ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ງົບປະມານສາທາຣະນະສຸກໃນອອສເຕຣເລັຍ.
ນາຍົກຣັດຖະມົນຕີຂອງຣັດ ໄດ້ມາເຕົ້າໂຮມກັນ ໃນການປະຊຸມສຸກເສີນ, ເນື່ອງຈາກຄວາມເຄັ່ງຕຶງເພີ່ມຂຶ້ນ ກ່ຽວກັບການບັນລຸຂໍ້ຕົກລົງ ເລື່ອງງົບປະມານຂອງໂຮງຫມໍຂອງຣັດ ກັບຣັດຖະບານກາງ.
ລາຍງານໃຫມ່ ຈາກສະຖາບັນ Grattan ຍັງພົບວ່າ ໂຮງຫມໍຂອງອອສເຕຣເລັຍ ກໍາລັງເປືອງເງິນ ຫລາຍກວ່າ 1 ພັນລ້ານໂດລາຕໍ່ປີ ໃນການໃຊ້ຈ່າຍທີ່ຫລີກລ້ຽງໄດ້.
Wing Kuang ລາຍງານ.
ດັ່ງທີ່ Chris Minns ນາຍົກຣັດຖະມົນຕີຂອງ New South Wales ຊີ້ບອກ,ມັນເປັນເລື່ອງຍາກ ທີ່ຈະເຫັນນາຍົກຣັດຖະມົນຕີຂອງແຕ່ລະຣັດ ແລະເຂດປົກຄອງ ເປັນຫນຶ່ງດຽວກັນ.
"ທົ່ວອອສເຕຣເລັຍ, Queensland, Western Australia, South Australia, the Northern Territory, ຣັດຕ່າງໆ, ພັກການເມືອງຕ່າງໆທີ່ບໍຣິຫານຣັດເຫລົ່ານັ້ນ, ເຮົາບໍ່ສາມາດຜິດໄດ້ທຸກຄົນ."
ນາຍົກຣັດຖະມົນຕີຂອງຣັດ ແລະຫົວໜ້າຣັດຖະມົນຕີຂອງເຂດປົກຄອງ ໄດ້ຮ່ວມກັນກ່າວຫາຣັດຖະບານກາງວ່າ ປີ້ນຄໍາສັນຍາຂອງຕົນ ກ່ຽວກັບເງິນງົບປະມານ ຂອງໂຮງຫມໍສາທາຣະນະ.
ໃນປີ 2023, ຣັດຖະບານກາງ ແລະຣັດ ໄດ້ຕົກລົງກັນເລື່ອງຮູບແບບ ງົບປະມານໃຫມ່ ສໍາລັບໂຮງຫມໍສາທາຣະນະ, ຊຶ່ງຈະເຫັນ Commonwealth ເພີ່ມສ່ວນແບ່ງຄ່າໃຊ້ຈ່າຍ ຂອງໂຮງຫມໍສາທາຣະນະ ເປັນ 42.5 ເປີເຊັນພາຍໃນປີ 2031.
ລາຍງານ ຍັງຮຽກຮ້ອງໃຫ້ Commonwealth ເພີ່ມເງິນໃຫ້ແກ່ໂຮງຫມໍ ໃຫ້ສອດຄ່ອງກັບຄວາມຕ້ອງການການດູແລທີ່ເພີ່ມຂຶ້ນ.ສະຖາບັນ Grattan.
ແຕ່ Mr Minns ກ່າວວ່າ ການສເນີເທື່ອສຸດທ້າຍ ຈາກຣັດຖະບານກາງ ແມ່ນພຽງແຕ່ 37 ເປີເຊັນຂອງຄ່າໃຊ້ຈ່າຍ, ຊຶ່ງລາວກ່າວວ່າ ເປັນການຫລຸດຈໍານວນລົງຢ່າງຫລວງຫລາຍ.
"ຣັດຖະບານກາງ ມີເງິນຫລາຍກວ່າຣັດຕ່າງໆ, ແຕ່ພວກເຮົາມີຫນ້າທີ່ຮັບຜິດຊອບໃນການໃຫ້ບໍຣິການ, ແລະພວກເຮົາຕ້ອງການຂໍ້ຕົກລົງໃຫມ່, ເພາະສິ່ງທີ່ຖືກສເນີນັ້ນຍັງບໍ່ດີພໍ."
ການປ່ຽນແປງຈຸດຢືນຂອງຣັດຖະບານກາງ ໄດ້ເກີດຂຶ້ນໃນເດືອນກັນຍາ, ເມື່ອມີລາຍງານວ່າ ນາຍົກຣັດຖະມົນຕີ, Anthony Albanese, ໄດ້ສົ່ງຈົດຫມາຍ ໄປຫານາຍົກຣັດຖະມົນຕີ ແລະຣັດຖະມົນຕີສາທາຣະນະສຸກຂອງຣັດຕ່າງໆ.
ລາຍງານກ່າວວ່າ ໃນຈົດຫມາຍນັ້ນ, Mr Albanese ຊຸກຍູ້ຣັດຖະບານຂອງຣັດ ໃຫ້ຕັດການໃຊ້ຈ່າຍຂອງໂຮງຫມໍ, ຖ້າຫາກເຂົາເຈົ້າຢາກໃຫ້ມີຂໍ້ຕົກລົງເລື່ອງງົບປະມານໃຫມ່.
Mr Albanese ກ່າວຈາກ Western Australia ພ້ອມດ້ວຍ Roger Cook,ນາຍົກຣັດຖະມົນຕີຂອງຣັດວ່າ ລາວແລະນາຍົກຣັດຖະມົນຕີຂອງຣັດ ກໍາລັງພະຍາຍາມແກ້ໄຂບັນຫານີ້.
"ສິ່ງທີ່ພວກເຮົາມີຢູ່ເທິງໂຕະ ແມ່ນຈໍານວນງົບປະມານທີ່ເພີ່ມຂຶ້ນ, ແລະແນ່ນອນວ່າ ຜູ້ຄົນຈະເວົ້າເຖິງຂໍ້ຕົກລົງນັ້ນ, ສິ່ງທີ່ຢູ່ເທິງໂຕະໃນເວລານັ້ນ ແມ່ນ 30 ພັນລ້ານໂດລາ, ປະຈຸບັນນີ້ ພວກເຮົາມີ 20 ພັນລ້ານໂດລາຢູ່ເທິງໂຕະ, ພວກເຮົາກໍາລັງແກ້ໄຂບັນຫາເຫລົ່ານັ້ນ, 20 ພັນລ້ານໂດລາ ແມ່ນການເພີ່ມຫລາຍຂຶ້ນ ໃນງົບປະມານທາງສຸຂະພາບສໍາລັບໂຮງຫມໍ."
ຄນະຣັດຖະມົນຕີແຫ່ງຊາດ ຈະພົບກັນອີກໃນອາທິດນີ້ ເພື່ອຫາລືກ່ຽວກັບບັນຫານີ້, ແຕ່ Sussan Ley ຜູ້ນໍາຝ່າຍຄ້ານກ່າວວ່າ ການປີ້ນຄຳເວົ້າຂອງຣັດຖະບານຂອງ Albanese ເປັນສັນຍານ ຂອງການຈັດງົບປະມານທີ່ລົ້ມເຫລວ.
"ມັນບໍ່ແມ່ນເລື່ອງແປກປລາດ ບໍ່ທີ່ນາຍົກຣັດຖະມົນຕີບໍຣິຫານເສດຖະກິດຜິດພາດ, ຈົນຕອນນີ້ ລາວຈຶ່ງຖືກບັງຄັບໃຫ້ຂຽນຈົດຫມາຍຫາຣັດຖະມົນຕີສາທາຣະນະສຸກ?"
ຂໍ້ພິພາດໄດ້ເກີດຂຶ້ນ ໃນຂນະທີ່ຜູ້ຊ່ຽວຊານຊີ້ໃຫ້ເຫັນ ເຖິງລະບົບໂຮງຫມໍສາທາຣະນະ ທີ່ມີຄວາມກົດດັນຫລາຍຂຶ້ນ, ຈາກຣົດໂຮງຫມໍ ຈົນເຖິງຄວາມຈຳນວນຄົນໄຂ້ ທີ່ເພີ່ມຂຶ້ນໃນໂຮງຫມໍ.
ການປີ້ນຄຳເວົ້າຂອງຣັດຖະບານຂອງ Albanese ເປັນສັນຍານ ຂອງການຈັດງົບປະມານທີ່ລົ້ມເຫລວ.Sussan Ley ຜູ້ນໍາຝ່າຍຄ້ານ
ສະຖານະການໄດ້ຮ້າຍແຮງຂຶ້ນ, ເຖິງແມ່ນວ່າ ເງິນຊ່ອຍເຫຼືອຂອງໂຮງຫມໍສາທາຣະນະ ໄດ້ເພີ່ມຂຶ້ນໃນຫລາຍປີຜ່ານມານີ້.
Peter Breadon ເປັນຜູ້ອໍານວຍການໂຄງການສຸຂະພາບ ທີ່ສະຖາບັນ Grattan.
ໃນການລາຍງານໃຫມ່, ທີມຂອງລາວແນະນໍາວ່າ ຣັດຖະບານຂອງຣັດ ສາມາດຫລຸດການໃຊ້ຈ່າຍ ທີ່ສາມາດຫລີກລ້ຽງໄດ້ໃນໂຮງຫມໍ ເປັນຈຳນວນຫລາຍພັນລ້ານໂດລາ.
"ພວກເຮົາພົບວ່າ ຢ່າງໜ້ອຍມີປະມານ 1.2 ພັນລ້ານໂດລາຕໍ່ປີ ໃນລະບົບທີ່ບໍ່ກ່ຽວກັບການຊ່ອຍເຫລືອຄົນໄຂ້ ແລະສາມາດນຳມາໃຊ້ຈ່າຍໃນທາງທີດີກວ່າ. ນັ້ນຮວມທັງການພັກຢູ່ໂຮງຫມໍໄລຍະສັ້ນລົງ. ພວກເຮົາໃຊ້ເວລາຢູ່ໂຮງຫມໍດົນກວ່າ ໃນອອສເຕຣເລັຍ ສໍາລັບການຜ່າຕັດຫລາຍຢ່າງ ບ່ອນທີ່ຫລາຍຄົນສາມາດກັບບ້ານໄດ້ໃນມື້ດຽວ ເມື່ອປຽບທຽບໃສ່ກັບປະເທດທີ່ຮັ່ງມີອື່ນໆ."
ລາຍງານຂອງລາວ ຍັງຮຽກຮ້ອງໃຫ້ Commonwealth ເພີ່ມເງິນໃຫ້ແກ່ໂຮງຫມໍ ໃຫ້ສອດຄ່ອງກັບຄວາມຕ້ອງການການດູແລທີ່ເພີ່ມຂຶ້ນ.
"ມັນກ່ຽວກັບຣັດຖະບານ ທີ່ຈະມາໂຮມໂຕ ແລະຕົກລົງກັນ ເລື່ອງການງົບປະມານ, ແຕ່ຕື່ມນະໂຍບາຍໃຫມ່ ເພື່ອເຮັດໃຫ້ງົບປະມານນັ້ນມີປະສິດທິຜົນຫລາຍຂຶ້ນ."
ລາຍງານໂດຍ Wing Kuang ແລະ Angelica White ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao





