ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຜົນກະທົບຂອງການຕິດພະນັນ.
ອອສເຕຣເລັຍ ຈຳນວນຫລາຍຂຶ້ນ ທີ່ກໍາລັງໄດ້ຮັບອັນຕະຣາຍ ຈາກການຫລິ້ນພະນັນ, ອີງຕາມການຄົ້ນຄວ້າໃຫມ່.
ການສຶກສາ ເນັ້ນເຖິງຄວາມກ່ຽວຂ້ອງ ລະຫວ່າງບັນຫາການພະນັນ ກັບຄວາມຮຸນແຮງໃນຄອບຄົວ, ການຂ້າຕົວຕາຍ ແລະຄວາມຫຍຸ້ງຍາກທາງດ້ານການເງິນ, ໂດຍຊາວອອສເຕຣເລັຍ ຫຼາຍກວ່າ 3 ລ້ານຄົນ ໄດ້ຮັບຜົນກະທົບ.
Peggy Giakoumelos ລາຍງານ.
ຜູ້ໃຫຍ່ຫລາຍກວ່າສາມລ້ານຄົນ ໃນອອສເຕຣເລັຍ ໄດ້ປະສົບກັບຄວາມເສັຍຫາຍ ຈາກການຫລິ້ນພະນັນ ໃນປີທີ່ຜ່ານມາ, ໂດຍທີ່ ການມີສ່ວນຮ່ວມເພີ່ມຂຶ້ນ ແລະນັກຫລິ້ນພະນັນ ໄດ້ສູນເສັຍເງິນຢ່າງຫລວງຫລາຍ.
ການສຶກສາ ເກືອບ 4000 ຄົນ ໂດຍສູນຄົ້ນຄວ້າ ການພະນັນອອສເຕຣເລັຍ (the Australian Gambling Research Centre) ທີ່ສະຖາບັນ ການສຶກສາຄອບຄົວອອສເຕຣເລັຍ (the Australian Institute of Family Studies) ພົບວ່າ 65 ເປີເຊັນ ໄດ້ຫຼິ້ນການພະນັນ ຢ່າງຫນ້ອຍຫນຶ່ງເທື່ອ ໃນປີທີ່ຜ່ານມາ.
ຫລາຍກວ່າ 30 ເປີເຊັນກ່າວວ່າ ເຂົາເຈົ້າໄດ້ຫລິ້ນພະນັນ ຢ່າງຫນ້ອຍທຸກເດືອນ.
ຫວຍ (Lottery) ເປັນກິດຈະກັມທີ່ພົບເລື້ອຍທີ່ສຸດ, ຕິດຕາມດ້ວຍປີ້ຂູດ (Scratch Tickets), Poker, ພະນັນການແຂ່ງມ້າ ແລະການພະນັນກິລາ.
ຜູ້ຊາຍ ມີທ່າອ່ຽງທີ່ຈະຫຼິ້ນການພະນັນເປັນປະຈໍາ ຫຼາຍກວ່າຜູ້ຍິງ ແລະຍັງມີທ່າອ່ຽງ ທີ່ຈະມີສ່ວນຮ່ວມໃນຮູບແບບທີ່ສ່ຽງກວ່າ ເຊັ່ນການພະນັນການແຂ່ງມ້າ ແລະການພະນັນກິລາ.
ຜູ້ໃຫຍ່ ປະມານ 3.1 ລ້ານຄົນ ໄດ້ປະສົບກັບຄວາມເສັຍຫາຍ ເຊັ່ນຄວາມຮູ້ສຶກຜິດ ແລະກົດດັນ ກ່ຽວກັບການຫລິ້ນພະນັນ, ຢືມເງິນ ຫລືຂາຍສິ່ງຂອງ ເພື່ອໃຊ້ໃນການພະນັນ ຫລືຢ້ອນກັບໄປຫາອີກມື້ໜ້າ ເພື່ອພະຍາຍາມເອົາຊນະເງິນທີ່ສູນເສັຍ ໄປກັບຄືນມາ.
Dr Gabriel Tillman ຈາກສູນຄົ້ນຄວ້າ ການພະນັນອອສເຕຣເລັຍ (the Australian Gambling Research Centre) ກ່າວວ່າ ຜູ້ຄົນຈໍານວນຫລາຍ ທີ່ຖືກຈັດວ່າ ເປັນນັກຫລິ້ນພະນັນ ທີ່ມີບັນຫາ, ສ່ວນຫລາຍ ຈະມີຄວາມຄິດທີ່ຈະທໍາຮ້າຍຕົນເອງ.
"ຖ້າເຮົາກໍາລັງເວົ້າເຖິງ ນັກຫລິ້ນພະນັນທີ່ມີຄວາມສ່ຽງສູງ, ນັ້ນແມ່ນປະມານ 550,000 ຄົນ. ແລະສະນັ້ນ ໃນຈໍານວນຄົນເຫລົ່ານັ້ນ, 16 ເປີເຊັນ ກໍາລັງປະສົບກັບຄວາມຄິດທີ່ຈະຂ້າຕົວຕາຍ, ແລະນັ້ນຄື ຈຳນວນທີ່ເຮົາກໍາລັງເວົ້າເຖິງ. ນັ້ນຫມາຍຄວາມວ່າ ເຂົາເຈົ້າຈະບໍ່ມີອາຫານ, ຂາດເງິນ, ຢືມເງິນ."
ຊາວອອສເຕຣເລັຍ ໄດ້ສູນເສັຍເງິນ 32 ພັນລ້ານໂດລາ ຈາກການຫລິ້ນພະນັນ ທີ່ຖືກຕ້ອງຕາມກົດຫມາຍທຸກປີ, ຊຶ່ງເປັນການສູນເສັຍ ຫລາຍທີ່ສຸດ ຕໍ່ຄົນໃນໂລກ.
ເກືອບ 20 ເປີເຊັນ ຂອງຄົນທີ່ຄູ່ຄອງຂອງເຂົາເຈົ້າ ຫລິ້ນພະນັນ ທຸກອາທິດ ຫລືເລື້ອຍກວ່ານັ້ນ ໄດ້ລາຍງານ ເຖິງປະສົບການຂອງຄວາມຮຸນແຮງຂອງຄູ່ຄອງ, ເມື່ອປຽບທຽບ ໃສ່ກັບເຈັດເປີເຊັນ ຂອງຄົນທີ່ຄູ່ຄອງ ບໍ່ຫລິ້ນພະນັນ.
ຄົນຫນຸ່ມ ຖືກພົບວ່າ ໄດ້ຮັບຜົນກະທົບເປັນພິເສດ, ໂດຍຜູ້ທີ່ມີອາຍຸ 18ເຖິງ 24 ປີທີ່ ຫລິ້ນພະນັນເປັນປະຈໍາ ຈະສ່ຽງຕໍ່ຄວາມເສັຍຫາຍ ເກືອບເຖິງສອງເທົ່າ ເມື່ອປຽບທຽບ ໃສ່ກັບກຸ່ມທີ່ມີອາຍຸສູງກວ່າ.
Dr Charles Livingstone ຈາກມະຫາວິທະຍາໄລ Monash ສຶກສາແນວໂນ້ມ ການພະນັນ ໃນປະເທດອອສເຕຣເລັຍ.
"ຂ້າພະເຈົ້າຫມາຍເຖິງ, ບັນຫາຢ່າງຫນຶ່ງ ທີ່ຄົນຫນຸ່ມປະສົບ. ຂ້າພະເຈົ້າຢາກເວົ້າວ່າ ໃນປວັດສາດ ບໍ່ມີໃຜທີ່ໃຫຍ່ມາ ໃນສະພາບແວດລ້ອມ ທີ່ເຂົາເຈົ້າ ຖືກໂຈມຕີຕລອດເວລາ ດ້ວຍການສົ່ງເສີມການຫລິ້ນພະນັນ ກ່ຽວກັບກິລາ, ກ່ຽວກັບກິດຈະກັມທັມມະດາ. ທ່ານບໍ່ສາມາດ ໄປເບິ່ງເກມເຕະບານໂດຍບໍ່ຖືກໂຈມຕີດ້ວຍການສົ່ງເສີມການຫລິ້ນພະນັນ. ສະນັ້ນ, ສິ່ງທີ່ເຮົາມີ ຄືການທົດລອງທາງສັງຄົມທີ່ຮ້າຍກາດ ບ່ອນທີ່ຄົນຫນຸ່ມ ຖືກໂຈມຕີດ້ວຍການໂຄສະນາເລື່ອງການພະນັນ ຕັ້ງແຕ່ອາຍຸນ້ອຍ, ແລະເຮົາຄາດວ່າ ມັນຈະອອກມາດ້ວຍດີຊັ້ນບໍ່?"
ໃນບັນດາຊາວພື້ນເມືອງອອສເຕຣເລັຍ, 27 ເປີເຊັນ ລາຍງານວ່າ ໄດ້ຮັບຄວາມເສັຍຫາຍ ຈາກການຫລິ້ນພະນັນ, ຊຶ່ງເກືອບເຖິງສອງເທົ່າ ຂອງຈໍານວນຄົນ ທີ່ບໍ່ແມ່ນຊາວພື້ນເມືອງ.
Dr Livingstone ກ່າວວ່າ ເຖິງແມ່ນວ່າ ຜູ້ຄົນທີ່ມາຈາກພື້ນຖານ ທີ່ບໍ່ເວົ້າພາສາອັງກິດ ຈະບໍ່ຫລິ້ນພະນັນ ໃນອັດຕາດຽວກັນກັບຄົນທົ່ວໄປ, ແຕ່ເມື່ອເຂົາເຈົ້າຫລິ້ນພະນັນ ເຂົາເຈົ້າມັກຈະພັດທະນາ ການເສບຕິດ ໄດ້ງ່າຍກວ່າ ຜູ້ຄົນທີ່ມາຈາກຊຸມຊົນທົ່ວໄປ ຂອງອອສເຕຣເລັຍ.
ຊາຍຄົນນີ້, ຕ້ອງການປິດບັງຕົວຕົນຂອງລາວ ເປັນຄົນຫນຶ່ງໃນຫລາຍຄົນ ທີ່ໄດ້ສູນເສັຍຄອບຄົວ, ບ້ານເຮືອນ ແລະການດຳຣົງຊີວິດ ຫລັງຈາກຍອມຈຳນົນ ຕໍ່ການຕິດ Pokie.
ລາວບອກກັບ SBS Arabic ວ່າ ລາວໄດ້ພະຍາຍາມຢຸດຫລາຍເທື່ອ.
"ຂ້ອຍເຮັດບໍ່ໄດ້. ຂ້ອຍບໍ່ໄດ້ຢຸດ ເພາະເມື່ອຂ້ອຍເຫັນຢູ່ໃນຖົງຂອງຂ້ອຍ,ບາງທີອາດເປັນ $10, $20, $30, ຂ້ອຍຈະໄປຫລິ້ນ. ຂ້ອຍໄປຫລິ້ນ ແລະເມື່ອຂ້ອຍສູນເສັຍມັນໄປ ແລະຂ້ອຍກໍໃຈຮ້າຍຫລາຍ. ຫລາຍເທື່ອ….ຫລາຍໆເທື່ອ. ເມື່ອຂ້ອຍໄປ Club, ເມື່ອຂ້ອຍກັບມາ, ຂ້ອຍເວົ້າສເມີວ່າ, ໂອ້, ນີ້ເປັນເທື່ອສຸດທ້າຍ ທີ່ຂ້ອຍຈະໄປ ເພາະຂ້ອຍບໍ່ຢາກສູນເສັຍເງິນໄປທັນທີ. ເທື່ອຕໍ່ໄປຂ້ອຍກໍຈະໄປອີກ, ເມື່ອຂ້ອຍມີເງິນຫລາຍກວ່າເກົ່າ. ຂໍໂທດນີ້ເປັນບັນຫາ.. ນີ້ຄືບັນຫາຂອງຂ້ອຍ."
ແລ້ວເປັນຫຍັງ ຜູ້ຄົນຈຶ່ງຫລິ້ນການພະນັນ?
ມັນອາດເປັນຮູບແບບໜຶ່ງ ຂອງການເຂົ້າສັງຄົມ, ພົບປະຄົນກຸ່ມດຽວກັນ ຢູ່ໃນ Club, ຍົກຕົວຢ່າງ.
ມັນຍັງອາດເປັນວິທີ ທີ່ຈະຮັບມືກັບບັນຫາ ຫຼືຫນີຈາກຄວາມຮູ້ສຶກຊຶມເສົ້າ ແລະຄວາມໂດດດ່ຽວ.
ການສຶກສາຫຼາຍຢ່າງ ສະແດງໃຫ້ເຫັນວ່າ ສມອງປ່ອຍສານເຄມີ Dopamine ເມື່ອນັກພະນັນຊນະ ຫຼືເກືອບຊນະ.
ແຕ່ການຄົ້ນຄວ້າ ຍັງສະແດງໃຫ້ເຫັນວ່າ ສມອງສາມາດປ່ຽນແປງ ແລະເຖິງແມ່ນວ່າມີນິສັຍນັ້ນແລ້ວກໍຕາມ ແຕ່ຜູ້ຄົນສາມາດປ່ຽນ ແລະເລີກນິສັຍນັ້ນໄດ້ ຜ່ານການປຶກສາ ແລະການບຳບັດອື່ນໆ.
Mandy Zhang ເປັນທີ່ປຶກສາທາງການເງິນ ຂອງບໍຣິການສວັດດີການ EACH.
ນາງທໍາງານກັບຊຸມຊົນຕ່າງໆ ກັນຮວມເຖິງຊຸມຊົນຊາວຈີນ.
"ຂັ້ນຕອນທໍາອິດ ຄືການເວົ້າລົມກັບບາງຄົນ ວ່າມັນເປັນບາດກ້າວນ້ອຍໆ ແຕ່ມັນເປັນຂັ້ນຕອນທີ່ຍິ່ງໃຫຍ່. ຜູ້ທີ່ທ່ານສາມາດໄວ້ໃຈໄດ້. ຫມູ່ເພື່ອນ, ສະມາຊິກໃນຄອບຄົວ, ທີ່ປຶກສາ ແມ່ນແຕ່ Helpline ຕ່າງໆເຊັ່ນ Gambler's Helpline ເປັນຕົ້ນ. ແລະເພາະທີມຂອງພວກເຮົາ ມີຜູ້ປຶກສາທີ່ແຕກຕ່າງກັນທາງວັດທະນະທັມ, ບໍ່ແມ່ນພຽງແຕ່ຈີນເທົ່ານັ້ນ. ເຂົາເຈົ້າເວົ້າພາສາອື່ນໆ ແລະພື້ນຖານທີ່ແຕກຕ່າງກັນທີ່ສາມາດຊ່ວຍໄດ້."
Ms Zhang ກ່າວວ່າ ການໃຫ້ຄໍາປຶກສາດ້ານການພະນັນ ຫລາຍຢ່າງຟຣີ ແລະເປີດໃຫ້ທຸກຄົນ.
"ແນ່ນອນວ່າ ຄຳປຶກສານັ້ນຟຣີ ແລະມັນກໍເປັນຄວາມລັບຄືກັນ. ແລະ ເມື່ອເຂົາເຈົ້າເຂົ້າມາຮັບບໍຣິການ, ເຮົາຈະປະເມີນສະພາບການຂອງເຂົາເຈົ້າ ແລະເບິ່ງວ່ າເຂົາເຈົ້າຕ້ອງໄດ້ຮັບການແນະນໍາ ໄປທີ່ບໍຣິການອື່ນ ຫລືເຂົາເຈົ້າຢາກໄດ້ຄໍາປຶກສາຕໍ່ໄປ. ພວກເຮົາມີບໍຣິການໃຫ້ຄໍາປຶກສາ ທາງດ້ານການເງິນນໍາອີກ. ພວກເຮົາມີການບໍຣິການເປັນກຸ່ມ ແລະພວກເຮົາ ສາມາດສົ່ງໄປບໍຣິການອື່ນທີ່ເຫມາະສົມ ຖ້າຫາກເຂົາເຈົ້າຕ້ອງການ. ທຸກຄົນສາມາດເຂົ້າເຖິງການບໍຣິການ, ທຸກຢ່າງຟຣີ, ປະຕູເປີດ. ທຸກຄົນສາມາດເຂົ້າເຖິງບໍຣິການໄດ້."
ຣັຖບານກາງ ຫວັງວ່າຈະໄດ້ຮັບການຕອບຮັບ ຕໍ່ການສອບສວນເລື່ອງຄວາມເສັຍຫາຍ ຂອງການຫລິ້ນພະນັນ ທີ່ສໍາຄັນ ໃນທ້າຍປີ 2025, ຫລັງຈາກການລາຍງານສຸດທ້າຍໄ ດ້ຖືກມອບໃຫ້ໂດຍ Peta Murphyອະດີດຜູ້ແທນພັກ Labor ໃນກາງປີ 2023.
ຄໍາແນະນໍາທີ່ສໍາຄັນ ແມ່ນການສັ່ງຫ້າມການໂຄສະນາ ແລະການຊັກຈູງເລື່ອງການພະນັນ.
ຄວາມພະຍາຍາມຂອງຣັຖບານ ທີ່ຈະຈັດຕັ້ງທະບຽນ ການກີດກັນຕົນເອງ ແລະຂໍ້ຈໍາກັດທີ່ກໍານົດເອງ (Self-exclusion Register and Self-imposed Limits) ບໍ່ໄດ້ຈັດການ ກັບຄວາມເປັນຈິງ ຂອງການຫລິ້ນພະນັນໃນປະຈຸບັນ.
The Alliance for Gambling Reform ສ່ວນໃຫຍ່ ຈະຕິຕຽນການໂຄສະນາ-ມັນກໍາລັງວາງແຜນ ທີ່ຈະຕໍ່ຕ້ານການໂຄສະນາ ການພະນັນໃນການແຂ່ງຂັນກິລາ AFL ຮອບຊນະເລີດໃນປີໜ້າ.
Martin Thomas ເປັນ CEO ຈາກ Alliance for Gambling Reform.
"ອັນໃດກໍຕາມ ຍັງກໍດີກວ່າສະພາບການຕອນນີ້ ເພາະວ່າ ພວກເຮົາມີການໂຄສະນາການພະນັນ 1 ລ້ານເທື່ອ ຢູ່ໃນໜ້າຈໍຂອງພວກເຮົາທຸກໆປີ ແລະມັນເປັນໄປບໍ່ໄດ້ ທີ່ຈະບໍ່ເຫັນການໂຄສະນາ ແລະມັນກໍາລັງຂັບເຄື່ອນການພະນັນ ຢ່າງຫລວງຫລາຍ, ໂດຍສະເພາະ ໃນໝູ່ເດັກນ້ອຍແລະຊາຍຫນຸ່ມອີກດ້ວຍ."
ຖ້າຫາກທ່ານຫຼືຄົນທີ່ທ່ານຮູ້ຈັກ ມີປັນຫາເລື້ອງການພະນັນ, ກະຣຸນາ ຕິດຕໍ່:
National Gambling Helpline 1800 858 858
Lifeline 13 11 14
ເນື້ອເລື່ອງໂດຍ Peggy Giakoumelos ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao