ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຈິດວິນຍານຂອງຊາມູໄຣຈະສູນຫາຍແທ້ບໍ່?
ການນຸ່ງເຄື່ອງປ້ອງກັນ ແລະປະຕິບັດ ຕາມກົດລະບຽບທີ່ເຄັ່ງຄັດ, ຊາມູໄຣຂອງຍີ່ປຸ່ນ ບໍ່ພຽງແຕ່ເປັນນັກຮົບທີ່ເກັ່ງກ້າເທົ່ານັ້ນ; ເຂົາເຈົ້າເປັນຜູ້ສ້າງສັງຄົມ ທີ່ຖືກຫລໍ່ຫລອມໂດຍຄວາມຈົງຮັກພັກດີ, ວິນັຍ ແລະອໍານາດ.
ເປັນເວລາຫລາຍສັດຕະວັດ, ນັກຮົບທີ່ຖືດາບເຫລົ່ານີ້ ໄດ້ຄວບຄຸມ ສນາມຮົບ ແລະການເມືອງຂອງຍີ່ປຸ່ນ, ໄດ້ປະມໍຣະດົກ ທີ່ຍັງມີອິດທິພົນ ຕໍ່ວັດທະນະທັມ, ຄ່ານິຍົມ ແລະພາບພົດຂອງປະເທດ ໃນປັດຈຸບັນ.
ປວັດສາດ ແລະວັດທະນະທັມ ຂອງນັກຮົບ Samurai ຂອງຍີ່ປຸ່ນ ກໍາລັງຖືກສເລີມສລອງຢູ່ ໃນຫໍພິພິດທະພັນແຫ່ງໃຫມ່ ໃນເມືອງໂຕກຽວ.
ຜູ້ຊົມ ສາມາດທົດລອງໃສ່ເຄື່ອງປ້ອງກັນ, ຖືດາບ ແລະແມ່ນແຕ່ແກວ່ງອາວຸດພິເສດ.
Allan Lee ມີລາຍລະອຽດ:
ການເຄື່ອນຕົວຂອງ Samurai ແລະດາບຂອງລາວ ແມ່ນສງ່າງາມ ແຕ່ມີປະສິດທິພາບ-ແລະສໍາລັບຄູ່ຕໍ່ສູ້, ອາດເຖິງຕາຍໄດ້.
Ryo Tamura ເປັນຜູ້ສືບເຊື້ອສາຍຂອງຕະກຸນຊາມູໄຣ. ລາວຍັງເປັນຜູ້ຊ່ຽວຊານ ດ້ານສິນລະປະການຕໍ່ສູ້ນໍາອີກ.
ການເຄື່ອນໂຕຂອງລາວດ້ວຍດາບນັ້ນ ເຕັມໄປດ້ວຍພະລັງ ແລະແນ່ນອນ.
ນັກຮົບຊາມູໄຣ ຮັບໃຊ້ຂຸນນາງຊັ້ນສູງຂອງຍີ່ປຸ່ນ ຕັ້ງແຕ່ທ້າຍສັດຕະວັດທີ 12 ຈົນເຖິງການປະຕິບັດນັ້ນ ໄດ້ຖືກຍົກເລີກໃນຍຸກເມຈີ (Meiji) ໃນທ້າຍທົດສະວັດ 1870.
ຄວາມຊ່ຽວຊານດ້ານອາວຸດ ບໍ່ພຽງແຕ່ເປັນທັກສະການຕໍ່ສູ້ ທີ່ຮູ້ຈັກກັນດີເທົ່ານັ້ນ.
ຄວາມຈົງຮັກພັກດີ, ກຽດຕິຍົດ ແລະລະບຽບວິນັຍ ກໍເປັນສິ່ງສໍາຄັນຢ່າງຍິ່ງ.
ເຖິງແມ່ນວ່າ Mr Tamura ມາຈາກເຊື້ອສາຍຊາມູໄຣ, ແຕ່ມັນເປັນສິ່ງທີ່ລາວ ໄດ້ເກັບໄວ້ກັບຕົນເອງ.
"ມັນເປັນສິ່ງທີ່ຜູ້ຄົນມັກຈະເຫັນວ່າ ມັນເປັນສິ່ງທີ່ບໍ່ແຈ່ມແຈ້ງ-ບາງຄົນໄດ້ຖ່າຍທອດເຕັກນິກ ທີ່ແປກປະຫລາດຢ່າງງຽບໆ. ຂ້າພະເຈົ້າ ບໍ່ໄດ້ໃຊ້ຊິວິດໃນຄວາມລັບ, ແຕ່ຂ້າພະເຈົ້າ ບໍ່ຄ່ອຍເວົ້າຢ່າງເປີດເຜີຍ ກ່ຽວກັບເລື່ອງນີ້."
ແຕ່ລາວເປັນຫ່ວງວ່າ ປະເທດຍີ່ປຸ່ນ ກໍາລັງສູນເສັຍວິນຍານ ຂອງການຕໍ່ສູ້ໄປແດ່.
"ປະເທດຍີ່ປຸ່ນ ມີຊີວິດຢູ່ໂດຍບໍ່ມີສົງຄາມ ເປັນເວລາດົນນານ ແລະໄດ້ຜ່ານຜ່າ ຍຸກສມັຍທີ່ສງົບສຸກ. ອາດເປັນດ້ວຍເຫດນີ້, ຊາມູໄຣຈຶ່ງລືມການຂັດແຍ້ງ ໃນສມັຍເອໂດ (Edo) ເມື່ອຄວາມສງົບສຸກ ໄດ້ເກີດຂຶ້ນຫລາຍກວ່າ 260 ປີ, ຂ້າພະເຈົ້າມີ ຄວາມເປັນຫ່ວງຫນ້ອຍຫນຶ່ງ ວ່າພວກເຮົາ ກໍາລັງສູນເສັຍວິນຍານ ຂອງມັນເຊັ່ນກັນ."
ບັດນີ້ ຫໍພິພິດທະພັນ ທີ່ຫາກໍເປີດໃໝ່ ຢູ່ໂຕກຽວ ເມືອງຫຼວງຂອງຍີ່ປຸ່ນ, ສະແດງເຄື່ອງປ້ອງກັນ ແລະອາວຸດ ຈາກຍຸກສມັຍຕ່າງໆເປັນເວລາ 700 ປີ.
ມັນເຕັມໄປດ້ວຍຜູ້ເຂົ້າຊົມ, ໂດຍສະເພາະ ນັກທ່ອງທ່ຽວຈາກຕ່າງປະເທດ.
ເຂົາເຈົ້າ ໄດ້ຮັບອະນຸຍາດໃຫ້ລອງນຸ່ງເຄື່ອງຊາມູໄຣ, ໃສ່ຫມວກ ແລະຖ່າຍຮູບ ໃນຂນະທີ່ຖືດາບ.
Mahsa Nikkami ຜູ້ເຂົ້າຊົມຊາວ Canadian ຮູ້ສຶກສົນໃຈຫຼາຍ:
"ມັນຫນ້າສົນໃຈແທ້ໆ ທີ່ໄດ້ເຫັນເຄື່ອງໃຊ້ທັງຫມົດຂອງເຂົາເຈົ້າ, ທີ່ເຂົາເຈົ້າໄດ້ເກັບສະສົມໄວ້, ເຄື່ອງນຸ່ງ ແລະດາບທັງຫມົດຂອງເຂົາເຈົ້າ. ແມ່ນແລ້ວ, ມັນດີແທ້ໆ."
ແລະ Dylan Wild, ຜູ້ທີ່ມາຈາກປະເທດອັງກິດພົບວ່າ ການສະແດງນັ້ນ ແມ່ນກ່ຽວກັບຫລາຍກວ່າ ດ້ານທະຫານຂອງຊີວິດຂອງຊາມູໄຣ.
"ໃນດ້ານປວັດສາດ ແທນທີ່ຈະເປັນພຽງແຕ່ສົງຄາມ ແລະການສູ້ຮົບເທົ່ານັ້ນ, ມັນເປັນໂລກທີ່ແຕກຕ່າງຫລາຍສໍາລັບເຮົາ. ສະນັ້ນ, ຂ້າພະເຈົ້າຄິດວ່າ ນັ້ນເປັນສາເຫດ ທີ່ຜູ້ຄົນເຫັນວ່າ ມັນເປັນສິ່ງທີ່ແຕກຕ່າງ ໂດຍສະເພາະໃນໂລກຕາເວັນຕົກ, ເຮົາຈະກັບຄືນໄປສູ່ສົງຄາມ ແລະອອກຈາກສມັຍທີ່ສງົບສຸກ ແລະຍ້າຍໄປສູ່ສມັຍ ທີ່ມີຄວາມຂັດແຍ້ງກັນຫລາຍຂຶ້ນ. ຂ້າພະເຈົ້າຄິດວ່າ ຜູ້ຄົນສົນໃຈວ່າ ວັດທະນະທັມ ອື່ນໆ ທີ່ເຄີຍຮັບມືກັບເລື່ອງນີ້ ໃນອະດີດແນວໃດ."
Mr Tamura ຮູ້ສຶກຜິດຫວັງ ທີ່ປະຕິກິຣິຍາທີ່ແຕກຕ່າງ ລະຫວ່າງຜູ້ມາຢ້ຽມຊົມຕ່າງຊາດ ແລະຜູ້ຄົນໃນທ້ອງຖິ່ນ-ລາວເຫັນວ່າ ມັນເປັນການບໍ່ສົນໃຈ ຕໍ່ວັດທະນະທັມ ແລະມໍລະດົກຂອງຄອບຄົວຂອງລາວ.
ລາວຫວັງວ່າ ການເປີດຮັບຜູ້ຊົມຈາກຕ່າງປະເທດ ຈະຊ່ອຍໃຫ້ປະເທດຍີ່ປຸ່ນ ສາມາດເອີ້ນຄືນ ປວັດສາດຂອງຕົນໄດ້ອີກ.
"ດ້ວຍຄວາມຊ່ວຍເຫລືອ ຈາກຜູ້ຄົນທີ່ຢູ່ນອກປະເທດຍີ່ປຸ່ນ (ຜູ້ທີ່ສົນໃຈຊາມູໄຣ), ຂ້າພະເຈົ້າຫວັງຢ່າງແຮງກ້າວ່າ ວັດທະນະທັມຊາມູໄຣ ຈະຖືກຄົ້ນພົບຄືນໃຫມ່ ແລະຖືກນໍາສເນີໃຫມ່ ພ້ອມດ້ວຍຄຸນຄ່າໃຫມ່ຂອງມັນ."
ລາຍງານໂດຍ Allan Lee ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao





