ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ປັນຫາສຸຂະພາບຂອງຜູ້ຍິງ (ບາງຄົນ).
ການມີເລືອດອອກຫຼາຍ ຕອນມີປະຈຳເດືອນ ມີຜົນກະທົບ ຕໍ່ຫນຶ່ງສ່ວນສີ່ ຂອງຜູ້ຍິງ ແຕ່ສ່ວນຫຼາຍ ຈະບໍ່ຖືກກ່າວເຖິງ ໃນການສົນທະນາ ກ່ຽວກັບສຸຂະພາບຂອງຜູ້ຍິງ.
ໃນຂນະທີ່ການລົງທຶນ ທາງສຸຂະພາບຂອງຜູ້ຍິງ ມູນຄ່າ 793 ລ້ານໂດລາ ຂອງຣັຖບານ ໄດ້ຮັບການສເລີມສລອງ, ກໍມີຄວາມເປັນຫ່ວງ ກ່ຽວກັບການຂາດການເວົ້າເຖິງ ໂດຍສະເພາະກ່ຽວກັບເລື້ອງນີ້.
ສິ່ງນີ້ ເກີດຂຶ້ນທ່າມກາງການຮຽກຮ້ອງ ໃຫ້ມີການປ່ຽນແປງຄໍາສັບ ເພື່ອທ້າທາຍ ຂໍ້ຫ້າມເຫຼົ່ານີ້.
Catriona Stirrat ມີຕື່ມ:
ການມີປະຈໍາເດືອນ ອາດເປັນເລື້ອງຫຍຸ້ງຍາກໄດ້ ສໍາລັບຫຼາຍຄົນ ແຕ່ສໍາລັບຜູ້ຍິງບາງຄົນ ອາດເຮັດໃຫ້ມີອາການໜັກຫຼາຍ.
"ຕອນຂ້ອຍ ກຳລັງອອກຈາກປະຕູ ແລະມັນກໍຈະໄຫຼອອກມາຢ່າງຫຼາຍ ຈົນວ່າ ຂ້ອຍຕ້ອງກັບຄືນມາປ່ຽນເຄື່ອງນຸ່ງອີກ. ແລະຂ້ອຍພຽງແຕ່ ນັ່ງລົງ ແລະຮ້ອງໄຫ້ ແລະຄິດວ່າ, 'ຂ້ອຍເຮັດສິ່ງນີ້ບໍ່ໄດ້ອີກຕໍ່ໄປແລ້ວ' ເພາະມັນໄດ້ທໍາລາຍທຸກສິ່ງ ໃນຊີວິດຂອງຂ້ອຍ."
Michelle Watts ອາຍຸຫົກສິບປີ ກໍາລັງເລົ່າເລື່ອງການໄປຫລິ້ນສະກີ- ຫນຶ່ງໃນຫລາຍເທື່ອ ທີ່ເລືອດຂອງນາງ ໄດ້ໄຫລຜ່ານເສື້ອຜ້າຫຼາຍຊັ້ນ.
Michelle ໄດ້ທົນທຸກທໍຣະມານ ຈາກເລືອດຕົກຫລາຍ ຕອນເປັນປະຈຳເດືອນ ເປັນເວລາ 18 ເດືອນ ຕັ້ງແຕ່ປີ 2021, ຊຶ່ງຄນະກັມມະການ ເລື່ອງຄວາມປອດພັຍ ແລະຄຸນນະພາບ ໃນການດູແລສຸຂະພາບຂອງອອສເຕຣເລັຍ (the Australian Commission on Safety and Quality in Healthcare) ອະທິບາຍວ່າ ເປັນການສູນເສັຍເລືອດ ຕອນມີປະຈຳເດືອນຫລາຍເກີນໄປ ຊຶ່ງສົ່ງຜົນກະທົບ ຕໍ່ຄຸນນະພາບຊີວິດ ຂອງຜູ້ຍິງ.
"ຂ້ອຍໂສກເສົ້າຫລາຍ ເພາະທຸກສິ່ງທຸກຢ່າງ ເປັນໄປບໍ່ໄດ້ ທີ່ຈະເຮັດໄດ້ໃນສາຍຕາຂອງຂ້ອຍ. ໃນທີ່ສຸດ ຂ້ອຍບໍ່ສາມາດໄປລອຍນ້ຳກັບຫມູ່ຂ້ອຍອີກຕໍ່ໄປ, ການລອຍນ້ຳ ກາຍເປັນເລື່ອງທ້າທາຍ, ການໄປອອກກໍາລັງກາຍ ເປັນເລື່ອງທ້າທາຍ. ທຸກສິ່ງທີ່ຂ້ອຍມັກ, ຂ້ອຍກໍເຮັດບໍ່ໄດ້."
ຫລັງຈາກການປິ່ນປົວ ທີ່ລົ້ມເຫລວຫລາຍເທື່ອ, ໃນທີ່ສຸດ Michelle ໄດ້ຮັບການຜ່າຕັດມົດລູກ (Uterectomy), ຊຶ່ງເຄີຍຖືກເອີ້ນວ່າ Hysterectomy.
ແຕ່ຄໍາສັບດັ້ງເດີມ ສໍາລັບຜ່າຕັດນີ້ ກໍ່ໃຫ້ເກີດຄວາມກັງວົນ ໃນຫມູ່ຜູ້ຊ່ຽວຊານບາງຄົນ ເນື່ອງຈາກ ມີຄວາມກ່ຽວຂ້ອງ ກັບຄໍາວ່າ 'Hysteria' ໃນພາສາ Greek.
Dr Talat Uppal ເປັນຜູ້ຊ່ຽວຊານ ດ້ານການແພດຜູ້ຍິງ (Gynaecologist) ແລະຜູ້ອໍານວຍການ ທີ່ Women's Health Road-ແລະກໍາລັງ ຢູ່ໃນຂັ້ນຕອນ ການປ່ຽນພາສາ.
"ມັນຖືກຄິດວ່າ ຈະອະທິບາຍເຖິງຄວາມເປັນຫ່ວງຫລາຍຢ່າງ ທີ່ຜູ້ຍິງອາດມີ.... ທັງໃນທາງອາຣົມ ແລະທາງຮ່າງກາຍ, ຊຶ່ງຕາມຈິງແລ້ວ ບໍ່ໄດ້ເປັນຄວາມຈິງ ແລະບໍ່ພົບວ່າຖືກຕ້ອງ."
ຫນຶ່ງ ໃນສີ່ຄົນ ທີ່ມີປະຈໍາເດືອນ ທີ່ຕົກເລືອດຫລາຍ ແລະສອງສ່ວນສາມ ຂອງຈໍານວນຄົນເຫຼົ່ານັ້ນ ມີປັນຫາເລື້ອງການຂາດທາດເຫລັກ.
ແຕ່ຫນ້ອຍກວ່າເຄິ່ງຫນຶ່ງ ຂອງຜູ້ຍິງ ທີ່ທົນທຸກຢູ່ກັບອາການນີ້ ໄດ້ໄປຫາທ່ານຫມໍ.
"ຕາມປະເພນີ ຫຼືໃນອະດີດ ຜູ້ຍິງຖືກຈະປະຖິ້ມ ຈາກການຄົ້ນຄວ້າ. ແລະບາງເທື່ອ ແມ່ນແຕ່ສັດຢູ່ໃນຫ້ອງທົດລອງ ກໍເປັນສັດໂຕຜູ້. ສະນັ້ນ, ນີ້ຈຶ່ງເປັນປວັດອັນຍາວນານ ຂອງຄວາມເສັຍຫາຍ ຂອງການບໍ່ຮວມເອົາຜູ້ຍິງ. ແລະພວກເຮົາ ຢາກປ່ຽນເລື່ອງນັ້ນແທ້ໆ ເມື່ອກ່າວເຖິງ ເລື້ອງເລືອດຕົກຫລາຍ."
ຕາມປະເພນີ ຫຼືໃນອະດີດ ຜູ້ຍິງຖືກຈະປະຖິ້ມ ຈາກການຄົ້ນຄວ້າ. ແລະບາງເທື່ອ ແມ່ນແຕ່ສັດຢູ່ໃນຫ້ອງທົດລອງ ກໍເປັນສັດໂຕຜູ້.
Dr Uppal ຍິນດີ ກັບມາດຕະການຫລາຍຢ່າງ ໃນການລົງທຶນ ຢ່າງຫລວງຫລາຍ ຂອງຣັຖບານ ໃນດ້ານສຸຂະພາບຂອງຜູ້ຍິງ, ແຕ່ຢາກໃຫ້ ມີຄວາມເອົາໃຈໃສ່ຫລາຍຂຶ້ນ ໃນເລື້ອງນີ້.
"ຂ້າພະເຈົ້າຄິດວ່າ ມັນເປັນພຽງສ່ວນຫນຶ່ງ ຂອງຄວາມມິດງຽບ ກ່ຽວກັບເລື້ອງເລືອດຕົກຢ່າງຫລາຍ ໃນຕອນມີປະຈໍາເດືອນ... ແລະຂ້າພະເຈົ້າ ບໍ່ຄິດວ່າ ມັນເປັນໂດຍເຈດຕະນາ, ຂ້າພະເຈົ້າຮູ້ສຶກວ່າ ມັນເປັນພຽງແຕ່ ວັດທະນະທັມ ທີ່ມັນບໍ່ໄດ້ຢູ່ໃນຄວາມຄຶດ."
Michelle ເຊື່ອວ່າ ການຂາດຄວາມຮັບຮູ້ ເປັນສາເຫດ ທີ່ນາງຕ້ອງດີ້ນລົນ ເປັນເວລາຫລາຍເດືອນ ທີ່ຈະໄດ້ຮັບການດູແລ ຢ່າງພຽງພໍ.
"ມັນກາຍເປັນເລື່ອງປົກກະຕິ.... ແລະຂ້ອຍບໍ່ຄິດວ່າ ມັນຄວນຈະເປັນ,ຂ້ອຍບໍ່ຄິດວ່າ ມັນເປັນເລື່ອງທັມມະດາ. ແລະມັນຍາກແທ້ໆ ທີ່ຈະໄດ້ຮັບຂໍ້ມູນໃດໆ ເພາະມັນຖືກຖືວ່າ 'ເຈົ້າເປັນຜູ້ຍິງ, ນີ້ຄືສິ່ງທີ່ເກີດຂຶ້ນ."
ນາງບໍ່ສາມາດ ວາດພາບໄດ້ວ່າ ຊີວິດຂອງນາງຈະເປັນແນວໃດ ຖ້າບໍ່ໄດ້ຮັບການຜ່າຕັດນັ້ນ. ບັດນີ້ ນາງພໍໃຈກັບວິຖີຊີວິດ ທີ່ເຕັມໄປດ້ວຍກິດຈະກັມ ທີ່ນາງຖືກບັງຄັບໃຫ້ເສັຍສລະ.
"ຄວາມສາມາດຂອງຂ້ອຍທີ່ ຈະມີສ່ວນຮ່ວມໃນການຫລິ້ນສະກີ, ແລ່ນ, ລອຍນ້ຳ... ທຸກສິ່ງທີ່ຂ້ອຍມັກ, ນັ້ນກໍເປັນໄປໄດ້ອີກ. ຂ້ອຍບໍ່ຈໍາເປັນຕ້ອງກັງວົນ ກ່ຽວກັບສິ່ງນັ້ນອີກເລີຍ, ມັນຄືກັນກັບຊີວິດໃຫມ່ແທ້ໆ."
ມັນເປັນສ່ວນຫນຶ່ງ ຂອງຄວາມພະຍາຍາມ ລະຫວ່າງປະເທດ ທີ່ຈະເຮັດໃຫ້ພາສາການແພດ ຖືກຕ້ອງຫລາຍຂຶ້ນ.
ຜູ້ຊ່ວຍ ໃນການປ່ຽນແປງແມ່ນ CSIRO, ຊຶ່ງຮັບຜິດຊອບ ໃນການປັບປຸງມາດຕະຖານທົ່ວໂລກ ສໍາລັບຄໍາສັບທາງການແພດ.
Katrina Ebril ເປັນຫົວຫນ້າການຮ່ວມມື ກັບສູນຄົ້ນຄວ້າຂອງ the Australian-Health ທີ່ CSIRO, ແລະກ່າວວ່າ ນີ້ແມ່ນການປ່ຽນແປງ ເທື່ອທໍາອິດ ເມື່ອກ່າວເຖິງຮ່າງກາຍຂອງຜູ້ຍິງ.
"ແນ່ນອນວ່າ ມັນເຖິງເວລາແລ້ວ ທີ່ຕ້ອງປ່ຽນ... ແລະເຮົາເຮັດສິ່ງນີ້ ສໍາລັບການຜ່າຕັດອື່ນໆ. ແລະມັນເປັນການຜ່າຕັດ ມົດລູກ (Uterectomy), ໃຫ້ເຮົາເອີ້ນມັນຢ່າງທີ່ເຮົາຄວນເອີ້ນ, ແລະເລີ່ມໃຊ້ພາສາ ໃນທາງບວກ ແລະພາສາທີ່ສອດຄ່ອງ ກັບຂັ້ນຕອນ(ການຜ່າຕັດ) ທີ່ແທ້ຈິງ."
ສໍາລັບຜູ້ຍິງເຊັ່ນ Michelle ການກໍາຈັດຂໍ້ຫ້າມ ກ່ຽວກັບການມີປະຈໍາເດືອນ ເປັນສິ່ງສໍາຄັນ ທີ່ຈະເຮັດໃຫ້ການປິ່ນປົວເຂົ້າເຖິງໄດ້ງ່າຍຂຶ້ນ, ແລະຊຸກຍູ້ຄົນອື່ນ ໃນການຂໍຄວາມຊ່ອຍເຫລືອ.
ເນື້ອເລື່ອງໂດຍ Catriona Stirrat ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao