ໄຟຟ້າຟຣີ... ມີແທ້ຫຼືບໍ່ໃນ ອອສເຕຣເລັຍ?

ELECTRICITY STOCK QUEENSLAND

ແຜງແສງຕາເວັນ (Solar panels ) ຢູ່ເທິງຫລັງຄາເຮືອນ. Credit: JONO SEARLE/AAPIMAGE

ຊາວອອສເຕຣເລັຍ ໃນສາມຣັດ ຈະໄດ້ຮັບໄຟຟ້າຟຣີສາມຊົ່ວໂມງ ໃນຕອນກາງເວັນ, ພາຍໃຕ້ໂຄງການ ແບ່ງປັນພະລັງງານງານແສງອາທິດ ຢ່າງຫລວງຫລາຍ ທີ່ເກັບກ່ຽວໃນເວລາທີ່ບໍ່ແມ່ນຊົ່ວໂມງທີ່ມີຄວາມຕ້ອງການສູງ. ແຜນນັ້ນ ໄດ້ຮັບການຕ້ອນຮັບ ໂດຍກຸ່ມສະພາບແວດລ້ອມ, ແຕ່ບາງຄົນ ໃນຝ່າຍຄ້ານບໍ່ປະທັບໃຈ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ໄຟຟ້າຟຣີ... ມີແທ້ຫຼືບໍ່ໃນ ອອສເຕຣເລັຍ?

ຊາວ ໃນສາມຣັດ ຈະໄດ້ຮັບໄຟຟ້າຟຣີສາມຊົ່ວໂມງ ໃນຕອນກາງເວັນ, ພາຍໃຕ້ໂຄງການ ແບ່ງປັນພະລັງງານງານແສງອາທິດ ຢ່າງຫລວງຫລາຍ ທີ່ເກັບກ່ຽວໃນເວລາທີ່ບໍ່ແມ່ນຊົ່ວໂມງທີ່ມີຄວາມຕ້ອງການສູງ.

ແຜນນັ້ນ ໄດ້ຮັບການຕ້ອນຮັບ ໂດຍກຸ່ມສະພາບແວດລ້ອມ, ແຕ່ດັ່ງທີ່ Edwina Guinan ລາຍງານ, ບາງຄົນໃນຝ່າຍຄ້ານບໍ່ປະທັບໃຈ.

ໃນປະເທດທີ່ມີແສງແດດຢ່າງຫລວງຫລາຍ, ຣັຖບານກ່າວວ່າ ການແບ່ງປັນພະລັງງານດວງຕາເວັນນັ້ນ ມີເຫດຜົນ.

"ພວກເຮົາເປັນປະເທດທີ່ມີແສງແດດຫຼາຍ, ພວກເຮົາມີເຮືອນ 4.2 ລ້ານຫລັງ ທີ່ມີແຜງແສງຕາເວັນ (Solar panels ) ຢູ່ເທິງຫລັງຄາ. ນັ້ນຫມາຍຄວາມວ່າ ເຮົາມີໄຟຟ້າຢ່າງຫລວງຫລາຍໃນຕອນກາງເວັນ ແລະສ່ວນຫລາຍແລ້ວ ລາຄາໄຟຟ້າຈະຕົກລົງໃນຕອນກາງເວັນ, ບໍຣິສັດພະລັງງານ ບໍ່ໄດ້ຈ່າຍຄ່າພະລັງງານ ທີ່ເຂົາເຈົ້າຈະຈັດຫາ ໃນຕອນກາງເວັນ."

ນັ້ນຄື Chris Bowen ຣັຖມົນຕີກະຊວງ Climate Change ທີ່ປະກາດໂຄງການ Solar Sharer ໃຫມ່ ໃນສາມຣັດພາກຕາເວັນອອກ.

ໂຄງການນີ້ ກຳໜົດໃຫ້ບໍຣິສັດພະລັງງານງານ ສເນີພະລັງງານແສງອາທິດ ຢ່າງຫນ້ອຍສາມຊົ່ວໂມງ ໃຫ້ຄອບຄົວໃນຕອນກາງເວັນ, ຕອນທີ່ການຜລິດພະລັງງານແສງອາທິດສູງທີ່ສຸດ.

Chris Bowen ກ່າວວ່າ ແມ່ນແຕ່ລູກຄ້າທີ່ບໍ່ມີແຜງແສງຕາເວັນ (Solar panels), ຜູ້ທີ່ຢູ່ໃນ Apartments ແລະຜູ້ທີ່ເຊົ່າເຮືອນກໍ ສາມາດໄດ້ຮັບຜົນປໂຍດ.

"ມັນເປັນບາດກ້າວທີ່ສຳຄັນ, ເປັນການພັດທະນາທາງວັດຖຸ, ເປັນເວລາທີ່ຈະພັດທະນາໂອກາດ ໃຫ້ຜູ້ຄົນຫລຸດຜ່ອນຄ່າໃຊ້ຈ່າຍຂອງເຂົາເຈົ້າ ແລະໃຫ້ເຂົາເຈົ້າ ຄວບຄຸມການໃຊ້ພະລັງງານຂອງຕົນເອງ ເພື່ອວ່າເຂົາເຈົ້າ ຈະສາມາດຈັດການກັບການໃຊ້ພະລັງງານຂອງເຂົາເຈົ້າ ເພື່ອໃຫ້ຜົນປໂຍດທີ່ດີທີ່ສຸດແກ່ເຂົາເຈົ້າ, ບໍ່ແມ່ນຜົນປໂຍດທີ່ດີທີ່ສຸດ ຂອງບໍຣິສັດພະລັງງານ."

ໂຄງການນີ້ ຈະຖືກສເນີໃຫ້ຜູ້ບໍຣິໂພກ ໃນ New South Wales, South Australia ແລະ Southeast Queensland ຈາກກາງປີ 2026, ພ້ອມດ້ວຍການຕົກລົງ ທີ່ຈະຂຍາຍອອກໄປຫາຣັດອື່ນໆ ໃນປີ 2027.

ລູກຄ້າ ເລືອກທີ່ຈະຮັບຂໍ້ຕົກລົງນັ້ນ ຕ້ອງມີເຄື່ອງແທກSmart meter, ແລະຈະໄດ້ຮັບປໂຍດ ໂດຍການປ່ຽນການໃຊ້ເຄື່ອງໄຟຟ້າ ເຊັ່ນເຄື່ອງລ້າງຈານ ແລະເຄື່ອງຊັກເຄື່ອງ ໃນຕອນກາງເວັນ.

ນັ້ນໄດ້ເຮັດໃຫ້ Matt Canavan ສະມາຊິກສະພາສູງພັກ Nationals ເຕືອນວ່າ ລູກຄ້າຍັງຈະຕ້ອງຈ່າຍ ຄ່າພະລັງງານໃນເວລາອື່ນ.

"ພວກເຮົາ ບໍ່ໄດ້ຮັບພະລັງງານຟຣີ. ພວກເຮົາກໍາລັງໄດ້ຮັບພະລັງງານ ທີ່ມີລາຄາແພງຂຶ້ນ. ເພາະວ່າ ທ່ານຈະໄດ້ຮັບຂໍ້ຕົກລົງນີ້ ຖ້າຫາກທ່ານໃຊ້ເຄື່ອງແທກ Smart meter ແລະເຄື່ອງແທກ Smart meter ເຫລົ່ານີ້ ຈະເຮັດໃຫ້ທ່ານ ໃຊ້ພະລັງງານລາຄາທີ່ຕ່ຳກວ່າ ໃນຊ່ວງໜຶ່ງຂອງມື້, ແຕ່ໃນສ່ວນອື່ນໆຂອງມື້, ເມື່ອທ່ານຢາກໃຊ້ເຄື່ອງປັບອາກາດ ເມື່ອທ່ານກັບມາຈາກທໍາງານ ແລະຕ້ອງເປີດໄຟ, ທ່ານຈະຈ່າຍເງິນຫລາຍຂຶ້ນກວ່ານັ້ນ."

Francis Vierboom, CEO ຂອງ Rewiring Australia ອົງກອນທີ່ບໍ່ສແວງຜົນກຳໄລ, ກ່າວວ່າ ມັນບໍ່ເປັນຄວາມຈິງ.

"ມີຫລາຍວິທີ ທີ່ທ່ານອາດຈະໄດ້ຮັບປໂຍດ ຈາກສ່ວນຫລຸດນີ້. ມັນອາດເປັນເຊັ່ນນັ້ນ ຖ້າຫາກທ່ານມີສູບສະນ້ຳ ທີ່ທ່ານສາມາດໃຊ້ໄດ້. ອາດເປັນໄປໄດ້ ຖ້າຫາກທ່ານມີຣົດທີ່ທ່ານສາກໄຟ, ມັນອາດເປັນວ່າ ໃນມື້ທີ່ຮ້ອນອົບເອົ້າ ທ່ານຈະໄດ້ຮັບປໂຍດ ຈາກການໃຊ້ເຄື່ອງປັບອາກາດຢ່າງແຮງ ເປັນເວລາສາມຊົ່ວໂມງ ເພື່ອເຮັດໃຫ້ເຮືອນຂອງທ່ານເຢັນລົງ."

ການວິເຄາະ ຈາກກະຊວງພະລັງງານ ສະແດງໃຫ້ເຫັນວ່າ ຄອບຄົວຄົນດຽວ ສາມາດທ້ອນເງິນໄດ້ເກົ້າເປີເຊັນ, ໂດຍການໃຊ້ພຽງແຕ່ 10 ເປີເຊັນຂອງພະລັງງານ.... ຊ່ວງເວລາຂອງພະລັງງານຟຣີ.

ຍິ່ງໄປກວ່ານັ້ນ, Francis Vierboom ກ່າວວ່າ, ລະບົບນີ້ ຈະມີຜົນກະທົບ ຕໍ່ຕລາດພະລັງງານທັງຫມົດ.

"ແທ້ຈິງແລ້ວ ມັນຈະເຮັດໃຫ້ລະບົບທັງຫມົດ ມີລາຄາຖືກກວ່າ ຖ້າຫາກເຮົາປ່ຽນຄວາມຕ້ອງການ ຢ່າງຫລວງຫລາຍໄປຫາຕອນກາງເວັນ. ນັ້ນຫມາຍຄວາມວ່າ ເຮົາຕ້ອງຈ່າຍເງິນຫນ້ອຍລົງ ສໍາລັບໂຮງງານໄຟຟ້າທັງຫມົດ ທີ່ຜລິດໄຟຟ້າ. ເຮົາບໍ່ຈໍາເປັນ ຕ້ອງເຜົາຖ່ານຫີນ, ເຮົາບໍ່ຈໍາເປັນ ຕ້ອງສ້າງໂຮງງານໄຟຟ້າເພີ່ມເຕີມ. ດັ່ງນັ້ນ ການຜລິດພະລັງງານ ຈຶ່ງມີລາຄາຖືກກວ່າ, ແຕ່ສິ່ງສໍາຄັນອີກຢ່າງຫນຶ່ງ, ມັນກະຈາຍຄວາມຕ້ອງການອອກໄປໄດ້ດີກວ່າ ໃນເຄືອຂ່າຍ ແລະນັ້ນຫມາຍຄວາມວ່າ ຄວາມຕ້ອງການໃນຕອນແລງ ຈະຕ່ຳກວ່າ ຖ້າຜູ້ຄົນໃຊ້ພະລັງງານຫຼາຍຂຶ້ນກ່ອນຫນ້ານີ້."

Clare Savage ເປັນຫົວຫນ້າຂອງອົງການ the Australian Energy Regulator, ຊຶ່ງທໍາງານ ເພື່ອປົກປ້ອງຜົນປໂຍດຂອງຜູ້ບໍຣິໂພກ.

ນາງຍັງເວົ້າອີກວ່າ ການປ່ຽນແປງ ສາມາດຊ່ອຍຕອບສນອງຄວາມຕ້ອງການສູງສຸດ ໃນເຄືອຂ່າຍພະລັງງານຂອງອອສເຕຣເລັຍ.

ແຕ່ສະພາພະລັງງານຂອງອອສເຕຣເລັຍ (the Australian Energy Council), ຊຶ່ງເປັນຕົວແທນໃຫ້ແກ່ຜູ້ຂາຍຍ່ອຍ ກ່າວວ່າ ເຂົາເຈົ້າຜິດຫວັງ ທີ່ຣັຖບານບໍ່ໄດ້ປຶກສາຫາລືກັບເຂົາເຈົ້າ ກ່ຽວກັບແຜນດັງກ່າວ.

ຣັຖບານຫວັງວ່າ ການເຄື່ອນໄຫວນັ້ນ-ຊຶ່ງມີຈຸດປະສົງ ທີ່ຈະຫລຸດຜ່ອນການເພິ່ງພາພະລັງງານ ທີ່ຜລິດຈາກຖ່ານຫີນ-ຈະຊ່ອຍໃຫ້ມັນບັນລຸເປົ້າຫມາຍ ຂອງພະລັງງານໄຟຟ້າ ທີ່ນຳໃຊ້ໃຫມ່ (Renewable Electricity) 82 ເປີເຊັນ ໃນປີ 2030, ແລະເປົ້າຫມາຍ ທີ່ຈະບັນລຸການຫລຸດຜ່ອນການປ່ອຍແກັສ Greenhouse ພາຍໃນປີ 2050.

ນັ້ນຄືເປົ້າຫມາຍ ທີ່ພັກ the National Party ໄດ້ຍົກເລີກແລ້ວ ໂດຍທີ່ບັດນີ້ ພັກ Liberal Party ກໍາລັງໂຕ້ຖຽງກັນວ່າ ຄວນປະຖິ້ມນະໂຍບາຍນີ້ຄືກັນຫລືບໍ່.

ລາຍງານໂດຍ  Edwina Guinan ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service