ນະວັດກັມ (Innovation) ໃນການເກັບກູ້ລະເບີດ.

0

Diana, Princess of Wales ໃສ່ເຄື່ອງປ້ອງກັນໜ້າ ແລະເສື້ອປ້ອງກັນ, Diana ໄດ້ເດີນໄປຕາມທົ່ງລະເບີດ ຊຶ່ງເຕັມໄປດ້ວຍອາວຸດ ທີ່ຖືກເຊື່ອງຊ້ອນໄວ້ ຈາກສົງຄາມກາງເມືອງ ເປັນເວລາຫລາຍສິບປີ. Credit: John Stillwell - PA Images/PA Images via Getty Images

ການກໍາຈັດລະເບີດ ເປັນຂັ້ນຕອນທີ່ຕ້ອງມີຄວາມລະມັດລະວັງ; ມີການຄາດຄະເນວ່າ ມີການກໍາຈັດລະເບີດ ປະມານ 117,000 ລູກໃນແຕ່ລະປີ. Mread ຫຼື ໄດ້ພັດທະນາ ອຸປະກອນພົກພາ ເຄື່ອງທຳອິດ ທີ່ໃຊ້ຄື້ນວິທະຍຸຕໍ່າ (Low Frequency Radio Waves) ເພື່ອລະບຸລັກສນະສະເພາະໂມເລກູນ ຂອງວັດຖຸລະເບີດ. Mread ກ່າວວ່າ ເຄື່ອງມືຂອງເຂົາເຈົ້າ ສາມາດເລັ່ງການກໍາຈັດລະເບີດ ໄດ້ຢ່າງຫນ້ອຍ 30 ເປີເຊັນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ນະວັດກັມ (Innovation) ໃນການເກັບກູ້ລະເບີດ.

ຊາວແປດປີ ຫລັງຈາກ Diana, Princess of Wales ໄດ້ດຶງດູດຄວາມສົນໃຈຂອງໂລກ ເຖິງຜົນກະທົບ ຂອງກັບລະເບີດ ຕໍ່ປະເທດທີ່ໄດ້ຮັບຜົນກະທົບຈາກສົງຄາມ, ນະວັດກັມ (Innovation) ຂອງອອສເຕຣເລັຍ ກໍາລັງປ່ຽນຄວາມພະຍາຍາມ ຂອງການກໍາຈັດລະເບີດ.

ບໍຣິສັດ Mread ຂອງ ໄດ້ພັດທະນາອຸປະກອນ ທີ່ສາມາດກວດຈັບວັດຖຸລະເບີດໃຕ້ດິນ ໄດ້ຢ່າງຖືກຕ້ອງ, ຊຶ່ງຈະເຮັດໃຫ້ ການກໍາຈັດລະເບີດ ໄດ້ຢ່າງປອດພັຍ ແລະໄວຂຶ້ນ.

Sydney Lang ລາຍງານ.

"ແມ່ນແລ້ວ, ຂ້າພະເຈົ້າຮູ້ຈັກສະຖິຕິດີ. ແຕ່ການເອົາໃບຫນ້າ ໃສ່ກັບຕົວເລກເຫລົ່ານັ້ນ ໄດ້ເຮັດໃຫ້ຂ້າພະເຈົ້າ ເຫັນຄວາມເປັນຈິງ .ຄືກັບຕອນທີ່ ຂ້າພະເຈົ້າໄດ້ພົບ Sandra, ເດັກນ້ອຍຜູ້ຍິງ ອາຍຸສິບສາມປີ ເມື່ອສອງມື້ກ່ອນ, ຜູ້ທີ່ສູນເສັຍຂາໄປ. ສໍາລັບຄົນເຊັ່ນນາງ, ຊີວິດທີ່ເຫລືອຢູ່ຂອງນາງ ຈະແຕກຕ່າງຫລາຍ. ແລະພວກເຮົາຕ້ອງຢຸດລະເບີດ ຖ້າຫາກພວກເຮົາເຮັດໄດ້."

ເປັນເວລາເກືອບສາມສິບປີແລ້ວ ນັບຕັ້ງແຕ່ Diana, Princess of Wales ໄດ້ຍ່າງຜ່ານທົ່ງລະເບີດ ຂອງປະເທດ Angola.

ນາງໃສ່ເຄື່ອງປ້ອງກັນໜ້າ ແລະເສື້ອປ້ອງກັນ, Diana ໄດ້ເດີນໄປຕາມທົ່ງລະເບີດ ຊຶ່ງເຕັມໄປດ້ວຍອາວຸດ ທີ່ຖືກເຊື່ອງຊ້ອນໄວ້ ຈາກສົງຄາມກາງເມືອງ ເປັນເວລາຫລາຍສິບປີ.

"ມັນເປັນສີ່ມື້ ທີ່ເຄັ່ງຕຶງຫລາຍ, ຂ້າພະເຈົ້າໄດ້ເຫັນຫລາຍໆຢ່າງ. ຂ້າພະເຈົ້າ ໄດ້ເຫັນຜູ້ຄົນ ທີ່ໄດ້ຮັບຜົນກະທົບຈາກລະເບີດ. ຂ້າພະເຈົ້າ ໄດ້ເຫັນກັບລະເບີດເອງ. Angola ເປັນຕົວຢ່າງຂອງສິ່ງທີ່ Red Cross ສາມາດບັນລຸໄດ້ທົ່ວໂລກ, ເພາະການຮ່ວມມືທີ່ເຮົາໄດ້ເຫັນ ລະຫວ່າງ Red Cross ແລະ NGO ແລະເຈົ້າຫນ້າທີ່ຂອງ Angola."

ເນື່ອງຈາກຄວາມສົນໃຈຂອງສັງຄົມ ກ່ຽວກັບ Diana ໃນເວລານັ້ນ, ການຢ້ຽມຢາມຂອງນາງ ໃນ Angola ໄດ້ກໍ່ໃຫ້ເກີດການສົນທະນາທົ່ວໂລກ ແລະກໍ່ໃຫ້ເກີດຄວາມພະຍາຍາມ ທີ່ຈະແກ້ໄຂປັນຫາວິກິດນັ້ນ ຢ່າງແທ້ຈິງ.

Princess Diana ໄດ້ເສັຍຊີວິດໄປ ບໍ່ດົນຫລັງຈາກການຢ້ຽມຢາມຂອງນາງ, ແຕ່ການເດີນທາງຄັງນັ້ນ ໄດ້ກໍ່ໃຫ້ເກີດການເພີ່ມເງິນທຶນ ສໍາລັບໂຄງການ ກໍາຈັດລະເບີດ ແລະໂດຍການເນັ້ນຫນັກ ເຖິງບັນຫາເຫຼົ່ານັ້ນ, ໄດ້ນໍາໄປສູ່ ການສ້າງສົນທິສັນຍາ Ottawa (Ottawa Treaty), ຊຶ່ງມີຈຸດປະສົງ ທີ່ຈະກໍາຈັດລະເບີດ ທີ່ຕໍ່ຕ້ານບຸກຄະລາກອນ (Anti-personnel Landmines).

ເຖິງຢ່າງໃດກໍຕາມ, ບັນຫາເລື່ອງລະເບີດ ຍັງຍັງໄກຈາກການສິ້ນສຸດລົງ.

ອີງຕາມຫນ່ວຍ Strategic Warfare Development Command ຂອງ NATO, ຍັງມີລະເບີດ 110 ລ້ານລູກທົ່ວໂລກ.

The HALO Trust ຊຶ່ງເປັນອົງກອນການກຸສົນ ດ້ານກໍາຈັດລະເບີດ ທີ່ໃຫຍ່ທີ່ສຸດໃນໂລກ ກ່າວວ່າ ປະຊາຊົນຫຼາຍກວ່າ 5,700 ຄົນ ໄດ້ເສັຍຊີວິດ ຫຼືບາດເຈັບ ຍ້ອນກັບລະເບີດ ແລະວັດຖຸລະເບີດ ໃນປີ 2023.

ບັດນີ້, ນະວັດກັມ (Innovation) ຂອງອອສເຕຣເລັຍ ຫວັງທີ່ຈະປ່ຽນການກໍາຈັດລະເບີດ.

"ໃນວິທີເກົ່າ, ຊຶ່ງແທ້ຈິງແລ້ວ ກໍຍັງເປັນວິທີໃນປະຈຸບັນຢູ່, ຈະໃຊ້ເຄື່ອງຄົ້ນຫາໂລຫະ ຫລື Radar ທີ່ເຈາະລົງດິນ. ສິ່ງທີ່ມັນເຮັດຄື ມັນຈະກວດຈັບ ຄວາມຜິດປົກກະຕິຢູ່ໃນພື້ນດິນ. ຄວາມຜິດປົກກະຕິນັ້ນ ອາດເປັນລະເບີດ ຫຼືບໍ່? ມັນອາດເປັນໂລຫະ ໄດ້ຫຼືບໍ່? ມັນອາດເປັນຫຍັງກໍໄດ້? ສະນັ້ນ ຈຶ່ງມີຫລາຍສິ່ງທີ່ປອມ, ສິ່ງທີ່ເຂົາເຈົ້າເອີ້ນວ່າ ເປັນທາງບວກທີ່ປອມ. ສະນັ້ນ, ໜຶ່ງໃນ 30 ຂຸມທີ່ທ່ານຂຸດ ຈະເປັນລະເບີດ, ແລະນັ້ນແມ່ນ ອີງຕາມຄວາມຜິດປົກກະຕິ. ໃນຂນະທີ່ເທັກໂນໂລຈີຂອງເຮົາ ສົ່ງຄື້ນວິທະຍຸ ທີ່ມີຄວາມຖີ່ຕ່ຳ (Low Frequency) ລົງໄປໃນພື້ນດິນ ທີ່ຖືກປັບໃຫ້ເປັນສຽງແມ່ເຫຼັກ ຂອງໂຄງຮ່າງຂອງລະເບີດ, ຊຶ່ງອາດເປັນ RDX ຫລື TNT. ສະນັ້ນ, ໂດຍສະເພາະ, ມັນເປັນຂຸມລະເບີດ. ບໍ່ມີຄວາມຜິດປົກກະຕິ, ມີບາງສິ່ງຢູ່ທີ່ນີ້, ມັນຈະເປັນຂຸມລະເບີດ, ແມ່ນຫລືບໍ່. ນັ້ນຄືຄວາມກ້າວໜ້າຂອງເທັກໂນໂລຈີ ທີ່ແທ້ຈິງ."

John Shanahan ເປັນ Managing Director ຂອງ MRead.

Mread ຫຼື Magnetic Resonance of Explosives and Drugs, ແມ່ນບໍຣິສັດຂອງອອສເຕຣເລັຍ ທີ່ເຮັດວຽກຮ່ວມກັບ CSIRO.

ເຂົາເຈົ້າ ໄດ້ຮ່ວມພັດທະນາ ອຸປະກອນພົກພາ ເຄື່ອງທຳອິດ ທີ່ໃຊ້ຄື້ນວິທະຍຸຕໍ່າ (Low Frequency Radio Waves) ເພື່ອລະບຸລັກສນະສະເພາະໂມເລກູນ ຂອງວັດຖຸລະເບີດ.

"ວັດຖຸລະເບີດ ຫລືຢາເສບຕິດທຸກຢ່າງ ທີ່ເຮົາພົບເຫັນ ມີລາຍນິ້ວມື (Fingerprint) ຫຼືລັກສນະສະເພາະໂຕ. ພວກເຮົາ ເປັນພຽງເຄື່ອງກວດ (Sensor) ດຽວ ທີ່ສາມາດສັງເກດເຫັນລາຍນິ້ວມື ຫຼືລັກສນະສະເພາະໂຕໄດ້. ສະນັ້ນ, ບໍ່ແມ່ນວ່າ ມີຄວາມຜິດປົກກະຕິຢູ່ທີ່ນັ້ນ, ດັ່ງທີ່ເຮົາໄດ້ກ່າວເຖິງກ່ອນຫນ້ານີ້, ມັນເປັນພຽງແຕ່ ວັດຖຸນັ້ນວ່າ ແມ່ນ ຫຼືບໍ່ແມ່ນເທົ່ານັ້ນ."

ການກໍາຈັດລະເບີດ ເປັນຂັ້ນຕອນທີ່ຕ້ອງມີຄວາມລະມັດລະວັງ; ມີການຄາດຄະເນວ່າ ມີການກໍາຈັດລະເບີດ ປະມານ 117,000 ລູກໃນແຕ່ລະປີ.

ໃນດໍາເນີນການທົດລອງໃນທົ່ງລະເບີດ ໃນ Angola ກັບ The HALO Trust, ທີມ Mread ໄດ້ຈຳລອງໂລກທີ່ແທ້ຈິງ ແລະກ່າວວ່າ ເຄື່ອງມືຂອງເຂົາເຈົ້າ ສາມາດເລັ່ງການກໍາຈັດລະເບີດ ໄດ້ຢ່າງຫນ້ອຍ 30 ເປີເຊັນ.

Nick Cutmore ເປັນ Executive Director ແລະ Chief Technology Officer.

ລາວເວົ້າວ່າ ໂດຍທີ່ບໍ່ມີການທົດສອບໃນໂລກທີ່ແທ້ຈິງ, ບໍ່ມີໃຜສາມາດແນ່ໃຈໄດ້ວ່າ ອຸປະກອນນັ້ນ ເຊື່ອຖືໄດ້ຫລາຍພຽງໃດ.

"ວິທີທີ່ເຮົາທົດສອບ ແມ່ນການຈຳລອງຂອງຈິງ. ພວກເຮົາ ໄດ້ໃຊ້ວັດຖຸລະເບີດແທ້ ທີ່ຖືກຝັງໄວ້ ແລະກັບລະເບີດທົ່ວໂລກ, ພວກເຮົາໄດ້ຝັງມັນໄວ້, ຈຳລອງກັບລະເບີດ, ແລະພວກເຮົາໃຊ້ເຄື່ອງກວດຈັບຂອງພວກເຮົາ ເພື່ອກວດກາເບິ່ງພື້ນດິນ ແລະຕັດສິນໃຈວ່າ ພວກເຮົາສາມາດກວດຈັບມັນໄດ້ຫລືບໍ່, ວ່າພວກເຮົາສາມາດກວດຈັບມັນໄດ້ຢ່າງມີປະສິດທິພາບຫລາຍປານໃດ, ແລະພວກເຮົາສາມາດເຊື່ອຖືສິ່ງນີ້ໄດ້ປານໃດ. ເພາະເຖິງແມ່ນວ່າ ເຮົາຢາກມີເທັກໂນໂລຈີໃຫມ່, ແຕ່ສິ່ງທີ່ເຮົາບໍ່ຕ້ອງການ ແມ່ນເທັກໂນໂລຈີ ທີ່ໃຊ້ໄດ້ພຽງແຕ່ເຄິ່ງຫນຶ່ງ, ເພາະບໍ່ມີໃຜຢາກປະຖິ້ມລະເບີດໄວ້ເບື້ອງຫຼັງ."

ກັບລະເບີດຕໍ່ຕ້ານບຸກຄະລາກອນ (Anti-personnel Landmines) ຖືກອອກແບບ ໃຫ້ເຊື່ອງຊ້ອນຢູ່ໃນພື້ນດິນ ແລະລະເບີດ ເມື່ອມີຄົນຢຽບຫລືຜ່ານມັນໄປ.

ອີງຕາມໂຕເລກ ຂອງສະຖິຕິ ຂອງອົງການສະຫະປະຊາຊາດ Mine Action Service ປີ2025, ປະມານ 100 ລ້ານຄົນ ໃນຫຼາຍກວ່າ 60 ປະເທດແລະເຂດຕ່າງໆ ທີ່ອາສັຍຢູ່ກັບພັຍຂົ່ມຂູ່ ຈາກກັບລະເບີດ (Landmines).

ໃນຕົ້ນປີນີ້ (2025), ຫນ່ວຍງານການປະຕິບັດ ລະເບີດແຫ່ງຊາດ (National Mine Action Agency) ຂອງ Angola ກ່າວວ່າ ປະເທດນີ້ ຕ້ອງການເງິນ 240 ລ້ານໂດລາ ເພື່ອກວາດລ້າງກັບລະເບີດ ເກືອບ 1000 ບ່ອນ ຈາກສົງຄາມກາງເມືອງ ທີ່ໄດ້ສິ້ນສຸດລົງ ເມື່ອສອງທົດສວັດກ່ອນ.

ແຕ່ Nick Cutmore ກ່າວວ່າ ລະເບີດບໍ່ພຽງແຕ່ສົ່ງຜົນກະທົບ ຕໍ່ຜູ້ຄົນຮອບຂ້າງມັນເທົ່ານັ້ນ.

"ຜົນກະທົບໂດຍກົງ ແມ່ນເຂົ້າໃຈໄດ້ງ່າຍຈາກກັບລະເບີດ, ແມ່ນການທີ່ຜູ້ຄົນໄດ້ຮັບບາດເຈັບ ຫລືເສັຍຊີວິດ. ມີຜົນກະທົບທີ່ກວ້າງໄກກວ່ານັ້ນ. Angola ເປັນຕົວຢ່າງທີ່ດີແທ້ໆ, ບ່ອນທີ່ທ່ານ ມີຜູ້ຄົນທີ່ມີຊີວິດຢູ່ ແລະມີຊີວິດຢູ່ແບບເຜົາໄຮ່ (Slash and Burn). ແລະສິ່ງນັ້ນ ບໍ່ພຽງແຕ່ມີອິດທິພົນຕໍ່ Angola ເທົ່ານັ້ນ, ແຕ່ຍັງຮວມເຖິງປະເທດຕ່າງໆທົ່ວໂລກ, ເພາະວິທີທີ່ ທ່ານຈໍາກັດວິທີທີ່ຜູ້ຄົນເຫລົ່ານີ້ ສາມາດດໍາລົງຊີວິດຂອງເຂົາເຈົ້າ,ທ່ານກໍາລັງ ມີສ່ວນຮ່ວມໃນການສູນເສັຍ ທີ່ພັກອາສັຍ ແລະການສູນເສັຍປ່າໄມ້ ທີ່ມີຜົນກະທົບ ຕໍ່ການປ່ຽນແປງຂອງສະພາບອາກາດ ນຳອີກ."

Mread ແລະ The HALO Trust ຄາດວ່າຈະກັບຄືນໄປ Angola ອີກໃນປີ 2026 ເພື່ອທົດລອງເຄື່ອງມືຂອງເຂົາເຈົ້າ ເປັນເວລາສາມເດືອນ.

ບໍຣິສັດຄາດວ່າ ໃນທ້າຍປີ 2026 ເຂົາເຈົ້າຈະພັດທະນາ ເຄື່ອງມືລຸ້ນສຸດທ້າຍ ທີ່ຈະນໍາໃຊ້ໃນຕົ້ນປີ 2027.

ໃນ Angola, ກັບລະເບີດທີ່ຫຼົງເຫລືອຈາກສົງຄາມ, ຊຶ່ງໄດ້ສິ້ນສຸດລົງໃນປີ 2002, ຍັງຄົງເປັນອັນຕະຣາຍຕໍ່ຜູ້ຄົນ ແລະເຮັດໃຫ້ຜູ້ຄົນ ຕ້ອງພັດຖິ່ນ.

John Shanahan ກ່າວວ່າ ມັນສໍາຄັນຫລາຍ ສໍາລັບຊຸມຊົນເຊັ່ນຜູ້ທີ່ຢູ່ອ້ອມຮອບເຂດລະເບີດຂອງ Angola ທີ່ຈະສາມາດອາສັຍຢູ່ໄດ້ ຢ່າງປອດພັຍ ໃນແຜ່ນດິນຂອງຕົນເອງ.

"ຖ້າຫາກທ່ານ ຄິດກ່ຽວກັບ Princess Diana ໃນເຂດລະເບີດຂອງ Angola, ນັ້ນຄືບ່ອນທີ່ພວກເຮົາຢູ່ ໃນເດືອນພະຈິກປີແລ້ວນີ້, ແລະເຂົາເຈົ້າ ໄດ້ວາງແຜນມັນໄວ້ຢ່າງດີ, ແລະເມື່ອທ່ານເຫັນຜົນກະທົບຕໍ່ຊຸມຊົນ ເມື່ອແຜ່ນດິນນີ້ຖືກສົ່ງມອບໃຫ້ແກ່ພວກເຂົາ ຊຶ່ງເຂົາເຈົ້າບໍ່ສາມາດເຂົ້າເຖິງໄດ້ ເປັນເວລາຫລາຍສິບປີ. ບໍ່ວ່າຈະເປັນເພາະເຫດຜົນທາງເສດຖະກິດ, ບໍ່ວ່າຈະເປັນການທ່ອງທ່ຽວ, ຫລືວ່າ ມັນເປັນພຽງແຕ່ສາມາດປູກພືດຜົນຂອງຕົນເອງ ແລະບໍ່ໃຫ້ລູກໆຂອງເຂົາ ຖືກກັບລະເບີດ. ສິ່ງທີ່ເຂົາເຈົ້າເຮັດນັ້ນ ເປັນສິ່ງທີ່ຫນ້າອັດສະຈັນຫຼາຍ. ພວກເຮົາມັກເຮັດວຽກກັບ The HALO Trust."

ຕໍ່ໄປ, Mread ກໍາລັງພະຍາຍາມພັດທະນາ ເຄື່ອງກວດຈັບ T-N-T Sensor, ຊຶ່ງ Mr Shanahan ກ່າວວ່າ ຈະສ້າງຄວາມແຕກຕ່າງອັນໃຫຍ່ຫລວງ.

"ລຸ້ນຕໍ່ໄປຂອງພວກເຮົາ ແມ່ນ TNT sensor, ຊຶ່ງໃນທີ່ສຸດ ພວກເຮົາຈະຮວມກັນເປັນ sensor ດຽວ. ຖ້າຫາກເຮົາສາມາດກວດຈັບ TNT ແລະ RDX, ນັ້ນແມ່ນຫລາຍກວ່າ 90% ຂອງລະເບີດຢູ່ໃນໂລກ, ແລະເຮົາພະຍາຍາມຈະເຮັດສິ່ງນັ້ນ ຕລອດປີ 27, '28. ນັ້ນແມ່ນເຫດຜົນ ທີ່ຜູ້ກໍາຈັດລະເບີດທຸກຄົນ ຈຶ່ງເວົ້າວ່າ, ຖ້າຫາກທ່ານສາມາດເຮັດໄດ້, ຊຶ່ງມັນບໍ່ເຄີຍມີມາກ່ອນ, ບໍ່ເຄີຍມີມາກ່ອນໃນໂລກ. ຊຶ່ງເປັນສິ່ງທີ່ຫນ້າອັດສະຈັນກ່ຽວກັບເລື່ອງນີ້. ສະນັ້ນ, ຖ້າຫາກເຮົາສາມາດເຮັດສິ່ງນັ້ນໄດ້ ພາຍໃນສອງປີເຄິ່ງ, ເຮົາຈະສ້າງຄວາມແຕກຕ່າງອັນໃຫຍ່ຫລວງ."

ສົນທິສັນຍາ ການສັ່ງຫ້າມລະເບີດ Ottawa ປີ 1997 (The 1997 Ottawa Mine Ban Treaty) ໄດ້ສັ່ງຫ້າມກັບລະເບີດ ຕໍ່ຕ້ານບຸກຄະລາກອນ ແລະໄດ້ຊ່ວຍທໍາລາຍກັບລະເບີດ ຫລາຍກວ່າ 50 ລ້ານລູກ.

ໃນຂນະທີ່ບາງປະເທດໃນຢູໂຣບ ກໍາລັງຈະຖອນຕົວ ອອກຈາກສົນທິສັນຍາ, ແຕ່ຫຼາຍປະເທດເຊັ່ນ ສະຫະຣັດອາເມຣິກາ, ຈີນ, ຣັສເຊັຍ ແລະອິດສະຣາແອລ ກໍບໍ່ໄດ້ເປັນສະມາຊິກ.

ເມື່ອບໍ່ດົນມານີ້, Ukraine, ຊຶ່ງຖືວ່າເປັນປະເທດ ທີ່ມີກັບລະເບີດຫລາຍທີ່ສຸດໃນໂລກ, ໄດ້ລົງມະຕິ ລະງັບການເຂົ້າຮ່ວມ ໃນສົນທິສັນຍານັ້ນ.

John Shanahan ກ່າວວ່າ ລາວຫວັງວ່າ ເຄື່ອງມືໃຫມ່ນີ້ ຈະສາມາດຊ່ອຍເຫລືອ Ukraine ໃຫ້ກໍາຈັດບັນຫານີ້ໄດ້.

"ຂ້າພະເຈົ້າຈະ(Ukraine) ໃນເດືອນກັນຍາປີນີ້ ເພື່ອເບິ່ງວ່າເທັກໂນໂລຈີຂອງເຮົາ ຈະສາມາດຊ່ອຍເຫລືອໄດ້ແນວໃດ. ພວກເຮົາ ກໍາລັງຊອກຫາສິ່ງນັ້ນ ເພື່ອເປັນການຢ້ຽມຢາມໜ້າວຽກໃນປີນີ້ ເພື່ອຈະເຂົ້າໃຈບັນຫາ, ຊຶ່ງແຕກຕ່າງຫລາຍກັບ Angola, ເພື່ອຈະເຂົ້າໃຈບັນຫາທີ່ກຳໜົດໄວ້ສໍາລັບພວກເຮົາ, ແລ້ວຈະກັບຄືນໄປ Ukraine ໃນປີຕໍ່ໄປ ຫລັງຈາກພວກເຮົາກັບມາຈາກ Angola. ສະນັ້ນ, ພວກເຮົາຈຶ່ງມີຜລິດພັນໃນຕອນນີ້ ທີ່ພວກເຮົາຮູ້ວ່າ ມັນທໍາງານໄດ້ດີ ເທົ່າທີ່ພວກເຮົາຕ້ອງການ, ແລ້ວພວກເຮົາ ຈະສາມາດເບິ່ງວ່າ ພວກເຮົາຈະສາມາດນໍາມັນໄປໃຊ້ ໃນການແກ້ບັນຫາທີ່ຮ້າຍແຮງ ໃນ Ukraine ໄດ້ແນວໃດ."

ເນື້ອເລື່ອງໂດຍ  Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service