ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ບົດບາດຂອງ A-I ໃນການດູແລສຸຂະພາບ.
ຕັ້ງແຕ່ການຊ່ອຍເຫລືອທ່ານຫມໍໃນການກວດເບື້ອງຕົ້ນ (Triage) ຄົນໄຂ້, ຈົນເຖິງການຕີຄວາມຫມາຍ ຂອງການກວດສມອງ (Brain Scans)ແລະການກວດຫາສັນຍານເບື້ອງຕົ້ນຂອງໂຣກ- ມີຄວາມສາມາດທີ່ຈະປະຕິວັດການດູແລສຸຂະພາບ.
ຢ່າງໃດກໍຕາມ, ການທ້າທາຍ ກໍຍັງຄົງມີຢູ່ ກ່ຽວກັບຄວາມປອດພັຍ, ກົດລະບຽບ ແລະຄວາມແຕກຕ່າງ ທາງວັດທະນະທັມ ແລະຜູ້ຊ່ຽວຊານກ່າວວ່າ ສິ່ງເຫລົ່ານີ້ ຕ້ອງຖືກພິຈາຣະນາ ເມື່ອເທັກໂນໂລຈີກ້າວຫນ້າ ແລະເຄື່ອງມືໃຫມ່ເກີດຂຶ້ນ.
ທ່ານຫມໍ Michael Dinh ຮູ້ດີ ເຖິງການທ້າທາຍຂອງຜແນກສຸກເສີນ.
ລາວໄດ້ດູແລຄົນໄຂ້ໃນຫ້ອງສຸກເສີນ ຢູ່ໂຮງຫມໍ Royal Prince Alfred ໃນ Sydney ເປັນເວລາ 25 ປີແລ້ວ.
"ຜແນກສຸກເສີນ ເປັນບ່ອນທີ່ຫຍຸ້ງຫລາຍ ດັ່ງທີ່ທຸກຄົນຮູ້, ແລະເຮົາມັກຈະພົບເຫັນຕົວເອງ ຈັດການກັບຄົນໄຂ້ຈຳນວນຫຼາຍ ແລະຄົນໄຂ້ທີ່ຮ້າຍແຮງພ້ອມກັນ."
ແລ້ວປັນຍາປະດິດ (Artificial Intelligence), ຫລື A-I ກໍເຂົ້າມາ.
"ນີ້ຄືລາຍຊື່ຂອງຄົນໄຂ້ ຂອງພວກເຮົາ... ແລະທ່ານສາມາດເຫັນໄດ້ວ່າ ຄົນໄຂ້ສອງສາມຄົນ ຂອງພວກເຮົາ ມີຄວາມສ່ຽງສູງ ທີ່ຈະເສື່ອມໂຊມລົງ. ອີງຕາມ Algorithm ຂອງ A-I ຂອງພວກເຮົາ... ສະນັ້ນສິ່ງເຫລົ່ານີ້ ຄືສິ່ງທີ່ເຮົາຕ້ອງເຝົ້າເບິ່ງຢ່າງໃກ້ຊິດ."
ຫ້ອງຜູ້ປ່ວຍສຸກເສີນ ຢູ່ໂຮງຫມໍ ໄດ້ໃຊ້ປັນຍາປະດິດ (Artificial Intelligence) ເພື່ອຊ່ອຍລະບຸຄົນໄຂ້ ທີ່ມີຄວາມສ່ຽງຫລາຍທີ່ສຸດ.
"ມັນພຽງແຕ່ດຶງເອົາຂໍ້ມູນ ຈາກທະບຽນການແພດຂອງຄົນໄຂ້ ແລະເອົາໃສ່ໃນ Algorithm ທີ່ພວກເຮົາໄດ້ພັດທະນາຢູ່ທີ່ RPA. ພວກເຮົາສາມາດຮັບຄົນໄຂ້ຢູ່ໃນຫ້ອງລໍຖ້າ ຜູ້ທີ່ອາການກໍາລັງເສື່ອມໂຊມລົງ, ຜູ້ທີ່ພວກເຮົາອາດພາດໄປກ່ອນໜ້ານັ້ນ. ການດູແລຄົນໄຂ້ ກໍາລັງຖືກຕັດສິນໃຈ ໄວກວ່າທີ່ຜ່ານມາ. ສະນັ້ນ, ຈຶ່ງມີປໂຍດຫລາຍ ສໍາລັບການດູແລຄົນໄຂ້."
ສາດສະດາຈານ Dinh ຜູ້ນໍາທີມທີ່ໂຮງຫມໍ ພະຍາຍາມປັບປຸງ ການດູແລສຸກເສີນ ຜ່ານນະວັດຕະກັມ (Innovation).
ຕອນນີ້ ລາວກໍາລັງຄົ້ນຫາວິທີ ທີ່ ສາມາດຊ່ວຍແປຄວາມຫມາຍ ຂອງການສະແກນສມອງ ໄດ້ແນວໃດ.
"ນີ້ແມ່ນ CAT scan ຂອງສມອງຂອງຄົນເຈັບ... ທ່ານສາມາດເຫັນຄວາມຜິດປົກກະຕິໄດ້ຢ່າງວ່ອງໄວ, ໂດຍໃຊ້ເຄື່ອງມື A-I . ມັນເປັນAlgorithm, ມັນຈະທຳງານດ້ວຍການປຽບທຽບ ແລະອີງຕາມ CT scan ອື່ນໆຫລາຍລ້ານ ທີ່ມີຄວາມຜິດປົກກະຕິເຫລົ່ານີ້, ມັນເປັນຂັ້ນຕອນ ຂອງການຮັບຮູ້ຮູບແບບ, ມັນຈະເລືອກຄວາມຜິດປົກກະຕິໃຫ້ທ່ານເກືອບທັນທີ."
ລາວເວົ້າວ່າ ເທັກໂນໂລຈີ ຍັງຕ້ອງໃຊ້ເວລາຢູ່ອີກສອງສາມປີ, ແລະມັນບໍ່ໄດ້ຖືກອອກແບບມາ ເພື່ອແທນທ່ານຫມໍ ທາງລັງສີ (Radiologists), ແຕ່ຈະຊ່ອຍເຫລືອ ໃນກໍຣະນີສຸກເສີນ ເມື່ອຕ້ອງຕັດສິນໃຈຢ່າງໄວ.
"ຖ້າເຮົາຕ້ອງມີການແປຄວາມຫມາຍຂອງ CAT scan, ຍົກຕົວຢ່າງ, ພາຍໃນສອງສາມວິນາທີ ຫລັງຈາກຄົນໄຂ້ເຂົ້າມາ, ນັ້ນຄືບ່ອນທີ່ຂ້າພະເຈົ້າເຫັນວ່າ A-I ຈະມີບົດບາດໃນອະນາຄົດ."
Farah Magrabi ເປັນສາດສະດາຈານ ຝ່າຍຊີວະວິທະຍາແລະຂໍ້ມູນສຸຂະພາບ ຢູ່ທີ່ສະຖາບັນ ແຫ່ງການພັດທະນາສຸຂະພາບ ຂອງອອສເຕຣເລັຍ (the Australian Institute of Health Innovation) ທີ່ມະຫາວິທະຍາໄລ Macquarie.
ປະຈຸບັນນີ້ ນາງມີສ່ວນຮ່ວມ ໃນການຄົ້ນຄວ້າ ທີ່ພະຍາຍາມກວດສອບຄວາມປອດພັຍ ທາງຄລີນິກ ແລະປະສິດທິພາບ ຂອງເທັກໂນໂລຈີ A-I ໃນສະຖານສຸຂະພາບ ຂອງ.
" A-I ກໍາລັງຖືກພັດທະນາ ແລະນໍາໄປໃຊ້ຫຼາຍຂຶ້ນ ໃນລະບົບການດູແລສຸຂະພາບ ໃນອອສເຕຣເລັຍ. ມີຄວາມເປັນໄປໄດ້ຫລາຍ ໃນການຊອກຫາວິທີທີ່ດີກວ່າ ໃນການປັບປຸງການດູແລຄົນໄຂ້."
ມີຄວາມກ້າວຫນ້າທີ່ສຳຄັນໃນ A-I ໃນຊ່ວງຫລາຍປີທີ່ຜ່ານມາ ຈາກການຕີຄວາມຫມາຍຂອງ X-ray ແລະ Scans ສມອງ ຈົນເຖິງການກວດຫາໂຣກ.
ປະເທດອັງກິດ ຈະທົດລອງການກວດເລືອດທີ່ໃຊ້ປັນຍາປະດິດ (Artificial Intelligence) ເພື່ອລະບຸສັນຍານ ຂອງໂຣກມະເຮັງຫລາຍສິບຊະນິດ ກ່ອນທີ່ອາການຈະເກີດຂຶ້ນ.
ແຕ່ສາດສະດາຈານ Magrabi ກ່າວວ່າ ໃນເວລານີ້, ມັນເປັນໂປຣແກຣມ ຈົດບັນທຶກ (Note-taking) ທີ່ໄດ້ຮັບຄວາມນິຍົມຢ່າງໄວທີ່ສຸດໃນອອສເຕຣເລັຍ.
"ເຄື່ອງມືເຫລົ່ານີ້ ຖືກອອກແບບມາໂດຍສະເພາະ ເພື່ອເຮັດວຽກຢູ່ເບື້ອງຫລັງ. ພວກມັນ ຟັງການໃຫ້ຄຳປຶກສາ ແລະຈາກນັ້ນ ພວກມັນສາມາດກຽມບົດສລຸບ ຂອງການໃຫ້ຄຳປຶກສາ ເພື່ອໃຫ້ຜູ້ຊ່ຽວຊານດ້ານສຸຂະພາບທົບທວນ ແລະຈາກນັ້ນ ກໍຍອມຮັບໃນບັນທຶກຂອງພວກມັນ.
Scribes ເປັນ Software ທີ່ໃຊ້ໄມໂຄຣໂຟນ-ດ້ວຍຄວາມເຫັນພ້ອມຂອງຄົນໄຂ້-ເພື່ອບັນທຶກຄໍາເວົ້າ ໃນລະຫວ່າງການໃຫ້ຄຳປຶກສາ.
ສິ່ງນີ້ ຊ່ວຍທ່ານຫມໍໃຫ້ຂຽນບັນທຶກການປິ່ນປົວ, ການສລຸບການປິ່ນປົວ ແລະການແນະນໍາ ຊຶ່ງເປັນເອກະສານ ທີ່ອາດໃຊ້ເວລາຫຼາຍຊົ່ວໂມງໃນແຕ່ລະມື້.
ຄນະກັມມະການ The Productivity Commission ຄາດວ່າ ປະມານ 30ເປີເຊັນ ຂອງວຽກງານດ້ານການດູແລສຸຂະພາບ ຂອງອອສເຕຣເລັຍສາມາດໃຊ້ໄດ້ໂດຍອັດຕະໂນມັດ, ໂດຍປະຢັດໄດ້ປະມານ ຫ້າພັນລ້ານໂດລາຕໍ່ປີ. ຫລຸດຜ່ອນ ຄວາມກົດດັນດ້ານເວລາ ແລະຄ່າໃຊ້ຈ່າຍໃນລະບົບ.
ແຕ່ເທັກໂນໂລຈີ ບໍ່ດີພ້ອມທຸກຢ່າງ.
"ຍົກຕົວຢ່າງ, ທ່ານຫມໍກ່າວເຖິງບັນຫາກ່ຽວກັບມື, ຕີນ, ແລະປາກ ຂອງຄົນໄຂ້ ແລະເຄື່ອງບັນທຶກສລຸບວ່າ ມັນເປັນໂຣກມື, ຕີນ ແລະປາກ. ເຮົາໄດ້ຍິນອີກຕົວຢ່າງຫນຶ່ງ ທີ່ທ່ານຫມໍໄດ້ກ່າວເຖິງ ການນັດຫມາຍການກວດຕ່ອມລູກໝາກ (Prostate) ແລະເຄື່ອງບັນທຶກສລຸບວ່າ ໄດ້ທຳການກວດສອບແລ້ວ. ສະນັ້ນ, ມັນຈຶ່ງສໍາຄັນ ທີ່ຜູ້ຊ່ຽວຊານດ້ານສຸຂະພາບ ຈະກວດກາເບິ່ງຜົນງານຂອງ A-I ສໍາລັບບັນທຶກສລຸບ ຫລືຈົດຫມາຍຜູ້ຊ່ຽວຊານແຕ່ລະສະບັບ ທີ່ເຂົາເຈົ້າໃຊ້ເຄື່ອງບັນທຶກ the Scribe. ລະບົບກໍຮູ້ດີ ເຖິງສິ່ງທີ່ກໍາລັງເກີດຂຶ້ນ ແລະເຂົາເຈົ້າ ກໍາລັງດໍາເນີນການຢ່າງວ່ອງໄວ ເພື່ອໃຫ້ແນ່ໃຈວ່າ ຖືກນໍາໃຊ້ຢ່າງປອດພັຍແລະມີປະສິດທິພາບ.
ໂປຣແກຣມແປ ພາສາ (Translation programs) ຍັງຖືກອ້າງວ່າ ເປັນວິທີ ທີ່ຈະເຊື່ອມອຸບປະສັກທາງພາສາ.
ແຕ່ Lisa Woodland, ຜູ້ອໍານວຍການຂອງ New South Wales Multicultural Health ກ່າວວ່າ ມີຄວາມແຕກຕ່າງຫລາຍ ເມື່ອກ່າວເຖິງ ການສື່ສານຂໍ້ມູນດ້ານສຸຂະພາບ ໃນວິທີທີ່ຖືກຕ້ອງ ແລະອ່ອນໄຫວທາງວັດທະນະທັມ.
"ສໍາລັບບາງກຸ່ມພາສາ, ເຊັ່ນພາສາຢູໂຣບ, ລະດັບຄວາມຖືກຕ້ອງສູງກວ່າຫຼາຍ ແຕ່ສໍາລັບຫຼາຍພາສາໃຫມ່ ແລະພາສາອົບພະຍົບ ທີ່ເກີດຂຶ້ນໃຫມ່, ຄວາມຖືກຕ້ອງແມ່ນບໍ່ດີ. ເມື່ອພວກເຮົາ ໃຊ້ການແປໂດຍມະນຸດ ໃນອອສເຕຣເລັຍ ທີ່ເຂົ້າໃຈຄວາມແຕກຕ່າງທາງວັດທະນະທັມ ຂອງພາສາ ແລະຊຸມຊົນທີ່ພວກເຮົາແປ, ພວກເຮົາ ຈະໄດ້ຜລິດຕະພັນທີ່ດີກວ່າຫຼາຍ."
ໃນການດູແລສຸຂະພາບທີ່ສໍາຄັນ, ຫລາຍຄົນເຫັນພ້ອມວ່າ A-I ບໍ່ສາມາດມາທົດແທນມະນຸດໄດ້, ແຕ່ກໍມີການຮັບຮູ້ຫລາຍຂຶ້ນ ເຖິງບົດບາດຂອງມັນ.
ເນື້ອເລື່ອງໂດຍ Abbie O'Brien ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao