ປີໃໝ່ລາວ 2022

Lao New Year Procession

Lao beauty pageant at a new year fuction. Source: Sak Phoumirath

ງານປີໃໝ່ປີນີ້ກໍໄດ້ຜ່ານໄປ ເຖິງແມ່ນວ່າ ຈະບໍ່ຄຶກຄື້ນ ດັ່ງຄວາມຕ້ອງການ ແຕ່ ການສືບຕໍ່ທາງສາສນາ ປະເພນີ ແລະວັທນະທັມກໍຍັງມີ ຢູ່ບໍ່ຂາດສຳຣັບຄົນລາວທຸກຄົນໃນ ອອສເຕຣເລັຍ. ໆາງຊຸມຊົນລາວຕ່າງກໍພາກັນຫວັງວ່າ ປີໜ້າ ບຸນປີໃໝ່ລາວຈະກັບມາ ເປັນຄືຫຼາຍປີກ່ອນໆ ໂດຍບໍ່ມີ ໂຄວິດ ມາເປັນອຸປສັກອີກ.


ປີໃໝ່ລາວທຸກປີຈະມີຂື້ນໃນວັນທີ  13 /14/ 15ຂອງເດືອນ ເມສາ. ໃນປີນີ້ ປີໃໝ່ລາວບັງເອີນໃກ້ກັບວັນ Easter ຊຶ່ງກົງກັບວັນທີ 15 /16 /17        ສນັ້ນງານຕ່າງໆເລີຍ ເລື່ອນໄປໃສ່ວັນສຸກ ເສົາ ອາທິດ.

ທີ່ ສມາຄົມສົ່ງເສີມຊຸມຊົນລາວ ໄດ້ມີການຈັດງານທາງວັທນະທັມ ແລະ ທີ່ວັດປ່າ ພຸທລາວັນມີພຽງແຕ່ພິທີທາງສາສນາ.

ທີ່ ສສຊລ ນັ້ນ ການກະກຽມງານຄັ້ງນີ້ໄດ້ມີຂຶ້ນ2-3 ມື້ ກ່ອນມື້ງານ.

ການແຫ່ນາງສັງຂານໄດ້ເລີ້ມຂຶ້ນຫຼັງຈາກ ພິທີຕັກບາດທີ່ ສສຊລ. ນາງສັງຂານທັງເຈັດ ຍ່າງອ້ອມສິມ 3 ຮອບ ກ່ອນຈະເຂົ້າໄປໃນ ສູນວັທນະທັມ ເພື່ອທຳພິທີບາສີສູ່ຂວັນຕາມປະເພນີ.

ທ່ານ ບຸນທັມ ວົງໄຊຍາໄດ້ຂຶ້ນກ່າວເປີດງານ ແລະ ກໍມີການສະແດງຟ້ອນຂອງເດັກນ້ອຍນັກຮຽນລາວ. ນອກຈາກນີ້ຍັງມີດົນຕີພື້ນເມືອງລາວ ຊຶ່ງທາງ ສສຊລ ກຳລັງທຳການສົ່ງເສີມເພື່ອສືບຕໍ່ວັທນະທັມແລະດົນຕີລາວ.

ທ່ານ ສົມບູນ ສຸກກະເສນ ນັກດົນຕີລາວເດີມໄດ້ໃຫ້ ທັສຄະຕິຂອງເພິ່່ນກ່ຽວກັບ ດົນຕີລາວ ແລະຄວາມຫວັງທີ່ຈະເຫັນເຍົາວະຊົນລາວມີຄວາມສົນໃຈໃນດົນຕີລາວ.

ເຖິງແມ່ນວ່າ ງານປີໃໝ່ລາວປີນີ້ຈະບໍ່ໃຫຍ່ເທົ່າຫຼາຍປີທີ່ຜ່ານມາຍ້ອນການແຜ່ລະບາດຂອງ ໂຄວິດ, ແຕ່ຊຸມຊົນຊາວລາວກໍຍັງ ປະຕິບັດດັ່ງດຽວກັນກັບຢູ່ບ້ານເກີດ ເຖິງແມ່ນວ່າ ຜູ້ທີ່ເຂົ້າຮ່ວມຈະໃຫຍ່ຫຼືເກີດຢູ່ ອອສເຕຣເລັຍກໍຕາມ.

ຫຼັງຈາກຖືກກັກໂຕຍ້ອນໂຄວິດ, ຄົນລາວກໍດີໃຈທີ່ຈະໄດ້ມີໂອກາດມ່ວນຊື່ນໃນມື້ສລອງບຸນປີໃໝ່. ນາງສັງຂານທຸກຄົນກໍມີຄວາມດີໃຈທີ່ໄດ້ມີສ່ວນຮ່ວມໃນງານນີ້ ທັງໄດ້ຮັບການສນັບສນູນຈາກຜູ້ປົກຄອງທີ່ຫຼິງເຫັນຄວາມສຳຄັນຂອງຄວາມເປັນລາວ.

 

ໃນວັນອາທິດ ກໍໄດ້ມີພິທີຕັກບາດ ທີ່ວັດປ່າ ພຸທລາວັນ.

ທີ່ວັດປ່າກໍຄື້ກັບບ່ອນອື່ນໆ ຊຶ່ງງານປະຈຳປີເທື່ອນີ້ບໍ່ໄດ້ຈັດໃຫຍ່ ຄືປີກ່ອນໆ ຍ້ອນການແຜ່ລະບາດຂອງ ໂຄວິດ.

ຫຼັງຈາກພິທີທາງສາສນາເສັດສິ້ນຮຽບຮ້ອຍແລັ້ວ ກໍມີພິທີສົງນ້ຳພຣະ. ຕາມທັມດາແລ້ວ ຫຼັງຈາກສົງນ້ຳພຣະພຸທຮູບແລ້ວ ກໍຈະມີການສົງນ້ຳ ພຣະສົງ ແຕ່ວ່າ ຍ້ອນໂຄວິດ, ທາງວັດຈຶ່ງ ຂໍຮ້ອງບໍ່ໃຫ້ມີການສົງນ້ຳພຣະສົງ ນອກຈາກນີ້ກໍມີການຕົບພະທາຍ ຊຶ່ງກໍແມ່ນ ສ່ວນນຶ່ງຂອງງານປີໃໝ່ລາວ. 

ງານປີໃໝ່ລາວ ທີ່ວັດປ່າປີນີ້ບໍ່ມີການສະແດງທາງວັທນະທັມ ຫຼືການມ່ວນຊື່ນເຊັ່ນຫລາຍປີຜ່ານມາ ແຕ່ການກະກຽມຕ່າງໆກໍບໍໄດ້ ຕ່າງຫຍັງຫຼາຍໂດຍສະເພາະ ດ້ານອາຫານຕ່າງໆ ຊຶ່ງກໍມີແມ່ຄົວອາສາສມັກ ມາຊ່ອຍ. ງານທີ່ວັດປ່າປີນີ້ກໍບໍໄດ້ ເປັນໄປດ້ວຍຄວາມສດວກສບາຍຍ້ອນວ່າການແຜ່ລະບາດຂອງ ໂຄວິດ ແລະ ກ່ອນມື້ງານນັ້ນ ຝົນກໍໄດ້ຕົກຫນັກເປັນປວັດການ ແລະເຮັດໃຫ້ບ່ອນຈອດຣົດທີ່ວັດປ່າໜ້ອຍລົງເປັນລາຍຮ້ອຍບ່ອນແລະເຮັດໃຫ້ຜູ້ໄປຮ່ວມງານທີ່ໄປຮອດຊ້າຕ້ອງຈອດຣົດຢູ່ໄກ ແລະຕ້ອງຍ່າງມາວັດ.  ທ່ານສຸນທອນ ມັງຄລະ ເລຂາວັດປ່າ ກ່າວວ່າ ທ່ານມີຄວາມດີໃຈຫຼາຍທີ່ເຫັນຄົນມາຮ່ວມງານ.

ເຖິງແມ່ນວ່າ ທີ່ວັດບໍ່ໄດ້ຈັດງານຫຍັງໃຫຍ່ຫຼາຍ ແລະໄດ້ຮັບຜົນກະທົບຈາກໂຄວິດ ແຕ່ການກະກຽມຕ່າງໆກໍຍັງຕ້ອງມີ ເພື່ອບໍຣິການຄວາມສດວກແກ່ຜູ້ມາງານ.

ທ່ານ ສຸນທອນ ຍັງໄດ້ກ່າວເຖິງງານປີໃໝ່ ໃນປີໜ້າແລະປີຕໍ່ໆໄປອີກ ແລະທ່ານ ວຽງສັກ ຂົນໄຊທິເດດ ສມາຊິກ ກັມການບໍຣິຫານ ສສຊລ ມີຄວາມໝັ້ນໃຈວ່າໃນອະນາຄົດ ງານປີໃໝ່ລາວຈະມີຄວາມມ່ວນຊື່ນກວ່າປີນີ້ຫຼາຍເທົ່າ.

ລາຍງານໂດຍ ສັກ ພູມີຣັຕນ໌ ວິທຍຸ   SBS  ພາກພາສາລາວ.


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service