ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການລາອອກ ຂອງນາຍົກຣັຖມົນຕີຍີ່ປຸ່ນ.
ປະເທດຍີ່ປຸ່ນ ຕົກຢູ່ໃນຄວາມບໍ່ແນ່ນອນ ຈາກການລາອອກຈາກຕໍາແຫນ່ງ ຂອງນາຍົກຣັຖມົນຕີ.
ມັນເກີດຂຶ້ນ ໃນຂນະທີ່ປະເທດກຳລັງດີ້ນລົນ ກັບລາຄາອາຫານທີ່ສູງຂຶ້ນ, ແລະການຮັບມື ກັບຜົນກະທົບຂອງການເກັບພາສີ ຂອງສະຫະຣັດອາເມຣິກາ ໃນພາກເຄື່ອງຍົນ (Automotive Sector) ທີ່ສໍາຄັນ.
Caroline Riches ລາຍງານ.
"ຜູ້ຄົນໄດ້ເວົ້າເລື້ອຍໆ ວ່າລາວຈະລາອອກຈາກຕໍາແຫນ່ງ ແຕ່ລາວບໍ່ເຄີຍເຮັດເລີຍ. ໃນຖານະທີ່ເປັນພົນລະເມືອງ, ຂ້າພະເຈົ້າ ຢາກໃຫ້ລາວລາອອກຈາກຕໍາແຫນ່ງ ແລະໃຫ້ສິ່ງຕ່າງໆປ່ຽນແປງ. ສະນັ້ນ, ເມື່ອຂ້າພະເຈົ້າໄດ້ຍິນວ່າ ລາວຈະລາອອກຈາກຕໍາແຫນ່ງ, ຂ້າພະເຈົ້າຄິດວ່າ ນັ້ນເປັນສິ່ງທີ່ດີ, ແຕ່ໃນເວລາດຽວກັນ, ກໍມີຄວາມບໍ່ແນ່ນອນ ແລະເປັນຫ່ວງວ່າ ຜູ້ໃດຈະຮັບມາຕໍາແຫນ່ງແທນ."
ຢືນຢູ່ນອກສະຖານີຣົດໄຟໃນ Tokyo, ນີ້ຄືຄໍາເວົ້າ ຂອງພະນັກງານຫ້ອງການຊື່ Takahiro Uchi.
ຫລັງຈາກ ມີຂ່າວວ່ານາຍົກຣັຖມົນຕີ Shigeru Ishiba ໄດ້ລາອອກ, ເຂົາເຈົ້າ ໄດ້ສລຸບປະຕິກິຣິຍາ ທົ່ວຍີ່ປຸ່ນວ່າ: ມີຄວາມສະບາຍໃຈ, ແຕ່ກໍຍັງເປັນຫ່ວງນໍາອີກ.
Mr Ishiba, ອາຍຸ 68 ປີທີ່ເປັນ Moderate Centrist, ໄດ້ລາອອກຈາກຕໍາແຫນ່ງ ຫົວຫນ້າຂອງພັກ Liberal Democratic Party ຫຼື LDP ຊຶ່ງປົກຄອງຍີ່ປຸ່ນ ເກືອບຕລອດໄລຍະຫລັງຈາກສົງຄາມ.
ສໍາລັບຜູ້ນໍາຍີ່ປຸ່ນ, ມັນເປັນປີທີ່ຍາກລໍາບາກ.
ລາວເຂົ້າຮັບຕໍາແຫນ່ງໃນເດືອນຕຸລາ, ສັນຍາວ່າ ຈະປ່ຽນປະເທດຍີ່ປຸ່ນໃຫມ່ ແລະຖືກເຫັນວ່າ ເປັນຜູ້ທີ່ມີຄວາມສາມາດ, ແລະລາວວາງແຜນທີ່ ຈະເປັນຜູ້ນໍາ ຈົນເຖິງເດືອນກັນຍາ ປີ 2027.
ແຕ່ລາວ ໄດ້ຢູ່ໃນອໍານາດບໍ່ເຖິງຫນຶ່ງປີ, ໃນຂນະທີ່ລາວດີ້ນລົນ ກັບການທ້າທາຍແຕ່ລະເທື່ອ.
ປະຕິກິຣິຍາ ທົ່ວໄປໃນຍີ່ປຸ່ນແມ່ນວ່າ: ມີຄວາມສະບາຍໃຈ, ແຕ່ກໍຍັງເປັນຫ່ວງນໍາອີກ.
ເຊັ່ນດຽວກັບບ່ອນອື່ນໆ, ລາຄາໃນປະເທດຍີ່ປຸ່ນກໍສູງຂຶ້ນ, ໂດຍສະເພາະເຂົ້າ, ຊຶ່ງມີລາຄາແພງກວ່າປີທີ່ຜ່ານມາ ສອງເທົ່າ.
ມາດຕະຖານການຄອງຊີບ ກໍາລັງຫຼຸດລົງ, ແລະມີເລື່ອງ ກ່ຽວກັບການທຸດຈະຣິດ ພາຍໃນ LDP ຊຶ່ງເຮັດໃຫ້ຜູ້ສນັບສນູນ ທີ່ຈົງຮັກພັກດີ ປະຖິ້ມພັກ.
ກໍມີການທ້າທາຍ ຈາກນອກປະເທດຄືກັນ-ຮວມທັງຄວາມເຄັ່ງຕຶງ ທີ່ເພີ່ມຂຶ້ນ ໃນເຂດເອເຊັຍ-ປາຊີຟິກ, ແລະປະທານາທິບໍດີ Donald Trumpຂອງສະຫະຣັດອາເມຣິກາ, ຜູ້ທີ່ໄດ້ສັ່ງໃຫ້ມີການເກັບພາສີ ທີ່ເຈັບປວດຕໍ່ຣົດ, ເຫລັກ ແລະ Aluminium ຂອງຍີ່ປຸ່ນ.
ແລ້ວໃນເດືອນກໍລະກົດ, ພັກຮ່ວມຣັຖບານຂອງ LDP ໄດ້ເສັຍໄຊຄັ້ງ ປວັດສາດ ໃນການເລືອກຕັ້ງຣັຖສະພາ, ໂດຍສູນເສັຍ ສຽງສ່ວນໃຫຍ່ ໃນສະພາສູງ.
ຍັງມີການຕິຕຽນ Mr Ishiba ໃນສື່ສານມວນຊົນນໍາອີກ-ຍ້ອນການໃສ່ເສື້ອ Tuxedo ທີ່ບໍ່ເປັນລະບຽບ, ສໍາລັບມາຣະຍາດ ໃນໂຕະອາຫານຂອງລາວ, ສໍາລັບການງີບນອນຫລັບ ຢູ່ໃນຣັຖສະພາ, ແລະສໍາລັບການບໍ່ຢືນທັກທາຍຜູ້ນໍາໂລກຄົນອື່ນໆ ໃນການຊຸມນຸມ ໃນອາເມຣິກາໃຕ້.
ທ່າມກາງການຮຽກຮ້ອງທີ່ເພີ່ມຂຶ້ນ ຈາກພາຍໃນພັກຂອງລາວ ໃຫ້ລາອອກຈາກຕໍາແຫນ່ງ, Mr Ishiba ຍັງບໍ່ຍອມລາອອກ, ໂດຍກ່າວວ່າ ລາວຢາກຫລີກເວັ້ນ ຈາກຊ່ອງວ່າງທາງການເມືອງ ໃນເວລາທີ່ປະເທດຍີ່ປຸ່ນ ກຳລັງປະເຊີນກັບການທ້າທາຍທີ່ສໍາຄັນ ທັງພາຍໃນ ແລະນອກປະເທດ.
Mr Uchi ຊາວເມືອງໂຕກຽວ ເຊື່ອວ່າ Mr Ishiba ບໍ່ສາມາດເຮັດວຽກນັ້ນ.
"ຂ້າພະເຈົ້າຄິດວ່າ ໃນທີ່ສຸດ ມັນຂຶ້ນຢູ່ກັບວິທີ ທີ່ປະເທດຍີ່ປຸ່ນ ປະພຶດຕົນແນວໃດ ໃນຊຸມຊົນນາໆຊາດ. ສະນັ້ນ, ຂ້າພະເຈົ້າຫວັງວ່າ ຜູ້ນໍາຄົນຕໍ່ໄປຈະສາມາດສ້າງການສື່ສານທີ່ດີຂຶ້ນ ກັບປະທານ ແລະນາຍົກຣັຖມົນຕີ ຂອງປະເທດອື່ນໆ, ແລະທໍາງານເພື່ອສະຖານະ ຂອງປະເທດຍີ່ປຸ່ນໃນໂລກ. ຂ້າພະເຈົ້າຮູ້ສຶກວ່າ Mr Ishiba ບໍ່ກະຕືລືລົ້ນ ຫລືມີຄວາມສາມາດຫລາຍປານໃດ ໃນເລື່ອງລະຫວ່າງປະເທດ. ສະນັ້ນ, ຂ້າພະເຈົ້າຫວັງວ່າ ນາຍົກຣັຖມົນຕີຄົນຕໍ່ໄປ ຈະເຂັ້ມແຂງຂຶ້ນໃນດ້ານນັ້ນ."
Masataka Nishioka ຊາວເມືອງໂຕກຽວອີກຄົນຫນຶ່ງ ເຫັນດ້ວຍວ່າ ຍີ່ປຸ່ນຕ້ອງການການປ່ຽນແປງ.
"ດ້ວຍບັນຫາທັງຫມົດ ກ່ຽວກັບພາສີ ແລະອື່ນໆ, ຂ້າພະເຈົ້າຫວັງແທ້ໆວ່າ ຈະມີການເມືອງ ທີ່ເຮັດໃຫ້ຊີວິດງ່າຍຂຶ້ນສໍາລັບທຸກຄົນ-ບໍ່ແມ່ນສິ່ງທີ່ມີອະຄະຕິຕໍ່ກຸ່ມໃດຫນຶ່ງໂດຍສະເພາະ, ແຕ່ການເມືອງ ທີ່ກວ້າງຂວາງແລະມີສ່ວນຮ່ວມ, ເປັນສິ່ງທີ່ສາມາດຊ່ອຍເຫລືອຜູ້ຄົນຢ່າງກວ້າງຂວາງ. ບໍ່ແມ່ນພຽງແຕ່ ສິ່ງທີ່ເປັນປໂຍດ ໃຫ້ແກ່ວົງໃນໂດຍສະເພາະເທົ່ານັ້ນ."
ແຕ່ບໍ່ແມ່ນທຸກຄົນ ທີ່ພໍໃຈກັບການຈາກໄປຂອງ Mr Ishiba.
ຄູສອນເຄມີ Maki Utsuno ເວົ້າວ່າ ນາງຕົກຕະລຶງ ແລະຜິດຫວັງ.
"ມັນເປັນເລື້ອງທີ່ຫນ້າຕົກໃຈ ສໍາລັບຂ້າພະເຈົ້າ. ຂ້າພະເຈົ້າ ບໍ່ແນ່ໃຈວ່າ ມັນເປັນເຈດຕະນາທີ່ແທ້ຈິງ ຂອງລາວຫລືບໍ່. ແນ່ນອນວ່າ ມີຫລາຍຄົນ ຂໍຮ້ອງບໍ່ໃຫ້ເຂົາເຈົ້າລາອອກຈາກຕໍາແຫນ່ງ, ສະນັ້ນ ຂ້າພະເຈົ້າຈຶ່ງຮູ້ສຶກວ່າ ມັນຈະເປັນສິ່ງດີ ຖ້າຫາກລາວໄດ້ເຮັດຕໍ່ໄປ."
Mr Ishiba ກ່າວວ່າ ລາວໄດ້ຕັດສິນໃຈ ທີ່ເຈັບປວດ ທີ່ລາອອກ ເພື່ອຫລີກເວັ້ນ ຄວາມແຕກແຍກໃນພັກຂອງລາວ.
"ຂ້າພະເຈົ້າ ໄດ້ຕັດສິນໃຈ ທີ່ຈະລາອອກຈາກຕໍາແຫນ່ງ ຜູ້ນໍາຂອງ Liberal Democratic Party...ດ້ວຍຄວາມຫວັງວ່າ ຣັຖບານຊຸດຕໍ່ໄປ ຈະບັນລຸຫນ້າທີ່ ແລະຄວາມຮັບຜິດຊອບຂອງຕົນຕໍ່ປະຊາຊົນ, ຂ້າພະເຈົ້າຢາກມອບໜ້າທີ່ ໃຫ້ແກ່ຜູ້ນໍາຄົນຕໍ່ໄປ."
ແຕ່ບໍ່ແມ່ນທຸກຄົນ ທີ່ພໍໃຈກັບການຈາກໄປຂອງ Mr Ishiba.
ລາວເວົ້າວ່າ ມັນເປັນເວລາທີ່ເຫມາະສົມ ສໍາລັບປະເທດຍີ່ປຸ່ນ, ດ້ວຍການເຈຣະຈາ ກ່ຽວກັບມາດຕະການພາສີ ຂອງສະຫະຣັດອາເມຣິກາ ໄດ້ສິ້ນສຸດລົງແລ້ວ.
Mr Trump ໄດ້ລົງນາມໃນຄໍາສັ່ງ ເມື່ອອາທິດຜ່ານມາ ເພື່ອຫລຸດພາສີ ຜລິດຕະພັນຣົດ ຂອງຍີ່ປຸ່ນ ລົງເຫຼືອ 15 ເປີເຊັນ, ແທນທີ່ຈະເປັນ 27.5ເປີເຊັນ.
ຜົນຮັບກໍຄື ໄຊຊະນະສໍາລັບປະເທດຍີ່ປຸ່ນ, ເຖິງແມ່ນວ່າ ການເກັບພາສີຈະຍັງເຮັດໃຫ້ເກີດຄວາມເຈັບປວດຫລາຍ ທົ່ວອຸດສະຫະກັມ ທີ່ສໍາຄັນຂອງປະເທດ.
Mr Ishiba ກ່າວວ່າ ລາວຈະຈັດໃຫ້ມີການເລືອກຜູ້ນໍາຂອງພັກ ເພື່ອເລືອກເອົາຜູ້ແທນຂອງລາວ, ຊຶ່ງຄາດວ່າ ຈະເປັນເດືອນຕຸລາ. ຈົນກວ່າຈະເຖິງເວລານັ້ນ, ລາວຈະຄົງຢູ່ໃນຕໍາແຫນ່ງນາຍົກຣັຖມົນຕີຕໍ່ໄປ.
ຜູ້ທີ່ຖືກຄາດວ່າ ຈະມາແທນລາວ ແມ່ນຮວມເຖິງ ຣັຖມົນຕີກະສິກັມ Shinjiro Koizumi, ພ້ອມທັງ Sanae Takaichi ອະດີດຣັຖມົນຕີ ຄວາມ ໝັ້ນ ຄົງທາງເສດຖະກິດ ທີ່ເປັນຝ່າຍອະນຸຣັກນິຍົມ (ultra-conservative) ແລະຫົວຫນ້າ ເລຂາທິການຄນະຣັຖມົນຕີ Yoshimasa Hayashi.
ຢູ່ນອກສະຖານີຣົດໄຟ, Mr Nishioka ກ່າວວ່າ ການລາອອກຈາກຕໍາແຫນ່ງຂອງ Mr Ishiba ນັ້ນເປັນໂອກາດ.
"ຂ້ອຍຄິດວ່າ ເຮົາຈະຄຶດເຖິງ Sanae Takaichi ທັນທີ, ແຕ່ບາງທີ ມັນອາດແມ່ນຄວາມຈໍາເປັນຄືກັນ—ໂດຍສະເພາະໃນເວລາເຊັ່ນນີ້—ສໍາລັບບາງຄົນ ທີ່ບໍ່ຄາດຄິດຈະອອກມາມີບົດບາດ. ແທນທີ່ຈະມີຜູ້ສມັກ ທີ່ເຫມາະສົມ ກັບຄວາມຄາດຫວັງ, ຂ້າພະເຈົ້າຄິດວ່າ ມັນອາດເປັນສິ່ງດີ ຖ້າຫາກມີບາງຄົນ ທີ່ເຮົາຄາດບໍ່ເຖິງຫນ້ອຍຫນຶ່ງ ທີ່ຈະອອກມາ."
ຜູ້ນໍາຄົນໃຫມ່ ທີ່ຈະສືບທອດຄວາມທ້າທາຍຢ່າງຫລວງຫລາຍ, ເປັນຜູ້ຮັບຜິດຊອບ ເສດຖະກິດ ທີ່ໃຫຍ່ທີ່ສຸດອັນດັບທີສີ່ຂອງໂລກ.
ເນື້ອເລື່ອງໂດຍ Caroline Riches ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao