ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຄວາມປອດພັຍດ້ານອາຫານໃນລະດູຮ້ອນ.
ເມື່ອລະດູໃບໄມ້ປົ່ງມາເຖິງອອສເຕຣເລັຍ, ກຸ່ມສນັບສນູນຄວາມປອດພັຍດ້ານອາຫານ ໄດ້ຂໍຮ້ອງໃຫ້ຊາວອອສເຕຣເລັຍ ດໍາເນີນການທໍາຄວາມສະອາດຕູ້ເຢັນ, ຕູ້ແຊ່ແຂງ (Freezers) ແລະຫ້ອງເກັບອາຫານ(Pantries) ຂອງເຂົາເຈົ້າ.
ການຮຽກຮ້ອງດັງກ່າວ ເກີດຂຶ້ນໃນຂນະທີ່ການສໍາຫລວດ ເມື່ອບໍ່ດົນມານີ້ພົບວ່າ ນັ້ນ ເປັນບັນຫາເລື່ອງຄວາມປອດພັຍຂອງອາຫານ, ແຕ່ຫນ້ອຍກວ່າເຄິ່ງຫນຶ່ງ ຂອງຜູ້ບໍຣິໂພກ ມີການປະຕິບັດ ດ້ານຄວາມປອດພັຍທາງອາຫານຢ່າງສມ່ຳສເມີ ເມື່ອຕຽມອາຫານຢູ່ບ້ານ.
ແລະດ້ວຍລະດູຮ້ອນ ທີ່ຮ້ອນອົບເອົ້າໃກ້ເຂົ້າມາ, ຜູ້ສນັບສນູນ ແລະຜູ້ຊ່ຽວຊານ ດ້ານສຸຂະພາບກ່າວວ່າ ຊາວອອສເຕຣເລັຍ ຕ້ອງລະມັດລະວັງຫລາຍກວ່າເກົ່າ ກ່ຽວກັບອາຫານເປັນພິດໃນປີນີ້... ດັ່ງທີ່ Wing Kuang ລາຍງານ.
ເມື່ອເດືອນກັນຍາເລີ່ມຂຶ້ນ, ມັນເຖິງເວລາແລ້ວ ທີ່ຫລາຍຄົນໃນອອສເຕຣເລັຍ ບໍ່ພຽງແຕ່ໄປຕັ້ງຄ້າຍ ແລະໄປຮ່ວມເທດສະການດອກໄມ້ຕ່າງໆເທົ່ານັ້ນ, ແຕ່ຍັງທໍາຄວາມສະອາດ ບ່ອນເກັບອາຫານນໍາອີກ.
ສະພາຂໍ້ມູນຄວາມປອດພັຍຂອງອາຫານ (The Food Safety Information Council) ກໍາລັງຊຸກຍູ້ຊາວອອສເຕຣເລັຍ ໃຫ້ກວດກາເບິ່ງບ່ອນເກັບອາຫານ (Pantries), ຕູ້ເຢັນ ແລະຕູ້ແຊ່ແຂງ (Freezers) ຂອງເຂົາເຈົ້າ, ແລະເອົາສິ່ງຂອງທີ່ໝົດອາຍຸ ນັ້ນຖິ້ມ.
ແຕ່ການທໍາຄວາມສະອາດ ອາດເປັນເລື່ອງຫຍຸ້ງຍາກ, ເພາະຜູ້ຄົນມັກຈະສັບສົນ ກັບປ້າຍທີ່ສໍາຄັນສອງຢ່າງ ຂອງອາຫານ, ອີງຕາມ Lydia Buchtmann, ຫົວຫນ້າຜູ້ອໍານວຍການ ຂອງສະພາຂໍ້ມູນຄວາມປອດພັຍຂອງອາຫານ (The Food Safety Information Council).
"ເປັນການດີທີ່ສຸດ ທີ່ຈະຈື່ຄວາມແຕກຕ່າງລະຫວ່າງ “Best Before” ແລະ “Use By date”, ເພາະເຮົາບໍ່ຢາກເສັຍອາຫານໂດຍບໍ່ຈໍາເປັນ. ແລະສໍາຄັນທີ່ສຸດ, ປ້າຍອາຫານເຫຼົ່ານັ້ນ ຫມາຍເຖິງສິ່ງທີ່ມັນເວົ້າ. “Used by” ໝາຍຄວາມວ່າ ທ່ານຕ້ອງໃຊ້ອາຫານນັ້ນ ໃນມື້ນັ້ນແທ້ໆ, “Best Before Date”, ດັ່ງທີ່ກ່າວໄວ້, ພຽງແຕ່ກ່ຽວກັບຄຸນນະພາບເທົ່ານັ້ນ. ດັ່ງນັ້ນ, ມັນຈະມີຣົດຊາດດີກວ່າ ໃນມື້ນັ້ນ, ແຕ່ທ່ານຍັງສາມາດກິນໄດ້ ຫຼັງຈາກມື້ນັ້ນ."
Ms Buchtmann ກ່າວວ່າ ຜູ້ຄົນສາມາດໝູນວຽນອາຫານຂອງເຂົາໄດ້, ໂດຍການເອົາຜລິດພັນໃຫມ່ ໃສ່ຂ້າງຫລັງຂອງຕູ້ເຢັນ ຫລືຫ້ອງເກັບອາຫານ, ແລະໃຊ້ຂອງເກົ່າກ່ອນ.
ແຕ່ການເກັບຮັກສາອາຫານ ທີ່ມີປະສິດທິພາບ ບໍ່ພຽງແຕ່ການກວດສອບວັນຫມົດອາຍຸເທົ່ານັ້ນ, ດັ່ງທີ່ຜູ້ຊ່ຽວຊານກ່າວວ່າ ມັນຍັງກ່ຽວຂ້ອງກັບວິທີເກັບຮັກສາອາຫານດ້ວຍ.
Dr Rozita Vaskoska ໂຄສົກຄວາມປອດພັຍ ຂອງຜູ້ບໍຣິໂພກຂອງ CSIRO.
ນາງບອກວ່າ ຫໍ່ບັນຈຸອາຫານ ກໍສໍາຄັນເຊັ່ນກັນ.
"ຖ້າທ່ານມີ Cereal, ພະຍາຍາມເອົາມັນໃສ່ໃນພາຊະນະສໍາລັບ Cerealໂດຍສະເພາະ, ແທນທີ່ຈະເກັບຫໍ່ດັ້ງເດີມໄວ້ ແລະແພັກເກດພາຍນອກອື່ນໆ ທີ່ຖອດອອກໄດ້. ມັນເປັນສິ່ງດີ ທີ່ຈະບໍ່ເອົາ (ຫໍ່ພາຍນອກ) ເຂົ້າໄປໃນຫ້ອງເກັບອາຫານ (Pantry) ເພາະມັນສາມາດນໍາຄວາມສ່ຽງໃຫ້ເກີດມີແມງຕ່າງໆໄດ້."
ໃນອອສເຕຣເລັຍ, ຄວາມເຈັບປ່ວຍທີ່ເກີດຈາກອາຫານ-ທີ່ຮູ້ຈັກກັນວ່າອາຫານເປັນພິດ-ໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງ ດ້ານສຸຂະພາບ ແລະເສດຖະກິດຢ່າງຫຼາຍ.
ຕາມລາຍງານ ຂອງມາດຕະຖານອາຫານອອສເຕຣເລັຍ ນິວຊີແລນ (Food Standards Australia New Zealand) ປີ 2022, ໃນແຕ່ລະປີ ມີຜູ້ປ່ວຍຈາກອາຫານເປັນພິດ ປະມານ 4.67 ລ້ານກໍຣະນີ ໃນອອສເຕຣເລັຍ.
ມັນຍັງພົບວ່າ ອາຫານທີ່ບໍ່ປອດພັຍ ໄດ້ເຮັດໃຫ້ມີຫລາຍກວ່າ 47,000ຄົນ ຕ້ອງເຂົ້າໂຮງຫມໍ ແລະເສັຍຊີວິດ 39 ຄົນ.
Vincent Ho ເປັນຮອງສາດສະດາຈານແລະ Clinical Academic Gastroenterologist ທີ່ມະຫາວິທະຍາໄລ Western Sydney.
ລາວເວົ້າວ່າ ມີສິ່ງທີ່ລາວເອີ້ນວ່າ ຄວາມເຊື່ອມໂຍງທີ່ຊັດເຈນ ລະຫວ່າງການເກັບຮັກສາອາຫານທີ່ບໍ່ມີປະສິດທິພາບ ແລະອາຫານເປັນພິດ.
"ອາຫານ, ມັນຈໍາເປັນຕ້ອງຖືກເກັບໄວ້ ໃນສະພາບແວດລ້ອມສະເພາະ ເພື່ອຫລຸດການເຕີບໂຕ ຂອງບັກຕີເຣັຍ, ເພາະເຮົາຮູ້ວ່າ ບັກຕີເຣັຍຈະເລີນເຕີບໂຕ ໃນເຂດທີ່ມີອຸນຫະພູມ ລະຫວ່າງ 5 ເຖິງ 60 ອົງສາCelsius, ທີ່ເອີ້ນວ່າເຂດອັນຕະລາຍ. ແລະນັ້ນຄື ຕອນທີ່ເຮົາໄດ້ຮັບການຈະເລີນເຕີບໂຕ ຂອງບັກຕີເຣັຍຢ່າງຫລວງຫລາຍ."
ເຖິງແມ່ນຈະມີບັນຫາຢ່າງຕໍ່ເນື່ອງ, ແຕ່ໃນປີ 2024, Food Standards Australia New Zealand ພົບວ່າ ຫນ້ອຍກວ່າເຄິ່ງຫນຶ່ງ ຂອງຜູ້ຕອບແບບສອບຖາມ ຈາກຫລາຍກວ່າ 2000 ຄົນກ່າວວ່າ ເຂົາເຈົ້າໄດ້ເຮັດຕາມຂັ້ນຕອນ ທີ່ຖືກຕ້ອງສເມີ ເມື່ອຕຽມອາຫານຢູ່ບ້ານ, ເຊັ່ນການລ້າງມື ແລະແຍກຂຽງແລະມີດ ສໍາລັບຊີ້ນດິບອອກຈາກກັນ.
ໃນຂນະທີ່ອອສເຕຣເລັຍຄາດວ່າ ຈະຮ້ອນຫລາຍກວ່າປົກກະຕິ ໃນສອງສາມເດືອນຂ້າງຫນ້າ, ຮອງສາດສະດາຈານ Vincent Ho ກ່າວວ່າ ມັນຫມາຍຄວາມວ່າ ຜູ້ຄົນຕ້ອງເອົາໃຈໃສ່ ກັບອຸນຫະພູມຂອງອາຫານຂອງເຂົາເຈົ້າຫຼາຍຂຶ້ນ.
ລາວເວົ້າວ່າ ຄວາມຮ້ອນຍັງເຮັດໃຫ້ຮ່າງກາຍມະນຸດ ສ່ຽງຕໍ່ການເປັນອາຫານເປັນພິດຫຼາຍຂຶ້ນ.
"ຖ້າຫາກທ່ານຫຼີກລ່ຽງການເປັນໂຣກລົມແດດ (Heat Stroke), ຊຶ່ງສາມາດສົ່ງຜົນກະທົບຕໍ່ຜູ້ຄົນ, ສິ່ງທີ່ເຮົາຮູ້ກໍຄື ເມື່ອທ່ານມີສະພາບແວດລ້ອມທີ່ອົບອຸ່ນ, ແນ່ນອນວ່າ ຜູ້ຄົນຈະມີຄວາມຮູ້ສຶກໄວ ຕໍ່ໂຣກກະເພາະ ແລະລຳໄສ້ອັກເສບ (Gastroenteritis) ຫຼາຍຂຶ້ນ. ຈາກຂໍ້ມູນທັງຫມົດ, ຕາມປົກກະຕິແລ້ວ ເຮົາຮູ້ວ່າທົ່ວໂລກ, ໃນສະພາບທີ່ຮ້ອນຫລາຍ, ຜູ້ຄົນສ່ວນຫລາຍ ຈະເປັນໂຣກກະເພາະ ແລະລຳໄສ້ອັກເສບ (Gastroenteritis)."
ດັ່ງນັ້ນ, ເຮົາຄວນທໍາຄວາມສະອາດຕູ້ເຢັນຢ່າງຖືກວິທີໄດ້ແນວໃດ?
ຮອງສາດສະດາຈານ Vincent Ho ກ່າວວ່າ ມັນສໍາຄັນທີ່ຈະເອົາອາຫານທັງຫມົດອອກ ເປັນປະຈໍາ ພ້ອມທັງລີ້ນຊັກ ແລະຊັ້ນວາງ ເພື່ອທໍາຄວາມສະອາດຢ່າງທົ່ວເຖິງ.
"ເມື່ອທ່ານລ້າງລີ້ນຊັກ ແລະຊັ້ນວາງ, ໃຫ້ໃຊ້ນ້ຳສະບູອຸ່ນ. ຖ້າຫາກທ່ານບໍ່ມີສິ່ງນັ້ນ, ໃຫ້ໃຊ້ນ້ຳ ປະສົມນ້ຳສົ້ມຫນ້ອຍຫນຶ່ງ, ແລະນັ້ນກໍຈະເປັນ ປໂຍດ. ແຕ່ເຊັດພື້ນຜິວທຸກບ່ອນທັງຫມົດ ແລະນີ້ເປັນຈຸດສໍາຄັນຫຼາຍ: ທ່ານຕ້ອງໃຫ້ແນ່ໃຈວ່າ ທ່ານຕ້ອງເຊັດໃຫ້ແຫ້ງຢ່າງຖືກຕ້ອງ, ດັ່ງນັ້ນທ່ານຈຶ່ງຕ້ອງເຊັດມັນໃຫ້ແຫ້ງແທ້ໆ ເພື່ອປ້ອງກັນຄວາມຊຸ່ມເຢັນ ແລະບັກຕີເຣັຍບໍ່ໃຫ້ກັບຄືນມາ."
ເນື້ອເລື່ອງໂດຍ Wing Kuang ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao