ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ໂສກນາດຕະກັມຍົນຕົກ ຂອງ Air India.
ການສືບສວນນານາຊາດ ກໍາລັງດໍາເນີນການ ກ່ຽວກັບຍົນຕົກ ຂອງ Air India ຊຶ່ງເຮັດໃຫ້ຜູ້ໂດຍສານທັງຫມົດ ເສັຍຊີວິດ ຍົກເວັ້ນແຕ່ຄົນດຽວຢູ່ໃນຍົນ.
ຕໍາຫລວດອິນເດັຍກ່າວວ່າ ຢ່າງຫນ້ອຍ 265 ສົບໄດ້ຖືກຄົ້ນພົບ ຈາກຈຸດເກີດເຫດ-ແລະຈໍານວນອາດເພີ່ມຂຶ້ນອີກ, ຫລັງຈາກຍົນ ໄດ້ຕໍາຫໍພັກ ຂອງວິທະຍາລັຍການແພດ ຕອນມັນຕົກ.
Essam Al-Ghalib ລາຍງານ.
ມີການຢືນຢັນວ່າ ຫລາຍກວ່າ 240 ຄົນໄດ້ເສັຍຊີວິດ, ຫລັງຈາກຍົນ Air India Dreamliner ລະຫວ່າງເດີນທາງໄປ London ປະສົບອຸບັດເຫດ ບໍ່ດົນ ຫລັງຈາກບິນຂຶ້ນຈາກ Ahmedabad-ຊຶ່ງກາຍເປັນພັຍພິບັດ ທາງອາກາດ ທີ່ຮ້າຍແຮງທີ່ສຸດ ໃນຮອບສິບປີຜ່ານມາ.
ຍົນ Boeing 787 ໃຊ້ເວລາບໍ່ເຖິງຫນຶ່ງນາທີ ໃນການເດີນທາງ ໄປຫາເດີ່ນບິນ Gatwick Airport ທີ່ London ເມື່ອມັນຕົກລົງໃສ່ຫໍພັກ ຂອງວິທະຍາລັຍການແພດ, ໄດ້ກໍ່ໃຫ້ເກີດ ການລະເບີດ ທີ່ເຫັນໄດ້ທົ່ວເມືອງ-ແລະໄດ້ສົ່ງແປວໄຟ ຂຶ້ນໄປໃນທ້ອງຟ້າ.
ຜູ້ໂດຍສານຊາວອັງກິດ ເປັນພຽງຄົນດຽວ ທີ່ລອດຊີວິດ ໃນຈໍານວນ 242 ຄົນທີ່ຢູ່ໃນຍົນ.
ພວກເຂົາຮວມເຖິງ: ຊາວອິນເດັຍ 169 ຄົນ, ຊາວອັງກິດ 53 ຄົນ, ຊາວPortuguese 7 ຄົນ ແລະຊາວ Canadian 1 ຄົນ.
Vishwashkumar Ramesh ຜູ້ທີ່ລອດຊີວິດເວົ້າວ່າ ລາວບໍ່ຮູ້ວ່າ ລາວໄດ້ຫນີຈາກຍົນໄດ້ແນວໃດ.
ຈາກຕຽງນອນຢູ່ໂຮງຫມໍ, ລາວໄດ້ເລົ່າເລື້ອງ ກັບໜັງສືພິມ Hindustan Times, ຕອນທີ່ຍົນຕົກ.
"ສາມສິບວິນາທີຫລັງຈາກບິນຂຶ້ນ, ມີສຽງດັງ ແລະແລ້ວຍົນກໍຕົກ... ທຸກຢ່າງເກີດຂຶ້ນຢ່າງໄວ... ເມື່ອຂ້າພະເຈົ້າລຸກຂຶ້ນ, ມີສົບຢູ່ຮອບຂ້າງຂ້າພະເຈົ້າ. ຂ້າພະເຈົ້າຢ້ານກົວ. ຂ້າພະເຈົ້າໄດ້ຢືນຂຶ້ນ ແລະແລ່ນອອກໄປ. ມີຊິ້ນສ່ວນຂອງຍົນ ຢູ່ຮອບໂຕຂ້າພະເຈົ້າ... ມີຄົນຈັບຂ້າພະເຈົ້າໄວ້ ແລະເອົາຂ້າພະເຈົ້າຂຶ້ນຣົດໂຮງຫມໍ ແລະພາຂ້າພະເຈົ້າໄປໂຮງຫມໍ."
ຕໍາຫລວດເວົ້າວ່າ Mr Ramesh ໄດ້ນັ່ງຢູ່ໃກ້ທາງອອກສຸກເສີນຂອງຍົນ ແລະສາມາດໂດດອອກໄປໄດ້.
ບໍ່ຊັດເຈນວ່າ ລາວໄດ້ໂດດອອກຕອນໃດ.
ນ້ອງຊາຍຂອງຜູ້ທີ່ລອດຊີວິດ, ກ່າວຈາກເຮືອນຂອງເຂົາເຈົ້າ ໃນເມືອງLeicester ໃນປະເທດອັງກິດວ່າ Vishwashkumar ໄດ້ໂທຫາພໍ່ຂອງເຂົາເຈົ້າ ພຽງແຕ່ສອງສາມນາທີກ່ອນຍົນຂຶ້ນ, ແລະອີກເທື່ອຫນຶ່ງ, ບໍ່ດົນຫລັງຈາກຍົນຕົກ.
"ຕອນລາວຢູ່ເທິງຍົນ, ພໍ່ຂອງຂ້ອຍໄດ້ໂທຫາລາວ. ແລະ Vishwash ໄດ້ເວົ້າວ່າ, ໂອ້, ຍົນພວກເຮົາກຳລັງຈະຂຶ້ນໃນບໍ່ຊ້ານີ້. ແລະແລ້ວ ສອງນາທີຈາກນັ້ນ, ລາວໄດ້ໂທຫາພໍ່ຂອງຂ້ອຍ ຫຼັງຈາກທີ່ຍົນລາວຕົກ. ລາວເວົ້າວ່າ ຍົນຂອງພວກເຮົາຕົກ, ຂ້ອຍບໍ່ຮູ້ວ່າອ້າຍຂອງຂ້ອຍຢູ່ໃສ. ຂ້ອຍບໍ່ເຫັນຜູ້ໂດຍສານຄົນອື່ນ. ຂ້ອຍບໍ່ຮູ້ວ່າ ຂ້ອຍມີຊີວິດຢູ່ໄດ້ແນວໃດ, ຂ້ອຍໄດ້ອອກຈາກຍົນໄດ້ແນວໃດ."
Vishwashkumar ໄດ້ນັ່ງຢູ່ທາງຂ້າງອ້າຍຂອງລາວ ຢູ່ໃນຍົນ.
ບັດນີ້ອ້າຍຄົນນັ້ນ ຖືກສັນນິຖານວ່າຕາຍແລ້ວ.
"ມັນເປັນປະຕິຫານ ທີ່ລາວລອດຊີວິດ. ແລ້ວປະຕິຫານອີກຢ່າງຫນຶ່ງ ສໍາລັບອ້າຍອີກຄົນຫນຶ່ງຂອງຂ້ອຍເດ? ພຽງແຕ່ໄດ້ຍິນ ກ່ຽວກັບອຸປະຕິເຫດນີ້, ຂ້ອຍຢ້ານທີ່ຈະຂີ່ຍົນໃນຕອນນີ້, ແມ່ນແຕ່ຢູ່ໃນຍົນໃນຕອນນີ້."
ຢູ່ທີ່ສະຖານທີ່ຍົນຕົກ, ຄວັນດໍາໄດ້ລຸກໄຫມ້ ຢູ່ເທິງຊາກຍົນ ໃນຂນະທີ່ພະນັກງານດັບເພີງ ພະຍາຍາມຄວບຄຸມແປວໄຟ.
ຫນ່ວຍງານຝ່າຍພົນລະເຮືອນ ແລະທະຫານ ໄດ້ທໍາງານຄຽງຂ້າງ ກັບອາສາສມັກ ແລະປະຊາຊົນໃນທ້ອງຖິ່ນ ເພື່ອກູ້ຊາກສົບຜູ້ເສັຍຊີວິດ ແລະຮັກສາຜູ້ບາດເຈັບ.
Amrit Jaiswani, ຜູ້ອາສັຍຢູ່ໃນທ້ອງຖິ່ນ, ມີຄວາມໂສກເສົ້າຫລາຍ ກັບການສູນເສັຍຊີວິດ.
"ຮູ້ສຶກໂສກເສົ້າຫລາຍ. ຂ້ອຍບໍ່ເຄີຍຮູ້ສຶກໂສກເສົ້າແບບນີ້ມາກ່ອນ ໃນຊີວິດຂອງຂ້ອຍ. ບັນຍາກາດ ແລະຕໍາແຫນ່ງຂອງສະຖານທີ່ແຫ່ງນີ້, ມັນເຮັດໃຫ້ຂ້ອຍຮູ້ສຶກເຈັບປວດ. ຂ້ອຍອະທິຖານ ຕໍ່ພຣະເຈົ້າວ່າ ຄວາມໂສກເສົ້າເຊັ່ນນີ້ ຈະບໍ່ເກີດຂຶ້ນອີກ."
ໃນບັນດາຜູ້ທີ່ເສັຍຊີວິດ ແມ່ນເດັກນ້ອຍ, ນັກຮຽນ ແລະພະນັກງານແພດ.
ຍັງບໍ່ເປັນຊັດເຈນໃນເວລານີ້, ໃນຂນະທີ່ການຊອກຫາ ແລະກູ້ພັຍ ຍັງດໍາເນີນຕໍ່ໄປຢູ່ພື້ນດິນ, ມີຈັກຄົນທີ່ເສັຍຊີວິດ ແລະໄດ້ຮັບບາດເຈັບ ຢູ່ຫໍພັກຂອງວິທະຍາລັຍການແພດ.
Indrajeet Singh Solanki ເປັນຄົນຫນຶ່ງໃນກຸ່ມທໍາອິດ ທີ່ມາເຖິງ ແລະຊ່ອຍເຫລືອ.
"ໃນຕອນທຳອິດ, ຂ້ອຍບໍ່ເຂົ້າໃຈຫຍັງເລີຍ, ມັນມີແຕ່ຄວັນໄຟຢູ່ທຸກບ່ອນ. ພວກເຮົາ ໄດ້ເຫັນສ່ວນນ້ອຍໆບາງສ່ວນ (ຂອງຍົນ) ກໍາລັງເຜົາໄຫມ້. ຄືກັນກັບປີກນີ້ ທີ່ນອນຢູ່ທີ່ນີ້.… ຜ່ານຄວັນໄຟ, ພວກເຮົາໄດ້ຊ່ວຍເຫຼືອຜູ້ບາດເຈັບ ແລະໄດ້ພາເຂົາເຈົ້າໄປຫາສູນກາງບາດເຈັບ ໃນໂຮງຫມໍພົນລະເຮືອນ ດ້ວຍຣົດກະບະ. ພວກເຮົາ ໄດ້ພາ 9 ຄົນໄປໂຮງຫມໍ."
Mr Solanki ກ່າວວ່າ ຄວາມຊົງຈໍານັ້ນ ຈະລົບກວນລາວໄປອີກຫລາຍມື້.
"ຂ້ອຍຮູ້ສຶກເສັຍໃຈ ທີ່ຫຼາຍກວ່າ 200 ຄົນໄດ້ເສັຍຊີວິດ, ຢ່າງຫນ້ອຍ ກໍຈະນອນບໍ່ຫຼັບ ໃນອີກສອງສາມມື້ຕໍ່ໄປ. ແຕ່ໃນເວລາທີ່ເກີດອຸບັດເຫດ, ພວກເຮົາມີເປົ້າໝາຍດຽວ-ຄືຈະຊ່ວຍຊີວິດ ບໍ່ວ່າຈະມີຫຍັງເກີດຂຶ້ນ. ມີອາສາສມັກຫລາຍຄົນຢູ່ທີ່ນີ້. ບາງຄົນ ໄດ້ມາພ້ອມກັບຣົດຂຸດດິນ ເພື່ອໃຫ້ຄວາມຊ່ອຍເຫລືອ."
ເຈົ້າຫນ້າທີ່ເວົ້າວ່າ ນັກບິນໄດ້ສົ່ງສັນຍານ Mayday ບໍ່ດົນກ່ອນຈະຂາດການຕິດຕໍ່.
ພາບວິດີໂອຂອງອຸບັດເຫດ ໄດ້ສະແດງໃຫ້ເຫັນ ຍົນກຳລັງບິນຂຶ້ນ, ດີ້ນລົນທີ່ຈະຍົກລະດັບຄວາມສູງ ເປັນເວລາ 30 ວິນາທີ, ກ່ອນຈະຫຼຸດລະດັບຄວາມສູງລົງ ແລ້ວກໍຕົກລົງ ແລະໄຟລຸກໄໝ້.
Air India ໄດ້ຢືນຢັນວ່າ ນີ້ເປັນອຸປະຕິເຫດທໍາອິດຂອງບໍຣິສັດ ທີ່ກ່ຽວຂ້ອງກັບຍົນ Dreamliner ນັບຕັ້ງແຕ່ມັນຖືກນໍາໃຊ້ໃນປີ 2011.
ຣັຖມົນຕີກະຊວງການບິນພົນລະເຮືອນ ຂອງອິນເດັຍເວົ້າວ່າ ຂນະນີ້ກຳລັງສອບສວນຢ່າງລະອຽດຢູ່.
ໃນ London, Keir Starmer ນາຍົກຣັຖມົນຕີອັງກິດ ໄດ້ສະແດງຄວາມເສັຍໃຈ ຕໍ່ໂສກນາດຕະກັມ ແລະຢືນຢັນວ່າ ປະເທດອັງກິດກໍາລັງທໍາງານຢ່າງໃກ້ຊິດ ກັບທາງການອິນເດັຍ.
"ຮູບພາບ ແລະຂ່າວຈາກປະເທດອິນເດັຍ ເປັນເລື່ອງທີ່ຫນ້າເສັຍໃຈແທ້ໆ, ແລະຂ້າພະເຈົ້າ ກ່າວແທນປະເທດທັງຫມົດ ໂດຍກ່າວວ່າ ຄວາມຄິດຂອງເຮົາ ແມ່ນຢູ່ກັບທຸກຄົນທີ່ກ່ຽວຂ້ອງ. ຈະມີຄອບຄົວຊາວອັງກິດ ແລະຊາວອິນເດັຍທົ່ວປະເທດ ທີ່ໄດ້ຮັບຜົນກະທົບຈາກເລື່ອງນີ້ ແລະຄວາມຄິດຂອງພວກເຮົາ ແມ່ນຢູ່ກັບເຂົາເຈົ້າ. ເຫັນໄດ້ຢ່າງຊດແຈ້ງວ່າ ການສອບສວນກໍາລັງດໍາເນີນຕໍ່ໄປ. ພວກເຮົາ ໄດ້ສົ່ງທີມສືບສວນ. ນັ້ນກໍາລັງຖືກນໍາໄປໃຊ້. ຣັຖມົນຕີການຕ່າງປະເທດ ກໍາລັງນໍາພາເລື່ອງນີ້."
ເນື້ອເລື່ອງໂດຍ Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao