ການລະເມີດຄວາມເປັນສ່ວນຕົວຂອງລູກຄ້າ

KMART STOCK

ລູກຄ້າຫລາຍຮ້ອຍຄົນຂອງ Kmart, ອາດຖືກບັນທຶກໃບຫນ້າຂອງເຂົາເຈົ້າ ຢ່າງບໍ່ຮູ້ໂຕ, Credit: AAPIMAGE

ທຸກໆມື້, ລູກຄ້າຫລາຍຮ້ອຍຄົນທົ່ວອອສເຕຣເລັຍ ເຂົ້າໄປໃນ Kmart, ຊຶ່ງເປັນທີ່ຮູ້ຈັກກັນດີ ໃນດ້ານຜລິດຕະພັນໃນບ້ານເຮືອນ ທີ່ລາຄາບໍ່ແພງ. ແຕ່ບາງຄົນ ອາດຖືກບັນທຶກໃບຫນ້າຂອງເຂົາເຈົ້າ ຢ່າງບໍ່ຮູ້ໂຕ, ອີງຕາມການຄົ້ນພົບ ຂອງອົງການຄວບຄຸມຄວາມເປັນສ່ວນຕົວ ແຫ່ງຊາດ (The National Privacy Regulator).


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການລະເມີດຄວາມເປັນສ່ວນຕົວຂອງລູກຄ້າ.

Kmart ຊຶ່ງເປັນບໍຣິສັດຍັກໃຫຍ່ ຖືກກ່າວຫາວ່າ ລະເມີດຄວາມເປັນສ່ວນຕົວຂອງລູກຄ້າ ດ້ວຍການໃຊ້ການຈື່ໃບຫນ້າ (Facial Recognition).

 ບໍຣິສັດກ່າວວ່າ ມັນໄດ້ທົດລອງເທັກໂນໂລຈີ ເພື່ອຮັບມືກັບການລັກຂະໂມຍ ແລະການສໍ້ໂກງທີ່ເພີ່ມຂຶ້ນ ແລະກໍາລັງພິຈາຣະນາອຸທອນ ຕໍ່ການຕັດສິນ ຂອງກັມມາທິການຄວາມເປັນສ່ວນຕົວ.

Tom Stayner ແລະ Wing Kuang ລາຍງານ.

ທຸກໆມື້, ລູກຄ້າຫລາຍຮ້ອຍຄົນທົ່ວອອສເຕຣເລັຍ ເຂົ້າໄປໃນ Kmart, ຊຶ່ງເປັນທີ່ຮູ້ຈັກກັນດີ ໃນດ້ານຜລິດຕະພັນໃນບ້ານເຮືອນ ທີ່ລາຄາບໍ່ແພງ.

ແຕ່ບາງຄົນ ອາດຖືກບັນທຶກໃບຫນ້າຂອງເຂົາເຈົ້າ ຢ່າງບໍ່ຮູ້ໂຕ, ອີງຕາມການຄົ້ນພົບ ຂອງອົງການຄວບຄຸມຄວາມເປັນສ່ວນຕົວ ແຫ່ງຊາດ (The National Privacy Regulator).

ສຳນັກງານ ຄນະກັມມາທິການ ຂໍ້ມູນຂອງອອສເຕຣເລັຍ (the Australian Information Commissioner) ພົບວ່າ ລະຫວ່າງເດືອນມິຖຸນາປີ 2020 ແລະເດືອນກໍລະກົດ ປີ 2022, Kmart ໄດ້ໃຊ້ເທັກໂນໂລຈີການຈື່ໃບຫນ້າ (Facial Recognition) ຢູ່ທາງເຂົ້າ ແລະໂຕະສົ່ງສິນຄ້າຄືນ ຂອງຮ້ານ 28 ແຫ່ງ.

ເທັກໂນໂລຈີການຈື່ໃບຫນ້າ (Facial Recognition) ເປັນຮູບແບບຫນຶ່ງຂອງເຕັກໂນໂລຊີ ຊີວະວິທະຍາ (Biometric).

ມັນຈັບພາບດິຈິຕອລໃບຫນ້າ ຂອງບຸກຄົນ ແລະປ່ຽນມັນເປັນ Biometrical Template.

Kmart ກ່າວວ່າ ມັນໄດ້ໃຊ້ເທັກໂນໂລຈີ ເພື່ອຈັດການກັບການສໍ້ໂກງ ເລື່ອງການຄືນເງິນ, ໂດຍໃຫ້ເຫດຜົນວ່າ ມັນບໍ່ຈໍາເປັນ ຕ້ອງໄດ້ຮັບການຍິນຍອມຈາກລູກຄ້າ ເພາະມັນເຊື່ອວ່າ ການຍົກເວັ້ນ ຈາກການຈັດການກັບກິດຈະກັມທີ່ຜິດກົດຫມາຍ ຫລືການປະພຶດຜິດທີ່ຮ້າຍແຮງ ສາມາດຖືກນຳໃຊ້ ພາຍໃຕ້ກົດຫມາຍຄວາມເປັນສ່ວນຕົວ.

ໃນຖແລງການຫນຶ່ງ, Carly Kind ກັມມາທິການ ຄວາມເປັນສ່ວນຕົວກ່າວວ່າ ການປະເມີນ ທີ່ນາງເຮັດນັ້ນ… ແມ່ນຊັບຊ້ອນ.

"ການເຂົ້າໃຈວ່າ FRT (Facial Recognition) ສອດຄ່ອງ ກັບການປົກປ້ອງ ທີ່ບັນຈຸຢູ່ໃນກົດຫມາຍຄວາມເປັນສ່ວນຕົວ (Privacy Act) ຮຽກຮ້ອງໃຫ້ຂ້າພະເຈົ້າ ສັ່ງຊາຜົນປໂຍດຂອງບຸກຄົນ ໃນການປົກປ້ອງຄວາມເປັນສ່ວນຕົວຂອງເຂົາເຈົ້າ, ໃນດ້ານຫນຶ່ງ, ແລະຜົນປໂຍດ ຂອງຫນ່ວຍງານໃນການປະຕິບັດໜ້າທີ່ ຫລືກິດຈະກັມຂອງເຂົາເຈົ້າ. ເມື່ອກ່າວເຖິງເທັກໂນໂລຈີ ເຊັ່ນການຈື່ໃບຫນ້າ (Facial Recognition) ຍັງເປັນຜົນ ປໂຍດຂອງສັງຄົມ ໃນການປົກປ້ອງຄວາມເປັນສ່ວນຕົວ,"

ສາດສະດາຈານ Edward Santow ເປັນຜູ້ອໍານວຍການ ຝ່າຍນະໂຍບາຍແລະທັມມາພິບານ (Policy and Governance) ທີ່ສະຖາບັນເທັກໂນໂລຈີມະນຸດ (Human Technology Institute) ທີ່ມະຫາວິທະຍາໄລເທັກໂນໂລຈີ Sydney.

ລາວກ່າວວ່າ ການຄົ້ນພົບຂອງກັມມາທິການ ຄວາມເປັນສ່ວນຕົວ ມີຜົນກະທົບທີ່ສໍາຄັນ.

"ນີ້ເປັນການຕັດສິນທີ່ສໍາຄັນ. ກັມມາທິການຄວາມເປັນສ່ວນຕົວ ຍອມຮັບວ່າ ຜູ້ຂາຍເຊັ່ນ Kmart ສາມາດລົງມືເຮັດຢ່າງເຂັ້ມງວດ ເພື່ອປ້ອງກັນການສໍ້ໂກງ ແລະການລັກຂະໂມຍ ໃນຮ້ານຄ້າຂອງເຂົາເຈົ້າ, ແຕ່ເຂົາເຈົ້າ ຕ້ອງເຮັດໃນລັກສນະ ທີ່ເຄົາຣົບສິດທິພື້ນຖານຂອງຜູ້ຄົນ ໃນຄວາມເປັນສ່ວນຕົວ."

Kmart ອ້າງວ່າ ຈາກເດືອນສິງຫາ 2024 ເຖິງເດືອນມີນາ 2025 ເທົ່ານັ້ນ,ເຫດການຂົ່ມຂູ່ໂດຍລູກຄ້າ ທີ່ກ່ຽວຂ້ອງກັບການສົ່ງເງິນຄືນ ໄດ້ເພີ່ມຂຶ້ນ 85 ເປີເຊັນ.

ແຕ່ ສາດສະດາຈານ Edward Santow ກ່າວວ່າ ການຄົ້ນພົບຂອງກັມມາທິການ ຄວາມເປັນສ່ວນຕົວ ສະແດງໃຫ້ເຫັນວ່າ Kmart ຄວນຈັດລໍາດັບຄວາມສໍາຄັນ ຂອງວິທີທາງອື່ນ ເພື່ອຢຸດການສໍ້ໂກງ, ກ່ອນຈະນໍາໃຊ້ ເທັກໂນໂລຈີຈື່ໃບຫນ້າ (Facial Recognition).

"ມີຄວາມເປັນຫ່ວງຢ່າງແທ້ຈິງ ກັບການໃຊ້ການຈື່ໃບຫນ້າ (Facial Recognition) ເພື່ອປ້ອງກັນຜູ້ຄົນ ຈາກການລັກຂະໂມຍ ແລະການສໍ້ໂກງ, ແລະຂ້າພະເຈົ້າຄິດວ່າ ສິ່ງທີ່ການຕັດສິນນີ້ ສະແດງໃຫ້ເຫັນວ່າກ່ອນຈະໃຊ້ເທັກໂນໂລຈີນັ້ນ-ຍັງມີຫລາຍຢ່າງ ທີ່ບໍຣິສັດສາມາດເຮັດໄດ້ ເພື່ອຈັດການ ກັບຄວາມເປັນຫ່ວງຢ່າງຖືກຕ້ອງ ກ່ຽວກັບການສໍ້ໂກງ ແລະການລັກຂະໂມຍ ໃນຮ້ານຄ້າ. ແລະເຂົາເຈົ້າ ເຮັດສິ່ງເຫລົ່ານັ້ນກ່ອນ, ເພາະເຂົາເຈົ້າ ບໍ່ຈໍາເປັນຕ້ອງມີຜົນກະທົບ ໃນລະດັບດຽວກັນ ຕໍ່ສິດທິຄວາມເປັນສ່ວນຕົວ ຂອງຜູ້ຄົນ."

Kmart ເປັນຮ້ານຄ້າທີ່ສອງ ທີ່ກັມມາທິການ ຄວາມເປັນສ່ວນຕົວ ໄດ້ພົບວ່າ ໃຊ້ເທັກໂນໂລຈີຈື່ໃບຫນ້າ (Facial Recognition) ຢ່າງຜິດກົດຫມາຍ ໃນຮ້ານຄ້າຂອງມັນ.

ປີກາຍນີ້, Bunnings ຖືກພົບວ່າ ໄດ້ລະເມີດກົດຄວາມເປັນສ່ວນຕົວ ໂດຍການໃຊ້ເທັກໂນໂລຈີຈື່ໃບຫນ້າໃນ 63 ຮ້ານ (ໃນ Victoria ແລະ New South Wales ເປັນເວລາສີ່ປີ ຈົນເຖິງປີ 2021).

ບັດນີ້ ການຕັດສິນນັ້ນ ກໍາລັງຖືກທົບທວນ ໂດຍສານປົກຄອງ (Administrative Review Tribunal).

Ms Kind ຍັງເວົ້າອີກວ່າ ເຖິງແມ່ນວ່າ ເຂົາເຈົ້າໄດ້ລົງຄວາມເຫັນ ທີ່ຄ້າຍຄືກັນ ລະຫວ່າງ Kmart ແລະ Bunnings, ແຕ່ການຕັດສິນທັງສອງນັ້ນ ບໍ່ໄດ້ກຳໜົດ ໃຫ້ມີການສັ່ງຫ້າມ ການໃຊ້ເທັກໂນໂລຈີ ການຈື່ໃບຫນ້າ.

ນາງເວົ້າວ່າ ເຖິງແມ່ນວ່າ ມັນມີເຫດຜົນສໍາລັບທຸຣະກິດ ທີ່ຈະນໍາໃຊ້ເທັກໂນໂລຈີໃຫມ່ ເພື່ອປົກປ້ອງຄວາມປອດພັຍ ຂອງພະນັກງານ, ແຕ່ເຂົາເຈົ້າ ຍັງຕ້ອງປະຕິບັດຕາມກົດຫມາຍ ຄວາມເປັນສ່ວນຕົວ.

Lizzie O'Shea ເປັນຜູ້ກໍ່ຕັ້ງ Digital Right Watch.

ນາງກ່າວວ່າ ເທັກໂນໂລຈີ ການຈື່ໃບຫນ້າ (Facia lRecognition) ເປັນມາດຕະການ ທີ່ຄົນທົ່ວໄປບໍ່ມັກຫລາຍ.

"ຄົນອອສເຕຣເລັຍສ່ວນຫລາຍ ບໍ່ມັກເທັກໂນໂລຈີນີ້; ຄົນອອສເຕຣເລັຍສ່ວນຫຼາຍ ເຫັນວ່າເຂົາເຈົ້າ ບໍ່ຄວນມອບຂໍ້ມູນສ່ວນຕົວ ທີ່ລະອຽດອ່ອນ ໃນການເຂົ້າເຖິງ ການບໍຣິການຮ້ານຄ້າ."

Kmart ກ່າວວ່າ ການຕັດສິນຂອງກັມມາທິການ ຄວາມເປັນສ່ວນຕົວນັ້ນ ໜ້າຜິດຫວັງ, ແລະມັນກໍາລັງທົບທວນທາງເລືອກ ການອຸທອນຢູ່.

Ms O'Shea ກ່າວວ່າ ມັນເຖິງເວລາແລ້ວ ທີ່ຣັຖບານຈະຕ້ອງປັບປຸງກົດຫມາຍຄວາມເປັນສ່ວນຕົວ.

"ກົດຫມາຍຄວາມເປັນສ່ວນຕົວ ຂອງເຮົາ ແມ່ນກາຍກຳໜົດການປະຕິຮູບແລ້ວ. ມັນບໍ່ໄດ້ກ່າວເຖິງ ເທັກໂນໂລຈີແບບນີ້ ໂດຍສະເພາະ. ແລະມີການໂຕ້ຖຽງກັນວ່າ ມັນສາມາດຖືກປັບປຸງ ເພື່ອຄວບຄຸມການໃຊ້ເທັກໂນໂລຈີ ຂອງການຈື່ໃບຫນ້າ (Facial Recognition) ໃຫ້ດີຍິ່ງຂຶ້ນ. ຂ້າພະເຈົ້າຄິດວ່າ ນັ້ນຈະເປັນການເຄື່ອນໄຫວ ທີ່ມີເຫດຜົນ ແລະໃນລະຫວ່າງນີ້, ເຮົາອາດຈໍາເປັນ ຕ້ອງໃຫ້ອຸດສະຫະກັມການຄ້າຍ່ອຍ ຢຸດໃຊ້ມັນ, ຈົນກວ່າ ຈະມີຄຳແນະນໍາທີ່ຊັດແຈ້ງໃນກົດຫມາຍ ທີ່ບອກວ່າທ່ານສາມາດເຮັດໄດ້."

ເນື້ອເລື່ອງໂດຍ  Tom Stayner and Wing Kuang  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service