ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ການບັງຄັບແຕ່ງງານໃນ ອອສເຕຣເລັຍ.
ໃນຂນະທີ່ນັກຮຽນ ກັບໄປເຂົ້າໂຮງຮຽນໃນປີການສຶກສາໃຫມ່, ຕໍາຫລວດຣັດຖະບານກາງ ຂອງອອສເຕຣເລັຍ ກໍາລັງຮຽກຮ້ອງໃຫ້ໂຮງຮຽນ ລະວັງສັນຍານ ຂອງນັກຮຽນທີ່ຖືກບັງຄັບໃຫ້ແຕ່ງງານ.
Jasmine Kassis ແລະ Sunil Awasthi ລາຍງານ.
ວັນແຕ່ງດອງຂອງບາງຄົນ ມັກຈະເປັນມື້ ທີ່ມີຄວາມສຸກທີ່ສຸດໃນຊີວິດຂອງເຂົາເຈົ້າ.
ສໍາລັບຜູ້ຍິງຄົນນີ້, ຜູ້ທີ່ເຮົາຈະເອີ້ນນາງວ່າ Layla - ຊຶ່ງບໍ່ແມ່ນຊື່ແທ້ຂອງນາງ-ມັນເປັນສິ່ງກົງກັນຂ້າມ.
ຕອນອາຍຸ 15 ປີ, ນາງໄດ້ຖືກດຶງອອກຈາກໂຮງຮຽນ ແລະຖືກບັງຄັບ ໃຫ້ແຕ່ງງານ ກັບພີ່ນ້ອງຂອງນາງ.
ນາງເວົ້າວ່າ 50 ປີຕໍ່ມາ, ມັນໄດ້ເຮັດໃຫ້ນາງ ຕົກຢູ່ໃນເສັ້ນທາງທີ່ຜິດ ຕລອດຊີວິດ.
"ຕັ້ງແຕ່ຕົ້ນ, ຂ້ອຍບໍ່ມັກຊີວິດຂອງຂ້ອຍ ເພາະຂ້ອຍໄດ້ແຕ່ງງານ ຕອນຂ້ອຍຍັງນ້ອຍ - 15 ປີ. ຕອນອາຍຸ 16 ປີ, ຂ້ອຍກໍໄດ້ລູກຊາຍ. ແນ່ນອນເລື່ອງນີ້ ບໍ່ແມ່ນເລື່ອງງ່າຍ. ມັນຍາກຫລາຍ... ມັນບໍ່ໄດ້ເປັນເລື່ອງງ່າຍ, ສິ່ງທີ່ຂ້ອຍໄດ້ຜ່ານມາຊົ່ວຊີວິດຂອງຂ້ອຍ"
ສາມີຂອງນາງ ໄດ້ເສັຍຊີວິດໄປແລ້ວ.
ແຕ່ນາງເວົ້າວ່າ ຄວາມທຸກທໍຣະມານຂອງນາງ ຍັງມີຢູ່ຕໍ່ໄປ, ແລະໄດ້ສົ່ງຜົນກະທົບ ຕໍ່ຄວາມສໍາພັນ ກັບລູກເຈັດຄົນຂອງນາງ.
"ດັ່ງທີ່ໄດ້ກ່າວມາ... ເກືອບ 13 ປີ, ຈົນຮອດດຽວນີ້ ຂ້ອຍຍັງຕ້ອງພົບຈິດຕະແພດ. ແລະຂ້ອຍກໍອາຍຸຫຼາຍແລ້ວ. ອາຍຸຂ້ອຍກໍເກືອບ 65 ປີ. ຂ້ອຍພະຍາຍາມ, ຂ້ອຍພະຍາຍາມຫລາຍທີ່ສຸດ ທີ່ຈະມີຄວາມສຸກ. ແຕ່ມັນເປັນໄປບໍ່ໄດ້."
Rand Faied ເປັນທີ່ປຶກສາປັນຫາຄອບຄົວ.
ນາງເວົ້າວ່າ ເລື່ອງທີ່ Layla ເລົ່າມານັ້ນ ບໍ່ໄດ້ເປັນສິ່ງທີ່ໜ້າແປກໃຈເລີຍ.
ນາງເວົ້າວ່າ ການແຕ່ງງານຍ້ອນຖືກບັງຄັບ, ການຂູ່ເຂັນ, ຫລືການຫລອກລວງ ສາມາດນໍາໄປສູ່ຄວາມເຈັບປວດຕລອດຊີວິດ.
"ມັນຈະກໍ່ໃຫ້ເກີດຄວາມເສັຍຫາຍທາງຈິດໃຈ, ຄວາມເສັຍຫາຍທາງຄວາມຮູ້ສຶກ. ເລື້ອງເພດຂອງຜູ້ເປັນເຫຍື່ອ... ຄວາມສາມາດ ທີ່ຈະສ້າງຄວາມສໍາພັນທີ່ດີ ແລະມີຄວາມຫມາຍ, ຈະໄດ້ຮັບຜົນກະທົບຢ່າງແນ່ນອນ."
Ms Faied, ພ້ອມດ້ວຍຕໍາຫລວດຣັດຖະບານກາງ ຂອງອອສເຕຣເລັຍ (Australian Federal Police), ກ່າວວ່າ ໂຮງຮຽນສາມາດມີບົດບາດສຳຄັນ ໃນການຢຸດການບັງຄັບແຕ່ງງານ ໃນອອສເຕຣເລັຍ.
The Centre to Counter Child Exploitation ຊຶ່ງນໍາພາໂດຍຕໍາຫລວດຣັດຖະບານກາງ ລາຍງານວ່າ ໄດ້ຮັບການຮ້ອງຮຽນຫລາຍຂຶ້ນກ່ຽວກັບການບັງຄັບແຕ່ງງານ.
ມີ 118 ລາຍງານ ໃນປີງົບປະມານ 2024-2025, ເມື່ອທຽບກັບ 91 ລາຍງານ ໃນປີງົບປະມານທີ່ຜ່ານມາ.
Helen Schneider ເປັນຜູ້ບັນຊາການຂອງ AFP ໃນເຂດນີ້.
ນາງກ່າວວ່າ ໂຮງຮຽນສາມາດເຫັນການປ່ຽນແປງ, ຊຶ່ງອາດເກີດຈາກການບັງຄັບແຕ່ງງານ ໃນຄົນຫນຸ່ມທີ່ຫນ້ອຍຄົນສາມາດເຫັນໄດ້, ແລະດ້ວຍວິທີນີ້, ມັນຈຶ່ງເປັນແຖວຫນ້າ ຂອງການປ້ອງກັນການປະຕິບັດນັ້ນ.
"ສະພາບແວດລ້ອມຂອງໂຮງຮຽນ ເປັນພາກສ່ວນ ທີ່ພວກເຮົາຢາກແນໃສ່ແທ້ໆ ໃນຖານະທີ່ເປັນຕໍາຫລວດ ຣັດຖະບານກາງອອສເຕຣເລັຍ. ມັນເປັນພາກສ່ວນ ທີ່ເຮົາຮູ້ວ່າ ຜູ້ຄົນມີຄວາມສໍາພັນທີ່ແໜ້ນແຟ້ນກັບເດັກນ້ອຍ-ຜູ້ສອນ ຈະສັງເກດເຫັນການປ່ຽນແປງ ທີ່ລະອຽດອ່ອນ ຂອງພຶດຕິກັມເຫລົ່ານັ້ນ. ແລະເຂົາເຈົ້າ ອາດເປັນພຽງຄົນດຽວ ໃນຊຸມຊົນຂອງເດັກນ້ອຍຄົນນັ້ນ ທີ່ສັງເກດເຫັນ ຄວາມແຕກຕ່າງທີ່ລະອຽດອ່ອນເຫລົ່ານັ້ນ."
ສັນຍານທົ່ວໄປ ຂອງການບັງຄັບແຕ່ງງານ ອາດຮວມເຖິງ ເດັກນ້ອຍທີ່ມີອິດສຣະທີ່ຈຳກັດ, ສະມາຊິກໃນຄອບຄົວ ຕິດຕາມຕລອດເວລາ ແລະເດັກຍິງ ສະແດງຄວາມກັງວົນ ກ່ຽວກັບການເດີນທາງໄປຕ່າງປະເທດ.
ແຕ່ຜູ້ຊ່ຽວຊານກ່າວວ່າ ສັນຍານທໍາອິດ ຢູ່ໃນໂຮງຮຽນອາດເບິ່ງຄືວ່າແຕກຕ່າງຫນ້ອຍຫນຶ່ງ.
ມັນຮວມເຖິງ ການຖອນຕົວອອກຈາກວຽກໂຮງຮຽນ, ແຍກຕົວຈາກຫມູ່ເພື່ອນ, ຫລືຂາດຮຽນຫລາຍມື້.
ຜູ້ບັນຊາການ Schneider ກ່າວວ່າ ຕໍາຫລວດຣັດຖະບານກາງ ຢາກທໍາງານຮ່ວມກັບໂຮງຮຽນ ເພື່ອຊ່ອຍເດັກນ້ອຍໃຫ້ປອດພັຍ.
"ເຫັນໄດ້ຢ່າງຊັດແຈ້ງວ່າ ຊຸມຊົນຂອງໂຮງຮຽນ ອາດເປັນພຽງບ່ອນດຽວ ທີ່ຄົນຫນຸ່ມ ອາດມີທາງອອກ ນອກສະຖານະການຄອບຄົວ ບ່ອນທີ່ເຂົາເຈົ້າ ອາດຕົກຢູ່ໃນຄວາມສ່ຽງ ແລະເມື່ອກ່າວເຖິງ ການປົກປ້ອງຊຸມຊົນທີ່ອ່ອນແອ, AFP ກໍມີຄວາມກະຕືລືລົ້ນ ທີ່ຈະທໍາງານກັບທຸກພາກສ່ວນ ເພື່ອໃຫ້ແນ່ໃຈວ່າ ເຮົາກໍາລັງຈັດຫາສະພາບແວດລ້ອມ ທີ່ປອດພັຍທີ່ສຸດ ໃຫ້ແກ່ລູກໆຂອງເຮົາ."
ຄວາມຜິດກ່ຽວກັບການບັງຄັບແຕ່ງງານເປັນທີ່ຮູ້ຈັກກັນດີວ່າເປັນເລື່ອງຍາກທີ່ຈະດຳເນີນຄະດີ.
Ms Schneider ກ່າວວ່າ ການເພີ່ມຂຶ້ນເກືອບ 30 ເປີເຊັນ ໃນກໍຣະນີທີ່ຖືກລາຍງານ ບໍ່ໄດ້ຫມາຍຄວາມວ່າ ມັນເກີດຂຶ້ນເລື້ອຍໆ.
"ສິ່ງທີ່ພວກເຮົາກໍາລັງເຫັນ... ຂ້າພະເຈົ້າຄິດວ່າ ມັນຫມາຍຄວາມວ່າ ພວກເຮົາກໍາລັງເຫັນ ຜູ້ຄົນລາຍງານຫລາຍຂຶ້ນ. ມັນເປັນການຍາກ ທີ່ຈະບອກວ່າ ມັນຫມາຍຄວາມວ່າ ມີການເພີ່ມຂຶ້ນໃນການກະທຳຜິດນັ້ນ, ແຕ່ພວກເຮົາຮູ້ດີວ່າ ນີ້ເປັນບັນຫາທີ່ເກີດຂຶ້ນແທ້ ໃນອອສເຕຣເລັຍ."
ໂຮງຮຽນຂອງ Layla ບໍ່ສາມາດພົບສັນຍານເບື້ອງຕົ້ນ ຂອງການຖືກບັງຄັບແຕ່ງງານຂອງນາງ.
ແຕ່ຕໍາຫລວດຫວັງວ່າ ການສຶກສາຈະສາມາດປ້ອງກັນເດັກນ້ອຍຄົນອື່ນໆ ຈາກປະສົບການທີ່ຄ້າຍຄືກັນນີ້.
ລາຍງານໂດຍ Sunil Awasthi ແລະJasmine Kassis ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao








