຶດຂອງ Mr Mountbatten-Windsor. ໃນຂນະທີ່ ຂໍ້ກ່າວຫາສະເພາະ ແມ່ນສໍາລັບ Mr Mountbatten-Windsor ທີ່ຈະອະທິບາຍ, ຖ້າຫາກຕໍາຫລວດຂອງ Thames Valley ຕິດຕໍ່ພວກເຮົາ, ພວກເຮົາກໍພ້ອມ ທີ່ຈະສນັບສນູນເຂົາເຈົ້າ ດັ່ງທີ່ທ່ານຄາດຫວັງ."
ກັບຄືນໄປທີ່ສະຫະຣັດອາເມຣິກາ, Ghislaine Maxwell, ຜູ້ຮ່ວມງານຂອງ Epstein ໄດ້ເປັນຂ່າວອີກ ກ່ຽວກັບຄວາມກ່ຽວຂ້ອງຂອງນາງ ກັບ Epstein.
Maxwell ຖືກຕັດສິນວ່າ ມີຄວາມຜິດໃນປີ 2021 ສໍາລັບບົດບາດຂອງນາງ ໃນການຊ່ອຍເຫລືອ Epstein ໃນການລ່ວງລະເມີດທາງເພດ ເດັກນ້ອຍຜູ້ຍິງໄວລຸ້ນ, ແລະປະຈຸບັນ ກໍາລັງຖືກຄຸກເປັນເວລາ 20 ປີ.
ໃນການປາກົດຕົວ ຕໍ່ຫນ້າຄນະ the Congressional Oversight Committee, ຊຶ່ງກໍາລັງສືບສວນ ກ່ຽວກັບການຈັດການກັບຄະດີຂອງ Jeffrey Epstein, Maxwell ໃຊ້ສິດ Fifth Amendment Privilegeຕາມຣັດຖະທັມມະນູນ, ແລະໄດ້ປະຕິເສດ ບໍ່ຕອບຄໍາຖາມທີ່ສໍາຄັນທັງຫມົດ.
ທະນາຍຄວາມ Sigrid McCawley, ຜູ້ທີ່ໄດ້ເປັນຕົວແທນ ຂອງຜູ້ລອດຊີວິດຈາກ Epstein ໃນຄະດີແພ່ງຫຼາຍຄະດີ, ກ່າວວ່າ ການປະຕິເສດຂອງ Maxwell ທີ່ຈະຕອບຄໍາຖາມ ໄດ້ສະແດງໃຫ້ເຫັນ ເຖິງຂັ້ນຕອນທີ່ເຈັບປວດຢູ່ແລ້ວ.
"ນີ້ເປັນການປະຕິບັດການຄ້າທາງເພດ ທີ່ຍາວນານທີ່ສຸດ ໃນປວັດສາດຂອງສະຫະຣັດອາເມຣິກາ. ສະນັ້ນ, ຂ້າພະເຈົ້າຄິດວ່າ ຄໍາຖາມຈະຄົງຢູ່ເປັນເວລາດົນນານວ່າ, ເປັນໄປໄດ້ແນວໃດ, ເປັນຫຍັງ ມັນຈຶ່ງດໍາເນີນຕໍ່ໄປ ເປັນເວລາດົນນານປານນັ້ນ? ຜູ້ຄົນທີ່ສໍາຄັນ ແລະມີຊື່ສຽງຫລາຍຄົນ ມີສ່ວນຮ່ວມໃນເລື່ອງນີ້ ໄດ້ແນວໃດ? ແລະທ່ານຮູ້ວ່າ ເຂົາເຈົ້າປ່ອຍໃຫ້ມັນເກີດຂຶ້ນ ໄດ້ແນວໃດ, ເປັນຫຍັງ ຈຶ່ງບໍ່ມີຜູ້ໃຫຍ່ຢູ່ໃນຫ້ອງ ທີ່ຈະເວົ້າວ່າມັນເປັນສິ່ງທີ່ຜິດ? ສິ່ງນີ້ບໍ່ຄວນເກີດຂຶ້ນ. ຂ້າພະເຈົ້າຄິດວ່າ ນັ້ນເປັນຄໍາຖາມ ທີ່ຈະມີຢູ່ທີ່ນັ້ນ ອີກເປັນເວລານານ. ຂ້າພະເຈົ້າບໍ່ຮູ້ວ່າ ສໍາລັບຜູ້ທີ່ລອດຊີວິດ, ຄຳຖາມເຫຼົ່ານັ້ນ ຈະມີວັນສິ້ນສຸດ."
ທະນາຍຄວາມຂອງ Maxwell ກ່າວວ່າ ນາງຈະພິຈາຣະນາ ການຕອບຄໍາຖາມ ເພື່ອແລກປ່ຽນກັບການອະພັຍໂທດ ຫລືການໃຫ້ອະພັຍໂທດ ຈາກປະທານາທິບໍດີ Donald Trump.
ແຕ່ນັ້ນ ໄດ້ຮັບການວິພາກວິຈານ ຈາກສະມາຊິກ ຂອງຄນະກັມມະການ ທັງຝ່າຍ Republican ແລະຝ່າຍ Democrat, ບາງຄົນໄດ້ຮຽກຮ້ອງ ໃຫ້ປະທານາທິບໍດີ Trump ໃຫ້ຕັດຄວາມເປັນໄປໄດ້ ຂອງການໃຫ້ອະພັຍໂທດດັ່ງກ່າວ.
Jasmine Crockett ຜູ້ແທນພັກ Democrat ກ່າວວ່າ ຄນະກັມມະການOversight Committee ຍັງຕັ້ງໃຈ ທີ່ຈະນໍາການກະທຳຜິດ ມາເປີດເຜີຍ.
"ພວກເຮົາຈະບໍ່ຖືກຂັດຂວາງ. ເຮົາຈະບໍ່ຖືກເບນບ່ຽງ. ເຮົາຮູ້ວ່າແມ່ນໃຜຕ້ອງຮັບຜິດຊອບ. ແລະພວກເຮົາ ຈະເຂົ້າໄປ ແລະພວກເຮົາຈະເຮັດໃຫ້ແນ່ໃຈວ່າ ພວກເຮົາຈະຂຸດຄົ້ນຕໍ່ໄປ. ສິ່ງນີ້ ຈະບໍ່ຢຸດເຮົາ, ເພາະຜູ້ຮ່ວມກະທຳຜິດຂອງລາວ ໄດ້ຕັດສິນໃຈວ່າ ນາງຈະພະຍາຍາມຫລິ້ນເກມ ກັບພວກເຮົາໃນເຊົ້າມື້ນີ້. ຂ້ອຍມີຂ່າວມາບອກເຈົ້າ, Miss Maxwell. ພວກເຮົາຍັງບໍ່ສິ້ນສຸດເທື່ອ."
ລາຍງານໂດຍ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





