ລະດູສັກວັກຊີນປ້ອງກັນຫວັດ ມາຮອດແລ້ວ.

Flu Deaths-Kids

Vaccine ໄຂ້ຫວັດ ມີປະສິດທິພາບ. ແຕ່ຜົນກະທົບຂອງມັນ ຕໍ່ແຕ່ລະບຸກຄົນ ຈະຂຶ້ນຢູ່ກັບ: ອາຍຸ ແລະສຸຂະພາບ ຂອງຄົນທີ່ໄດ້ຮັບມັນ, ແລະ Vaccine ຈະຖືກກັບເຊື້ອໄຂ້ຫວັດຍ່ອຍ (Sub-types) ທີ່ຄົນນັ້ນຕິດຫຼືບໍ່. Source: AP / Mary Conlon/AP

ປີນີ້ ຈະເປັນລະດູໄຂ້ຫວັດ ທີ່ຮ້າຍແຮງຫລືບໍ່ນັ້ນ ແມ່ນຂຶ້ນຢູ່ກັບປັດຈັຍຫລາຍຢ່າງ. ຫລັງຈາກຈໍານວນຄົນຕິດໄຂ້ຫວັດ ເປັນປວັດການປີກາຍນີ້ ໃນອອສເຕຣເລັຍ, ຜູ້ຊ່ຽວຊານ ໄດ້ເຕືອນຊາວອອສເຕຣເລັຍທຸກຄົນ ເຖິງຄວາມຈໍາເປັນ ທີ່ຈະໄດ້ຮັບການສັກວັກຊີນ Vaccine ປະຈໍາປີຄັ້ງໃຫມ່ ພ້ອມທັງ ໃຊ້ມາດຕະການ ທາງສຸຂະອະນາມັຍອື່ນໆ ເພື່ອຫລຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:

ລະດູສັກວັກຊີນປ້ອງກັນຫວັດ ມາຮອດແລ້ວ.

ຫລັງຈາກຈໍານວນຄົນຕິດໄຂ້ຫວັດ ເປັນປວັດການປີກາຍນີ້ ໃນອອສເຕຣເລັຍ, ຜູ້ຊ່ຽວຊານ ໄດ້ເຕືອນຊາວອອສເຕຣເລັຍທຸກຄົນ ເຖິງຄວາມຈໍາເປັນ ທີ່ຈະໄດ້ຮັບການສັກວັກຊີນ Vaccine ປະຈໍາປີຄັ້ງໃຫມ່-ພ້ອມທັງ ໃຊ້ມາດຕະການ ທາງສຸຂະອະນາມັຍອື່ນໆ ເພື່ອຫລຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ.

ຈົນເຖິງປີນີ້, ມີການບັນທຶກ 63,000 ກໍຣະນີ ຂອງໄຂ້ຫວັດທົ່ວປະເທດ,ແລະຜູ້ຊ່ຽວຊານກ່າວວ່າ ມັນເປັນຈໍານວນທີ່ສູງຢູ່ແລ້ວ ສໍາລັບຊ່ວງເວລານີ້ຂອງປີ-ຊຶ່ງເປັນພຽງການເລີ່ມຕົ້ນຂອງລະດູໄຂ້ຫວັດ.

ແຕ່ປີນີ້ ຈະເປັນລະດູໄຂ້ຫວັດ ທີ່ຮ້າຍແຮງຫລືບໍ່ນັ້ນ ແມ່ນຂຶ້ນຢູ່ກັບປັດຈັຍຫລາຍຢ່າງ, ດັ່ງທີ່ Biwa Kwan ລາຍງານ.

ທຸກໆປີ, ຈາກເດືອນເມສາ ເຖິງເດືອນກັນຍາ, ມັນເປັນລະດູໄຂ້ຫວັດ ຫຼື Influenza-ເມື່ອມີການເພີ່ມຂຶ້ນ ໃນກໍລະນີທີ່ເອີ້ນສັ້ນໆວ່າ ໄຂ້ຫວັດ ຫຼື the Flu.

ໄວຣັສທີ່ຕິດຕໍ່ໄດ້ສູງ ສາມາດສົ່ງຜົນກະທົບ ຕໍ່ທຸກຄົນ ໃນທຸກວັຍ ແລະເຖິງແມ່ນວ່າ ມັນອາດຈະບໍ່ຮ້າຍແຮງ ສໍາລັບບາງຄົນ ແຕ່ສໍາລັບບາງຄົນແລ້ວ ອາດເປັນຄວາມເຈັບປ່ວຍທີ່ຮ້າຍແຮງ ເຊິ່ງເຮັດໃຫ້ຕ້ອງເຂົ້າໂຮງຫມໍ ຫຼືເຖິງຂັ້ນເສັຍຊີວິດ.

ສາດສະດາຈານ Patrick Reading ເຮັດວຽກກັບຫນຶ່ງໃນຫ້າສູນ ຂອງອົງການອະນາມັຍໂລກ (World  Health Organisation) ທີ່ຕິດຕາມໄຂ້ຫວັດ ແລະຊະນິດຍ່ອຍ (Sub-types) ທີ່ພັດທະນາຂຶ້ນໃນແຕ່ລະປີ.

ລາວເວົ້າວ່າ ຈົນເຖິງປີນີ້, ມີ 63,000 ກໍຣະນີຂອງໄຂ້ຫວັດ ໄດ້ຖືກບັນທຶກໄວ້ ໃນອອສເຕຣເລັຍ.

"ໃນ, ພວກເຮົາເຫັນກິດຈະກັມຂອງໄຂ້ຫວັດເພີ່ມຂຶ້ນ ໃນທຸກເຂດ (ດ້ານສຸຂະພາບ) ໃນຕົ້ນປີ 2025 ເມື່ອສົມທຽບ ກັບປີທີ່ຜ່ານມາ. ເຖິງແມ່ນວ່າ ຈະມີກິດຈະກັມຂອງໄຂ້ຫວັດເພີ່ມຂຶ້ນ, ແຕ່ໃນເວລານີ້ ເຮົາບໍ່ສາມາດປ້ອງກັນ ຄວາມຮຸນແຮງ ຂອງລະດູທີ່ຈະມາເຖິງ ໃນອອສເຕຣເລັຍໄດ້. ສິ່ງນີ້ ຈະຂຶ້ນຢູ່ກັບປັດຈັຍຫຼາຍຢ່າງ (ລວມທັງ) ໄວຣັສຊະນິດຍ່ອຍ (Sub-types) ທີ່ກາຍເປັນປັດຈັຍທີ່ສຳຄັນ."

ໃນປີ 2024, ມີຄົນຕາຍ 1,002 ຄົນທີ່ກ່ຽວຂ້ອງກັບໄຂ້ຫວັດ-ເພີ່ມຂຶ້ນ67.7 ເປີເຊັນ ເມື່ອປຽບທຽບໃສ່ກັບ 12 ເດືອນກ່ອນ*.
 
ນີ້ແມ່ນເຫດຜົນ ທີ່ທຸກຄົນ ທີ່ມີອາຍຸ 6 ເດືອນຂຶ້ນໄປ ຈຶ່ງຖືກແນະນໍາ ໃຫ້ຮັບການສັກວັກຊີນ ປະຈໍາປີ ທີ່ຖືກປັບປຸງທຸກປີ ເພື່ອຕອບຮັບຕໍ່ການປ່ຽນແປງຂອງໄຂ້ຫວັດຊະນິດຍ່ອຍ ທີ່ແພ່ລະບາດໃນຊຸມຊົນ.

ໃນໄລຍະ 12 ເດືອນທີ່ຜ່ານມາ ໃນອອສເຕຣເລັຍ ມີການບັນທຶກໄວຣັສໄຂ້ຫວັດຊະນິດຍ່ອຍ (Sub-types) 917ຊະນິດ.

ລະດູໄຂ້ຫວັດໃນອອສເຕຣເລັຍ ປີ 2024 ໄດ້ເຫັນຈໍານວນຜູ້ຕິດເຊື້ອ ທີ່ໄດ້ຮັບການຢືນຢັນ ຈາກຫ້ອງທົດລອງ ສູງທີ່ສຸດເທົ່າທີ່ເຄີຍບັນທຶກໄວ້ ໃນລະດັບປະຈໍາປີ (361,625 ກໍຣະນີ).

ສາດສະດາຈານ Paul Griffin ເປັນຜູ້ອໍານວຍການ ຝ່າຍໂຣກຕິດເຊື້ອທີ່ Mater Health Services ໃນ Brisbane.

ລາວກ່າວວ່າ ຜົນກະທົບຂອງການລະບາດ ຂອງໄຂ້ຫວັດໃນຊຸມຊົນ ສ່ວນຫລາຍ ຈະຖືກປະເມີນຕ່ຳເກີນໄປ.

"ພວກເຮົາຮູ້ວ່າ ມີຄົນຕາຍເປັນຈໍານວນຫລາຍພັນຄົນ; ການເຂົ້າໂຮງຫມໍ-ປະມານ 20,000 ຄົນທຸກປີ. ການໄປຫາທ່ານຫມໍ ຫລາຍແສນຄົນ. ແລະມີຜົນກະທົບທາງການເງິນຫລາຍຢ່າງ, ໃນດ້ານການສູນເສັຍຂອງມື້ທໍາງານ. ມັນສາມາດແພ່ເຊື້ອໄດ້ ເປັນເວລາດົນນານ. ສະນັ້ນ,ແມ່ນແຕ່ກ່ອນອາການຈະປາກົດຂຶ້ນ, ອາດເປັນໄປໄດ້ວ່າ ມັນຈະໃຊ້ເວລາເປັນອາທິດ ຫຼືຫຼາຍກວ່ານັ້ນ. ດັ່ງນັ້ນ, ມັນຈຶ່ງເປັນເລື່ອງງ່າຍ ທີ່ຈະແພ່ເຊື້ອ ແລະເຫັນໄດ້ຢ່າງຊັດແຈ້ງວ່າ ເດັກນ້ອຍມີສ່ວນຮ່ວມຫລາຍ ໃນການແພ່ຂຍາຍ. ບໍ່ພຽງແຕ່ ເພາະພວກເຂົາແພ່ Virus ຫລາຍກວ່າ-ແຕ່ຍັງເປັນເພາະ ມັນຍາກທີ່ຈະເຮັດໃຫ້ເຂົາເຈົ້າ ເຮັດໃນສິ່ງສຸຂະອານາມັຍ ທີ່ເຮົາຂໍຮ້ອງໃຫ້ເຂົາເຈົ້າເຮັດ."

ລາວເວົ້າວ່າ ການສັກວັກຊີນປ້ອງກັນ ຍັງເປັນວິທີ ທີ່ສໍາຄັນທີ່ສຸດ ໃນການຫລຸດຜ່ອນ ຄວາມສ່ຽງຂອງການຕິດເຊື້ອໄຂ້ຫວັດ ໃນລະດູການນີ້, ແຕ່ມາດຕະການອື່ນໆ ທີ່ສາມາດນໍາໃຊ້ໄດ້ ແມ່ນຮວມເຖິງ: ທຳຄວາມສະອາດມື, ໃສ່ຫນ້າກາກ, ປັບປຸງຄຸນນະພາບອາກາດ ແລະການຖ່າຍເທອາກາດທີ່ດີຂຶ້ນ.

ຖ້າທ່ານມີອາການຄ້າຍຄືໄຂ້ຫວັດ ການກວດສອບ Antigen ຢ່າງຮີບດ່ວນ ຈະສາມາດຊີ້ບອກໄດ້ວ່າ ທ່ານຕິດໄວຣັສຊະນິດໃດ, ຊຶ່ງສາມາດນໍາໄປສູ່ຄໍາແນະນໍາສະເພາະ ໃນການປິ່ນປົວ.

ສາດສະດາຈານ Julie Leask ເປັນນັກຄົ້ນຄວ້າ ເລື່ອງສຸຂະພາບສັງຄົມ ທີ່ມະຫາວິທະຍາໄລ Sydney ທີ່ສຶກສາທັດສະນະຄະຕິ ຕໍ່ການສັກ Vaccine.

ນາງເວົ້າວ່າ ການຄົ້ນຄວ້າຢ່າງກ້ວາງຂວາງ ໄດ້ສະແດງໃຫ້ເຫັນວ່າVaccine ໄຂ້ຫວັດ ມີປະສິດທິພາບ.

ແຕ່ຜົນກະທົບຂອງມັນ ຕໍ່ແຕ່ລະບຸກຄົນ ຈະຂຶ້ນຢູ່ກັບ: ອາຍຸ ແລະສຸຂະພາບ ຂອງຄົນທີ່ໄດ້ຮັບມັນ, ແລະ Vaccine ຈະຖືກກັບເຊື້ອໄຂ້ຫວັດຍ່ອຍ (Sub-types) ທີ່ຄົນນັ້ນຕິດຫຼືບໍ່.

"ສະນັ້ນ ຜູ້ຄົນມັກຈະຄິດວ່າ: 'ໂອ້, ຂ້ອຍເປັນໄຂ້ຫວັດ. ໂອ້, ຂ້ອຍໄດ້ສັກVaccine ແລ້ວ-ແລະມັນບໍ່ໄດ້ປ້ອງກັນຂ້ອຍຈາກການຕິດໄຂ້ຫວັດ.' ແທ້ຈິງແລ້ວ, ມັນອາດເປັນກໍຣະນີ ທີ່ທ່ານຕິດ Virus ອີກຢ່າງຫນຶ່ງ (ຊຶ່ງບໍ່ແມ່ນໄຂ້ຫວັດ)-Vaccine ນັ້ນ ບໍ່ສາມາດປ້ອງກັນໄດ້ ເພາະມັນເປັນ Virus ທີ່ແຕກຕ່າງກັນທັງຫມົດ ທີ່ບໍ່ມີ Vaccine ສໍາລັບມັນ. ເຊັ່ນ Adenovirus ຫຼື Rhinovirus ເຊິ່ງເປັນໄວຣັສອື່ນໆອີກສອງຊະນິດ. ໄຂ້ຫວັດມີບັນຫາທາງດ້ານລັກສນະຫນ້ອຍຫນຶ່ງ ເພາະຜູ້ຄົນຄິດວ່າ ໄວຣັສໃດໆກໍຕາມ ທີ່ໄດ້ຮັບ ແມ່ນໄຂ້ຫວັດ ແລະສະນັ້ນ ທ່ານຈຶ່ງຮູ້ວ່າ ຖ້າມັນບໍ່ຮຸນແຮງກໍເປັນໄຂ້ຫວັດເທົ່ານັ້ນ. ມັນມັກຈະຫລຸດຜ່ອນຄວາມຮ້າຍແຮງ ທີ່ອາດເກີດຂຶ້ນຂອງມັນ."

ເພື່ອຊຸກຍູ້ຊາວອອສເຕຣເລັຍ ໃຫ້ສັກ Vaccine ປ້ອງກັນໄຂ້ຫວັດປະຈໍາປີ, ຣັຖບານກາງ ໄດ້ຊ່ອຍເຫລືອຄ່າຈ່າຍ ເພື່ອໃຫ້ການສັກ Vaccineນັ້ນຟຣີ ສໍາລັບບາງກຸ່ມ ໃນປະຊາກອນ ທີ່ຖືວ່າມີຄວາມສ່ຽງສູງ ຕໍ່ການເຈັບປ່ວຍຮ້າຍແຮງ.

ກຸ່ມເຫລົ່ານີ້ໄດ້ແກ່: ເດັກນ້ອຍອາຍຸ 6 ເດືອນເຖິງ 5 ປີ; ຜູ້ຍິງທີ່ຖືພາ; ແລະຊາວ Aboriginal ແລະ Torres Strait Islander ທຸກຄົນ ທີ່ມີອາຍຸ 6ເດືອນຂຶ້ນໄປ.

ບາງຣັດ, ເຊັ່ນ Queensland, ໄດ້ໃຫ້ທຶນເງິນ ແກ່ໂຄງການສັກ Vaccine ໄຂ້ຫວັດຟຣີ ສໍາລັບຜູ້ອາສັຍໃນ Queensland, ຮວມທັງນັກຮຽນຕ່າງຊາດ.

ບ່ອນທໍາງານຫລາຍບ່ອນ ກໍໄດ້ຊ່ອຍເຫລືອຄ່າໃຊ້ຈ່າຍ ໃນການສັກ Vaccine ໃຫ້ແກ່ພະນັກງານຂອງເຂົາເຈົ້າ ເພື່ອຫລຸດຜ່ອນການຂາດວຽກ.

ການຮັບເອົາວັກຊີນ ນັບຕັ້ງແຕ່ວັນທີ 4 ເດືອນພຶດສະພາ (2025) ແມ່ນສູງທີ່ສຸດ ສໍາລັບຄົນທີ່ມີອາຍຸ 65 ປີຂຶ້ນໄປ ຊຶ່ງແມ່ນຢູ່ທີ່ 35 ເປີເຊັນ (35.2 ເປີເຊັນ), ອີງຕາມຂໍ້ມູນຈາກ the National Centre for Immunisation Research and Surveillance.

ມັນຢູ່ທີ່ 14.1 ເປີເຊັນ ສໍາລັບຄົນ ທີ່ມີອາຍຸລະຫວ່າງ 50 ເຖິງ 64 ປີ.

ສໍາລັບກຸ່ມອາຍຸອື່ນໆ ແມ່ນຫນ້ອຍກວ່າ 10 ເປີເຊັນ.

Dr Leask ກ່າວວ່າ ການເຮັດໃຫ້ Vaccine ໄຂ້ຫວັດຟຣີ ຢ່າງກວ້າງຂວາງ ຈະເພີ່ມການຮັບເອົາ Vaccine-ແຕ່ນັ້ນ ເປັນການຕັດສິນໃຈ ດ້ານຄ່າໃຊ້ຈ່າຍ ສໍາລັບຣັຖບານກາງ, ຣັດ ແລະເຂດປົກຄອງ ທີ່ຈະພິຈາຣະນາ.

"ສະນັ້ນເມື່ອໃດກໍຕາມ ທີ່ກຸ່ມໃດຫນຶ່ງ ໄດ້ຮັບການສເນີ ໃຫ້ໄດ້ຮັບ Vaccine ຟຣີ, ທ່ານຈະເຫັນການຮັບເອົາເພີ່ມຂຶ້ນ. ການຫລຸດຜ່ອນຄ່າໃຊ້ຈ່າຍ, ບໍ່ວ່າຈະເປັນຄ່າ Vaccine ຫລືບໍຣິການ ໃນການສັກວັກຊີນ-ນັ້ນກໍຈະເຮັດໃຫ້ການຮັບເອົາ Vaccine ສູງຂຶ້ນໃນຈໍານວນປະຊາກອນທັງຫມົດ. ນັ້ນບໍ່ໄດ້ຫມາຍຄວາມວ່າ ມັນຄວນຟຣີ ສໍາລັບທຸກກຸ່ມອາຍຸ. ມັນເປັນເລື່ອງຂອງລະບົບຂອງອອສເຕຣເລັຍ-ໂຄງການຜົນປະໂຫຍດທາງຢາ (the Pharmaceutical Benefits Scheme) ຜູ້ທີ່ປະເມີນການສັກຢາປ້ອງກັນ ວ່າຖ້າຫາກສເນີໃຫ້ທຸກຄົນແລ້ວ, ມັນຈະມີຜົນປໂຍດ ໃນລະດັບປະຊາກອນ ຫຼືບໍ່. ແລະສໍາລັບສິ່ງໃດ ທີ່ຈະຖືກພິຈາຣະນາ ໃນຄນະກັມມະການ ທີ່ປຶກສາທາງຢາ (Pharmaceutical Advisory Committee), ມັນຕ້ອງຖືກສເນີ ຕໍ່ຊຸມຊົນໂດຍສິ່ງທີ່ເອີ້ນວ່າ ຜູ້ສນັບສນູນ. ຊຶ່ງຕາມປົກກະຕິແລ້ວ ມັກຈະເປັນບໍຣິສັດທີ່ຜລິດ Vaccine ນັ້ນ-ເປັນຜູ້ ສນັບສນູນອຸດສະຫະກັມ ຫຼືກຸ່ມອື່ນໆ-ເຊັ່ນກຸ່ມນັກຄົ້ນຄວ້າ."

ແລະກ່ຽວກັບບັນຫາທີ່ວ່າ ຄວາມລັງເລໃຈ ເລື່ອງການສັກ Vaccine ມີບົດບາດ ໃນການຮັບເອົາ Vaccine ໄຂ້ຫວັດ ໃນປີນີ້ຫລືບໍ່, Professor Leask ກ່າວວ່າ ນັ້ນເປັນຫົວຂໍ້ ທີ່ຕ້ອງມີການສຶກສາຕື່ມອີກ.

"ພວກເຮົາຮູ້ວ່າ ສໍາລັບການສັກ Vaccine ປ້ອງກັນຂອງເດັກນ້ອຍ (ສໍາລັບໄຂ້ຫວັດ) ມີຄວາມລັງເລໃຈ ຫລາຍກວ່າກ່ອນໂຣກລະບາດ (COVID-19). ສະນັ້ນ ອາດມີຄວາມລັງເລໃຈຫນ້ອຍຫນຶ່ງ. ແຕ່ເຮົາຕ້ອງຈື່ໄວ້ວ່າ ມັນບໍ່ແມ່ນພຽງແຕ່ ຄວາມລັງເລໃຈເທົ່ານັ້ນ ທີ່ເປັນອຸບປະສັກ ຕໍ່ຜູ້ຄົນໃນການຈະສັກ Vaccine ຫຼືບໍ່. ມັນຍັງເປັນການເຂົ້າເຖິງ ການບໍຣິການ ແລະລະບົບ ທີ່ສະດວກສະບາຍຟຣີ ທີ່ຜູ້ຄົນຕ້ອງການ. ບ່ອນທີ່ທ່ານ ນໍາເອົາ Vaccine ມາໃຫ້ປະຊາຊົນ, ບ່ອນທີ່ທ່ານເຕືອນພວກເຂົາ, ບ່ອນທີ່ທ່ານຊຸກຍູ້ເຂົາເຈົ້າ."

ເນື້ອເລື່ອງໂດຍ Biwa Kwan  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service