ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການຢ້ຽມຢາມອອສເຕຣເລັຍ ຂອງນາຍົກຣັຖມົນຕີ Fiji.
ນາຍົກຣັຖມົນຕີ Fiji ໄດ້ປະຕິເສດ ການເປັນເຈົ້າພາບ ແກ່ຖານທັບທະຫານຂອງຈີນ ໃນຂນະທີ່ການແຂ່ງຂັນ ດ້ານການເປັນຜູ້ນຳທາງທະຫານ ໃນເຂດປາຊີຟິກ ກຳລັງດຳເນີນຢູ່.
ໃນຄໍາປາໄສທີ່ສໍາຄັນ ທີ່ National Press Club ໃນ Canberra (ວັນພຸດທີ2ກໍລະກົດ), Sitiveni Rabuka ກໍໄດ້ສເນີໃຫ້ອອສເຕຣເລັຍ ລົງນາມໃນສົນທິສັນຍາ ຢ່າງເປັນທາງການ ກັບ Fiji ເພື່ອເປັນວິທີ ທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມສໍາພັນທາງການທູດຕື່ມອີກ.
Adriana Wainstok ແລະ Anna Henderson ມີລາຍລະອຽດ:
Mr Rabuka ນາຍົກຣັຖມົນຕີຂອງ Fiji ກໍາລັງເດີນທາງຢ້ຽມຢາມອອສເຕຣເລັຍ.
ໃນຄໍາປາໄສຂອງເພິ່ນທີ່ National Press Club ໃນ Canberra, ເພິ່ນໄດ້ຂໍຮ້ອງໃຫ້ອອສເຕຣເລັຍ ລົງນາມໃນສົນທິສັນຍາ ຢ່າງເປັນທາງການ ກັບFiji ເພື່ອເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມຮ່ວມມື ລະຫວ່າງສອງປະເທດ.
ແຕ່ນັ້ນ ເປັນພຽງຊັ້ນດຽວ ຂອງການທູດ ຕໍ່ຄວາມສໍາພັນນີ້ ໃນເວລາທີ່ເບິ່ງຄືວ່າຈະບໍ່ຫມັ້ນຄົງ.
ນາຍົກຣັຖມົນຕີ Rabuka ກ່າວ:
"ຫນ້າເສັຍໃຈ ທີ່ໃນຕອນນີ້ ຂ້າພະເຈົ້າໂຕ້ຖຽງວ່າ ແນວໂນ້ມນັ້ນ ບໍ່ແນ່ນອນ ວ່າເມື່ອໃດກໍຕາມ ນັບຕັ້ງແຕ່ໄດ້ຮັບເອກກະຣາດໃນປີ 1970."
ອອສເຕຣເລັຍ ແລະ Fiji ມີຄວາມຮ່ວມມື Vuvale ແລ້ວ, ຊຶ່ງໃນພາສາFiji ໝາຍເຖິງ 'ຄອບຄົວ' ແລະເປັນສັນຍານ ເຖິງຄວາມຕັ້ງໃຈ ທີ່ຈະຮ່ວມມືກັນຢ່າງໃກ້ຊິດ.
ແຕ່ນາຍົກຣັຖມົນຕີຂອງ Fiji ກ່າວວ່າ ເພິ່ນຕ້ອງການກ້າວໄປໄກກວ່ານີ້ ໃນມິດຕະພາບນີ້.
"ບາງທີ ເຮົາໄດ້ໄປເຖິງຈຸດຫນຶ່ງ ໃນຄວາມສໍາພັນລະຫວ່າງ Fiji-ອອສເຕຣເລັຍ ບ່ອນທີ່ຄວາມຮ່ວມມື Vuvale ໃຫມ່ ແລະຍົກລະດັບຄວາມຮ່ວມມືຂອງເຮົາ ຕ້ອງມີຂັ້ນຕອນຕໍ່ໄປ ໃນຂໍ້ຕົກລົງ ຫລືສົນທິສັນຍາ."
ນາຍົກຣັຖມົນຕີຂອງ Fiji ກ່າວວ່າ ສົນທິສັນຍາ ທີ່ຈະຮວມເຖິງຄວາມຊ່ອຍເຫລືອດ້ານການພັດທະນາ ຈະເຮັດໃຫ້ຄວາມສໍາພັນ ເກີນກວ່າສິ່ງທີ່ເພິ່ນເອີ້ນວ່າ "ຄວາມຕັ້ງໃຈທາງການເມືອງ ຂອງຜູ້ຊນະ" ໃນການເລືອກຕັ້ງ ໃນທັງສອງປະເທດ.
Mr Rabuka ຍັງເປີດໃຫ້ພົນລະເມືອງຂອງຕົນ ເປັນທະຫານຂອງອອສເຕຣເລັຍ.
ຂ່າວເກີດຂຶ້ນ ໃນຂນະທີ່ Canberra ກໍາລັງດຳເນີນການ ຕາມສົນທິສັນຍາການທະຫານ ກັບປະເທດ Papua New Guinea ທີ່ຈະເຮັດໃຫ້ປະຊາຊົນຂອງຕົນ ມີສິດຮັບໃຊ້ ໃນກອງທັບຂອງອອສເຕຣເລັຍ.
ແຕ່ການແຂ່ງຂັນ ດ້ານອິດທິພົນ ກໍກ່ຽວຂ້ອງກັບປະເທດອື່ນໆ ໃນເຂດປາຊີຟິກອີກດ້ວຍ.
ແລະໃນຂນະທີ່ ການແຂ່ງຂັນທາງອິດທິພົນ ດ້ານການທະຫານ ກຳລັງດຳເນີນຢູ່ນັ້ນ, Mr Rabuka ຢືນຢັນວ່າ ຈະບໍ່ມີຖານທັບຂອງຈີນຢູ່ໃນ Fiji.
"ຂ້າພະເຈົ້າບໍ່ເຊື່ອວ່າ ປະເທດຈີນ ຈະຕ້ອງການຈະມີຖານທັບ ໃນເຂດປາຊີຟິກ. ເຂົາເຈົ້າ ໄດ້ພິສູດແລ້ວວ່າ ເຂົາເຈົ້າບໍ່ຈໍາເປັນ ຕ້ອງມີຖານທັບຢູ່ນອກປະເທດຈີນ ເພື່ອຈະສາມາດສົ່ງສິ່ງທີ່ເຂົາເຈົ້າມີ ໄປສູ່ເຂດອື່ນຂອງໂລກ. ເຂົາເຈົ້າ ສາມາດໄປທາງຕາເວັນອອກຂອງປະເທດຈີນ ແລະໄປໄກທາງຕາເວັນອອກ ຮອດອາເມຣິກາ ຕາມທີ່ເຂົາເຈົ້າຕ້ອງການ, ຫລືໄປທາງຕາເວັນຕົກ ແລະໄປໄກທີ່ສຸດ ໃນທະວີບຢູໂຣບ ຕາມທີ່ເຂົາເຈົ້າຕ້ອງການ. ສະນັ້ນ, ເຂົາເຈົ້າ ຈຶ່ງບໍ່ຈໍາເປັນ ຕ້ອງຈັດຕັ້ງຖານທັບອື່ນ ຢູ່ໃນປາຊີຟິກ."
Anna Henderson ນັກຂ່າວຂອງ SBS ທີ່ the National Press club ແລະໄດ້ຖາມນາຍົກຣັຖມົນຕີ Fiji ກ່ຽວກັບຄວາມສໍາພັນຂອງ Fiji ກັບປະເທດຈີນ.
HENDERSON "ທ່ານເຫັນວ່າ ປະເທດຈີນມີບົດບາດ ດ້ານຄວາມໝັ້ນຄົງແນວໃດ ໃນ Fiji?"
RABUKA: "ໃນເວລານີ້ ພວກເຮົາຕ້ອງຮັບມື ກັບປະເທດຈີນທີ່ໃຫຍ່ ແລະມີອຳນາດຫລາຍຂຶ້ນ ແລະອາດຢາກແຜ່ອິດທິພົນຂອງມັນ ໄປຫາປາຊີຟິກ. ຜູ້ນໍາປາຊີຟິກ ໃນການສົນທະນາເມື່ອບໍ່ດົນມານີ້ ໄດ້ພະຍາຍາມ ຫານະໂຍບາຍທີ່ເປັນມິດກັບທຸກຄົນ ແລະບໍ່ເປັນສັດຕູ. ມັນເປັນເປົ້າຫມາຍ ທີ່ຍາກທີ່ຈະປະຕິບັດ, ແຕ່ກໍເປັນໄປໄດ້."
ມັນເກີດຂຶ້ນ ໃນເວລາທີ່ພູມີພາກ ກໍາລັງຮູ້ສຶກເຖິງຄວາມກົດດັນ ກ່ຽວກັບການຕຽມພ້ອມ ທີ່ຈະຮັບມືກັບຄວາມທະເຍີທະຍານ ຂອງປະເທດຈີນທີ່ມີຕໍ່ Taiwan.
ເກາະໄຕ້ຫວັນ ເປັນຫົວຂໍ້ຂອງຄວາມຂັດແຍ່ງ ທາງການເມືອງ ລະຫວ່າງ ສາທາຣະນະຣັດຈີນ (ROC) ທີ່ຄວບຄຸມເກາະນີ້ ແລະສາທາຣະນະຣັດ ປະຊາຊົນຈີນ (PRC) ຫຼືຈີນແຜ່ນດິນໃຫຍ່ ເຊິ່ງອ້າງວ່າ Taiwan ເປັນສ່ວນຫນຶ່ງ ຂອງດິນແດນຂອງຕົນ.
Mr Rabuka ກ່າວວ່າ ໂລກຕ້ອງວາງແຜນລ່ວງຫນ້າ ສໍາລັບການຂັດແຍ້ງ ທີ່ອາດຮຸນແຮງຂຶ້ນ ໃນເຂດນັ້ນ.
"ພວກເຮົາ ຕ້ອງວາງແຜນວ່າ ມັນຈະເປັນແນວນັ້ນ, ກ່ຽວກັບຄວາມເປັນໄປໄດ້ ທີ່ຈະເກີດຂຶ້ນ, ແລະຜູ້ທີ່ອາດມີສ່ວນຮ່ວມ ຕ້ອງໄດ້ວາງແຜນໄວ້ແລ້ວກ່ຽວກັບເລື້ອງນັ້ນ. ຂ້າພະເຈົ້າຄິດວ່າ ປະເທດຈີນພ້ອມແລ້ວ, ຂ້າພະເຈົ້າຄິດວ່າ ທົ່ວໂລກກໍພ້ອມແລ້ວເຊັ່ນກັນ."
ແຕ່ໃນຂນະທີ່ຢູ່ໃນອອສເຕຣເລັຍ, ນາຍົກຣັຖມົນຕີຂອງ Fiji ໄດ້ສະແດງຄວາມສໍາພັນຂອງເພິ່ນ ກັບອອສເຕຣເລັຍ.
ເພິ່ນໄດ້ເອົາເຫລົ້າ wine ຂວດຫນຶ່ງ ທີ່ຜລິດຈາກຫມາກອະງຸ່ນ ທີ່ປູກໃນ South Australia ແລະກ່າວວ່າ ເພິ່ນຕັ້ງໃຈ ທີ່ຈະເພີ່ມໂອກາດທາງເສດຖະກິດ ລະຫວ່າງສອງປະເທດ.
"ພວກເຮົາ ມີຜູ້ຜລິດເຫລົ້າ wine (winemaker) ຊາວ Fiji ທີ່ໃຊ້ຫມາກອະງຸ່ນຈາກ Barossa"
ຄວາມສໍາພັນ ມີອາຍຸຫຼາຍຂຶ້ນ ທີ່ດີ, ແຕ່ຄວາມທ້າທາຍ ກໍກຳລັງເພີ່ມຂຶ້ນ.
ເນື້ອເລື່ອງໂດຍ Adriana Wainstok ແລະ Anna Henderson ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao