ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ຄວາມຂັດແຍ່ງລະຫວ່າງ Israel ແລະ Iran.
ຍົນລໍາຫນຶ່ງ ຂອງກອງທັບອາກາດອອສເຕຣເລັຍ ທີ່ບັນທຸກຊາວອອສເຕຣເລັຍ ຫລາຍກວ່າ 100 ຄົນ ທີ່ພະຍາຍາມຫນີ ຈາກການຂັດແຍ້ງ ໃນເຂດຕາເວັນອອກກາງ ໄດ້ບິນອອກຈາກເມືອງໃຫຍ່ຂອງ Israel ຫລັງຈາກນ່ານຟ້າເປີດ.
ແຕ່ຣັຖມົນຕີການຕ່າງປະເທດ, Penny Wong, ກ່າວວ່າ ຖ້ຽວບິນຊ່ອຍເຫລືອ ທີ່ອອກຈາກປະເທດ Iran ຍັງບໍ່ສາມາດເຮັດໄດ້.
ດັ່ງທີ່ Deborah Groarke ລາຍງານ, ການອົບພະຍົບນັ້ນ ມີຂຶ້ນ ຫຼັງຈາກອາທິດທີ່ເຄັ່ງຕຶງ ຊຶ່ງອອສເຕຣເລັຍ ສນັບສນູນການໂຈມຕີ ຂອງສະຫະຣັດອາເມຣິກາ ໃນສະຖານທີ່ນິວເຄລັຍ ຂອງ Iran, ກ່ອນການຢຸດຍິງ.
"ສາມອາທິດຜ່ານມານີ້, ພວກເຮົາ ຕັ້ງໃຈຈະຢູ່ Jerusalem ເຄິ່ງຫນຶ່ງ ແລະແລ້ວໄປເມືອງ Tel Aviv. ສອງວັນສຸກຜ່ານມານີ້, ເມື່ອສະພາບການເລີ່ມຮ້າຍແຮງຂຶ້ນ, ພວກເຮົາໄດ້ຍົກເລີກການເດີນທາງໄປເມືອງ Tel Aviv ແລະໄດ້ໄປ Jerusalem ນັບແຕ່ນັ້ນມາ, ເຮົາພະຍາຍາມຈະອອກໄປ."
ນັ້ນແມ່ນ Taiba Ash ຊາວອອສເຕຣເລັຍ.
ນາງເປັນຫນຶ່ງ ຂອງຜູ້ໂດຍສານ 119 ຄົນທີ່ໄດ້ອອກຈາກເມືອງ Tel Aviv ໃນຕອນເຊົ້າ ຂອງວັນພຸດ ດ້ວຍຖ້ຽວບິນອົບພະຍົບຈາກ Israel.
ຮອງນາຍົກຣັຖມົນຕີ Richard Marles ກ່າວວ່າ ກຸ່ມນັ້ນ ໄດ້ຖືກຍ້າຍໄປຢູ່ໃນເຂດ ທີ່ພົ້ນອັນຕະຣາຍແລ້ວ.
ຖ້ຽວບິນຂອງເຂົາເຈົ້າ ເກີດຂຶ້ນໄດ້ ໂດຍການຢຸດຍິງ ລະຫວ່າງ Israel ແລະ Iran, ຊຶ່ງ Tammy Bruce ໂຄສົກຂອງຣັດຖະບານກ່າວວ່າ ສະຫະຣັດອາເມຣິກາ ໄດ້ເປັນຄົນກາງ ໃນວັນອັງຄານ ແລະໄດ້ອະນຸຍາດໃຫ້ເປີດນ່ານຟ້າຢ່າງຈໍາກັດ.
"ແນ່ນອນວ່າ Israel ໄດ້ຕົກລົງ ທີ່ຈະຢຸດຍິງ ແລະພວກເຮົາເຊື່ອວ່າ ມີຄໍາຖແລງການ ຈາກປະເທດ Iran ທີ່ໄດ້ເຮັດເຊັ່ນນັ້ນຄືກັນ. ນັ້ນຄືຖ້ອຍຄໍາທີ່ເຮົາຕ້ອງການ."
ຣັດຖະບານ ຍັງພະຍາຍາມອົບພະຍົບຊາວອອສເຕຣເລັຍ ປະມານ 3000ຄົນ ທີ່ໄດ້ລົງທະບຽນ ເພື່ອຂໍຊ່ອຍເຫລືອ ເພື່ອອອກຈາກ Iran ແລະຫລາຍກວ່າ 1000 ຄົນໃນ Israel.
ແຕ່ໃນຂນະທີ່ຊາວອອສເຕຣເລັຍບາງຄົນ ສາມາດອອກຈາກ Israelໂດຍທາງອາກາດ, ຣັຖມົນຕີການຕ່າງປະເທດ, Penny Wong, ກ່າວວ່າ ຖ້ຽວບິນຊ່ອຍເຫລືອ ຈາກປະເທດ Iran ຍັງເປັນໄປບໍ່ໄດ້.
ເຖິງຢ່າງໃດກໍຕາມ, ເອກອັກຄະຣັດຖະທູດ Iran ປະຈຳອອສເຕຣເລັຍ-Ahmad Sadeghi- ໄດ້ບອກກັບ SBS ວ່າເພິ່ນຮູ້ວ່າ ບາງຄົນກໍາລັງອອກໄປ ຢ່າງປອດພັຍ ໂດຍທາງບົກ.
"ກະຊວງການຕ່າງປະເທດ ແລະອົງການອື່ນໆ ອໍານວຍຄວາມສະດວກ ໃນບາງເສັ້ນທາງ. ເຂົາເຈົ້າ ບໍ່ສາມາດໃຊ້ມັນ ເພື່ອຄວາມສະດວກຂອງເຂົາເຈົ້າ, ບໍ່ວ່າຈະຜ່ານປະເທດ Iraq ແລະປະເທດ Turkiye ແລະ Armenia ພ້ອມທັງ Azerbijian ນໍາອີກ. ຂ້າພະເຈົ້າ ຫາກໍໄດ້ຮັບແຈ້ງບອກວ່າ DFAT ຂອງອອສເຕຣເລັຍ ຢາກໃຊ້ທາງຜ່ານຂອງ Azerbijan. ພວກເຮົາມີຂໍ້ມູນວ່າ ເຂົາເຈົ້າກໍາລັງຜ່ານໄປຢ່າງປອດພັຍ. ຄອບຄົວຂອງຂ້າພະເຈົ້າເອງ ໄດ້ໄປທ່ຽວພັກຜ່ອນຢູ່ Tehran ແລະເຂົາເຈົ້າ ຈະກັບຄືນມາ ໂດຍຜ່ານປະເທດ Turkiye."
ການຂັດແຍ້ງເທື່ອສຸດທ້າຍ ໄດ້ເກີດຂຶ້ນ ໃນວັນທີ 13 ເດືອນມິຖຸນາ, ເມື່ອ Israel ໄດ້ຍິງຂີປະນາວຸດໃສ່ Iran ໃນຄວາມພະຍາຍາມ ທີ່ຈະລະເບີດຊັບສິນທາງທະຫານ, ໂດຍກ່າວວ່າ ມັນກໍາລັງຈະພັດທະນາອາວຸດນິວເຄລັຍ.
ການສູ້ຮົບ ໄດ້ປ່ຽນໄປໃນທ້າຍອາທິດ ເມື່ອສະຫະຣັດອາເມຣິກາ ໄດ້ໂຈມຕີ Iran, ໄດ້ລະເບີດໂຮງງານນິວເຄລັຍໃຕ້ດິນ ສາມແຫ່ງ.
ນ່ານຟ້າ ຂອງທັງສອງປະເທດ ໄດ້ຖືກປິດບໍ່ໃຫ້ມີຍົນໂດຍສານ, ຊຶ່ງນໍາໄປສູ່ Penny Wong ໄດ້ສັ່ງໃຫ້ຍ້າຍ ສະຖານທູດອອສເຕຣເລັຍ.
"ຣັດຖະບານອອສເຕຣເລັຍ ໄດ້ສັ່ງເຈົ້າຫນ້າທີ່ ແລະຕິດຕາມທຸກຄົນ ຂອງອອສເຕຣເລັຍ ໃຫ້ຍ້າຍອອກໄປ, ແລະພວກເຮົາ ໄດ້ລະງັບການດໍາເນີນງານ ຂອງພວກເຮົາໃນ Tehran."
ໃນການສະແດງຄວາມຄິດເຫັນ ຕໍ່ສາທາຣະນະ ເທື່ອທໍາອິດຂອງລາວ ກ່ຽວກັບການໂຈມຕີ ຂອງສະຫະຣັດອາເມຣິກາ, Anthony Albanese ໄດ້ ສນັບສນູນ ການກະທໍາຂອງ Donald Trump.
"ໂລກໄດ້ເຫັນພ້ອງກັນ ເປັນເວລາດົນນານແລ້ວ ວ່າ Iran ບໍ່ສາມາດໄດ້ຮັບອະນຸຍາດ ໃຫ້ມີອາວຸດນິວເຄລັຍ. ແລະພວກເຮົາ ສນັບສນູນການດຳເນີນການ ເພື່ອປ້ອງກັນສິ່ງນັ້ນ."
ນາຍົກຣັຖມົນຕີກ່າວວ່າ ອອສເຕຣເລັຍ ບໍ່ໄດ້ຮັບລາຍງານລ່ວງໜ້າ ກ່ຽວກັບການໂຈມຕີ ຂອງສະຫະຣັດອາເມຣິກາ.
ແລະລາວຍັງບໍ່ໄດ້ຢືນຢັນວ່າ Pine Gap-ຊຶ່ງແມ່ນສູນກາງສອດແນມຂ່າວ ຮ່ວມກັນລະຫວ່າງ ອອສເຕຣເລັຍ ແລະສະຫະຣັດອາເມຣິກາ ທີ່ຕັ້ງຢູ່ນອກເມືອງ Alice Springs-ຖືກໃຊ້ ໃນການປະຕິບັດການນີ້ຫລືບໍ່.
"ພວກເຮົາກົງໄປກົງມາ ແຕ່ພວກເຮົາບໍ່ໄດ້ເວົ້າ ກ່ຽວກັບເລື່ອງຂ່າວລັບ. ແຕ່ຂ້າພະເຈົ້າ ສາມາດເວົ້າໄດ້ວ່າ ນີ້ເປັນການກະທໍາຝ່າຍດຽວ ຂອງສະຫະຣັດອາເມຣິກາ."
Iran ໄດ້ຢືນຢັນວ່າ ໂຄງການນິວເຄລັຍຂອງຕົນ ແມ່ນເພື່ອສັນຕິພາບ-ແຕ່ນາຍົກຣັຖມົນຕີ ອອສເຕຣເລັຍກ່າວວ່າ ລາວຍອມຮັບຈຸດຢືນ ຂອງຣັດຖະບານສະຫະຣັດອາເມຣິກາ ທີ່ກ່າວຢ່າງອື່ນ.
"ຂໍ້ມູນກໍຊັດແຈ້ງວ່າ Iran ໄດ້ພະຍາຍາມ ທີ່ຈະເພີ່ມ grade ທີ່ເຄີຍມີມາກ່ອນ-ບໍ່ມີຄໍາອະທິບາຍອື່ນໃດ ສໍາລັບມັນ ທີ່ຈະບັນລຸເຖິງ 60, ນອກເຫນືອໄປຈາກ ການມີສ່ວນຮ່ວມ ໃນໂຄງການ ທີ່ບໍ່ກ່ຽວກັບພະລັງງານນິວເຄລັຍພົນລະເຮືອນ... ມັນກໍຊັດແຈ້ງຫລາຍ ໃນໄລຍະຫນຶ່ງ-ແລະໃນຕອນຕົ້ນ ຂອງອາທິດຜ່ານມານີ້."
ແຕ່ນັ້ນ ບໍ່ໄດ້ເປັນຄວາມຄິດ ທີ່ທຸກຄົນຈະເຊື່ອ.
Doug Cameron ອະດີດສະມາຊິກສະພາສູງ ຂອງ Labor ກ່າວວ່າ ມັນເປັນຄວາມຜິດ ທີ່ຈະສນັບສນູນ ການໂຈມຕີຂອງສະຫະຣັດອາເມຣິກາ ຕໍ່ Iran-ແລະພັກ Labor ຄວນຈະເວົ້າແນວນັ້ນ.
"ຂ້າພະເຈົ້າຄິດວ່າ ເຂົາເຈົ້າມີຄວາມຮັບຜິດຊອບທາງສິນທໍາ, ຂ້າພະເຈົ້າຄິດວ່າ ເຂົາເຈົ້າມີຄວາມຮັບຜິດຊອບທາງການເມືອງ, ແລະຂ້າພະເຈົ້າຄິດວ່າ ເຂົາເຈົ້າມີຄວາມຮັບຜິດຊອບ ຕໍ່ຄວາມສັນຕິພາບ ແລະຄວາມຫມັ້ນຄົງທົ່ວໂລກ, ບໍ່ແມ່ນພຽງແຕ່ ຢູ່ໃນອອສເຕຣເລັຍເທົ່ານັ້ນ. ເຂົາເຈົ້າ ຄວນສະແດງຄວາມເປັນຫ່ວງ ກ່ຽວກັບຕໍາແຫນ່ງ ທີ່ໄດ້ຮັບການຍອມຮັບ."
ບັດນີ້ ການຢຸດຍິງ ມີຜົນບັງຄັບໃຊ້ແລ້ວ, Anthony Albanese ກ່າວວ່າລາວສນັບສນູນເລື້ອງນີ້.
"ພວກເຮົາ ຍັງຮຽກຮ້ອງໃຫ້ມີການເຈຣະຈາ ແລະການທູດ... ດັ່ງທີ່ຂ້າພະເຈົ້າ ໄດ້ກ່າວເປັນເວລາຫລາຍມື້ແລ້ວ, ພວກເຮົາ ມີຄວາມກັງວົນຫລາຍ ກ່ຽວກັບຄວາມຮຸນແຮງທີ່ ເພີ່ມຂຶ້ນໃນເຂດນັ້ນ, ແລະສະນັ້ນ ອອສເຕຣເລັຍ ຈຶ່ງໄດ້ຂໍຮ້ອງໃຫ້ Iran ມາໂຕະເຈຣະຈາ ແລະປະຖິ້ມໂຄງການອາວຸດນິວເຄລັຍ."
ການຮຽກຮ້ອງນັ້ນ ຍັງດໍາເນີນຕໍ່ໄປ ທ່າມກາງຄວາມເປັນຫ່ວງວ່າ ການຢຸດຍິງນັ້ນ ເກືອບຈະບໍ່ມີຜົນ.
Israel ໄດ້ກ່າວຫາ Iran ວ່າ ໄດ້ຍິງຂີປະນາວຸດ ເຂົ້າໄປໃນນ່ານຟ້າຂອງຕົນ ຫລັງຈາກການຢຸດຍິງ, ໃນຂນະທີ່ Iran ປະຕິເສດ ກ່ຽວກັບການໂຈມຕີນັ້ນ ແລະກ່າວວ່າ ການໂຈມຕີຂອງ Israel ຍັງໄດ້ດໍາເນີນຕໍ່ໄປ ເປັນເວລາຫນຶ່ງຊົ່ວໂມງເຄິ່ງ ຫລັງຈາກເວລາທີ່ຢຸດຍິງຈະເລີ່ມຕົ້ນ.
ແຕ່ Richard Marles ກ່າວວ່າ ອອສເຕຣເລັຍ ຈະຮຽກຮ້ອງໃຫ້ສງົບ.
"ພວກເຮົາ ຂໍຮ້ອງໃຫ້ Iran ຢັບຢັ້ງປະຕິກິຣິຍາຂອງຕົນ ຕໍ່ເລື່ອງນີ້. ມັນສໍາຄັນ ທີ່ເຮົາຫລຸດຜ່ອນ ຄວາມເຄັ່ງຕຶງ ໃນເວລານີ້ ແລະເຮົາກໍາລັງສແວງຫາ ເສັ້ນທາງແຫ່ງສັນຕິພາບ."
ເນື້ອເລື່ອງໂດຍ Deborah Groarke ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao