ວ່າດ້ວຍກົດຫມາຍປືນ ຂອງອອສເຕຣເລັຍ.

Top view of a gun on a rustic wooden surface

ຮູບອາວຸດປືນສັ້ນ. Source: Moment RF / Manuel Arias Duran/Getty Images

ເຖິງແມ່ນວ່າ ການຄາດຕະກັມ ທີ່ກ່ຽວຂ້ອງກັບອາວຸດປືນ ໄດ້ເລີ່ມຫລຸດລົງໃນຕົ້ນປີ 1980, ໄດ້ຫລຸດລົງເລື້ອຍໆ ໃນອັດຕາດຽວກັນ ຫລັງຈາກເຫດການ Port Arthur, ແລະຍັງຢູ່ໃນລະດັບຕ່ຳ ແລະຊົງໂຕໃນທຸກວັນນີ້ ແຕ່ຜູ້ຊ່ຽວຊານກ່າວວ່າ ການມີອາວຸດປືນຢູ່ໃນຊຸມຊົນຫຼາຍຂຶ້ນນັ້ນ, ອາດເຮັດໃຫ້ຄວາມປອດພັຍຫຼຸດລົງ ໂດຍສເພາະໃນເມືອງໃຫຍ່ ແລະຄວາມກ້າວໜ້າດ້ານເທັກໂນໂລຈີສນການຜລິດປືນເຖື່ອນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ວ່າດ້ວຍກົດຫມາຍປືນ ຂອງອອສເຕຣເລັຍ.

ການຍິງເຈົ້າໜ້າທີ່ຕໍາຫລວດສອງຄົນ ໃນເມືອງ Porepunkah ໃນຣັດVictoria ໄດ້ກໍ່ໃຫ້ເກີດຄໍາຖາມ ກ່ຽວກັບການອອກໃບອະນຸຍາດ ແລະການເປັນເຈົ້າຂອງ ປືນໃນອອສເຕຣເລັຍ.

ເກືອບສາມສິບປີ ນັບຕັ້ງແຕ່ການສັງຫານໝູ່ໃນ Port Arthur ໃນTasmania, ຜູ້ຊ່ຽວຊານກ່າວວ່າ ເຮົາມີອາວຸດທີ່ຖືກຕ້ອງຕາມກົດຫມາຍ 25 ເປີເຊັນ ຫລາຍກວ່າທີ່ຜ່ານມາ ໃນ, ແລະຜູ້ສນັບ ສນູນເປັນຫ່ວງວ່າ ກົດຫມາຍຂອງເຮົາ ໄດ້ຖືກເຊາະເຈື່ອນ (Eroded).

Haylena Krishnamoorthy ເບິ່ງວ່າ ກົດຫມາຍປືນ ຂອງອອສເຕຣເລັຍເປັນແນວໃດ ໃນປະຈຸບັນ.

"ຊາວອອສເຕຣເລັຍ ພູມໃຈຫລາຍ ກັບກົດຫມາຍກ່ຽວກັບປືນ ຂອງເຂົາເຈົ້າ, ແຕ່ມີລະດັບຄວາມລະເລີຍ ໃນຊຸມຊົນວ່າ ທຸກສິ່ງທຸກຢ່າງເປັນໄປດ້ວຍດີ. ມີການເຊາະເຈື່ອນ Erosion) ດ້ານກົດຫມາຍປືນ ໃນອອສເຕຣເລັຍ ແລະ 97 ເປີເຊັນ ຂອງຊາວອອສເຕຣເລັຍ ບໍ່ມີປືນແທ້ໆ."

ນັ້ນແມ່ນ Tim Quinn, ປະທານຂອງ Gun Control Australia.

ລາວເວົ້າວ່າ ມີການເຊາະເຈື່ອນ (Erosion) ດ້ານກົດຫມາຍປືນ ໃນອອສເຕຣເລັຍ ໃນຫລາຍປີ ນັບຕັ້ງແຕ່ການສັງຫານໝູ່ທີ່ Port Arthur.

"ພວກເຮົາຕ້ອງໃຫ້ແນ່ໃຈວ່າ ຣັຖບານ ແລະຕໍາຫລວດ ແລະທຸກຄົນທີ່ມີສິດອໍານາດໃນເລື່ອງນີ້ ກໍາລັງປົກປ້ອງ 97 ເປີເຊັນ ຂອງຊາວອອສເຕຣເລັຍ ແລະບໍ່ຍອມແພ້ ຕໍ່ການລັອບບີ້ປືນ (Gun Lobby)."

ນັ້ນຄືທັດສະນະທີ່ Stephen Bendle, ຜູ້ຈັດການຂອງ the Australian Gun Safety Alliance, ແລະທີ່ປຶກສາອາວຸໂສຂອງ the Alannah and Madeline Foundation, ທີ່ຖືກຈັດຕັ້ງຂຶ້ນ ເພື່ອລະນຶກເຖິງ Alannah ແລະ Madeline Mikac, ຜູ້ທີ່ໄດ້ຖືກຂ້າຕາຍຢ່າງໜ້າເສົ້າ ຕອນທີ່ອາຍຸພຽງຫົກປີ ແລະສາມປີ ໃນການສັງຫານໝູ່ທີ່ Port Arthur ໃນປີ 1996,ພ້ອມກັບແມ່ຂອງເຂົາເຈົ້າ ແລະອີກ 32 ຄົນ.

Mr Bendle ກ່າວວ່າ ມີກຸ່ມລັອບບີ້ປືນ ໃນອອສເຕຣເລັຍ ທີ່ປະສົບຄວາມສໍາເລັດ ໃນການໂຕ້ຖຽງກົດຫມາຍປືນ ທີ່ເຂັ້ມແຂງຂຶ້ນ ເປັນເວລາຫລາຍສິບປີ.

"ບັດນີ້ ພວກເຮົາມີອາວຸດປືນ ທີ່ຈົດທະບຽນຫລາຍກວ່າສີ່ລ້ານກະບອກ ໃນອອສເຕຣເລັຍ, ແລະພວກເຮົາ ມີກຸ່ມລັອບບີ້ປືນ ທີ່ເຂັ້ມແຂງ ທີ່ມີແຫລ່ງຊັບພະຍາກອນຢ່າງດີ, ມີລະບຽບ, ມີອິດທິພົນຫລາຍ, ແລະພະຍາຍາມ ທີ່ຈະເຮັດໃຫ້ມີປືນຫລາຍຂຶ້ນ ສໍາລັບຜູ້ຄົນຫລາຍກວ່າເກົ່າ."

SBS News ໄດ້ຕິດຕໍ່ໄປຫາກຸ່ມສນັບສນູນປືນ the Shooting Industry Foundation of Australia (SICA), ສໍາລັບເລື່ອງນີ້.

ເຂົາເຈົ້າບໍ່ສາມາດສະແດງຄວາມຄິດເຫັນໄດ້ທັນທີ.

ບໍ່ວ່າໃນກໍຣະນີໃດ, ສະພາບການຂອງກົດຫມາຍປືນ ໃນອອສເຕຣເລັຍແມ່ນຊັບຊ້ອນ, ເພາະຣັຖບານຂອງຣັດ ແລະເຂດປົກຄອງ ມີຫນ້າທີ່ຮັບຜິດຊອບ ຕາມຣັຖທັມມະນູນ ສໍາລັບກົດຫມາຍອາວຸດປືນ ສ່ວນໃຫຍ່-ຊຶ່ງເຮັດໃຫ້ກົດຫມາຍສອດຄ່ອງກັນນັ້ນ ເປັນເລື່ອງຍາກ ເປັນເວລາດົນນານແລ້ວ.

ຫລັງຈາກເຫດການທີ່ Port Arthur, ຣັຖບານທຸກຣັດ-ຊຶ່ງໄດ້ຮັບການຊຸກຍູ້ຈາກນາຍົກຣັຖມົນຕີ John Howard-ໄດ້ທຳການປະຕິຮູບກົດຫມາຍອາວຸດ ຂອງອອສເຕຣເລັຍຄັ້ງໃຫຍ່, ໄດ້ອອກກົດຫມາຍ ທີ່ຮູ້ຈັກກັນວ່າ ຂໍ້ຕົກລົງເລື່ອງອາວຸດແຫ່ງຊາດ (National Firearms Agreement), ແລະຈັດຕັ້ງ ການຊື້ປືນຄືນຄັ້ງໃຫຍ່.

Dr Alice Grundy ເປັນຜູ້ຂຽນຮ່ວມ ຂອງລາຍງານຫຼາຍສະບັບ ກ່ຽວກັບການຄວບຄຸມປືນ ໂດຍສະຖາບັນອອສເຕຣເລັຍ (the Australian Institute).

ນາງເວົ້າວ່າ ຜູ້ຄົນອາດບໍ່ຮູ້ວ່າ ບັດນີ້ມີປືນຢູ່ໃນອອສເຕຣເລັຍ ຫລາຍກວ່າກ່ອນ Port Arthur-ປະມານຫນຶ່ງກະບອກ ຕໍ່ເຈັດຄົນໃນປະເທດ- ເຖິງແມ່ນວ່າ ເປັນການຍາກ ທີ່ຈະຮູ້ຈໍານວນທີ່ແນ່ນອນ.

"ການຄົ້ນຄວ້າຂອງພວກເຮົາພົບວ່າ ອາວຸດສ່ວນຫລາຍ ແມ່ນຢູ່ໃນເຂດເມືອງໃຫຍ່, ຊຶ່ງຂ້າພະເຈົ້າຄິດວ່າ ຈະເຮັດໃຫ້ຄົນສ່ວນຫລາຍແປກໃຈ, ໂດຍສະເພາະເພາະ ມີບາງຄົນທີ່ອາສັຍຢູ່ໃນ Sydney ທີ່ມີອາວຸດປືນທີ່ຈົດທະບຽນ ຫລາຍກວ່າ 380 ກະບອກ."

 

Tim Quinn ເວົ້າວ່າ ລາວຮູ້ຈັກບາງຄົນ ຢູ່ເຂດນອກເມືອງ Sydney ທີ່ເປັນເຈົ້າຂອງອາວຸດປືນ ຫລາຍກວ່າ 300 ກະບອກຢູ່ໃນເຮືອນຂອງເຂົາເຈົ້າ.

"ນັ້ນເປັນບັນຫາ ເພາະວ່າມັນກາຍເປັນບ່ອນທີ່ປືນຈະຖືກລັກເອົາໄປ ແລະມັນເຮັດໃຫ້ ມີປືນຫລາຍຂຶ້ນໃນຊຸມຊົນ, ຊຶ່ງຫມາຍຄວາມວ່າ ຈະມີໂອກາດຫລາຍຂຶ້ນ ສໍາລັບເຫດການທີ່ເກີດຂຶ້ນຈາກຜູ້ຄົນເຫລົ່ານີ້. ຄົນເຫລົ່ານີ້ ບໍ່ໄດ້ເປັນນັກສະສົມປືນເຊັ່ນນັ້ນ."

Western Australia ເປັນຣັດດຽວ ທີ່ຈໍາກັດຈໍານວນອາວຸດປືນ ທີ່ບາງຄົນສາມາດຊື້ໄດ້-ສູງສຸດ ສິບກະບອກ.

Dr Grundy ກ່າວວ່າ ມັນບໍ່ໄດ້ຫມາຍຄວາມວ່າ ບໍ່ມີໃຜສາມາດຊື້ອາວຸດໄດ້ຫລາຍກວ່າສິບກະບອກ-ມັນຫມາຍຄວາມວ່າ ນັ້ນເປັນການຕັ້ງຄ່າມາດຕະຖານ.

ແຕ່ນັ້ນ ບໍ່ໄດ້ຫມາຍຄວາມວ່າ ເປັນບັນຫາສເມີໄປ.

Samara McPhedran ເປັນນັກຄົ້ນຄວ້າທີ່ Griffith University.

ນາງໄດ້ຈັດພິມບົດຄວາມ ໃນວາຣະສານ Conversation ທີ່ກ່າວວ່າເຖິງແມ່ນວ່າ ຈໍານວນໃບອະນຸຍາດປືນ ແລະປືນທີ່ເປັນເຈົ້າຂອງຢ່າງຖືກກົດຫມາຍ ໄດ້ເພີ່ມຂຶ້ນເປັນເວລາຫລາຍສິບປີ, ແຕ່ການໃຊ້ອາວຸດ ໃນທາງທີ່ຜິດ ກໍໄດ້ຫລຸດລົງເປັນເວລາດົນນານກວ່ານັ້ນ.

ນາງເວົ້າວ່າ ການຄາດຕະກັມ ທີ່ກ່ຽວຂ້ອງກັບອາວຸດປືນ ໄດ້ເລີ່ມຫລຸດລົງໃນຕົ້ນປີ 1980, ໄດ້ຫລຸດລົງເລື້ອຍໆ ໃນອັດຕາດຽວກັນ ຫລັງຈາກເຫດການ Port Arthur, ແລະຍັງຢູ່ໃນລະດັບຕ່ຳ ແລະຊົງໂຕໃນທຸກວັນນີ້.

ແລ້ວໃຜເປັນຜູ້ຄອບຄອງອາວຸດປືນ-ແລະຕາມປົກກະຕິແລ້ວ ໃຜມີໃບອະນຸຍາດປືນ?

ກ່ອນອື່ນ, ທຸກເຂດອຳນາດສານ ມີໃບອະນຸຍາດໃຫ້ເດັກນ້ອຍ ອາຍຸພຽງ12 ປີ ໃຊ້ອາວຸດປືນໄດ້ ຢ່າງຖືກກົດຫມາຍ.

ໜ່ວຍງານ The Tasmanian Police Firearms Service ກ່າວວ່າ ນັ້ນເປັນການອະນຸຍາດ ໃຫ້ເຂົາເຈົ້າໄດ້ຮັບຄໍາແນະນໍາ ໃນການໃຊ້ອາວຸດ ຢ່າງປອດພັຍ ພາຍໃຕ້ການຄວບຄຸມດູແລ.

ແຕ່ໂດຍທົ່ວໄປແລ້ວ, ຖ້າຫາກຄົນທີ່ມີອາຍຸສູງກວ່າ 18 ປີຢາກມີໃບອະນຸຍາດປືນ, ເຂົາເຈົ້າ ຕ້ອງໃຫ້ເຫດຜົນທີ່ແທ້ຈິງ.

ເຫດຜົນທີ່ແທ້ຈິງເຫລົ່ານັ້ນ ອາດຮວມເຖິງ ການມີສ່ວນຮ່ວມໃນສະໂມສອນ ຫລືການແຂ່ງຂັນກິລາຍິງປືນ ,ການຄວບຄຸມສັດຕູພືດ ຫລືການລ່າສັດ ເພື່ອການພັກຜ່ອນຢ່ອນອາລົມ, ການຜລິດເບື້ອງຕົ້ນສໍາລັບກະສິກອນ ແລະຜູ້ຄົນທີ່ສົນໃຈ ໃນການສະສົມອາວຸດໂບຮານ ແລະອາວຸດເກົ່າ.

ຢ່າງໃດກໍຕາມ, ສໍາລັບໜ່ວຍງານບາງບ່ອນ, ບົດບັນຍັດກ່ຽວກັບເຫດຜົນທີ່ແທ້ຈິງເຫລົ່ານີ້ ເປີດຫົນທາງໃນການສແວງຫາຜົນປໂຍດ- ແລະ New South Wales ເປັນຣັດດຽວ ທີ່ໃນປະຈຸບັນນີ້ ມີຂໍ້ກຳໜົດສໍາລັບການທົດສອບວ່າ ຜູ້ມີໃບອະນຸຍາດ ກໍາລັງໃຊ້ອາວຸດຂອງເຂົາເຈົ້າ ດ້ວຍເຫດຜົນທີ່ແທ້ຈິງຫລືບໍ່ ທີ່ເຂົາເຈົ້າບອກວ່າ ເຂົາເຈົ້າຕ້ອງການປືນ.

ຮ່າງກົດຫມາຍໃຫມ່ ໄດ້ຖືກສເນີໃນສະພາຂອງຣັດນັ້ນ, ຊຶ່ງໄດ້ຮັບການ ສນັບສນູນຈາກຣັຖບານ Minns, ທີ່ຈະປ່ຽນກົດຫມາຍ ເພື່ອວ່າເຫດຜົນທີ່ 'ແທ້ຈິງ' ສໍາລັບການເປັນເຈົ້າຂອງປືນ ແມ່ນຮວມເຖິງ ການມີໃບອະນຸຍາດລ່າສັດ ເພື່ອການອະນຸຣັກ (Conservation Hunting License).

Stephen Bendle ກ່າວວ່າ ຮ່າງກົດຫມາຍການລ່າສັດ ເປັນສິ່ງທີ່ໂຫດຮ້າຍ.

"ຮ່າງກົດຫມາຍທີ່ ເອີ້ນວ່າການລ່າສັດ ເພື່ອການອະນຸຣັກ(Conservation Hunting) ທີ່ຖືກສເນີໂດຍ Shooters Party ໃນຣັຖສະພາNew South Wales ເປັນສິ່ງທີ່ຮັບບໍ່ໄດ້ ແລະມັນຮວມເຖິງຫລາຍສິ່ງ ເຊັ່ນສິດທິທີ່ຈະລ່າສັດ. ເຂົາເຈົ້າຢາກມີຣັຖມົນຕີກະຊວງການລ່າສັດ, ເຂົາເຈົ້າ ຢາກມີໜ່ວຍງານການລ່າສັດໃຫມ່ ທີ່ຈະເປັນໜ່ວຍງານການຄ້າ ທີ່ຈ່າຍໂດຍຣັຖບານສໍາລັບການລ່າສັດ."

ສໍາລັບ Dr Grundy, ຄວາມເປັນຫ່ວງອີກຢ່າງຫນຶ່ງ ແມ່ນຄວາມກ້າວຫນ້າທາງເທັກໂນໂລຈີ ໃນການຜລິດປືນ.

"ອາວຸດທີ່ຖືກພິມ 3D ເປັນປັນຫາຫຼັກ. ເທັກໂນໂລຈີມີລາຄາຖືກຫລາຍ ທີ່ຈະໄດ້ເຄື່ອງພິມ 3D ທີ່ທັນສມັຍ ດ້ວຍເງິນບໍ່ເທົ່າໃດພັນໂດລາ. ມີພຽງແຕ່ສອງຣັດ ໃນອອສເຕຣເລັຍ ທີ່ແຜນຜັງປືນ 3D ເປັນສິ່ງຜິດກົດຫມາຍ. ນັ້ນແມ່ນ New South Wales ແລະ Tasmania. ແລະດ້ວຍສ່ວນນ້ອຍໆ ເພີ່ມເຕີມຈາກອິນເຕີເນັດ, ມັນງ່າຍທີ່ຈະຜລິດປືນ ທີ່ພິມ3D. ແລະສິ່ງທີ່ເປັນຫ່ວງຄືກັນນັ້ນ ແມ່ນວ່າມັນງ່າຍ ທີ່ຈະທໍາລາຍປືນ3D."

Stephen Bendle ກ່າວວ່າ ຜູ້ສນັບສນູນກໍາລັງເຮັດສິ່ງທີ່ເຂົາເຈົ້າສາມາດເຮັດໄດ້ ເພື່ອປະເຊີນກັບບັນຫາເຫລົ່ານີ້.

"ຕໍາຫຼວດທົ່ວອອສເຕຣເລັຍ ເປັນຫ່ວງຫຼາຍກ່ຽວກັບປືນ 3D ແລະອາວຸດທີ່ຜລິດເອງ. ເຂົາເຈົ້າໄດ້ຈັດຕັ້ງຄນະງານສະເພາະກິດແຫ່ງຊາດ,ຊຶ່ງໄດ້ແນະນໍາພວກເຮົາ ແລະອົງການສາທາຣະນະສອງສາມແຫ່ງ ກ່ຽວກັບຄວາມເປັນຫ່ວງຂອງເຂົາເຈົ້າ. ແລະພວກເຮົາກໍາລັງທໍາງານ ກັບ ຣັຖບານອອສເຕຣເລັຍ ເພື່ອພະຍາຍາມຂັດຂວາງຂບວນການນັ້ນ."

ຄວາມເປັນຫ່ວງສຸດທ້າຍ ສໍາລັບຜູ້ສນັບສນູນ ບໍ່ແມ່ນພຽງແຕ່ໂຕເລກເທົ່ານັ້ນ, ແຕ່ຕຳແໜ່ງຂອງປືນ.

Dr Grundy ກ່າວວ່າ ຄວາມສອດຄ່ອງຫລາຍຂຶ້ນ ລະຫວ່າງຣັດ ຈະຊ່ວຍໄດ້ຫຼາຍ ໃນການຈັດການເລື່ອງອາວຸດປືນໃນປະເທດ, ແລະພະຍາຍາມຈະຕໍ່ສູ້ກັບການລັກຂະໂມຍປືນ ແລະການເປັນເຈົ້າຂອງປືນ ໂດຍຜູ້ຄົນທີ່ບໍ່ມີໃບອະນຸຍາດ.

ນາງເວົ້າວ່າ ການມີທະບຽນລະດັບຊາດ ຄວນເປັນສ່ວນຫນຶ່ງ ຂອງການປະຕິຮູບປືນ ໃນສະພາບການຫລັງຈາກ Port Arthur ແຕ່ມັນຍັງບໍ່ໄດ້ເກີດຂຶ້ນ.

"ເກືອບ 30 ປີຕໍ່ມາ ແລະພວກເຮົາຍັງບໍ່ທັນມີມັນເທື່ອ. ຜແນກອັຍຍະການສູງສຸດ ເປັນຜູ້ຮັບຜິດຊອບໃນການສ້າງມັນ, ແລະເສັ້ນເວລາຂອງເຂົາເຈົ້າ ລະບຸວ່າ ມັນຈະເສັດສິ້ນພາຍໃນປີ 2028. ບັດນີ້ ມັນຢູ່ທີ່ Home Affairs. ພວກເຮົາເປັນຫ່ວງວ່າ ມັນຍັງເປັນເວລາອີກບໍ່ເທົ່າໃດປີ ແລະທຸກສິ່ງທຸກຢ່າງ ສາມາດເກີດຂຶ້ນໄດ້ໃນປີເຫຼົ່ານັ້ນ."

ເນື້ອເລື່ອງໂດຍ  Haylena Krishnamoorthy ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ວ່າດ້ວຍກົດຫມາຍປືນ ຂອງອອສເຕຣເລັຍ. | SBS Lao