ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ສະຖານະພາບພູມອາກາດທົ່ວໂລກ.
ເຫດການ ທາງສະພາບອາກາດທີ່ຮ້າຍແຮງ ໃນເຂດພາກພື້ນຂອງເຮົາ ເຮັດໃຫ້ຊຸມຊົນ ແລະປະເທດຕ່າງໆ ຕ້ອງປະເມີນວິທີຕອບສນອງ ຕໍ່ເຫດການເຫຼົ່ານີ້.
(The World Meteorological Organisation) ໄດ້ວາງແຜນການປ່ຽນແປງເຫລົ່ານີ້ ໃນເຂດພາກພື້ນຂອງເຮົາ, ໂດຍເນັ້ນຫນັກ ເຖິງຜົນກະທົບ ທີ່ມັນມີ ບໍ່ພຽງແຕ່ຢູ່ເທິງແຜ່ນດິນເທົ່ານັ້ນ, ແຕ່ໃນມະຫາສມຸດ ໃນເຂດພາກພື້ນຂອງເຮົານໍາອີກ.
Peggy Giakoumelos ລາຍງານ.
ຜູ້ຊ່ຽວຊານ ສິບຫົກຄົນ ຈາກຄວາມຊ່ຽວຊານດ້ານຕ່າງໆ ໄດ້ມີສ່ວນຮ່ວມ ໃນລາຍງານຊື່ “ສະພາບອາກາດ ໃນເຂດປາຊີຟິກຕາເວັນຕົກສຽງໃຕ້ (State of the Climate in the South-West Pacific)” ທີ່ຈັດພິມໂດຍອົງການອຸຕຸນິຍົມໂລກ ຫຼື The World Meteorological Organisation-WMO.
WMO ເປັນໜ່ວຍງານພິເສດ ຂອງອົງການສະຫະປະຊາຊາດ ທີ່ຮັບຜິດຊອບ ໃນການແບ່ງປັນຄວາມຮູ້ທົ່ວໂລກ ກ່ຽວກັບສະຖານະພາບ ຂອງຊັ້ນບັນຍາກາດຂອງໂລກ ແລະການກ່ຽວພັນ ກັບມະຫາ ສມຸດ, ແຜ່ນດິນ ແລະພູມີອາກາດ.
ລາຍງານນີ້ ພິຈາຣະນາສະເພາະເຫດການທາງອາກາດ ໃນເຂດພາກພື້ນຂອງເຮົາ ແລະຜົນກະທົບ ຂອງເຫດການເຫຼົ່ານີ້ ຕໍ່ສຸຂະພາບ ຂອງສັງຄົມ, ລະບົບນິເວດ ແລະເສດຖະກິດ.
ການຄົ້ນພົບທີ່ສໍາຄັນຢ່າງຫນຶ່ງ ໃນລາຍງານແມ່ນວ່າ ໃນປີ 2024, ຄວາມອົບອຸ່ນ ຂອງມະຫາສມຸດ ໃນເຂດປາຊີຟິກ ຕາເວັນຕົກສຽງໃຕ້ ໄດ້ເຖິງລະດັບ ທີ່ບໍ່ເຄີຍມີມາກ່ອນ.
Blai Trewin ນັກພະຍາກອນອາກາດ ຊຶ່ງເປັນຜູ້ນຳຂອງລາຍງານນີ້ ກ່າວວ່າ:
"ອຸນຫະພູມສເລັ່ຍ ຂອງຜິວນ້ຳທະເລ ສໍາລັບເຂດພາກພື້ນໂດຍລວມ, ສູງທີ່ສຸດເປັນປວັດການ ໃນປີ 2024 ດ້ວຍອັດຕາຄວາມແຕກຕ່າງກັນຫຼາຍ ແລະສ່ວນຫນຶ່ງ ແມ່ນຍ້ອນເຫດການ El Nino ທີ່ສິ້ນສຸດໃນປີ 2024. ແຕ່ສ່ວນໃຫຍ່ ແມ່ນກ່ຽວກັບແນວໂນ້ມ ຂອງຄວາມອົບອຸ່ນ, ຊຶ່ງໃນໄລຍະ 40 ປີທີ່ຜ່ານມາ ແມ່ນ 0.13 ອົງສາ ຕໍ່ສິບປີ. ເຮົາພົບວ່າ ບາງເຂດ ມີຄວາມອົບອຸ່ນຫລາຍທີ່ສຸດໃນເຂດນັ້ນ, ໂດຍສະເພາະ ໃນສ່ວນຕ່າງໆ ຂອງທະເລ Tasman ພາກໃຕ້ ໃກ້ຝັ່ງຕາເວັນອອກ ຂອງອອສເຕຣເລັຍ ແລະໃນເຂດປາຊີຟິກໃຕ້ ຂອງ New Zealand ແຕ່ສ່ວນໃຫຍ່ ໄດ້ເຫັນອຸນຫະພູມ ຂອງຜິວນ້ຳທະເລ ທີ່ອົບອຸ່ນຍົກເວັ້ນແຕ່ບາງສ່ວນ ໃນພາກຕາເວັນອອກໄກ ຂອງເຂດນັ້ນ."
ປີທີ່ຜ່ານມາ ຍັງມີຝົນຕົກຫນັກ ແລະນໍ້າຖ້ວມທີ່ຕາມມາ, ຊຶ່ງສົ່ງຜົນກະທົບ ຕໍ່ອອສເຕຣເລັຍ, ນິວຊີແລນ, ຟີຈີ, ມາເລເຊັຍ, ອິນໂດນີເຊັຍ ແລະຟີລິບປິນສ໌.
ໃນປີ 2024, ຄວາມອົບອຸ່ນ ຂອງມະຫາສມຸດ ໃນເຂດປາຊີຟິກ ຕາເວັນຕົກສຽງໃຕ້ ໄດ້ເຖິງລະດັບ ທີ່ບໍ່ເຄີຍມີມາກ່ອນ.The World Meteorological Organisation-WMO.
ລາຍງານລະບຸວ່າ ປະຊາກອນຈໍານວນຫລວງຫລາຍ ຂອງໝູ່ເກາະປາຊີຟິກ ທີ່ອາສັຍຢູ່ໃກ້ຝັ່ງທະເລ, ເຮັດໃຫ້ລະດັບນ້ຳທະເລທີ່ສູງຂຶ້ນ ເປັນພັຍຄຸກຄາມ ຕໍ່ຊຸມຊົນເຫລົ່ານີ້.
ຄວາມຮ້ອນສູງ ຍັງສົ່ງກະທົບ ຕໍ່ສ່ວນໃຫຍ່ຂອງພູມີພາກ ໃນປີ 2024ດ້ວຍອຸນຫະພູມ ທີ່ທໍາລາຍສະຖິຕິ ຊຶ່ງເຮັດໃຫ້ນ້ຳແຂງໃນເຂດນັ້ນ ສູນເສັຍໄປຢ່າງໄວ.
Ben Churchill ເປັນຜູ້ອໍານວຍການ ຂອງສຳນັກງານ ປະຈໍາເຂດອາຊີ ແລະເຂດປາຊີຟິກ ຕາເວັນຕົກສຽງໃຕ້ ຂອງ WMO.
"ໃນປະເທດອິນໂດເນເຊັຍ ການສູນເສັຍນ້ຳແຂງ ຍັງດໍາເນີນຕໍ່ໄປຢ່າງໄວ ໃນປີ 2024. ເຮົາໄດ້ເຫັນການຫລຸດລົງ 30 ເຖິງ 50 ເປີເຊັນ ນັບແຕ່ປີ 2022. ໃນປີ 2024 ຄວາມອົບອຸ່ນ ຂອງມະຫາສມຸດ ໃນເຂດປາຊີຟິກ ຕາເວັນຕົກສຽງໃຕ້ ໄດ້ສູງເຖິງລະດັບ ທີ່ບໍ່ເຄີຍມີມາກ່ອນ. ລະດັບນ້ຳທະເລ ຍັງສູງຂຶ້ນເລື້ອຍໆ ແລະທົ່ວເຂດນັ້ນ ເກີນກວ່າລະດັບສເລັ່ຍທົ່ວໂລກ ແລະໂດຍສະເພາະ ເປັນພັຍຄຸກຄາມ ຕໍ່ໝູ່ເກາະປາຊີຟິກ. ແລະໂດຍສະເພາະ ເຄິ່ງຫນຶ່ງຂອງຈໍານວນພົນລະເມືອງ ໃນເຂດນີ້ ອາສັຍຢູ່ໃນ ໄລຍະ 500 ແມັດຈາກຝັ່ງທະເລ. ສະນັ້ນ ມັນເຮັດໃຫ້ເຂົາເຈົ້າ ຕົກຢູ່ໃນລະດັບຄວາມສ່ຽງຫລາຍກວ່າເກົ່າ, ຝົນຕົກ ແລະນ້ຳຖ້ວມ ທີ່ແຜ່ ຂຍາຍໄປທົ່ວ ໄດ້ກໍ່ໃຫ້ເກີດຜົນກະທົບ ອັນຮ້າຍແຮງ ແລະສ້າງຄວາມເສັຍຫາຍ ໃນອອສເຕຣເລັຍ, ນິວຊີແລນ ແລະປະເທດຕ່າງໆ ໃນເຂດປາຊີຟິກ ແລະໃນອາຊີຕາເວັນອອກສຽງໃຕ້ນຳອີກ."
ອອສເຕຣເລັຍ ແລະປະເທດອື່ນໆ ໃນພູມີພາກ ຕຽມພ້ອມຫລາຍປານໃດ ໃນການຄາດການ ແລະຫລຸດຜ່ອນຄວາມຮຸນແຮງ ຂອງເຫດການເຫລົ່ານີ້?
ລາຍງານລະບຸວ່າ ຟີລິບປິນສ໌ ໄດ້ມີລົມພາຍຸ 12 ຄັ້ງລະຫວ່າງເດືອນກັນຍາ-ພະຈິກ 2024.
Ben Churchill ກ່າວວ່າ ລະບົບການເຕືອນລ່ວງໜ້າ ຂອງປະເທດ ໄດ້ຊ່ອຍໃຫ້ຊຸມຊົນຕຽມພ້ອມ ແລະຮັບມືກັບພະຍຸໄດ້ດີຂຶ້ນ.
"ພວກເຮົາ ຍັງເປັນສ່ວນຫນຶ່ງ ຂອງໂຄງການສໍາຄັນ ຂອງສະຫະປະຊາຊາດ, ການເຕືອນລ່ວງໜັາ ສໍາລັບທຸກຄົນ ໃນການເປັນສ່ວນນຶ່ງຂອງຫ້ອງການ ສະຫະປະຊາຊາດ, ການຫລຸດຜ່ອນ ຄວາມສ່ຽງພັຍທັມມະຊາດ, ສະຫະພາບ ໂທຣະຄົມມະນາຄົມນາໆຊາດ (the International Telecommunication Union) ແລະ the International Federation of Red Cross and Red Crescent Societies. ແລະຂໍ້ຄວາມສໍາຄັນໃນນີ້ກໍຄືລະບົບການເຕືອນລ່ວງໜ້າທີ່ເຂັ້ມແຂງ ແລະການຕອບຮັບຂອງມັນໃນຟີລິບປິນສ໌ ດັ່ງທີ່ Blair ລະບຸໄວ້, ໄດ້ຊ່ອຍໃຫ້ຊຸມຊົນຕຽມພ້ອມ ແລະຕອບຮັບ ກັບລົມພະຍຸ ແລະລົມພະຍຸເຂດຮ້ອນ (Tropical Cyclones) ທີ່ບໍ່ເຄີຍເປັນມາກ່ອນ ຊຶ່ງຊ່ວຍປົກປ້ອງຊີວິດ ແລະໃຫ້ແນ່ໃຈວ່າ ການ ສນັບສນູນໃນເວລາທີ່ເໝາະສົມ."
ລາຍງານສະພາບອາກາດ ໃນປີ 2024 ພົບວ່າ ສະພາບອາກາດ ຂອງອອສເຕຣເລັຍ ໄດ້ອຸ່ນຂຶ້ນ ໂດຍສເລັ່ຍ 1.5 ອົງສາ ນັບແຕ່ການບັນທຶກສະຖິຕິ ຂອງປະເທດ ໄດ້ເລີ່ມຕົ້ນໃນປີ 1902.
David Karoly ສາດສະດາຈານ ກິດຕິມະສັກ ຂອງ The University of Melbourne ກໍເປັນສະມາຊິກ ສະພາຂອງສະຖາບັນ ສະພາບພູມອາກາດນໍາອີກ.
ລາວເວົ້າວ່າ ອອສເຕຣເລັຍ ມີອຸນຫະພູມສູງເປັນປວັດການ ໃນປີ 2024ແລະໃນຕົ້ນປີ 2025, ພ້ອມດ້ວຍອຸນຫະພູມສເລັ່ຍທົ່ວໂລກ ກໍສູງກວ່າ ສເລັ່ຍຄືກັນ.
"ມັນໄດ້ເຮັດໃຫ້ອາຍນ້ຳ ໃນຊັ້ນບັນຍາກາດນັ້ນ ສູງເປັນປວັດການ ແລະເຫັນໄດ້ຢ່າງຊັດແຈ້ງວ່າ ອັດຕາອາຍນ້ຳທີ່ສູງກວ່າ ຈະນໍາໄປສູ່ ປະຣິມານຝົນຕົກຫລາຍ ແລະນັ້ນຄື ອຸນຫະພູມຂອງມະຫາສມຸດ, ອຸນຫະພູມ ຂອງມະຫາສມຸດ ທີ່ສູງ ໄດ້ນໍາໄປສູ່ກໍຣະນີນ້ຳຖ້ວມ ເຊັ່ນໃນເມືອງ Taree ໃນ New South Wales ໃນໄລຍະເດືອນພຶດສະພາ. ພວກເຮົາ ຍັງມີເຫດການ ສະພາບອາກາດທີ່ຮ້າຍແຮງ ເຊັ່ນ Tropical Cyclone Alfred ທີ່ມາຈາກເຂດ Coral Sea ໄປຫາຝັ່ງທະເລ ພາກຕາເວັນອອກສຽງໃຕ້ຂອງ Queensland."
ສາດສະດາຈານ Karoly ກ່າວວ່າ ສິ່ງນີ້ ໄດ້ນໍາໄປສູ່ ປະຣິມານຝົນຕົກຫລາຍ ໃນພາກຕາເວັນອອກສຽງໃຕ້ ຂອງ Queensland ແລະພາກຕາເວັນອອກສ່ຽງເຫນືອ ຂອງ New South Wales.
ນັ້ນໄດ້ນໍາໄປສູ່ ການພັງທະລາຍຢ່າງໃຫຍ່ຫລວງ ຂອງຫາດຊາຍ ໃນQueensland, ໂດຍສະເພາະ Sunshine Coast, Gold Coast ແລະພາກເຫນືອຂອງ New South Wales.
ກ່ຽວກັບການຕຽມພ້ອມ ຂອງອອສເຕຣເລັຍ ທີ່ຈະຮັບມື ກັບການທ້າທາຍເຫລົ່ານີ້, ສາດສະດາຈານ Karoly ກ່າວວ່າ ຣັຖບານຂອງ Albanese ໄດ້ຕຽມການປະເມີນຄວາມສ່ຽງ ຂອງສະພາບພູມອາກາດແຫ່ງຊາດໄວ້ແລ້ວ.
ອອສເຕຣເລັຍ ແລະປະເທດອື່ນໆ ໃນພູມີພາກ ຕຽມພ້ອມຫລາຍປານໃດ ໃນການຄາດການ ແລະຫລຸດຜ່ອນຄວາມຮຸນແຮງ ຂອງເຫດການເຫລົ່ານີ້?
"ມັນຈະຖືກເຜີຍແພ່ ກ່ອນການເລືອກຕັ້ງຣັຖບານ ໃນປີ 2025, ແຕ່ການເຜີຍແພ່ຂອງມັນ ໄດ້ຖືກຊັກຊ້າ. ເຫດຜົນທີ່ວ່າ ເປັນຫຍັງມັນຈຶ່ງຊັກຊ້າ, ທ່ານຕ້ອງຖາມຣັຖບານຂອງ Albanese. ຄໍາແນະນໍາແມ່ນວ່າມັນເປັນສິ່ງທີ່ຫນ້າຢ້ານກົວຫລາຍ ແລະສະນັ້ນ ເຂົາເຈົ້າ ຈຶ່ງໄດ້ຕັດສິນໃຈ ທີ່ຈະບໍ່ເຜີຍແພ່ມັນ ກ່ອນການເລືອກຕັ້ງ. ແຕ່ຍັງມີແຜນການປັບຕົວ ດ້ານສະພາບອາກາດແຫ່ງຊາດ ທີ່ຈະອອກມາ ໃຫ້ໄວເທົ່າທີ່ຈະເປັນໄປໄດ້ ຫລັງຈາກການປະເມີນຄວາມສ່ຽງ ຂອງສະພາບອາກາດແຫ່ງຊາດ ໄດ້ຖືກເຜີຍແພ່. ແລະສິ່ງນັ້ນ ຍັງບໍ່ໄດ້ຖືກເຜີຍແພ່ຄືກັນ. ແລະນັ້ນ ຄືແຜນທີ່ຈະປັບຕົວ ໃຫ້ເຂົ້າກັບເຫດການ ສະພາບອາກາດທີ່ຮ້າຍແຮງ ໃນອອສເຕຣເລັຍ ແລະວາງແຜນ ສໍາລັບເຫດການເຫລົ່ານັ້ນ."
ເນື້ອເລື່ອງໂດຍ Peggy Giakoumelos ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao