ອັນຕະຣາຍ ຂອງໄຟໄຫມ້ໝໍ້ໄຟ (Battery).

Electric car grant expanded

ຣົດໄຟຟ້າເລີ້ມມີບົດບາດຫຼາຍຂຶ້ນໃນຊິວິດສມັຍໃໝ່... ແຕ່ມັນມາພ້ອມກັບປໂຍດ ແລະໂທດ. Credit: John Walton/PA

ຜູ້ຊ່ຽວຊານ ກຳລັງເຕືອນເຖິງອັນຕະຣາຍ ຂອງໄຟໄຫມ້ ໝໍ້ໄຟ (Battery). ພວກເຂົາເວົ້າວ່າ ມີໄຟໄຫມ້ໝໍ້ໄຟ (Battery) ຫລາຍກວ່າ 500ເທື່ອທົ່ວໂລກ ແລະມີການເພີ່ມຫລາຍຂຶ້ນ ໃນເຫດການໄຟໄຫມ້ ທີ່ກ່ຽວຂ້ອງກັບຖ່ານ Lithium-ion, ຮວມທັງຖ່ານ Lithium-ion ຂນາດນ້ອຍ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ອັນຕະຣາຍ ຂອງໄຟໄຫມ້ໝໍ້ໄຟ (Battery).

ຜູ້ຊ່ຽວຊານ ກຳລັງເຕືອນເຖິງອັນຕະຣາຍ ຂອງໄຟໄຫມ້ ໝໍ້ໄຟ (Battery). ພວກເຂົາເວົ້າວ່າ ມີໄຟໄຫມ້ໝໍ້ໄຟ (Battery) ຫລາຍກວ່າ 500ເທື່ອທົ່ວໂລກ ໃນຣົດໄຟຟ້າ, Scooter ແລະ Skateboard ພຽງແຕ່ໃນຫົກເດືອນທໍາອິດ ຂອງປີ 2023, ຊຶ່ງເຮັດໃຫ້ 138 ຄົນໄດ້ຮັບບາດເຈັບ ແລະ36 ຄົນເສັຍຊີວິດ.

Haylena Krishnamoorthy ລາຍງານ.

"ຢູ່ໃນອອສເຕຣເລັຍນີ້ ພວກເຮົາໄດ້ມີໄຟໄຫມ້ໄຟຣົດໄຟຟ້າ 11 ເຄື່ອງທົ່ວປະເທດ. ນັ້ນຄືຈໍານວນທັງຫມົດ ທີ່ພວກເຮົາເຄີຍມີ. ສິ່ງເຫລົ່ານີ້ ສ່ວນໃຫຍ່ ແມ່ນຍ້ອນສິ່ງຕ່າງໆ ເຊັ່ນການຕໍາກັນດ້ວຍຄວາມໄວສູງ. ພວກເຮົາໄດ້ມີຫລາຍກໍຣະນີ ທີ່ມາຈາກການລັກຈູດ ແລະຢ່າງຫນ້ອຍສາມກໍຣະນີ ທີ່ຣົດໄຟຟ້າ ຢູ່ໃນໂຮງຣົດສ່ວນຕົວ ແລະມີໄຟໄໝ້ອີກກໍຣະນີຫນຶ່ງທີ່ ລາມໄປຮອດຣົດ."

Emma Sutcliffe ເປັນຜູ້ອໍານວຍການຂອງ E-V FireSafe, ບຣິສັດ ທີ່ໄດ້ຮັບທຶນ ຈາກກະຊວງປ້ອງກັນປະເທດອອສເຕຣເລັຍ ເພື່ອຄົ້ນຄວ້າກ່ຽວກັບເຫດການໄຟໄຫມ້ໝໍ້ໄຟຂອງຣົດໄຟຟ້າ ແລະການຕອບສນອງຕໍ່ເຫດສຸກເສີນ.

ນາງເວົ້າວ່າ ທົ່ວປະເທດ ຕັ້ງແຕ່ປີ 2010 ມີໄຟໄຫມ້ຣົດໄຟຟ້າ ແບບສຽບໄຟ ທີ່ຈົດທະບຽນເພື່ອໃຊ້ໃນຫົນທາງ 11 ເທື່ອໃນອອສເຕຣເລັຍ.

ແຕ່ມີການເພີ່ມຫລາຍຂຶ້ນ ໃນເຫດການໄຟໄຫມ້ ທີ່ກ່ຽວຂ້ອງກັບຖ່ານ Lithium-ion, ຮວມທັງຖ່ານ Lithium-ion ຂນາດນ້ອຍ.

Ms Sutcliffe ກ່າວວ່າ ເມື່ອບໍ່ດົນມານີ້ ໃນເມືອງ Perth, ເຮືອນສີ່ຫລັງໄດ້ຖືກໄຟໄຫມ້ ໃນໄລຍະ 48 ຊົ່ວໂມງ ໃນເດືອນກໍລະກົດ.

"ໄຟໄຫມ້ Lithium-ion battery ເປັນທີ່ຮູ້ຈັກກັນວ່າ ຄວາມຮ້ອນແພ່ ຂຍາຍ (Thermal runaway) ແລະໃນຣົດໄຟຟ້າ ທ່ານອາດມີ cells ຂອງLithium-ion ຫຼາຍຮ້ອຍ cells ຫຼືອາດຈະເປັນຫຼາຍພັນ cells. ເມື່ອ cellsເຫຼົ່ານັ້ນ ໄດ້ຮັບຄວາມເສັຍຫາຍ, ມັນຈະເຮັດໃຫ້ມີການລັດວົງຈອນ ແລະປ່ອຍແກັສທີ່ເປັນພິດ ແລະຕິດໄຟໄດ້, ແລະແກັສນັ້ນ ຈະລຸກໄຫມ້ ແລະຈາກນັ້ນ ຄວາມຮ້ອນກໍແພ່ລະບາດໄປສູ່ cell ຕໍ່ໄປແລະ cell ນັ້ນຈະແຕກອອກ ແລະປ່ອຍແກັສ ແລະລຸກໄຫມ້, ແລະຈາກນັ້ນ ກໍແພ່ລະບາດໄປສູ່ cell ຕໍ່ໄປ."

ນາງເວົ້າວ່າ ປະຕິກິຣິຍາສາຍໂສ້ນັ້ນ ເປັນສິ່ງຍາກທີ່ຈະຢຸດໄດ້.

"ແລະເມື່ອຄວາມຮ້ອນເລີ່ມແພ່ຂຍາຍ, ມັນເປັນສິ່ງຍາກ ທີ່ຈະຄວບຄຸມຫລືຢຸດມັນ. ສະນັ້ນ, ນີ້ຄືຄວາມທ້າທາຍ ສໍາລັບຜູ້ດັບເພີງ-ເຮົາບໍ່ສາມາດຢຸດໄຟ ຫລືການແພ່ຂຍາຍ ໃນຣົດໄຟຟ້າ ໄດ້ຢ່າງມີປະສິດທິພາບ."

Ms Sutcliffe ກ່າວວ່າ ອັນຕະຣາຍຂອງໄຟໄຫມ້ ສ່ວນຫລາຍຈາກພາຫະນະໄຟຟ້າ ແມ່ນຍ້ອນ e-bikes ແລະ e-scooters, ຊຶ່ງຮູ້ຈັກກັນດີວ່າ ເກີດໄຟໄຫມ້ທົ່ວປະເທດ ຢ່າງຫນ້ອຍທຸກໆສອງມື້.

"ນີ້ເພາະວ່າ ມັນມັກຈະເຮັດດ້ວຍ cell ຫມໍ້ໄຟທີ່ມີຄຸນນະພາບຕ່ຳ. ບໍ່ມີກົດລະບຽບຫລາຍ ກ່ຽວກັບວິທີທີ່ຜລິດຕະພັນເຫລົ່ານັ້ນ ຖືກສ້າງຫລືຂາຍ. ມັນຖືກໃຊ້ຫຼາຍ ໃນການຊີວິດປະຈໍາວັນ. ແລະຄວາມທ້າທາຍອີກຢ່າງຫນຶ່ງຄື ຜູ້ຄົນຈະເອົາຣົດອີເລັກໂທຣນິກ ຫລື e-scooter ຂອງເຂົາເຈົ້າ ເຂົ້າມາໃນເຮືອນ ຫຼັງຈາກກັບມາຈາກບ່ອນທໍາງານ ຫລືຈາກໂຮງຮຽນ ແລະເຂົາເຈົ້າສຽບມັນໃສ່ປລັກໄຟ ໃນຫ້ອງຮັບແຂກຂອງເຂົາເຈົ້າ."

ນາງເວົ້າວ່າ ເມື່ອໄຟເລີ້ມໄຫມ້ ຢູ່ໃນບ້ານເຮືອນຂອງຜູ້ຄົນ, ຜົນສະທ້ອນແມ່ນຮ້າຍແຮງຫຼາຍ.

"ພວກເຮົາ ໄດ້ມີການເສັຍຊີວິດ ຂອງຫ້າຄົນ ໃນອອສເຕຣເລັຍ ຈາກໄຟໄຫມ້ໝໍ້ໄຟຂອງ e-bike ແລະ e-scooter, ແລະພວກເຮົາ ກໍາລັງສູນເສັຍບ້ານເຮືອນເປັນປະຈໍາ. ໃນເມືອງ Perth ໃນເດືອນກໍລະກົດ, ມີການສູນເສັຍເຮືອນສີ່ຫລັງ ເພາະໄຟໄຫມ້ e-bike ແລະ e-scooter ໃນໄລຍະພຽງ48 ຊົ່ວໂມງ."

ທົ່ວໂລກໃນໄລຍະ 18 ເດືອນ ໃນປີ 2022 ເຖິງ 2023, ສີ່ຄອບຄົວ ໄດ້ເສັຍຊີວິດ ໂດຍອຸປະກອນການເຄື່ອນທີ່ສ່ວນຕົວ (Personal Mobility Devices-PMDs) ທີ່ເກີດໄຟໄຫມ້ ຢູ່ໃນບ້ານເຮືອນຂອງພວກເຂົາ.

ຜູ້ຊ່ຽວຊານກ່າວວ່າ ຜູ້ຄົນບໍ່ຮູ້ວ່າ ຂໍ້ກຳໜົດດ້ານຄວາມປອດພັຍ ຂອງ PMD ແມ່ນຕ່ຳກວ່າ ເມື່ອປຽບທຽບໃສ່ກັບ EVs ແລະຫມໍ້ໄຟໃນບ້ານ.

ສິ່ງຂອງຂນາດນ້ອຍ ເຊັ່ນກອກຢາໄຟຟ້າ (Vapes), ເຄື່ອງມືໄຟຟ້າ ແລະໝໍ້ໄຟຟ້າ (Power Banks) ຖືກໄຟໄຫມ້ ທົ່ວປະເທດໃນທຸກໆມື້.

"ບັດນີ້ ຖ້າກ້ອນ Battery ຂອງທ່ານເບິ່ງຄືວ່າ ບວມພອງ, ຖ້າມັນຮ້ອນຢ່າງຜິດປົກກະຕິ ທີ່ຈະແຕະຕ້ອງ, ແລະທ່ານບໍ່ໄດ້ Charge ຫຼືໃຊ້ມັນ, ແຕ່ມັນຮູ້ສຶກຮ້ອນແທ້ໆ ທີ່ຈະແຕະຕ້ອງ ຫຼືຖ້າມັນມີກິ່ນແປກໆ, ມັນເປັນສັນຍານເຕືອນລ່ວງໜ້າ ວ່າຫມໍ້ໄຟຟ້ານັ້ນອາດມີບັນຫາ."

Ms Sutcliffe ກ່າວຕື່ມວ່າ ຖ້າຫາກບາງຄົນ ກໍາລັງປະສົບກັບສັນຍານເຕືອນເຫລົ່ານັ້ນ, ແລ້ວເຂົາເຈົ້າຄວນເອົາ e-bike ຫລື e-scooter ນັ້ນອອກຈາກເຮືອນຂອງເຂົາເຈົ້າ ແລະຫ່າງໄກຈາກສິ່ງທີ່ຕິດໄຟໄດ້.

Gareth Morgan ເປັນຜູ້ອໍານວຍການຢູ່ທີ່ E-V Fire Protection.

ພວກເຂົາ ໄດ້ພັດທະນາລະບົບດັບໄຟຟ້າ ໃຕ້ຍານພາຫະນະ (Electric  Under Vehicle Fire Suppression System ) ເຄື່ອງທໍາອິດຂອງໂລກ.

ລາວບອກ SBS News ວ່າ ມັນເປັນເລື່ອງຍາກ ທີ່ຈະເພິ່ງພາສະຖິຕິ ຂອງໄຟໄຫມ້ຣົດໄຟຟ້າ.

"ສະຖິຕິ ແມ່ນຍາກທີ່ຈະເພິ່ງພາໄດ້, ແລະນັ້ນເປັນເພາະ ຂໍ້ມູນທີ່ຖືກບັນທຶກໄວ້ທົ່ວໂລກ ສໍາລັບໄຟໄຫມ້ຣົດໄຟຟ້າ ແລະຄວາມແຕກຕ່າງຂອງແຫຼ່ງຂອງໄຟ, ບໍ່ວ່າຈະເປັນພຽງແຕ່ໄຟໄຫມ້ຍານພາຫະນະ ຫລືໄຟໄຫມ້ໝໍ້ໄຟ, ຂໍ້ມູນນັ້ນ ບໍ່ໄດ້ຖືກບັນທຶກໄວ້ຢ່າງຖືກຕ້ອງ. ສະນັ້ນ, ມັນຈຶ່ງເປັນເລື້ອງທີ່ບໍ່ແນ່ຊັດ"

ລາວກ່າວຢ້ຳຄວາມຮູ້ສຶກ ທີ່ຄ້າຍຄືກັນກັບ Ms Sutcliffe, ໂດຍກ່າວວ່າ ມັນບໍ່ຄ່ອຍມີເຫດການໄຟໄຫມ້ Battery ຣົດ.

"ຄວາມທ້າທາຍອັນໃຫຍ່ຫລວງຢ່າງຫນຶ່ງ ທີ່ຫນ່ວຍດັບເພີງ ໃນອອສເຕຣເລັຍ ແລະທົ່ວໂລກ ກໍາລັງປະເຊີນ ຢູ່ໃນແຕ່ລະວັນ, ແມ່ນເຂົາເຈົ້າກໍາລັງດັບໄຟ ທີ່ກ່ຽວກັບເຄື່ອງມືຂນາດນ້ອຍເຊັ່ນ scooters ແລະskateboards ແລະສ່ວນຫລາຍ ທີ່ເປັນຜົນຂອງການຜລິດທີ່ບໍ່ດີ."

Mr Morgan ກ່າວວ່າ ມັນສໍາຄັນ ທີ່ຈະເຮັດຕາມຄໍາແນະນໍາ ຂອງຜູ້ຜລິດສໍາລັບການ Charge ຣົດ.

ເປັນທີ່ເຂົ້າໃຈວ່າ ການ Charge ຢ່າງວ່ອງໄວຢ່າງຕໍ່ເນື່ອງ ແລະການ Charge ຣົດໃນສະພາບແຮງນັ້ນ ເປັນທີ່ຮູ້ຈັກກັນວ່າ ບໍ່ດີສໍາລັບຫມໍ້ໄຟ(Battery) ແລະອາດເຮັດໃຫ້ເກີດຄວາມເສັຍຫານຕໍ່ Battery ໃນອະນາຄົດ.

Mr Morgan ກ່າວວ່າ ຄວາມເສັຍຫາຍດ້ານເຄື່ອງຈັກ ຫລືການຮົ່ວຂອງcell ຫມໍ້ໄຟ ສາມາດນໍາໄປສູ່ຄວາມຮ້ອນທີ່ຜິດປົກກະຕິ ພາຍໃນຫມໍ້ໄຟໄດ້ຢ່າງໄວ.

ເນື້ອເລື່ອງໂດຍ  Haylena Krishnamoorthy ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ອັນຕະຣາຍ ຂອງໄຟໄຫມ້ໝໍ້ໄຟ (Battery). | SBS Lao