ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ອາດຊະຍາກັມທີ່ the Louvre.
ປະທານທິບໍດີຝຣັ່ງ, Emmanuel Macron, ກ່າວວ່າກໍາລັງເຮັດທຸກວິທີທາງ ເພື່ອຈັບຜູ້ທີ່ຢູ່ເບື້ອງຫລັງ ການປຸ້ນເອົາເພັດພອຍຢ່າງອຸກອາດ ທີ່ the Louvre, ຊຶ່ງເປັນອາດຊະຍາກັມເທື່ອຫຼ້າສຸດ ຂອງພິພິດທະພັນ.
ຫລັງຈາກການລັກເອົາມົງກຸດຂອງປະເທດຝຣັ່ງ ຢ່າງອຸກອາດ ໃນຕອນກາງເວັນ, ເຈົ້າໜ້າທີ່ ແລະຕົວແທນຂອງສະຫະພາບແຮງງານກ່າວວ່າ ຍັງບໍ່ພຽງພໍ ທີ່ຈະປົກປ້ອງສິ່ງຂອງ ແລະຜູ້ຄົນໃນພິພິດທະພັນ ທີ່ມີຊື່ສຽງທີ່ສຸດຂອງໂລກ.
Camille Bianchi ມີລາຍງານ.
ຕ້ອງໃຊ້ເວລາສີ່ນາທີ ສໍາລັບຄົນສີ່ຄົນ ພ້ອມດ້ວຍເຄື່ອງມືໄຟຟ້າ ຮວມທັງເລື່ອຍໂສ້ ເພື່ອເຮັດການໂຈຣະກັມ ທີ່ກ້າຫານທີ່ສຸດ ໃນປວັດສາດ ສມັຍໃຫມ່.
ການລັກເອົາມົງກຸດ ທີ່ມີຊື່ສຽງ ເປັນພາບທີ່ເຮັດໃຫ້ຄຶດເຖິງ ອາດຊະຍາກັມ ໃນພາບພະຍົນ-ແລະມັນໄດ້ເປັນຂ່າວດັງໄປທົ່ວໂລກ.
ມັນເປັນຂ່າວ ໃນພາສາອີຕາລຽນ:
"ການປຸ້ນຄັ້ງໃຫຍ່ທີ່ the Louvre ໃນ Paris ຂະໂມຍ..."
ໃນພາສາອັງກິດ: "ເຂົ້າໄປປະມານເກົ້າໂມງເຄິ່ງເຊົ້ານີ້.."
ພາສາເຢັຍລະມັນ: "ພິພິດທະພັນ the Louvre ໃນ Paris, ຫໍພິພິດທະພັນ ທີ່ມີຜູ້ມາຢ້ຽມຢາມ ຫລາຍທີ່ສຸດໃນໂລກ."
ໃນຫ້ອງທີ່ມີຜູ້ຄົນຢ່າງຫລວງຫລາຍ ໃນທ້າຍອາທິດ ທີ່ພິພິດທະພັນ the Louvre ໃນ Paris, ຫໍພິພິດທະພັນ ທີ່ເປັນບ່ອນສະແດງຮູບ ຂອງ Mona Lisa ນໍາອີກ, ມີລາຍງານວ່າ ໂຈນໄດ້ເຂົ້າມາທາງປ່ອງຢ້ຽມ.
ອາດຊະຍາກັມນີ້ ຖືກເຫັນໄດ້ຢ່າງແຈ່ມແຈ້ງ ໃນວິດີໂອທາງໂທຣະສັບມືຖື ທີ່ຜູ້ເຂົ້າຊົມ the Louvre ໄດ້ຖ່າຍໄວ້.
ພາບໄດ້ບັນທຶກຊາຍຄົນຫນຶ່ງ ນຸ່ງເສື້ອສີເຫລືອງ ໄດ້ຕັດເຂົ້າໄປໃນຕູ້ແກ້ວ ທີ່ຄອບວັດຖຸສະສົມ ຂອງສັດຕະວັດທີ 19 ຂອງ Napoleon ແລະ Empress Eugenie.
Rachida Dati ຣັຖມົນຕີ ກະຊວງວັດທະນະທັມຝຣັ່ງ ກ່າວວ່າ ມັນເປັນການດຳເນີນການ ທີ່ວ່ອງໄວຫລາຍ.
"ພວກເຮົາໄດ້ມາທັນທີ, ສອງສາມນາທີ ຫລັງຈາກພວກເຮົາໄດ້ຮັບຂໍ້ມູນ ກ່ຽວກັບການປຸ້ນຄັ້ງນີ້. ຕາມຄວາມຈິງແລ້ວ, ການປຸ້ນຄັ້ງນີ້ ໃຊ້ເວລາເກືອບສີ່ນາທີ-ມັນໄວຫລາຍ. ເຮົາຕ້ອງເວົ້າວ່າ ເຂົາເຈົ້າເປັນຜູ້ຊ່ຽວຊານ. ທຸກມື້ ນີ້ອົງກອນອາດຊະຍາກັມ ເຈາະຈົງໃສ່ວັດຖຸສິນລະປະ, ແລະແນ່ນອນວ່າ ພິພິດທະພັນ ໄດ້ຕົກເປັນເປົ້າຫມາຍ, ເພາະປະເທດຝຣັ່ງ, ດັ່ງທີ່ທ່ານຮູ້, ເປັນປະເທດທີ່ມີມໍລະດົກ ທາງປວັດສາດ ທີ່ມີຄຸນຄ່າມະຫາສານ."
ວັດຖຸແປດອັນ ໄດ້ຖືກລັກໄປ, ຮວມທັງສາຍຄໍມໍຣະກົດ ແລະເພັດ ທີ່ Napoleon ໄດ້ມອບໃຫ້ Marie Louise ພັນລະຍາຂອງລາວ, ແລະມົງກຸດໃນສັດຕະວັດທີ 19 ຂອງ Empress Eugenie, ພັນລະຍາຂອງ Napoleon ທີສາມ.
ຕໍາຫລວດ ໄດ້ພົບມົງກຸດທີ່ໄດ້ຮັບຄວາມເສັຍຫາຍ ໃນບໍຣິເວນໃກ້ຄຽງ, ແຕ່ໂຈນໄດ້ຫຼົບຫນີດ້ວຍຣົດຈັກ.
ສໍາລັບພະຍານ, ນີ້ຄືກັນກັບພາບພະຍົນຈາກ Hollywood-ແລະຜູ້ມາທ່ຽວຊົມ ກໍປລາດໃຈຄືກັນ.
"ຂ້ອຍເວົ້າໄດ້ວ່າ ຂ້ອຍບໍ່ເຊື່ອວ່າສິ່ງນີ້ໄດ້ເກີດຂຶ້ນ, ພວກເຮົາວ່າຈະໄປມື້ອື່ນ ແລະມັນຈະເປີດບໍ່? ແລະນາງໄດ້ເວົ້າວ່າ-ເຈົ້າໄດ້ອ່ານຂ່າວນັ້ນແລ້ວບໍ່?"
"ແມ່ນແລ້ວ, ພວກເຮົາຢາກເກັບຫນັງສືພິມນັ້ນ ໄວ້ເປັນທີ່ລະນຶກ."
ຂນະນີ້ ເຈົ້າໜ້າທີ່ສືບສວນຫົກສິບຄົນ ກໍາລັງຊອກຫາຜູ້ຕ້ອງສົງສັຍສີ່ຄົນ.
ປະທານາທິບໍດີຝຣັ່ງ, Emmanuel Macron, ໄດ້ລົງຂໍ້ຄວາມ ໃນສື່ສານມວນຊົນ, ໂດຍກ່າວວ່າ ກໍາລັງເຮັດທຸກວິທີທາງ ເພື່ອຊອກຫາຜູ້ທີ່ຢູ່ເບື້ອງຫລັງ ການໂຈຣະກັມນີ້.
"ການໂຈຣະກັມທີ່ the Louvre ເປັນການໂຈມຕີມໍຣະດົກ ທີ່ເຮົາຫວງແຫນ ເພາະມັນຄືປວັດສາດຂອງເຮົາ. ພວກເຮົາຈະຟື້ນຟູຜົນງານ ແລະຜູ້ກະທຳຜິດ ຈະຖືກນໍາມາສູ່ຂະບວນການຍຸດຕິທັມ. ເຮົາກໍາລັງເຮັດທຸກຢ່າງ ແລະທຸກທີ່ ເພື່ອບັນລຸສິ່ງນີ້, ພາຍໃຕ້ການນໍາພາຂອງສຳນັກງານອັຍການ Paris."
ອັຍການ Laure Beccuau ກ່າວວ່າ ພະນັກງານສືບສວນ ມີຂໍ້ມູນຢູ່ແລ້ວ.
"ບໍ່ວ່າ ຈະໄດ້ຮັບມອບຫມາຍຈາກຜູ້ສະສົມ, ໃນກໍຣະນີນີ້, ຖ້າເຮົາລະບຸຕົວຜູ້ສະສົມຄົນນີ້ ແລະຜູ້ມອບຫມາຍຄົນນີ້, ເຮົາຈະພົບວ່າ ເຄື່ອງປະດັບ ຢູ່ໃນສະພາບດີ. ຫລື, ດັ່ງທີ່ເຮົາເຫັນໃນໂອກາດຕ່າງໆ, ມັນໄດ້ຖືກມອບຫມາຍ ໂດຍຜູ້ຄົນທີ່ເຫັນພຽງແຕ່ ເພັດພອຍເຫລົ່ານີ້ ເປັນພຽງຫີນ ແລະໄຂ່ມຸກ ແລະວັດຖຸ, ໂລຫະທີ່ຫາຍາກ ທີ່ມັນຖືກສ້າງຂຶ້ນ."
ຄົນອື່ນໆ, ຮວມທັງພະນັກງານຂອງ the Louvre ແລະເລຂາຂອງສະຫະພາບວັດທະນະທັມແຫ່ງຊາດ, Elise Muller, ບໍ່ສົນໃຈວ່າຈະແມ່ນ 'ໃຜ' ແຕ່ວ່າ 'ດ້ວຍວິທີໃດ' ຫລາຍກວ່າ.
"ພະນັກງານຂອງ the Louvre, ຮວມທັງຂ້າພະເຈົ້າ, ທັງໂສກເສົ້າ ແລະໃຈຮ້າຍຫລາຍ ກ່ຽວກັບສິ່ງທີ່ເກີດຂຶ້ນໃນມື້ນີ້. ໂສກເສົ້າຫລາຍ ເພາະເຫັນໄດ້ຢ່າງຊັດແຈ້ງວ່າ ມັນເປັນໜ້າທີ່ຂອງເຮົາ ທີ່ຈະປົກປ້ອງອາຄານນີ້, ສະຖາບັນນີ້, ຂອງສະສົມໃນທີ່ນີ້ ແລະສາທາຣະນະຊົນທີ່ມາຢ້ຽມຊົມ. ແລະຕາມຈິງແລ້ວ, ມື້ນີ້, ມັນບໍ່ໄດ້ຮັບການປົກປ້ອງ ດັ່ງທີ່ພວກເຮົາຕ້ອງການ."
ມັນເປັນຫນຶ່ງໃນການປຸ້ນ ທີ່ແນໃສ່ພິພິດທະພັນຂອງຝຣັ່ງ ໃນຫລາຍເດືອນຜ່ານມາ.
ມັນເກີດຂຶ້ນບໍ່ດົນ ຫລັງຈາກສະຖານທີ່ແຫ່ງນີ້ ໄດ້ຖືກປິດໃນລະດູຮ້ອນຂອງຢູໂຣບ, ໂດຍທີ່ພະນັກງານ ເປັນຫ່ວງກ່ຽວກັບ ຈໍານວນຜູ້ມາຢ້ຽມຊົມ ຢ່າງຫລວງຫລາຍ ແລະຄວາມສາມາດຂອງເຂົາເຈົ້າ ທີ່ຈະປະຕິບັດວຽກງານ ໃນສະພາບທີ່ຫຍຸ້ງຍາກຫລາຍຂຶ້ນ.
Jennifer Keane ຜູ້ມາຢ້ຽມຊົມຄົນໜຶ່ງ ບອກກັບ Channel 9 ວ່າບັນຫານັ້ນເປັນທີ່ຮູ້ຈັກກັນທົ່ວໄປ.
"ຂ້າພະເຈົ້າຮູ້ວ່າ the Louvre ໄດ້ຂໍຮ້ອງໃຫ້ມີເງິນທຶນ ແລະວຽກງານເພີ່ມເຕີມ ເພື່ອປັບປຸງຄວາມປອດພັຍ ແລະສິ່ງອຳນວຍຄວາມສະດວກ ຂອງເຂົາເຈົ້າ. ສະນັ້ນ, ຂ້າພະເຈົ້າຄິດວ່າ ທ່ານຮູ້ວ່າ ມັນສະແດງໃຫ້ເຫັນວ່າ ສິ່ງຕ່າງໆສາມາດເກີດຂຶ້ນໄດ້, ແມ່ນແຕ່ໃນສະຖານທີ່ເຊັ່ນນີ້."
ລາຍງານໂດຍ Camille Bianchi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao