ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຄໍາເຕືອນກ່ຽວກັບຄື້ນຄວາມຮ້ອນທີ່ຍາວນານ ແລະຮ້າຍແຮງ.
ລະດູຮ້ອນຂອງອອສເຕຣ ເລັຍກໍາລັງມີສິ່ງທີ່ນັກວິທະຍາສາດເອີ້ນວ່າ "ການປ່ຽນແປງທັງຫມົດ" ດ້ວຍການຄົ້ນຄວ້າໃຫມ່ ຈາກ World Weather Attribution ເປີດເຜີຍວ່າ ປະຈຸບັນນີ້ ມີການຄາດການວ່າ ປະເທດນີ້ ສາມາດມີຄື້ນຄວາມຮ້ອນ (Heat wave) ທຸກໆຫ້າປີໂດຍ ສເລັ່ຍ.
ນັກຄົ້ນຄວ້າຂອງລາຍງານກ່າວວ່າ ການປ່ຽນແປງຂອງສະພາບອາກາດ ໄດ້ເຮັດໃຫ້ຄື້ນຄວາມຮ້ອນ (Heat wave) ຂອງອອສເຕຣເລັຍ ໃນຕົ້ນເດືອນມັງກອນ ມີໂອກາດທີ່ຈະເກີດຂຶ້ນ ຫຼາຍກວ່າຫ້າເທົ່າ, ແລະມີຄວາມຈຳເປັນ ຢ່າງຮີບດ່ວນ ສໍາລັບປະເທດນີ້ ທີ່ຈະປັບຕົວໃຫ້ເຂົ້າກັບສະພາບການ ທີ່ປ່ຽນແປງ.
ຄໍາເຕືອນ ມີຂຶ້ນໃນຂນະທີ່ຣັດ ຢູ່ພາກຕາເວັນອອກສຽງໃຕ້ ຂອງປະເທດ ຕຽມພ້ອມສໍາລັບ ສິ່ງທີ່ຄາດວ່າ ຈະເປັນຄື້ນຄວາມຮ້ອນ (Heat wave) ທີ່ຍາວນານ ແລະຮ້າຍແຮງ ຊຶ່ງຈະເລີ່ມໃນຊ່ວງທ້າຍອາທິດນີ້.
Angelica Waite ລາຍງານ.
ລະດູຮ້ອນຂອງອອສເຕຣເລັຍ ກໍາລັງປະເຊີນກັບ ສິ່ງທີ່ນັກວິທະຍາສາດເອີ້ນວ່າ "ການປ່ຽນແປງທັງຫມົດ" ໃນຂນະທີ່ຄື້ນຄວາມຮ້ອນ (Heat wave) ນັບມື້ນັບເກີດຂຶ້ນເລື້ອຍ ແລະຮຸນແຮງຫຼາຍຂຶ້ນ.
ຣັດທາງໃຕ້ຂອງອອສເຕຣເລັຍ ໄດ້ຮ້ອນອົບເອົ້າໃນຕົ້ນເດືອນມັງກອນ, ໂດຍມີຄື້ນຄວາມຮ້ອນ (Heat wave) ທີ່ຮ້າຍແຮງທີ່ສຸດ ນັບແຕ່ລະດູຮ້ອນປີ 2019-2020, ຊຶ່ງເປັນໄລຍະທີ່ໄຟໄຫມ້ປ່າທີ່ຮ້າຍແຮງ ໄດ້ສ້າງຄວາມເສັຍຫາຍອັນໃຫຍ່ຫລວງ.
ຜູ້ຂຽນ ຂອງການຄົ້ນຄວ້າໃຫມ່ຈາກ World Weather Attribution ກ່າວວ່າ ການປ່ຽນແປງສະພາບພູມອາກາດ ເຮັດໃຫ້ຄື້ນຄວາມຮ້ອນ (Heat wave) ທີ່ຮ້າຍແຮງເມື່ອບໍ່ດົນມານີ້ ມີໂອກາດຈະເກີດຂຶ້ນ ຫລາຍກວ່າຫ້າເທົ່າ.
ນັກວິທະຍາສາດ ດ້ານພູມອາກາດ ທີ່ມະຫາວິທະຍາລັຍແຫ່ງຊາດ ອອສເຕຣເລັຍ (Australian National University) ແລະນັກຂຽນຄົນຫນຶ່ງ ຂອງລາຍງານ, ສາດສະດາຈານ Sarah Perkins-Kirkpatrick, ກ່າວວ່າ ຄື້ນຄວາມຮ້ອນ (Heat wave) ເມື່ອບໍ່ດົນມານີ້ ໜ້າເປັນຫ່ວງເປັນພິເສດ ເພາະມັນເກີດຂຶ້ນ ໃນໄລຍະ La Niña, ຊຶ່ງຕາມປົກກະຕິແລ້ວ ເປັນສັນຍານ ເຖິງອຸນຫະພູມທີ່ເຢັນລົງ.
"ໃນຊ່ວງລະດູຮ້ອນ La Niña, ເຮົາຄາດວ່າ ຈະເຫັນຄື້ນຄວາມຮ້ອນ Heat wave) ຫນ້ອຍລົງ ແລະເກືອບບໍ່ມີຄື້ນຄວາມຮ້ອນເລີຍ. ຄື້ນຄວາມຮ້ອນ (Heat wave) ນີ້ຖືກຈັດວ່າ ເປັນຄື້ນຄວາມຮ້ອນທີ່ຮຸນແຮງ ໃນບາງພາກຂອງອອສເຕຣເລັຍ. ດັ່ງນັ້ນ ຈຶ່ງເປັນເລື່ອງຍາກຫຼາຍທີ່ ຈະເຫັນເຫດການເຊັ່ນນີ້ ໃນຊ່ວງລະດູຮ້ອນ La Niña."
ການຄົ້ນຄວ້າເຜີຍໃຫ້ເຫັນວ່າ ຄື້ນຄວາມຮ້ອນ (Heat wave) ທີ່ມີອຸນຫະພູມສູງສຸດ ລະດັບ 40 ອົງສາ ຄາດວ່າຈະເກີດຂຶ້ນ ໃນອອສເຕຣເລັຍທຸກໆຫ້າປີ, ແທນທີ່ຈະເປັນ ສີ່ເທື່ອຕໍ່ສັດຕະວັດ ຊຶ່ງເປັນມາດຕະຖານ ກ່ອນພາວະໂລກຮ້ອນ ທີ່ເກີດຈາກມະນຸດ.
ຫລັງຈາກພາວະໂລກຮ້ອນຂຶ້ນອີກ 1.3 ອົງສາ-ຊຶ່ງເປັນລະດັບ ທີ່ຄາດວ່າ ຈະບັນລຸ ໃນທ້າຍສັດຕະວັດນີ້ ພາຍໃຕ້ນະໂຍບາຍໃນປະຈຸບັນ-ຄວາມເປັນໄປໄດ້ ແລະຄວາມຮຸນແຮງ ຂອງເຫດການດັ່ງກ່າວ ຄາດວ່າຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແລະມີໂອກາດເພີ່ມຂຶ້ນອີກເປັນ 3 ເທົ່າ.
ນັກຄົ້ນຄວ້າກ່າວວ່າ ການຄົ້ນພົບນັ້ນ ເນັ້ນຫນັກເຖິງຄວາມຈໍາເປັນອັນຮີບດ່ວນ ຂອງອອສເຕຣເລັຍ ໃນການຫລຸດຜ່ອນການປ່ອຍ ມົນລະພິດ ແລະປັບນະໂຍບາຍຂອງຕົນ ໃຫ້ເຂົ້າກັບສະພາບການ ທີ່ຮ້າຍແຮງຂຶ້ນເລື້ອຍໆເຫລົ່ານີ້.
ສາດສະດາຈານ Perkins-Kirkpatrick ກ່າວວ່າ ຕ້ອງມີການປ່ຽນແປງ ໃນຄວາມຄິດ ຂອງສາທາຣະນະຊົນນໍາອີກ.
"ຂ້າພະເຈົ້າຄິດວ່າ ເຮົາຕ້ອງເຮັດຫລາຍກວ່າເກົ່າ ໃນການປ່ຽນຄວາມຄິດ ຂອງສາທາຣະນະຊົນ ກ່ຽວກັບຄວາມຮ້ອນທີ່ຮຸນແຮງຂຶ້ນ ຖ້າຫາກເຮົາຈະເຮັດຢ່າງແທ້ຈິງ ກ່ຽວກັບການຫລຸດຜ່ອນ ແລະປົກປ້ອງຕົວເອງຈາກສິ່ງນັ້ນ. ມັນບໍ່ໄດ້ຫມາຍຄວາມວ່າ ມັນເປັນໄປບໍ່ໄດ້, ມີຫລາຍວິທີ ທີ່ເຮົາສາມາດເຮັດໄດ້, ແຕ່ເຮົາຕ້ອງປ່ຽນທັດສະນະຄະຕິຂອງເຮົາ ເພື່ອເອົາຈິງຈັງຫລາຍຂຶ້ນ."
ຄໍາເຕືອນຂອງລາຍງານໄດ້ມີຂຶ້ນ ໃນຂນະທີ່ຣັດ ພາກຕາເວັນອອກສຽງໃຕ້ ຂອງອອສເຕຣເລັຍ ກໍາລັງຕຽມພ້ອມ ສໍາລັບການຄາດການວ່າ ຈະເປັນຄື້ນຄວາມຮ້ອນ ທີ່ຮ້າຍແຮງເປັນເວລາຍາວນານ ຊຶ່ງເລີ່ມຕົ້ນໃນທ້າຍອາທິດນີ້.
ສຳນັກງານ ພະຍາກອນອາກາດ (The Bureau of Meteorology) ເຕືອນວ່າ ອຸນຫະພູມສູງສຸດ ຈົນເຖິງ 40 ອົງສາ ອາດເກີດຂຶ້ນໄດ້ ເປັນເວລາຫລາຍມື້ຕິດຕໍ່ກັນ ໃນອາທິດຫນ້າ ໃນບາງເຂດໃນພື້ນທີ່ ໄກຈາກທະເລ, ຮວມທັງອຸນຫະພູມ ສູງເຖິງ 48 ອົງສາໃນພາກຕ່າງໆຂອງ Victoria ໃນກາງອາທິດຫນ້າ.
ເມືອງໃຫຍ່ຕ່າງໆ ກໍຄາດວ່າຈະຖືກກະທົບ ຈາກອຸນຫະພູມທີ່ຮ້ອນອົບເອົ້າຄືກັນ, ໂດຍທີ່ Adelaide, Melbourne ແລະ Canberra ຄາດວ່າຈະສູງເຖິງ 40 ອົງສາ ຫລືສູງກວ່ານັ້ນ ເປັນເວລາຫລາຍມື້.
David Nugent ໂຄສົກຂອງສູນ Victoria State Control Centre ກ່າວວ່າ ຄື້ນຄວາມຮ້ອນ ມີຄວາມສາມາດ ທີ່ຈະກໍ່ໃຫ້ເກີດໄຟປ່າອີກເທື່ອຫນຶ່ງ, ແລະເຮັດໃຫ້ ໄຟທີ່ກຳລັງໄຫມ້ປ່າຢູ່ນັ້ນ ຮ້າຍແຮງຂຶ້ນ.
"ໄຟທີ່ຍັງໄຫມ້ຢູ່ສາມແຫ່ງ ແລະອີກຫລາຍຈຸດ ທີ່ພວກເຮົາສາມາດຄວບຄຸມໄດ້ ໃນສອງສາມມື້ຜ່ານມານີ້, ແຕ່ເມື່ອສະພາບການເຫລົ່ານີ້ຮ້ອນຂຶ້ນ ແລະພວກເຮົາ ກໍມີລະດັບອັນຕະຣາຍຂອງໄຟໄຫມ້ທີ່ສູງຫລາຍ ໃນບາງທ້ອງຖິ່ນໃນມື້ອື່ນ ແລະໄຟໄໝ້ກໍຈະເກີດຂຶ້ນອີກ. ອາທິດຕໍ່ໄປ ພວກເຮົາຈະເອົາໃຈໃສ່ ກັບຄວາມພະຍາຍາມເປັນພິເສດ ເພື່ອໃຫ້ແນ່ໃຈວ່າ ໄຟຂອງເຮົາບໍ່ໄດ້ແຜ່ລາມອອກຢ່າງກວ້າງໄກ ຈາກສະພາບການເຫລົ່ານັ້ນ."
ຄວາມຮ້ອນຄາດວ່າ ຈະເກີດຂຶ້ນຢູ່ South Australia, New South Wales ແລະໂດຍສະເພາະ ພາກຕາເວັນຕົກສຽງເຫນືອ ຂອງ Victoria ຈົນເຖິງຕົ້ນອາທິດຫນ້າ.
ຄາດວ່າ ອຸນຫະພູມສູງເຖິງ 43 ອົງສາ ສໍາລັບ Adelaide ໃນວັນຈັນ, ໃນ ຂນະທີ່ອຸນຫະພູມສູງສຸດ ໃນ New South Wales ໃນວັນພຸດ.
Mr Nugent ຊຸກຍູ້ຜູ້ຄົນໃຫ້ຮັບຊາບຂໍ້ມູນ, ແລະຕຽມພ້ອມລ່ວງຫນ້າ ສໍາລັບສະພາບການທີ່ຮ້າຍແຮງ.
"ມັນແມ່ນຄຳເຕືອນທີ່ສໍາຄັນ ສໍາລັບຊຸມຊົນຂອງເຮົາ ຄືທີ່ຈະເຂົ້າໃຈວ່າ ເຮົາຈະປະເຊີນກັບສະພາບຂອງຄື້ນຄວາມຮ້ອນ, ແລະວ່າຜູ້ຄົນ ຈະຕ້ອງໃຫ້ແນ່ໃຈວ່າ ເຂົາເຈົ້າດູແລຕົນເອງ ແລະດູແລເພື່ອນບ້ານ, ຄອບຄົວ, ຫຼີກເວັ້ນຈາກຄວາມຮ້ອນ ເທົ່າທີ່ເຂົາເຈົ້າສາມາດເຮັດໄດ້, ໃຫ້ແນ່ໃຈວ່າ ເຂົາເຈົ້າມີນ້ຳ, ແລະກວດເບິ່ງ ຜູ້ຄົນທີ່ຢູ່ຮອບຂ້າງເຂົາເຈົ້ານໍາອີກ."
ຜູ້ຂຽນຂອງລາຍງານ World Weather Attribution ເອີ້ນຄວາມຮ້ອນວ່າ "ຄາດຕະກອນງຽບ" ຂອງອອສເຕຣເລັຍ, ພ້ອມດ້ວຍຄື້ນຄວາມຮ້ອນ ທີ່ເຮັດໃຫ້ຄົນຕາຍ ຫລາຍກວ່ານ້ຳຖ້ວມ, ໄຟໄຫມ້ປ່າ, cyclones ແລະລົມພະຍຸທັງຫມົດຮວມກັນ.
ສາດສະດາຈານ Ollie Jay, ຜູ້ອໍານວຍການສູນຄົ້ນຄວ້າ ຄວາມຮ້ອນແລະສຸຂະພາບ (the Heat and Health Research Centre) ທີ່ມະຫາວິທະຍາລັຍ, ກ່າວວ່າ ຄວາມຮ້ອນ ສາມາດເຮັດໃຫ້ເກີດອັນຕະຣາຍຕໍ່ ສຸຂະພາບຫຼາຍຢ່າງ.
"ຜູ້ຄົນເຂົ້າໂຮງຫມໍ ດ້ວຍເຫດຜົນທີ່ແຕກຕ່າງກັນ. ຄວາມອ່ອນເພັຍຈາກຄວາມຮ້ອນ, ແຕ່ສ່ວນຫຼາຍ ມັກຈະເປັນພາວະແຊກຊ້ອນ ຂອງໂຣກຫົວໃຈ, ຄົນທີ່ມີໂຣກຫົວໃຈ ແລະມີບັນຫາທີ່ກ່ຽວຂ້ອງກັບຄວາມຮ້ອນ, ແລະຄົນທີ່ມີຄວາມຜິດປົກກະຕິ ທາງຫມາກໄຂ່ຫລັງ, ຜູ້ທີ່ມີຄວາມຜິດປົກກະຕິ ທາງເດີນຫາຍໃຈ ດັ່ງນັ້ນໂຣກປອດ ກໍຈະມີັປັນຫາກັບຄວາມຮ້ອນຄືກັນ."
ສາດສະດາຈານ Jay ກ່າວວ່າ ປັດຈັຍສ່ຽງ ກໍຍັງສະແດງໃຫ້ເຫັນວ່າ ມີຄວາມທ້າທາຍ ທາງເສດຖະກິດຫລາຍຂຶ້ນ.
"ສິ່ງທີ່ເຮົາຮູ້ກໍຄືວ່າ ຫລາຍຄົນທີ່ມີປັດຈັຍ ອັນຕະຣາຍທາງຊີວະພາບເບື້ອງຕົ້ນ, ໂດຍສະເພາະ ຕອນທີ່ປັດຈັຍເຫຼົ່ານັ້ນຮວມເຂົ້າກັນ. ຜູ້ສູງອາຍຸ ທີ່ມີໂຣກຊໍາເຮື້ອຕ່າງໆ, ສ່ວນຫລາຍແລ້ວ ສະພາບເຫລົ່ານັ້ນ ຈະມີຢູ່ທົ່ວໄປ ໃນຜູ້ຄົນທີ່ມີລາຍໄດ້ທີ່ຕ່ຳກວ່າ ແລະສ່ວນຫລາຍແລ້ວ ເຂົາເຈົ້າບໍ່ສາມາດ ໃຊ້ເຄື່ອງປັບອາກາດ ຫລືແນ່ນອນວ່າ ເຂົາເຈົ້າອາດມີເຄື່ອງປັບອາກາດ ແຕ່ເປັນຫ່ວງວ່າ ຄ່າໄຟຈະແພງຫລາຍປານໃດ ໃນທ້າຍເດືອນ. ສະນັ້ນ ເຂົາເຈົ້າຈຶ່ງເລືອກທີ່ຈະບໍ່ໃຊ້ມັນ ແລະນັ້ນຄືຜູ້ຄົນທີ່ມີຄວາມສ່ຽງຫລາຍທີ່ສຸດ."
ລາວເວົ້າວ່າ ໃນຂນະທີ່ເຮົາ ກຳລັງປະເຊີນໜ້າກັບຄື້ນຄວາມຮ້ອນຕໍ່ໄປ, ສໍາລັບຜູ້ທີ່ບໍ່ສາມາດໃຊ້ເຄື່ອງປັບອາກາດ, ພັດລົມໄຟຟ້າ ສາມາດເປັນທາງເລືອກທີ່ມີປະສິດທິພາບ ຕອນທີ່ອຸນຫະພູມຕ່ຳກວ່າ 40 ອົງສາ.
ແຕ່ເມື່ອອຸນຫະພູມສູງກວ່າ 40 ອົງສາ, ລາວກ່າວວ່າ ຄໍາແນະນໍາສໍາລັບການທຳຄວາມເຢັນ ທີ່ມີລາຄາຖືກກວ່າ ກໍຈະປ່ຽນໄປ.
"ພັດລົມ ປ່ຽນຈາກການໃຫ້ປໂຍດ ເປັນອັນຕະຣາຍ. ສະນັ້ນ, ມັນຈຶ່ງເລັ່ງຄວາມຮ້ອນຂອງຮ່າງກາຍ, ມັນຈະຂຍາຍລະດັບຄວາມກົດດັນ ຂອງຄວາມຮ້ອນທາງຮ່າງກາຍ ທີ່ຜູ້ຄົນປະສົບ. ດັ່ງນັ້ນ, ພວກເຮົາຈຶ່ງແນະນໍາວ່າ ເມື່ອອຸນຫະພູມຂອງອາກາດ ສູງກວ່າ 40 ອົງສາ ຜູ້ຄົນບໍ່ຄວນໃຊ້ພັດລົມ. ດັ່ງນັ້ນ, ການເຮັດໃຫ້ຜິວຫນັງປຽກຊຸ່ມ ຈຶ່ງເປັນວິທີ ທີ່ມີປະສິດທິພາບ ໃນການຈໍາກັດຄວາມເຄັ່ງຕຶງທາງຮ່າງກາຍ ທີ່ຜູ້ຄົນປະສົບ ເມື່ອເຂົາເຈົ້າປະສົບກັບຄວາມຮ້ອນ ແລະສິ່ງນີ້ໄດ້ຜົນດີແທ້ໆ ແມ່ນແຕ່ສູງກວ່າ 40 ອົງສາ."
ລາຍງານໂດຍ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





